ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    ພົມລິຂິດ

    ลำดับตอนที่ #9 : ຖ້າຕ້ອງເຈັບກໍ່ຍອມ

    • อัปเดตล่าสุด 29 ต.ค. 58


         ຂ້ອຍ​ນັ່ງ​ເບີ່​ງ​ແຫວນ​ໃນ​ນິ້ວມື້​ແລ້ວ​ຖອນ​ຫາຍ​ໃຈ​ອອກ​ມາ ​ເພາະ​ຊ່ວງ​ນີ້ບໍ່ຮູ້​ວ່າ ​ເດ​ຟ​ເປັນ​ຫຍັງ​ກັນ​ແທ້ , ລາວ​ບອກ​ວ່າ​ບໍ່ຄ່ອຍ​ມີ​ເວລາ​ເພາະ​ຕ້ອງ​ອອກ​ໄປ​ເຮັດ​ບົດ​ລາຍ​ງານ​ກັບໝູ່ . ມື້ນີ້ຂ້ອຍ​ຕ້ອງ​ໄປ​ເບີ່​ງຜົນ​ສອບ​ເສັງ​ຢູ່​ທີ່​ບໍ່​ແຮ່​ກ່ອນ ​ແລ້ວ​ຈື່ງ​ໄປ​ຮຽນຕໍ່ທີ່​ຄະນະ​ວິສະວະກຳ ຂ້ອຍຢ່າງ​ອອກ​ມາ​ຈາກ​ຄອກ​ລົດ ​ແລ້ວ​ມຸ້ງໜ້າ​ໄປ​ທີ່​ອາຄານ​ຮຽນ ​ແຕ່​ວ່າ​ຂ້ອຍ​ພັດ​ໄດ້​ແນມ​ອອກ​ໄປ​ນອກ​ວິທະຍາ​ໄລ ​ເຫັນ​ຜູ້ຍິງ​ກັບ​ຜູ້​ຊາຍ​ຄູ່ໜື່ງກຳລັງ​ເລືອກ​ຊື້​​ເຂົ້າໜົມປ້າ​ພິມ​ຢູ່, ຂ້ອຍ​ຢຸດ​ຍ່າງ ​ແລ້ວ​ຢືນ​ເບີ່​ງສອງ​ຄົນ​ນັ້ນ ຜູ້​ຍິງ​ຄົນໜື່ງຂ້ອຍ​ບໍ່ຮູ້ຈັກ​ແຕ່​ຜູ້​ຊາຍ​ອີກ​ຄົນ​ຂ້ອຍ​ຮູ້​ດີ , ລາວ​ແມ່ນ​ແຟນຂອງ​ຂ້ອຍ​ເອງ. ຂ້ອຍ​ຕັດສິນ​​ໃຈ​ຍ່າງ​​ໄປ​ຫາ​ແລ້ວ ​ແຕ່​ໄລຍະ​ຫ່າງ​ຂອງ​ເຮົາ​ມັນ​ໄກ​ກັນ​ເຫຼືອ​ເກີນ ​ເດ​ຟຂ້າມ​ທາງ​ໄປ​ຢູ່​ເບື້ອງ​ນັ້ນ​ແລ້ວ​ແຕ່​ຂ້ອຍ​ຫາກໍ່ຮອດ​ປະຕູ​ໂຮງຮຽນ ​ແລະ ຕອນ​ນີ້ ​ເດ​ຟກຳລັງ​ຈະ​ຂື້ນລົດ​ເກັງ​ສີຂາວ​ໄປ​ກັບ​ຜູ້ຍິງ​ຄົນ​ນັ້ນ

    “ ​ເດ​ຟ “

                ຂ້ອຍ​ຮ້ອງ​ຊື່​ເດ​ຟ​ເຮັດ​ໃຫ້​ເດ​ຟຫັນ​ມາ​ຫາ​ຂ້ອຍ, ​ເດ​ຟຍີ້ມ​ໃສ່​ຂ້ອຍ​ຄື​ທຸກ​ຄັ້ງ

    'ປຶ໋ກ'

         ທັນ​ໃດ​ກໍ່ມີ​ຜູ້​ຊາຍ 2-3 ຄົນ​ກຳລັງ​ພາກັນ​ແບກ​ອີ່​ຫຍັງ​ຈັກ​ຢ່າງ​ມາ​ຕຳ​ຂ້ອຍ, ​ເຮັດ​ໃຫ້​ຂ້ອຍ​ເຊ​​ອອກ​ຈາກ​ຟຸດ​ບາດ​ໄປ​ຢືນ​ຢູ້ທາງ

    'ອີ໋ດດດດດດດດດດດດດດດດດດດ '    ສຽງລົດ​ຢຽບ​ເບ​ກ​ເຮັດ​ໃຫ້​ຂ້ອຍ​ຫັນ​ໄປ​ເບີ່​ງ

    “ ຝົນ​ນນນນນນນນນນນ “       ​ແລະ​ນັ້ນ​ແມ່ນ​ສຽງສຸດ​ທ້າຍ​ທີ່​ໄດ້​ຍິນ​ຈາກ​ເດ​ຟກ່ອນ​ທີ່​ຂ້ອຍ​ຈະໝົດສະຕິ​ໄປ

                ຂ້ອຍ​ຮູ້​ເມື່ອ​ອີກ​ເທື່ອໜື່ງຂ້ອຍ​ກໍ່ຢູ່​ທີ່​ໂຮງໝໍ​ແລ້ວ ຂ້ອຍ​ໄດ້​ຍິນ​ແຕ່​ສຽງສົນທະນາ​ກັນ​ຂອງ​ສອງ​ບຸກຄົນ​ທີ່​ຂ້ອຍ​ຄຸ້ນ​ຫູ​ນັ້ນ​ຄື​ສຽງຂອງ​ພໍ່ ​ແລະ ສຽງຂອງ​ເດ​ຟທີ່​ດັງ​ມາບໍ່​ໃກ້​ບໍ່​ໄກ​ຈາກ​ຂ້ອຍ, ຂ້ອຍ​ຍັງ​ຈັບ​ໃຈຄວາມ​ຫຍັງ​ບໍ່​ໄດ້, ຂ້ອຍ​ຄ່ອຍໆມືນຕາຂື້ນ ​ແລະ ພະຍາຍາມ​ປັບ​ສາຍຕາ​ໃຫ້​ເຂົ້າ​ກັບ​ແສງ​ໄຟ .

    “ ພໍ່ລູກ​ຮູ້​ເມື່ອ​ຄິງ​ແລ້ວ“             ສຽງ​ແມ່​ທີ່​ນັ່ງ​ຢູ່​ຂ້າງໆຂ້ອຍ​ເວົ້າ

    “ ຝົນ​ລູກ, ​ເປັນ​ຈັ່ງ​ໃດ​ເຈັບ​ບ່ອນ​ໃດ​ບອກ​ພໍ່ດຸ “    ພໍ່ລູບ​ມາ​ຈັບ​ແຂນ​ຂ້ອຍ​ໄວ້ ຂ້ອຍ​ບໍ່​ໄດ້​ຕອບ​ຫຍັງ​ພຽງ​ແຕ່​ຊ່າ​ຍໜ້າ ຂ້ອຍຫຼຽວ​ໄປ​ເບີ່​ງໜ້າ​ເດ​ຟທີ່​ຢືນ​ຢູ່​ທາງຫຼັງພໍ່ຂ້ອຍ, ຂ້ອຍ​ສັງ​ເກດ​ເຫັນ​ດວງ​ຕາ​ຂອງ​ລາວ​ເສົ້າ ​ແລະ ມີນ້ຳ​​ໃສໆຫຸ້ມ​ຢູ່

    “ ​ເດ​ຟ “                        ຂ້ອຍ​ເອີ່້ນຊື່​ລາວ

    “ດຽວ​ໄປ​ນຳ​ທ່ານໝໍ​ເດີ້“ ​ເວົ້າ​​ແລ້ວ​​ເດ​ຟກໍ່ຍ່າງ​ອອກ​ໄປ

    “​ເຈັບຫຼາຍບໍ່ລູກ“           ​ແມ່​ຂ້ອຍ​ເວົ້າ ​ແລ້ວ​ເອົາ​ມື​ມາ​ລູບ​ຫົວ​ຄ່ອຍໆ

    “ບໍ່​ເຈັບ....ບໍ່​​ເຈັບ​ປານ​ໃດ “

    ບໍ່ດົນ​ທ່ານໝໍກໍ່​ເຂົ້າ​ມາກ​ວດທຸກ​ຄົນ​ຈື່ງ​ຕ້ອງ​ໄດ້​ອອກ​ໄປ​ຖ້າ​ຢູ່​ນອກ

    “ນອນ​ເບີ່​ງອາການ​ຄືນໜື່ງ​ເດີ້ ຄັນ​ບໍ່​ເປັນ​ຫຍັງ​ແລ້ວ​ກໍ່ກັບ​ໄດ້ “    ທ່ານໝໍຫັນ​ມາບ​ອກກັບ​ຂ້ອຍ​ກ່ອນ​ທີ່​ຈະ​ຍ່າງ​ອອກ​ໄປ

    “ຝົນ​ເປັນຫຍັງຫຼາຍບໍ່ບອກ​ເຂົາ​ແມະ“    ​ແລະ​ກໍ່​ແມ່ນ​ບີ່​ທີ່​ແລ່ນ​ເຂົ້າ​ມາ​ຄົນ​ທຳ​ອິດ

    “ບໍ່​ເປັນ​ຫຍັງ​ແລ້ວ​ມື້ອື່ນ​ກໍ່ກັບ​ບ້ານ​ໄດ້“

    “ຝົນ​ຢູ່​ກັບໝູ່​ເດີ້​ລູກ​ດຽວພໍ່ກັບ​ແມ່​ຊິ​ເມືອ​ເອົາ​ເຄື່ອງ​ກ່ອນ, ພໍ່ກະຊິ​ໄປ​ເຄຍຄະ​ດີ​ນຳ​ເຂົາ​ເຈົ້າ​ກ່ອນ “            ພໍ່ຍ່າງ​ເຂົ້າ​ມາບ​ອກຂ້ອຍ​ກ່ອນ​ຈະ​ຍ່າງ​ອອກ​ໄປ​ກັບ​ແມ່

    “ຊັ່ນ​ເຂົາ​ຊິ​ໄປ​ຫາ​ແນວ​ມາ​ໃຫ້​ເພີ່ນ​ກິນ​ກ່ອນ ​ເດ​ຟ​ເຝົ້າ​ຝົນ​ເດີ້“      ບີ່​ຫັນ​ມາບ​ອກຂ້ອຍ ​ແລະ ຕໍ່ດ້ວຍ​ເດ​ຟ

    “ອື່ມ “   ​ເດ​ຟຕອບ​ບີ່​ແບບ​ງ່າຍໆ ກ່ອນ​ທີ່​ບີ່​ຈະ​ອອກ​ຈາກ​ຫ້ອງ​ໄປ​ເຫຼືອ​ແຕ່​ເຮົາ​ສອງ​ຄົນ

                ​ເດ​ຟຢືນ​ແນມ​ເບິ່ງໜ້າຂ້ອຍ​ດ້ວຍ​ສາຍຕາ​ທີ່​ວ່າງ​ເປົ່າ ຂ້ອຍ​ແນມ​ເບີ່​ງ​ແລ້ວ​ບໍ່​ເຂົ້າ​ໃຈ

    “ ​ເດ​ຟ “            ຂ້ອຍ​ເອີ້ນ​ຊື່​ລາວ ​ແລະ ຢູ່ດີໆລາວ​ກໍ່ຖະຫຼາ​ເຂົ້າ​ມາກ​ອດຂ້ອຍ​ໄວ້

    “ ​ເດະໆ ​ເດ​ຟ “  

    “ດຽວກ່ອນ​ເຂົາ​ຂໍ​ຢູ່​ແບບ​ນີ້​ກ່ອນ​ຈະ​ໄດ້​ບໍ່ “           ​ເດ​ຟຊື່​ມ​ໃສ່​ຂ້າງ​ຫູ​ຂ້ອຍ​ບໍ່ດົນ​ກໍ່​ໄດ້​ຍິນ​ສຽງສະ​ອຶ້ນ​ໃນ​ລຳ​ຄໍ​ຂອງ​ເດ​ຟ, ຕອນ​ນີ້​ເດ​ຟກຳລັງ​ໄຫ້​ຢູ່​ຊັ່ນ​ຫວາ

    “ ​ເຂົາຄິດ​ວ່າ ​ເຂົາ​ຕ້ອງ​ສູນ​ເພິ່ນ​ໄປ​ແລ້ວ​ຍີ້ມງາມ “

    “...“

    “ຮູ້​ບໍ່ວິນາທີ​ທີ່​ເຂົາ​ເຫັນ​ເພີ່ນ​ລົ້ມ​ລົງ​ໃຈ​ເຂົາ​ມັນ​ປວດ​ໄປໝົດ , ມັນ​ເຈັບ​ຈົນ​ຊາ​ຈົນ​ຄິດ​ວ່າ​ມັນ​ແມ່ນ​ຄວາມ​ຝົນ, ​ເຂົາຢາກ​ຈະ​ເຂົ້າ​ໄປ​ຂ້າ​ຄົນ​ທີ່​ຂັບ​ລົດ​ຫັນ​ສ໋ະ , ​​ໃນ​ຫົວ​ເຂົາ​ຄິດ​ຫຍັງ​ບໍ່ອອກ ຖ້​າ​ເພີ່ນ​ເປັນ​ຫຍັງ​ໄປ​ເຂົາ​ສິ​ເຮັດ​ຈັ່ງ​ໃດ ...“            ​ເດ​ຟລຸກ​ຂື້ນ​ມາ​ນັ່ງ​ຢູ່​ຕຽງ ​ແກ້ມ​ຂອງ​ລາວ​ຍັງ​ເຕັມ​ໄປ​ດ້ວຍ​ນ້ຳຕາ , ​ເດ​​ຟ​ໃຊ້​ມື​ຂ້າງໜື່ງລູບ​ມາ​ບໍລິ​ເວນ​ແກ້ວ​ແລະ​ປາກ​ຂອງ​ຂ້ອຍ ດວງ​ຕາຂ​ອງລາ​ວຈົດ​ຈໍ່​ຢູ່​ທີ່​ແກ້ມ​ຂ້ອຍ ​ແລ້ວ​ກໍ່ປ່ຽນມາ​ເປັນ​ດວງ​ຕາ

    “​ຂໍ​ໂທດ“            ​ເດ​ຟກ່າວ​ຄຳ​ນີ້​ແລ້ວ​ເຮັດ​ທ່າ​ຄື​ຊິ​​ໄຫ້​ອອກ​ມາ​ອີກ

    “ຂໍ​ໂທດ​ເຂົາ​ເຮັດ​ຫຍັງ, ​ເພີ່ນ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ“  ຂ້ອຍ​ຖາມ​ເດ​ຟ

    “ຂໍ​ໂທດ​ທີ່​ເຂົາ​ປົກ​ປ້ອງ​ເພີ່ນ​ບໍ່​ໄດ້, ຖ້າ​ເພີ່ນ​ເປັນ​ຫຍັງ​ໄປ​ເຂົາກໍ່ຈະ​ບໍ່​ເຫັນ​ຮອຍ​ຍີ້ມງາມໆອີກ “

    “ມັນ​ບໍ່​ແມ່ນ​ຄວາມ​ຜິດ​ເພີ່ນ​ດອກ “       ຂ້ອຍ​ຈັບ​ມື​ເດ​ຟທີ່​ຍັງ​ລູບ​ແກ້ມ​ຂ້ອຍ​ໄວ້​ຢູ່​ກ່ອນ​ຈະ​ເວົ້າ​ຕໍ່

    “ຜູ້ຍິງ​ທີ່ຢູ່​ກັບ​ເດ​ຟ ​ແມ່ນ​ໃຜ“

    ​ເດ​ຟຍີ້ມ​ໃຫ້​ຂ້ອຍ​ກ່ອນ​ຈະ​ຕອບ “ ລາວ​ເປັນ​ຄົນ​ໄທບ້ານ​ດຽວກັບ​ເຂົາ​ລາວ​ຫາກໍ່ມາ​ຢູ່​ວຽງ​ເລີຍ​ໃຫ້​ເຂົາ​ພາ​ໄປ​ເບີ່​ງບ່ອນ​ຊິ​ເຂົ້າຮຽນ “           ​ເດ​ໂນ​ມ​ເບິ່ງໜ້າຂ້ອຍ​ກ່ອນ​ຈະ​ຍີ້ມກວນໆ

    “ຫຶງ​ຫວາ“         ​ເດ​ຟຍື່ນໜ້າມາ​ໃກ້ໆຂ້ອຍ​ຮູ້​ວ່າ​ຕອນ​ນີ້​ຂ້ອຍ​ຄົງໜ້າ​ແດງ​ປານໝາກ​ເລັ່ນ​ສຸກ

    “ຕອນ​ນັ້ນ​ຫຶງ ​ແຕ່​ຕອນ​ນີ້​ເຂົາ​ເຊື່ອ​ໃຈ​ເພີ່ນ​ທີ່​ສຸດ​ເລີຍ“    ຂ້ອຍ​ເດ່​ມື​ໄປ​ເຊັດ​ຄາບ​ນ້ຳ​ຕາ​ທີ່​ຍັງ​ບໍ່​ແຫ້ງ​ຄັກ​ຢູ່​ແກ້ມ​ລາວ

    “ຂໍ​ໂທດ​ເດີ້ ທີ່​ເຮ​ດ​ໂຕ​ໂງ່ໆ ຫ່າງ​ເຫີ​ນ​ເພີ່ນ​ໄປ​ແບບ​ນັ້ນ​ຈົນ​ລືມ​ຄິດ​ວ່າ​ເພີ່ນ​ຈະ​ເປັນ​ແນວ​ໃດ “

    “ຮູ້​ໂຕ​ກະດີ ຖ້າ​ຮູ້​ແລ້ວ​ລະ​ຢ່າ​ເຮັດ​ອີກ​ຮູ້​ບໍ່​ເຂົາ​ເສຍ​ໃຈ​ໃດ, ສັນຍາວ​່າຊິ​ເປັນ​ຈັ່ງ​ໃດ​ເຮົາ​ກໍ່ຈະ​ບໍ່ຖີ້ມກັນ “        ຂ້ອຍ​ຍົກ​ນິ້ວກ້ອຍ​ຂື້ນມາ​ໃຫ້​ເດ​ຟສັນຍາ

    “ສັນຍາ​ວ່າ​ເຮົາ​ຈະ​ບໍ່ຈາກ​ກັນ​ໄປ​ໃສ​ເຮົາ​ຈະ​ຕ້ອງ​ຢູ່​ນຳ​ກັນ​ຕະຫຼອດ​ໄປ“        ​ເດ​ຟກໍ່ຍົກ​ນີ້ວກ້ອຍ​ມາ​ເກາະ

    “​ເຂົາ​ຮັກ​ເພີ່ນ​ໃດ​ຝົນ ຊິ​ເກີດ​ຫຍັງ​ຂື້ນ​ເຂົາກໍ່ຈະ​ບໍ່​ໄປ​ຈາກ​ເພີ່ນ , ຈື່​ຄຳ​ເຂົາ​ໄວ້“         ​ເດ​ຟ​ເວົ້າ​ກ່ອນ​ທີ່​ຈະ​ກົ້ມ​ລົງ​ມາ​ຫອມໜ້າຜາກ​ຂ້ອຍ​ຄ່ອຍໆ

                ຄວາມ​ເຈັບ​ທີ່​ຂ້ອຍ​ໄດ້​ຮັບ​ຮູ້ສຶກ​ວ່າ​ມັນ​ຫາຍ​ໄປໝົດ ພຽງຄວາມ​ຮັກ​ທີ່​ໄດ້​ຮັບ​ຈາກ​ເດ​ຟມັນ​ກໍ່ປ່ຽນ​ເປັນ​ຢາ​ທີ່​ສາມາດ​ປີ່​ນປົວ​ຄົນ​ໃຫ້ຫາ​ຍປ່ວຍ​ໄດ້ ​ແລະ ກົງກັນຂ້າມ​ມັນ​ກໍ່ອາດ​ຈະ​ເຮັດ​ໃຫ້​ຄົນ​ດີໆ​ເຈັບ​ປວດ ​ແລະ ລົ້ມ​ປ່ວຍ​ເກີນ​ຈະ​ຢຽວຢາ​ໄດ້

                2 ອາທິດ​ຕໍ່ມາ​ຂ້ອຍ​ກໍ່ກຳລັງ​ກະກຽ​ມທີ່​ຈະ​ຮັບ​ໃບ​ປະກາດ​ຊະນີ​ຍາ​ບັດ, ມື້ອື່ນ​ແລ້ວ​ຂ້ອຍ​ກໍ່ຈະ​ຮຽນຈົບ​ສາຂາ​ຂຸດ​ຄົ້ນ​ບໍ່​ແຮ່​ແບບ​ສົມບູນ, ຂ້ອຍ​ກັບ​ມາ​ມີ​ຄວາມສຸກ​ຄື​ເກົ່າ​ເພາະ​ຂ້ອຍ​ກັບ​ເດ​ຟ ​ເຮົາ​ກັບ​ມາ​ໂຕ​ຕິດ​ກັນ​ຄື​ເກົ່າ ​​ເຖິງ​ວ່າ​ ​ພໍ່ບໍ່ຄ່ອຍ​ມັກ​ເດ​ຟພໍ​ຊ່ຳ​ໃດ​ກໍ່ຕາມ ແລະພະຍາຍາມຫ້າມໃຫ້ຂ້ອຍຄົບກັບເດຟ ເຖິງຈະບໍ່ຮູ້ເຫດຜົນກໍ່ຕາມ ແຕ່ຂ້ອຍກໍ່ບໍ່ອາດຈະເຮັດຕາມທີ່ພໍ່ຂໍໄດ້

    “ມື້ອື່ນ​ແລ້ວ​ແມ່ນ​ບໍ່ນິທີ່​ຍີ້ມງາມ​ຈະ​ຮຽນຈົບ​ກ່ອນ​ເຂົາ​ອີກ “         ​ເດ​ຟທີ່​ຢືນ​ຖ້າ​ມາ​ຮັບ​ຂ້ອຍ​ທັກຂື້ນ​ເມື່ອ​ເຫັນ​ຂ້ອຍ​ຍ່າງ​ມາ​ຈາກ​ສະ​ໂມ​ສອນ​ວິທະຍາ​ໄລ ຫຼັງຈາກ​ທີ່​ມາ​ຊ້ອມ​ຮັບ​ໃບ​ປະກາດ​ເປັນ​ມື້ສຸດ​ທ້າ​ຍ

    “ ​ແມ່ນ ​ເພີ່ນ​ລ້ຽງ​ເຂົາ​ເລີຍ“

    “​ໄດ້​ຈັ່ງ​ໃດ​ເພີ່ນ​ຕົວະ​ເປັນ​ຄົນ​ລ້ຽງ ​ເພີ່ນ​ຕ້ອງ​ລ້າງ​ໃບ​ປະກາດ “

    “ຊັ່ນ​ເຂົາ​ຊິ​ລ້ຽງມື້ອື່ນ ສ່ວນ​ມື້ນິ​ເພີ່ນ​ຕ້ອງ​ລ້ຽງ​ເຂົາ​ກ່ອນ“

    “ກະ​ໄດ້​ໄປ໋, ຮັກ​ໃດ​ນິຈື່ງ​ຍອມ “   

                ຂ້ອຍ​ຂື້ນ​ໄປ​ຊ້ອນ​ລົດ​ເດ​ຟ ກ່ອນເດ​ຟຈະ​ຫັນ​ມາ​ຖາມ

    “ຊິ​ກິນ​ຫຍັງ​ດີ​ມື້ນິ “

    “ອື່ມ ....“           ຂ້ອຍ​ເຮັດ​ທ່າ​ໃຊ້​ຄວາມ​ຄິດ​ກ່ອນ​ຈະ​ຕອບ

    “ບຸບ​ເຟ້ “

    “ ​ໄດ້​ດຽວຈັດ​ໃຫ້ ກິນ​ໃຫ້​ຄຸ້ມ​ເດີ້​ລະ “

                ​ເວົ້າ​ແລ້ວ​ເດ​ຟກໍ່​ເລັ່ງລົດ​ອອກ​ໄປ​ທັນທີ ​ແລະ ​ໄປ​ຈອດ​ທີ່ໜ້າຮ້​ານບຸບ​ເຟ້ ທີ່​ເຮົາ​ນັ່ງ​ກິນ​ປະຈຳ, ຫຼັງຈາກ​ທີ່​​ເຮົາ​ນັ່ງ​ກິນ​ບໍ່ດົນ​ເດ​ຟກໍ່ຂໍ​ອອກ​ໄປ​ລົ​ມ​ໂທລະສັບ​ນອກ​ຮ້ານ​ເພາະ​ໃນ​ນີ້​ມັນ​ແຊວ

    “ ຍີ້ມງາມ, ດຽວຂໍ​ອອກ​ໄປລົມ​ໂທລະ​ສັບ​ກ່ອນ​ເດີ້​ແປ໋ບໜື່ງ“       ​ເດ​ຟ​ເວົ້າ​ແລ້ວ​ຊູ​ໂທລະສັບ​ຂື້ນ

    “ ​ໂອ​ເຄ ມາ​ໄວ​ເດີ້​ກິນໝົດກ່ອນ​ໃດ “       ຂ້ອຍ​ຕອບ​ກ່ອນ​ເດ​ຟຈະ​ຍ່າງ​ອອກ​ໄປ

                    ປະມານ 5 ນາທີໄດ້ເດຟກໍ່ກັບເຂົ້າມາສີໜ້າບໍ່ສູ້ດີເທົ່າໃດ

    “ເປັນຫຍັງບໍ່ “   ຂ້ອຍສ່ອງເບີ່ງໜ້າເດຟ

    “ບໍ່ມີຫຍັງດອກ ກິນຕໍ່“  ເດຟສົ່ງຍີ້ມໃຫ້ຂ້ອຍແຕ່ສາຍຕາເດຟປ່ຽນໄປ

    “ຝົນ“

    “ຫ໋ະ“    

    “ເຂົາວ່າ....ເຮົາ“             ເດຟອ້ຳອື້ງເຮັດໃຫ້ຂ້ອຍລຸ້ນຢູ່ວ່າເດຟຊິເວົ້າຫັຍງ ຂ້ອຍນຈື່ງເດ່ມືໄປຈັບເອົາມືເດຟໄວ້

    “ມີຫຍັງກະເວົ້າເທາະເຂົາຖ້າຟັງຢູ່ “

    “ເຂົາຮັກເພີ່ນລະເຂົາກໍ່ຈະບໍ່ປ່ຽນ­ໃຈອີກ“

    “ຊິບອກເຂົາຊ່ຳນິ“

    “ສັນຍາ ວ່າເພີ່ນຕ້ອງມີອານາຄົດທີ່ດີ“

    “ເດຟຄືວ່າແບບນັ້ນ“

    “ສັນຍາກ່ອນ ສັນຍາວ່າຈະເຮັດເພື່ອຕົວເອງ“     ນ້ຳສຽງເດຟຈິງຈັງ

    “ດະໄດ້...ສັນຍາ“

    “ເພີ່ນເປັນຄົນທີ່ເຂົາຮັກທີ່ສຸດເທົ່າທີ່ເຂົາມີແຟນມາ, ເພີ່ນມີຄວາມສຸກເຂົາກໍ່ມີ“

    “ເຂົາມີຄວາມສຸກຕາບໃດທີ່ຍັງມີເພີ່ນຢູ່“

    “ກັບເທາະ ດຽວມື້ອື່ນເພີ່ນຕ້ອງເຮັດງາມໆໃດ“   ເດຟລຸກຂື້ນກ່ອນຈະສົ່ງຍີ້ມມາໃຫ້ຂ້ອຍອີກຄັ້ງ ຂ້ອຍຮູ້ສຶກໃຈບໍ່ດີແບບບອກບໍ່ຖືກ ຄືກັບວ່າເດຟກຳລັງສັ່ງລາຂ້ອຍຢູ່

    “ໄປກັບມັນມາອີກລະແມ່ນບໍ່“

                ທັນທີທີ່ຂ້ອຍກ້າວຂາເຂົ້າມາໃນເຮືອນຜູ້ເປັນບິດາກໍ່ທັກຂື້ນດ້ວຍທ່າທີໃຈຮ້າຍ, ແຕ່ຂ້ອຍບໍ່ຢ້ານດອກ

    “ມັນທາງໃດຕື່ນມາເຮົາຍັງບໍ່ເຫັນປານນິ “

    “ດຽວນິກ້າຖຽງພໍ່ຫວາ“ ພໍ່ລຸກຂື້ນແລ້ວຍ່າງມາທາງຂ້ອຍ

    “ເຮົາບໍ່ເຂົ້າໃຈ ເປັນຫຍັງພໍ່ຕ້ອງຊັງເດຟ ລາວເຮັດຫຍັງໃຫ້ພໍ່ບໍ່ພໍໃຈພໍ່ຈື່ງບໍ່ບອກເຮົາ“

    “ລູກບໍ່ຈຳເປັນຕ້ອງຮູ້ ລູກຮູ້ພຽງແຕ່ວ່າມີໜ້າທີ່ຕັ້ງໃຈຮຽນໜັງສືກໍ່ພໍແລ້ວ , ຜູ້ຊາຍຄົນນັ້ນມັນບໍ່ໄດ້ມີຄວາມຈິງໃຈຫຍັງກັບລູກດອກ “

    “ລະພໍ່ຮູ້ໄດ້ຈັ່ງໃຈວ່າລາວເປັນຄົນແບບນັ້ນ ອີກບໍ່ຮອດເດືອນລູກກໍ່ຈະຮຽນຈົບພ້ອມກັນກັບລາວ ແລະ ລາວກໍ່ຈະພາຜູ້ໃຫ່ຍມາສູ່ຂໍ“

    “ຫຶ , ລູກຢ່າໄດ້ເອົາຫຍັງໄປຫວັງກັບຄົນແບບນັ້ນ ເຊື່ອຄຳເວົ້າຂອງພໍ່ແລ້ວລູກຈະບໍ່ເສຍໃຈ“

    “......“

    “ ແລະ ພໍ່ຂໍສັ່ງຫ້າມເດັດຂາດ, ຫ້າມໄປພົບມັນອີກ “

    “ພໍ່ຫ້າມເຮົາບໍ່ໄດ້“

    “ຊັ່ນພໍ່ຕ້ອງຫ້າມມັນແທນແມ່ນບໍ່ລະ “

    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×