ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    ปรมาจารย์ซูเฟย

    ลำดับตอนที่ #1 : ຮ່ອງຮອຍຂອງປີສາດ (1)

    • อัปเดตล่าสุด 13 ก.ย. 64


       ຕຸບ  ຕຸບ  ຕຸບ

      ມີຜູ້ຊາຍຄົນໜື່ງທີ່ມີໜ້າຕາດີກຳລັງຍ່າງຜ່ານປະຂະໜາດໃຫຍ່ສູງ 4x4 ແມັດທີເຮັດຈາກໄມ້ດູ່ແກະສະລັກມັງກອນໃສ່ໄວ້. ທັງສອງຂ້າງມີຜູ້ເຝົ້າຍາມກຳລັງລົມກັນກ່ຽວກັບຜູ້ຊາຍຄົນນັ້ນ.

     

    “ ຜູ້ຊາຍຄົນນັ້ນແມ່ນໃຜ ? ”.

    ຜູ້ເຝົ້າຍາມໄດ້ຖາມກັບຜູ້ເຝົ້າຍາມຂ້າງໆ.

     

    “ຜູ້ຊາຍຄົນນັ້ນຊື່ວ່າ ຊູເຝີ່ຍ ໜື່ງໃນລຸກສິດສຳນັກປີ່ງຊວນທີ່ມີພອນສະຫວັນໃນການເດີນເສັ້ນລົມປານ”. 

    ຜູ້ເຝົ້າຍາມຂ້າງໆເວົ້າໃຫ້ຜູ້ເຝົ້າຍາມທີ່ຖາມຟັງ.

     

    1 ຊົ່ວໂມງກ່ອນໜ້ານີ້.

     

    ນັບທີສຳນັກປີ່ງຊ່ວນເຊີ່ງຕັ້ງຢູ່ເມືອງຊານຊີງ. ສຳນັກປີ່ງຊວນເປັນສຳນັກທີ່ມີເຫຼົ່າຈອມຍຸດທີ່ແຂງແກວ່ງຫຼາຍຄົນ. ມີບັນດາຜູ້ເຝີກຝົນພະລັງປານຂັ້ນຕ່ຳຫຼາຍຄົນທີຈຸດສະໝັກທົດສອບເພື່ອຈະເຂົ້າມາເປັນບຸກສິດໃນສຳນັກນີ້.

     

    ຕຸ໊ບ ຕຸ໊ບ ຕຸ໊ບ 

     ມີຜູ້ຊາຍທີ່ມີຮ່າງກາຍໃຫຍ່ ແລະ ສີຜິວທີດຳກຳລັງຍ່າງເພື່ອຊອກຫາຄົນໜື່ງທີ ເດີ່ນຫຍ້າຂອງສຳນັກ.

     

     “ ຕຸ໊ບ ຕຸ໊ບ ຕຸ໊ບ ຊູເຝີ່ຍ ”.

    ຜູ້ຊາຍທີ່ມີຮ່າງໃຫຍ່ກຳລັງຍ່າງເຂົ້າໄປຫາຊູເຝີ່ຍ ແລະ ເອີ້ນຊື່ລາວ.

     

    “ ຟູ໋…..ຄື໋ນ ”.

    ຊູເຝີ່ຍກຳລົງເຝີກຝົນການເດີນເສັ້ນລົມປານຢູ່ຈຸດພັກຜ່ອນທີ່ເດີນຫຍ້າຂອງສຳນັກ ແລະ  ໄດ້ຍິນສຽງທີ່ຄຸ໊ນເຄີຍ ແລະ ເປັນສຽງຂອງຄົນທີສະໜິດສະໜົມກັນ.

     

    " ເຈ່ຍຝູເຈົ້າຄວນຄິດກ່ອນ ວ່າບໍ່ຄວນລົບກວນເວລາເຝີກຝົນຄົນອື່ນ, ຖ້າເຈົ້າຍັງທຳແບບນີ້ ດຽວກໍມີຄົນຕາຍເພາະສຽງເຈົ້າ ".

      ຊູເຝີ່ຍໄດ້ຢຸດການເດີນເສັ້ນລົມປານຫຼັງຈາກໄດ້ຍິນສຽງຜູ້ຊາຍຜິວດຳທີ່ມີຮ່າງກາຍທີໃຫຍ່ແມ່ນຊື່ ເຈ່ຍຝູ ນັ້ນເອງ ແລະ ເພື່ອນທີ່ສະໜິດສະໜົມ. ແລະ ໄດ້ເວົ້າຕັກເຕືອນເຈຍຝູ. ກ່ອນທີການຄວບຄຸມເດີນເສັ້ນລົມປານຈະບໍ່ສະຖຽນ, ຖ້າບໍ່ສະຖຽນອາດໄດ້ຮັບບາດເຈັບພາຍໃນໄດ້.

     

    “ ຂ້າຂໍໂທດ, ແຕ່ຖ້າບໍ່ເອີ້ນເຈົ້າແລ້ວຈະຮູ້ບໍ່ວ່າຂ້າມາຫາເຈົ້າ?”.

    ເຈ່ຍຝູຮູ້ສຶກຜິດ ແລະ ຂໍໂທດຕໍ່ການກະທຳຂອງລາວ, ແລ້ວອະທິບາຍເຫດຜົນທີ່ເອີ້ນລາວ.

     

    “ ແລ້ວທີ່ເຈົ້າມາຫາຂ້າແບບນີ້ ມີເຫດຜົນອັນໃດ? ”.

    ຊູເຝີ່ຍຖາມ ເຈ່ຍຝູ ດ້ວຍຄວາມສົງໃສ.

     

    “ ຂ້າມາຫາເຈົ້າເພາະອາຈານເອີ້ນຫາເຈົ້າທີຫ້ອງຂອງອາຈານ ”.

    ເຈ່ຍຝູອະທິບາຍເຫດຜົນທີມາຫາລາວ.

     

    “ ແລ້ວອາຈານບອກ ບໍ່ວ່າ ເຫດຜົນທີເອີ້ນຂ້າບໍ່? ”.

    “ບໍ່ ອາຈານບໍ່ໄດ້ເຫດຜົນທີເອີ້ນຫາເຈົ້າ, ອາຈານພຽງແຕ່ ບອກໃຫ້ມາຫາອາຈານແລ້ວ ອາຈານຈະບອກເອງ”.

    ຊູເຝີ່ຍຖາມເຈ່ຍຝູເຖີງເຫດຜົນຂອງອາຈານທີເອີ້ນ, ແຕ່ເຈ່ຍຝູກໍ່ບອກໃຫ້ໄປຖາມອາຈານເອົາ.

     

    “ ເຮີ໋…ມີແຕ່ຕ້ອງໄປຫາອາຈານ ແລ້ວຖາມຫາເຫດຜົນທີ່ອາຈານເອີ້ນ ”.

     

    ຕຸບ ຕຸບ ຕຸບ

    ຊູເຝີ່ຍຖອດຫາຍໃຈອຶກໃຫຍ່ ແລ້ວລຸກຈາກທີ່ພັກຜ່ອນ ແລະ ໄປຫາອາຈານທີຫ້ອງເຊີ່ງຫ່າງຈາກທີພັກຜ່ອນ 100 ແມັດ.

     

    ແອ໋ດ…

    ສຽງເປີດປະຕູໄດ້ດັງໄປທົ່ວພາຍໃນຫ້ອງເຊີ່ງມີຊາຍໄວກາງຄົນຢື່ນຢູ່ພາຍໃນຫ້ອງຂ້າງປອງອ້ຽມທີ່ມີລົມພັດເຂົ້າມາຢ່າງເຢັນ ແລະ ອາກາດທີ່ສົດຊືນກວ່າປົກກະຕິ.

     

    “ ຊູເຝີ່ຍ… ອາຈານມີພາລະກິດໃຫ້ເຈົ້າເພື່ອທີຈະສາມາດພັດທະນາຝີມືໃຫ້ແຂງແກວ່ງຂຶ້ນ ”.

     ສຽງຂອງຊາຍໄວ້ເຄົາສີຂາວຍາວເຖີງເອິກແມ່ນ ຊືກົ່ງ ໜື່ງໃນຜູ້ອາວຸໂສໃນສຳນັກປີງຊວນ ແລະ ຮັບໜ້າທີ່ເປັນຜູ້ເຝີກສອນ ຊູ່ເຝິ່ຍ.

     

     “ ມີຂ່າວລືວ່າ ມີຊາວບ້ານພົບເຫັນຮ່ອງຮອຍປີສາດທີລຸກລ້ຳເຂົ້າມາຢູ່ບ້ານລີ່ງໜີ່ງ”.

    ຊືກົ່ງໄດ້ບອກ ແລະ  ອະທິບາຍກ່ຽວກັບພາລະກິດທີມອບໝາຍໃຫ້ ຊູ່ເຝີ່ຍ. ຮ່ອງຮອຍປີສາດນັ້ນມີໂອກາດໜ້ອຍຫຼາຍທີມີການພົບເຫັນ ເພາະມີີກຳແພງທີ່ສູງ 60 ແມັດ ແລະ ການປ້ອງທີ່ແໜ້ນໜາ. ມີເຜົ້າຢາມລະດັບພະລັງປານຂັ້ນປາຣາມາຈານຂັ້ນຕ່ຳ ຫາ ສູງຕະຫຼອດ 24 ຊົ່ວໂມງທົ່ວເຂດແດນທີ່ຕິດກັບເຂດແດນປີສາດ.

     

    “ ຂ້າຈະຮັບພາລະກິດນີ້ ”.

      ຊູເຝີ່ຍເວົ້າອອກມາດ້ວຍຄວາມໝັ້ນໃຈ ແລະ ພິຈາລະນາແລ້ວວ່າ ( ພາລະກິດບໍ່ໄດ້ເກີນກຳລັງຂ້າເກີນໄປ ). ແມ້ພະລັງປານຍັງຂັ້ນຕ່ຳຢູ່ ແຕ່ຖ້າເອົາຈິງ ກໍ່ຍັງພໍຈະຕ້ານສັດຕູທີເໝືອກວ່າຂັ້ນໜື່ງໄດ້ຢູ່ແບບໄລຍະສັ້ນໆ.

     

    “ ເຈົ້າຢ່າໄດ້ປະໜາດເປັນອັນຂາດ ພາລະກິດທຸກອັນລ້ວນມີຄວາມສຳຄັນຕໍ່ໂຕເຈົ້າ”.

    ຊູືກົ່ງໄດ້ອະທີບາຍ ຄວາມສຳຄັນຂອງພາລະກິດນີ້ ແລະ ຕັກເຕືອນວ່າຢ່າໄດ້ປະໝາດ. ພາລະກິດກ່ອນໜ້ານີ້ ຊູເຝີ່ຍໄດ້ອອກລ່າປີສາດເງົາກັບລຸກສິດສຳນັກອື່ນ, ແຕ່ໄດ້ຮັບບາດເຈັບສາຫັດຈົນຂັ້ນຕ້ອງພັກຟື້ນເປັນເດືອນ.

     

    “ ຂອບໃຈອາຈານ ”.

    ຊູເຝີ່ຍນ້ອມຮັບຄຳຕັກເຕືອນອາຈານທີ່ສອນ. ພາລະກິດກ່ອນໜ້ານີ້ ເປັນການຮ່ວມມືກັບສຳນັກໂຊກຸນ, ກັ່ນຢາ ແລະ ສຳນັກປີສາດ ມີທັງໝົດ 20 ຄົນ; ໂຊກຸນ 5, ກັ່ນຢາ 5, ສຳນັກປີສາດ 5 ແລະ ສຳນັກປີ່ງຊວນ 5. ເຊີ່ງໄດ້ຕໍ່ສູ້ກັບ ປິສາດເງົາທີແຂງແກວ່ງ ແລະ ມີສະຕິປັນຍາທຽບເທົ່າຂຸນພົນຈົນບາດເຈັບສາຫັດຫຼາຍຄົນ, ແຕ່ກໍໄດ້ຮັບໂຊຊະນະ. ບາດເຈັບສາຫັດ 5 ຄົນ, ບາດເຈັບເລັກໜ້ອຍ 15 ຄົນ.

     

    “ ຂໍໃຫ້ເຈົ້າໂຊກດີ ສິດຂ້າເອີ່ຍ ”.

    ( ຊືກົ່ງ ) ອາຈານຂອງລາວອວຍພອນໃຫ້ແກ່ລຸກສິດ ແລະ ມອບພະຄຳພີທີຈະສົ່ງສັນຍານຂໍຄວາມຊ່ວຍເຫຼື່ອສອງມ້ວນໃຫ້.

     

    ຕຸ໊ບ ຕຸບ ຕຸ໊ບ ຕຸບ

    ຊູເຝີ່ຍໄດ້ຮັບເອົາ ແລະ ກາບທູນລາອາຈານ ກ່ອນອອກຈາກຫ້ອງອາຈານ.

     

    ແອັ໊ດ

    ສຽງປິດປະຕູທີດັງທົ່ວຫ້ອງຈົນກົບສຽງລົມພັດທາງປ້ອງອ້ຽມຢ່າງຊ້າໆ.

     

    ກັບມາທີ່ປັດຈຸບັນ.

     

    ຕຸບ ຕຸບ ຕຸບ 

    ຊູເຝີ່ຍໄດ້ຍ່າງອອກຈາປະຕູເມືອງ ແລະ ຊອກຫາພາຫະນະເດີນທາງ ຫຼື ໄປຮ່ວມກັບພໍ່ຄ້າ.

     

    ຊຸບຊິບ ຊຸບຊິບ

    ສຽງວົນແຊວຈາກການສົນທະນາຕ່າງໆ ບໍ່ວ່າ ຈະເປັນການຄ້າຂາຍ, ການປະມູນແບບເປີດກວ້າງ, ການເລົ່າເລື່ອງ, ການຮັບສະໝັກເຂົ້າເປັນລຸກສິດສຳນັກຕ່າງໆ, ແລະ ອື່ນໆອີກຫຼາຍຢ່າງ. ເນືອງຈາກເມືອງຊານຊີງເປັນເມືອງທີ່ມີຊາຍແດນຕິດກັບເຂດແດນປີສາດ ຈື່ງມີການຄ້າຍຂາຍ-ຂົນສົ່ງຢ່າງໜາແໜ້ນຕະຫຼອດເວລາ.

     

    ໃນຂະນະນັ້ນຊູເຝີ່ຍໄດ້ຍິນສຽງລາງໆວ່າ ຕ້ອງການຄົນຄຸ້ມກັນໃນການເດີນທາງຂອງພໍ່ຄ້າຄົນໜື່ງ.

    “ ຂ້າຕ້ອງການຄົນຄຸ້ມກັນທີແຂງແກວ່ງຮ່ວມເດີນທາງໄປກັບຂ້າທີ່ໝູ່ບ້ານລີ່ງໜີ່ງ ”.

    ມີຜູ້ຊາຍຄົນໜື່ງໄດ້ອອກມາເພື່ອໃຫ້ຜູ້ຄົນສົນໃຈມາເຂົ້າຮ່ວມການເດີນທາງກັບລາວ.

     

    ຈົບໄປແລ້ວກັບຕອນທີ 1. ຂໍໃຫ້ບັນດາຜູ້ອ່ານທຸກຊ່ວຍກັນລຸ້ນຕິດຕາມໄປນຳກັນວ່າ ຊູເຝີ່ຍຈະອອກເດີນທາງແນວໃດ?!

    ຈະມີເຫດການທີ່ບໍ່ຄາດຄິດເກີດຂຶ້ນບໍ່?!

     

    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×