แฟนใหม่ - แฟนใหม่ นิยาย แฟนใหม่ : Dek-D.com - Writer

    แฟนใหม่

    สายสัมพันธ์ที่แน่นแฟ้นซึ่งเกิดจากความห่วงใยต่อกันและกลายเป็นความผิดพลาดครั้งใหญ่แต่ก็แก้ไขได้ง่ายได๋

    ผู้เข้าชมรวม

    72

    ผู้เข้าชมเดือนนี้

    0

    ผู้เข้าชมรวม


    72

    ความคิดเห็น


    0

    คนติดตาม


    0
    เรื่องสั้น
    อัปเดตล่าสุด :  21 ก.ย. 64 / 21:28 น.


    ข้อมูลเบื้องต้นของเรื่องนี้
      ມີນາ ເປັນຟນສາວຂອງ ທ້າວ ໄກ່.
      ທ້າວ ໄກ່ ເປັນຊາຍຂອງ ນາງ ມີນາ.
    ທັງສອງມີຄວາມຮັກຕໍ່ກັນ ແລະ ກັນ. ຕໍ່ມາກໍ່ມີການປ່ຽນແປງເກີດຂຶ້ນ.
    ตั้งค่าการอ่าน

    ค่าเริ่มต้น

    • เลื่อนอัตโนมัติ

      ນັບທີເຮືອນຫຼັງໜື່ງ

       

      ຊາຍໜຸ່ມກຳລັງຍ່າງເຂົ້າຫາຜູ້ຍິງດ້ວຍຄວາມກົດດັນຈາກສິ່ງທີຈະເວົ້າຕໍ່ຈາກນີ້.

       

      “ ມີນາ ຂ້ອຍມີບາງຢ່າງ ທີ່ຢາກຈະບອກເຈົ້າ ”.

      ຊາຍໜຸ່ມໄດ້ເວົ້າອອກໄປດ້ວຍໜັກແໜ້ນຕໍ່ອີກຝ່າຍ ແລະ ມີສີໜ້າທີຈິງຈັງ.

       

      “ ແລັວມັນແມ່ນຫຍັງສິ່ງທີເຈົ້າຈະບອກ ”.

      ມີນາ ເຊີງເປັນແຟນຂອງຝ່າຍ ຊາຍໜຸ່ມທີເວົ້າອອກມາ ແມ່ນຊື່ວ່າ ໄກ່. ມີນາມີ ຄວາມສົງໃສເລັກໜ້ອຍຕໍ່ສີໜ້າ ໄກ່ ສະແດງອອກ ແລະ ສຽງທີເປັງອອກມາມີການສັ່ນເລັກໜ້ອຍ.

       

      “ ຂ້ອຍມີແຟນໃໝ່ ທີ່ກຳລັງຈະມາອີກ ສອງຊົ່ວໂມງນີ້ ”.

      ໄກ່ໄດ້ເວົ້າອອກໄປດ້ວຍນ້ຳສຽງທີ່ສັ່ນເຄືອນ ແລະ ຮູ້ສຶກເສຍ ຄະນະທີ່ມີນ້ຳຕາໄຫຼ່ອອກມາ.

       

      “….”

      ມີນາສູ້ສຶກສັບສົນຕໍ່ຄຳເວົ້າຂອງ ໄກ່. ມີນາ ນັ້ນຮັກທ້າວ ໄກ່ ຫຼາຍ ການທີ ທ້າວ ໄກ່ ມາເວົ້າແແບບນີ້ ເຮັດໃຫ້ມີນາ  ເສຍໃຈທີຮັກກັບຄົນທີ່ຫຼາຍໃຈ. ຄຳເວົ້ານັ້ນຂອງ ໄກ່ ຍັງດັງກ້ອງໃນຫົວຂອງມີນາ ຢ່າງຍາວນານ.

       

      ເປາະແປະ ເປາະແປະ

      ຄະນະນັ້ນທ້ອງຟ້າທີ່ສົດໃສ ກໍ່ເລີ່ມມືດຄື້ມປານກາງຄືນ. ສາຍຝົນຫຼົ່ນລົງມາຕໍ່ເນື່ອງ ຄະນະທີນ້ຳຕາ ມີນາໄຫຼອອກມາເຫໝືອນສາຍຝົນຫຼົ່ນລົງມາ.

       

      “ ບໍ່ແມ່ນຈັ່ງຊັ້ນ, ມີນາ ມັນບໍ່ແມ່ນແບບທີ່ເຈົ້າຄິດ”.

      ໄກ່ພະຍາຍາມແກ້ໄຂຄວາມໝາຍສິ່ງທີລາວເວົ້າ ເພື່ອບໍ່ໃຫ້ມີນາເສຍໃຈ ແລ້ວອາລະວາດ.

      -ຄຳວ່າ ‘ ບໍ່ແມ່ນຈັ່ງຊັ້ນ ’ ເປັນສຳນຽງໃນບາງບັນດາຊົ່ນເຜົ່າໃນ ປະເທດລາວ.

       

      “ ແລ້ວມັນແມ່ນແບບໃດລະ ຮື ຮື ທີເຈົ້າເວົ້າ. ຖ້າມັນບໍ່ແມ່ນແບບນັ້ນ!? ຮື ຮື”.

      ມີນາເວົ້າອອກມາພ້ອມທັງຮ້ອງໃຫ້ໄປນຳ ແລະ ໃຈຮ້າຍໃສ ທ້າວ ໄກ່.

       

      ຕູມ ຕ໋າມ ກ໊ອບແກັກ

      ຝ່າຍຍິງຮ້ອງໃຫ້ ແລ້ວເລີ່ມອາລະວາດທຳລາຍສິ່ງຂອງ ສ່ວນຝ່າຍຊາຍພະຍາຍາມຈະຢຸດຝ່າຍຍິງໃຫ້ເຊົາ ແລະ ອະບາຍເຫດຜົນໃຫ້ຟັງ, ແຕ່ຝ່າຍຍິງບໍ່ໄດ້ສົນໃຈ ແລ້ວອາລະວາດທຳລາຍສິ່ງຂອງຈົນເກືອບໝົດຫ້ອງໜື່ງ. ໃນຄະນະນັ້ນສຽງກະດິງກໍ່ດັງມາຈາກທາງປະຕູໜ້າບ້ານ.

       

      ຕີ້ງ ຕ໋ອງ ຕີ້ງ ຕ໋ອງ

      ຕຸບ…ຕຸບ..ຕຸບ!

      ເມື່ອຝ່າຍຍິງໄດ້ຍິນສຽງກະດິງທີດັງຈາກປະຕູໜ້າບ້ານກໍໄດ້ແລ່ນໄປເພື່ອ ໄປທຳຮ້າຍຜູ້ຍິງທີເປັນແຟນໃໝ່.

       

      “ ຢຸດກ່ອນມີນາ!  ຟັງຂ້ອຍເວົ້າກ່ອນ ຢ່າໄປທຳຮ້າຍລາວ”.

      ທ້າວໄກ່ໄດ້ເອົາຮ່າງກາຍກອດເອົາມີນາໄວ້ເພື່ອບໍ່ໃຫ້ເປີດປະຕູໄປທຳຮ້າຍ.

       

      “ ຮາໂລ ມີໃຜຢູ່ບໍ່? ”.

      ມີສຽງຂອງຜູ້ຍິງທີດັງອອກມາຈາກທາງປະຕູໜ້າບ້ານ ເປັນສຽງທີ່ອ່ອນຫວານ ແລະ ໃສ ໃຫ້ຄວາມຮູ້ສຶກທີຜ່ອນຄາຍ. ເມື່ອມີນາຜູ້ເປັນແຟນໄດ້ຍິນແນວນັ້ນກໍພະຍາຍາມສະລັກອອກຈາກຝ່າຍຊາຍທີກອດໂຕເອົາໄວ້ເພື່ອເປີດປະຕູ. ມີນາທີກຳລັງພະຍາຍາມຈະອອກມານັ້ນ.

       

      “ ຂໍອະນຸຍາດລົບກວນ ສະບາຍດີ ຂ້າພະເຈົ້າເປັນພະນັກງານສົ່ງຂອງ ທາງເຮົາໄດ້ເອົາແຟນມາສົ່ງໃຫ້ແກ່ລູກຄ້າ ທີຕ້ອງການ ທີ່ຊື່ວ່າ ທ້າວໄກ່”.

      ພະນັກງານໄດ້ເວົ້າເຖີງສິນຄ້າທີລູກໄດ້ສັ່ງຊື້ ແລະ ສົ່ງຂອງໃຫ້ແກ່ລູກຄ້າ.

       

      “…………”

      ມີນາສັບສົນຕໍ່ສິ່ງທີເກີດຂຶ້ນ ລາວຊຸດລົງພື້ນຈາກການອາລະວາດເຮັດໃຫ້ຮູ້ສຶກເມື່ອຍໄປທົ່ວຕົນໂຕ. ມີນາຍັງຄົງສັບສົນ ແລ້ວໄປນັ່ງຕັ່ງທີຫ່າງຈາກປະຕູບໍ່ຫຼາຍເພື່ອໃຫ້ຜ່ອນຄາຍລົງ.

       

      “ ເຮີ໋ ໂອ່ຍເມືອຍກັບບາດ ”.

      “ ເອົາເຄື່ອງມາວາງໄວ້ເລີຍ ດຽວຈະຈ່າຍຄ່າສິນຄ້າໃຫ້ ”.

      ທ້າວໄກ່ ຖອດຫາຍໃຈຕໍ່ສິ່ງທີເກີດຂຶ້ນ ແລະ ໄປສົນທະນາກັບພະນັກງານສົ່ງຂອງ ແລ້ວຈ່າຍຄ່າສິນຄ້ານັ້ນ ມັນເປັນພັດລົມລຸ້ນໃໝ່ທີຊື່ວ່າ: “ ແຟນໃໝ່ ”.

       

       

       

       

      นิยายที่ผู้อ่านนิยมอ่านต่อ ดูทั้งหมด

      loading
      กำลังโหลด...

      คำนิยม Top

      ยังไม่มีคำนิยมของเรื่องนี้

      คำนิยมล่าสุด

      ยังไม่มีคำนิยมของเรื่องนี้

      ความคิดเห็น

      ×