ปรมาจารย์ซูเฟย - นิยาย ปรมาจารย์ซูเฟย : Dek-D.com - Writer
×

    ปรมาจารย์ซูเฟย

    ผู้เข้าชมรวม

    184

    ผู้เข้าชมเดือนนี้

    19

    ผู้เข้าชมรวม


    184

    ความคิดเห็น


    0

    คนติดตาม


    0
    หมวด :  รักอื่น ๆ
    จำนวนตอน :  1 ตอน
    อัปเดตล่าสุด :  22 ก.ย. 64 / 16:07 น.

    อีบุ๊กจากนิยาย ดูรายการอีบุ๊กทั้งหมด

    loading
    กำลังโหลด...
    ตั้งค่าการอ่าน

    ค่าเริ่มต้น

    • เลื่อนอัตโนมัติ

    แนะนำตัวละคร / ทักทายผู้อ่าน / เขียนตามใจชอบ พิมพ์ตรงนี้ได้เลย..

      ສະບາຍດີບັນດາຜູ້ອ່ານທຸກໆຄົນ ຂ້ອຍຊື່ວ່າ ຄົນໃຈດີ ນີ້ເປັນເລື່ອງທຳອິດທີ່ຂ້ອຍລອງແຕ່ງ, ແຕ່ກາບໍ່ຮູ້ວ່າຈະຖືກໃຈບໍ່ ຫຼື ມີເນື້ອໃນທີ່ແຕກຕ່າງຈາກແນວນະວະນິຍາຍຕ່າງໆ. ຖ້າມີຄຳສັບໃດທີ່ບໍ່ເໝາະສົມ, ບໍ່ເຂົ້າໃຈ, ບໍ່ຮູ້ຈັກ. ສາມາດຂຽນຄວາມຄິດເຫັນທາງດ້ານລຸ່ມໄດ້ເດີ.
      ຊູເຝີ່ຍເຊີ່ງເປັນໜື່ໃນລຸກສິດສຳນັກປີ່ງຊວນໄດ້ຮັບພາລະກິດເຝິກຫັດເພື່ອພັດທະນາຝີມືໃຫ້ສູງຂຶ້ນ, ແຕ່ບັງເອີນໄປປະທະກັບລຸກສິດສຳນັກໂລຫິດ. ຊູເຝີ່ຍໄດ້ຮັບບາດເຈັບໜັກ ແລະ ລົບໜີອອກມາ ແລ້ວຊູເຝີ່ຍພົບວ່າ ບາດແຜຈາກການຕໍ່ສູ້ນັ້ນມີຄາຖາຄຳສາບຂັ້ນສູງຕິດຢູ່ນຳ ແລະ ຕໍ່ມາກໍເກີດການປ່ຽນແປງຂຶ້ນ. ຊູເຝີ່ຍຈະເຮັດແນວໃດຕໍ່ການປ່ຽນແປງນັ້ນ?!


    ຊູເຝີ່ຍ

      ເປັນຜູ້ຊາຍ ໜື່ງໃນລຸກສິດສຳນັກປີ່ງຊວນທີ່ມີພອນສະຫວັນໃນການເດີນເສັ້ນລົມປານຕັ້ງແຕ່ເດັກ.
      ລາວເປັນຄົນທີ່ບໍ່ສະແດງຄວາມຮູ້ສຶກໃຫ້ຄົນອື່ນເຫັນປານໃດ ຕ້ອງເປັນຄົນທີ່ສະໜິດສະໜົມເທົ່ານັ້ນຈື່ງຈະເຫັນທາດແທ້.
      ລາວເປັນຄົນທີ່ໜ້າຕາດີ, ຜິວເຫຼືອງ, ມີຮ່າງກາຍທີ່ແຂງແຮງຈາກການເຝີກສຳເລັດວິຊາເສັ້ນລົມປານຂັ້ນສູງ ແລະ ຍັງມີວິຊາອື່ນໆເຊັ່ນ; ວິຊາສະກັດຈຸດເສັ້ນລົມປານຂັ້ນຕ່ຳ, ວິຊາເດີນເສັ້ນລົມປານຂັ້ນສູງ, ວິຊາຄວບຄຸມເສັ້ນລົມປານຂັ້ນກາງ, ວິຊາວາຍຸຂັ້ນກາງ, ວິຊາວາຣີຂັ້ນສູງ, ວິຊາສີລະປະການຕໍ່ສູ້ຂັ້ນກາງ, ຜູ້ຊຽວຊານການໃຊ້ກະບີຂັ້ນສູງ.
    -ລະດັບພະລັງປານຂັ້ນຊຽວຊານຂັ້ນຕ່ຳ.




    ປີສາດສາວ ຫຼື ລີ່ອິງ

      ເປັນຜູ້ຍິງທີ່ມີທ່າທີ ແລະ ອາລົມປ່ຽນແປງງ່າຍ. ບາງຄັ້ງກາດີ, ບາງເທື່ອການຮ້າຍ. ອາລົມທີ່ມີການປ່ຽນແປງຍ້ອນສາເຫດຈາກອະດີດຂອງລາວທີ່ບໍ່ສາມາດຈະລືມລົງຈາກການສູນເສຍທຸກສິ່ງຈາກສົງຄາມຂອງສອງຂົ້ວອຳນາດໃນຊ່ວງຍຸດຮຸງເຮືອງຂອງຈັກກະພັດວູຊິງ. ຫຼັງຈາກເຫດການນັ້ນລາວກໍໄດ້ເຂົ້າສຳນັກໂລຫິດເພື່ອທີ່ຈະລ້າງແຄ້ນ.
      ລາວເປັນຜູ້ຍິງທີ່ໜ້າຕາດີ, ຜິວຂາວຈົນບາງຄົນໃນສຳນັກຄິດວ່າເປັນປີສາດທີ່ລອບເຂົ້າມາໃນສຳນັກໂລຫິດ ແລະ ມີຮ່າງກາຍທີອ່ອນແອແຕ່ຖ້າໃຫ້ປຽບທຽບ ກາແຂງແກວ່ງກວ່າຄົນທົ່ວໄປ 5 ເທົ່າ ຫຼື 5 ຄົນລວມກັນ ( ຜູ້ຊາຍ 5 ຄົນ ).
      ສຳເລັດວິຊາເດີນເສັ້ນລົມປານຂັ້ນກາງ, ວິຊາພາບມາຍາຂັ້ນສູງ, ວິຊາສະຫຼາຍເສັ້ນລົມປານຂັ້ນກາງ, ວິຊາພິດຂັ້ນກາງ, ວິຊາຄວບຄຸມເສັ້ນລົມປານຂັ້ນສູງ, ວິຊາສີລະປະການຕໍ່ສູ້ຂັ້ນສູງ, ຜູ້ຊຽວຊານການໃຊ້ມີດສັ້ນຂັ້ນສູງ, ວິຊາສາດມືດຂັ້ນກາງ, ວິຊາຄາຖາສາບແຊ່ງຂັ້ນສູງ.

    -ລະດັຍພະລັງປານຂັ້ນເຝິກຫັດຂັ້ນສູງ.



    ເຈ່ຍຝູ

      ເປັນຜູ້ຊາຍທີ່ມີຄວາມມຸ່ງໝັ້ນ ແລະ ເປັນຄົນທີສະໜິດສະໜົມກັບຊູເຝີ່ຍ. ລາວເປັນໜື່ງໃນລຸກສິດສຳນັກປີ່ງຊວນ.
    ລາວເປັນຄົນທີ່ບໍ່ມີພອນສະຫວັນເລີຍ, ແຕ່ດ້ວຍຄວາມມຸ້ງໝັ້ນຂອງລາວໄດ້ພິສຸດໃຫ້ເຫັນວ່າ: ເຖີງຈະບໍ່ມີພອນສະຫວັນ, ແຕ່ຖ້າມີຄວາມມຸ້ງໝັ້ນກໍສາມາດແຂງແກວ່ງໄດ້.
      ລາວເປັນຄົນຜິວດຳ, ມີຮ່າງກາຍທີໃຫຍ່ກວ່າຄົນທົ່ວໄປ, ເປັນຄົນທີເຟນລີ້ຫຼາຍຕໍ່ຄົນອ້ອມຂ້າງ, ເປັນຄົນທີ່ຍິ້ມແຍ້ມໄດ້ຕະຫຼອດເວລາ.
      ສຳເລັດວິຊາເດີນເສັ້ນລົມປານຂັ້ນກາງ, ວິຊາຄວບຄຸມເສັ້ນລົມປານຂັ້ນກາງ, ວິຊາເສັ້ນລົມປານຂັ້ນກາງ, ຜູ້ຊຽວຊານການໃຊ້ດາບຂັ້ນກາງ, ວິຊາສີລະປະການຕໍ່ຂັ້ນກາງ, ວິຊາດາບປານຂັ້ນຕ່ຳ, ວິຊາອັກຄີຂັ້ນຕ່ຳ.

    -ລະດັບພະລັງປານຂັ້ນເຝິດຫັດຂັ້ນສູງ.


    ຊືກົ່ງ

      
      ເປັນຜູ້ຊາຍທີ່ມີຄວາມເຍັນຊາ, ມີປະສົບການສີລະປະຕໍ່ສູ້ສູງມາຢ່າງຍາວນານກວ່າ 50 ປີ ແລະ ເປັນຜູ້ອາວຸໂສໃນສຳນັກປີ່ງຊວນ. ໃນຊ່ວງ 30 ປີກ່ອນ ລາວໄດ້ຮັບໜ້າທີ່ໃນການປົກປ້ອງປ້ອມປາການເສສວນ ແລະ ປ້ອງກັນການຮຸກຮານຂອງປີສາດນັບໝື່ນຕົວ. ລາວໄດ້ຖືກຍົກຍ້ອງຈາກເຫຼົ່າຈອມຍຸດຫຼາຍຄົນວ່າ ເປັນຄົນທີ່ແຂງແກວ່ງມາກ ແລະ ຖືກຂະໜານນາມວ່າ ຕາຍຽວ.
      ລາວເປັນຄົນທີ່ສະຫຼຽວສະຫຼາດ ແລະ ມີວໍລະຍຸດທີແຂງແກວ່ງ. ລາວເປັນຄົນທີ່ມີເຄົາສີຂາວທີຍາວຈົນເຖີງເອີກ, ມີໜ້າຕາຄືໄວກາງຄົນ, ແຕ່ແທ້ຈີງລາວມີອາຍຸ 70 ປີແລ້ວ. ແມ້ວ່າຈະມີອາຍຸກາຍເຄິ່ງຄົນ, ແຕ່ສຳລັບຄົນທີ່ີເປັນຈອມຍຸດກໍ່ຍັງຄົງຄວາມແຂງແກວ່ງໄວ້ຢູ່.
      ສຳເລັດວິຊາເສັ້ນລົມປານຂັ້ນສູງສຸດ, ວິຊາເດີນເສັ້ນລົມປານຂັ້ນສູງສຸດ, ວິຊາຄວບຄຸມເສັ້ນລົມປານຂັ້ນສູງສຸດ, ວິຊາສີລະປະການຕໍ່ສູ້ຂັ້ນສູງສຸດ, ວິຊາວາຍຸຂັ້ນສູງສຸດ, ຜູ້ຊຽວຊານການໃຊ້ອາວຸດຂັ້ນສູງ ( ດາບ, ຫອກ, ມີດສັ້ນ ), ວິຊາດາບປານຂັ້ນສູງ, ວິຊາສະກັດຈຸດເສັນລົມປານຂັ້ນສູງ, ວິຊາກາຍາເຫຼັກຂັ້ນກາງ ແລະ ຍັງມີອີກຫຼາຍວິຊາ.
    -ລະັດບພະລັງປານຂັ້ນປາຣາມາຈານຂັ້ນກາງ.




    ຈີ່ກັງ

      ລາວເປັນຊາຍຊະຣາທີ່ມີອຳນາດ ແລະ ມີສາຍສຳພັນອັນດີຕໍ່ຊົນຊັ້ນສູງຫຼາຍຕະກຸນ. ທັງຍັງເປັນເຈົ້າເມືອງຊານຊີງທີ່ມີຊາຍແດນຕິດກັບ(ທິດຕາເວັນອອກສຽງເໜືອຍາວລົງທິດຕາເວັນອອກ)ເຂດແດນປີສາດ, ທິດຕາເວັນອອກສຽງໃຕ້ຕິດກັບເມືອງເສສວນ, ທິດຕາເວັນຕົກຕິດກັບເມືອງເຮີໜານ, ທິດຕາເວັນຕົກສຽງໃຕ້ ແລະ ທິດຕາເວັນຕົກສຽງເໜືອຕິດກັບເມືອງຊາງອັ້ນ.
      ກ່ອນທີລາວຈະມາເປັນເຈົ້າເມືອງຊານຊີງ ລາວເປັນອະດີດຮອງເຈົ້າສຳນັກທ່ອງນັບພາ ທີເປັນໜື່ງໃນສີ່ສຳນັກທີແຂງແກວ່ງທີ່ສຸດໃນແຄວ້ນໂມ້ຣີ ສ່ວນສາເຫດທີລາວອອກມາເປັນເຈົ້າເມືອງກໍ່ຕິດຕາມໃນເລື່ອງເອົາ.
      ລາວເປັນຄົນທີ່ສຸຂຸມ, ບໍ່ແບງແຍກຊົ້ນຊັ້ນ, ມັກຫຼົງອຳນາດເມື່ອໄດ້ຮັບໄຊຊະນະ.
      ລາວໄດ້ສຶກສາສີລະປະການຕໍ່ສູ້, ພະລັງປານ, ການຄ້າຂາຍ, ທີ່ມາຂອງປີສາດ ແລະ ປະຫວັດກ່ຽວກັບສອງຂົ້ວອຳນາດທີ່ເປັນສາເຫດຂອງສົງຄາມ.
    -ລະດັບພະລັງປານຂັ້ນຈັກກະພັດຂັ້ນຕ່ຳ.


      *ເລື່ອງນີ້ຈະມີຢູ່ພຽງ 4 ເມືອງບວກ 1 ເຂດແດນ. ມີເທົ່ານີ້ກ່ອນດຽວຈະເພີ່ມຕາມຫຼັງ.
      1.ເມືອງຊານຊີງ; ເມືອງນີ້ຈະຢູ່ໃຈກາງເຊິ່ງເປັນເມືອງຫຼັກຂອງເລື່ອງ
      2.ເມືອງເສສວນ; ເມືອງຈະມີຊາຍແດນທີຕິດກັບພູເຂົາປີສາດໃນເຂດແດນປີສາດ ແລະ ມີບັນດາເຫຼົ່າຈອມຫຼາຍໜ້າຫຼາຍຕາອອກລ່າປີສາດຢູ່ເມືອງນີ້
      3.ເມືອງເຮີໜານ; ເປັນເມືອງທີ່ມີການຂົນສົ່ງ-ຄ້າຂາຍຫຼາຍເພາະມີປະຊາກອນທີ່ໝາແໜ້ນ, ມີການຈັດສອບເຝີກສັດເຫຼົ່າລຸກສິດນັກຕ່າງໆທີ່ນີ້ຫຼາຍທັງນ້ອຍຫາໃຫຍ່ ແລະ ເປັນເຂດທີໄກຈາກເຂດແດນປີສາດ.
      4.ເມືອງຊາງອັ້ນ; ເປັນເມືອງທີ່ມີລັກສະນະໂຄ້ງງໍລົງຈາກທິດຕາເວັນອອກສຽງເໝືອຫາທິດຕາເວັນອອກສຽງໃຕ້, ສ່ວນທາງທິດຕາເວັນອອກຕິດກັບເມືອງເຮີໜານ. ມີເນ໊ອທີຫຼາຍທີສຸດ, ມີຊັບພະຍາກອນຫຼາຍເຊັ່ນ: ປ່າໄມ້ທີ່ມີພືດພັນການຢາ, ປ່າໄມ້, ເໝືອງແຮ່ (ທອງ, ເຫຼັກ, ທອງແດງ,...), ພູຜາສູງ 2000-1500 ແມັດ ແລະ ອື່ນໆ. ເມືອງນີ້ມີລັກສະນະແບບນີ້ " C ". ຖ້າບໍ່ເຂົ້າໃຈ.


      *ລຳດັບພະລັງປານ; ແຕ່ລະ ລະດັບມີ 3 ລະດັບ; ຂັ້ນຕ່ຳ, ຂັ້ນກາງ, ຂັ້ນສູງ.
    1.ພະລັງປານຂັ້ນເລີ່ມຕົ້ນ.
    -ຄົນທົ່ວໄປໃຊ້ເວລາ 4 ເດືອນເຖີງຂັ້ນນີ້.
    -ຄົນມີພອນສະຫວັນສະເພາະໃຊ້ເວລາປະມານ 1 ເດືອນ.
    -ໂດຍສະເລ່ຍໃຊ້ເວລາ 1-4 ເດືອນ.

    2.ພະລັງປານຂັ້ນເຝິກຫັດ.
    -ຄົນທົ່ວໄປໃຊ້ເວລາ 7 ເດືອນເຖີງຂັ້ນນີ້.
    -ຄົນມີພອນສະຫວັນສະເພາະໃຊ້ເວລາປະມານ 3 ເດືອນ.
    -ຖ້າຮຽນຕາມຂັ້ນຕອນການສອນປະມານ 1 ເດືອນ.

    3.ພະລັງປານຂັ້ນຊຽວຊານ.
    -ຄົນທົ່ວໄປໃຊ້ເວລາ 1 ປີເຖີງຂັ້ນນີ້.
    -ຄົນມີພອນສະຫວັນສະເພາະໃຊ້ເວລາປມານ 6 ເດືອນ.
    -ຮຽນຕາມຂັ້ນຕອນການສອນປະມານ 3 ເດືອນ.

    4.ພະລັງປານາຂັ້ນປະຣາມາຈານ.
    -ຄົນທົ່ວໄປໃຊ້ເວລາ 3 ປີເຖີງຂັ້ນນີ້.
    -ຄົນມີພອນສະຫວັນສະເພາະໃຊ້ເວລາປະມານ 2 ປີເຖີງຂັ້ນນີ້.
    -ບໍ່ມີການຂັ້ນການຮຽນ ຂຶ້ນກັບຜູ້ໃຊ້ເອງ.

    5.ພະລັງປານຂັ້ນຈັກກະພັດ.
    -ຄົນທົ່ວໄປໃຊ້ເວລາປະມານ 10 ປີເຖີງຂັ້ນນີ້.
    -ຄົນທີ່ມີພອນສະຫວັນສະເພາະໃຊ້ເວລາປະມານ 8 ປີເຖີງຂັ້ນນີ້.

    6.ພະລັງປານຂັ້ນເທບ.
    -ຍັງບໍ່ມີການປາກົດຂຶ້ນໃນເນື້ອເລື່ອງຈື່ງຖືວ່າ ຍັງບໍ່ມີຂໍ້ມູນ.

      *ລຳດັບພະລັງປີສາດ; ແຕ່ລະ ລະດັບມີ 4 ລະດັບ; ຂັ້ນຕ່ຳ, ຂັ້ນກາງ, ຂັ້ນສູງ ແລະ ຂັ້ນວິວັດທະນາການ.


    1.ປິສາດຕາມທຳມະຊາດ;
      ໝາຍເຖີງປີສາດທິ່ມີການເກີດຕາມພະລັງງານຊົ່ວຮ້າຍທີ່ຢູ່ໃນທຳມະຊາດ.

    2.ປີສາດກາຍພັນ;
      ໝາຍເຖີງປິສາດທີ່ມີການກາຍພັນເມື່ອປີສາດມາເຖີງຂີດຄວາມສາມາດສູງສຸດແລ້ວກໍ່ຈະມີການຂັ້ນກາຍພັນເລີ່ມຂຶ້ນເພື່ອແຂງແກວ່ງຂຶ້ນ. ການກາຍພັນເກີດຂຶ້ນທຸກລະດັບຂອງປີສາດໂດຍມີເງື່ອນໄຂຕ່າງໆເຊັ່ນ:
    -ສັງຫານປີສາດທີເໜຶອກວ່າ 1 ຄັ້ງ
    -ສັງຫານມະນຸດເກີນ 1000 ຄົນ ( ສຳລັບປີສາດທີກາຍພັນມາແລ້ວກວ່າ 1 ຄັ້ງ )
    -ວິວັດທະນາການເມື່ອໃກ້ຕາຍ ( ບາງເຜົ່າພັນ )
    -ກືນກິນວິນຍານ ( ມີໂອກາດໜ້ອຍທີ່ຈະມີລັກສະນະແບບນີ້ ເພາະມີຄວາມອັນຕະລາຍສູງ ).

    3.ປີສາດເລ່ລ້ອນ;
    -ມີສະຕິປັນຍາທຽບເທົ່າມະນຸດ
    -ມີຄວາມແຂງແກວ່ງທຽບເທົ່າຂັ້ນປາຣາມາຈານ ຫຼື ສູງກວ່າ ຫຼື ຕ່ຳກວ່າ.

    4.ປີສາດຂຸນພົນ;
    -ໝາຍເຖີງປີສາດທີ່ໄດ້ພັດທະນາມາເຖີງຂັ້ນນີ້
    -ມີສະຕິປັນຍາທຽບເທົ່າມະນຸດ
    -ມີຄວາມແຂງແກວ່ງທຽບເທົ່າປາຣາມາຈານ ຫຼື ສູງກວ່າ.

    5.ຣາຊາປີສາດ
    -ມີສະຕິປັນຍາທຽບເທົ່າມະນຸດ.
    -ມີຄວາມແຂງແກວ່ງທຽບເທົ່າຈັກກະພັດ ຫຼື ຕ່ຳກວ່າ.

    6.ເທບປີສາດ
    -ມີສະຕິປັນຍາທຽບເທົ່າມະນຸດ ຫຼື ສູງກວ່າ.
    -ມີຄວາມແຂງແກວ່ງທຽບເທົ່າຈັກກະພັດ ຫຼື ສູງກວ່າ.


      *ສຳລັບການໃຊ້ຈ່າຍຕ່າງໆຈະໃຊ້ເປັນຫຼຽນຊື່ວ່າ ໂກ ຫຼື Gold.

      *ລຳດັບວິຊາມີ 4 ລະດັບ; ຂັ້ນຕ່ຳ, ຂັ້ນກາງ, ຂັ້ນສູງ ແລະ ຂັ້ນສູງສຸດ.

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น