ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    ຄວາມຮັກທີ່ຊ້ອນຢູ່

    ลำดับตอนที่ #9 : ບໍ່ຢາກເປັນໝູ່ອີກແລ້ວ

    • อัปเดตล่าสุด 1 ก.พ. 59


         ຂ້ອຍກັບມາຮອດບ້ານແລ້ວ ມື້ນິມັນໂຄດວຸ້ນວາຍ ຫຼັງຈາກທີ່ຂ້ອຍບອກວ່າຈະຄົບກັບຊາຍສິດກໍ່ລາກແຂນຂ້ອຍອອກມາຫາລົດ ຕະຫຼອດເວລາທີ່ຂັບລົດມາ ສິດບໍ່ເວົ້າຫຍັງກັບຂ້ອຍຈັກຄຳ ຂ້ອຍໂຄດອຶດອັດເລີຍ, ຮູ້ສຶກແປກໆບອກບໍ່ຖືກແທນທີ່ຊິດີໃຈ,  ຂ້ອຍມີແຟນແລ້ວແຖມຍັງລໍ່ອີກມັນບໍ່ດີບ່ອນໃດ

         “ ມົດ , ໄປເຮັດຫຍັງມາມື້ນິ “     ແມ່ຍ່າງມາຖາມຂ້ອຍທີ່ນອນກິ້ງນອນເກືອກຢູ່ໂຊຟາ

         “ ໄປເບີ່ງໜັງກັບໝູ່ “
         
         “ ໝູ່ຜູ້ໃດ ແມ່ບໍ່ເຄີຍເຫັນ, ແມ່ເຫັນແຕ່ສິດແລ່ນໄປແລ່ນມາ ທຽວອອກທຽວເຂົ້າຢູ່ “

         “ .... “     ຂ້ອຍບໍ່ຮູ້ຈະລະບາຍໃຫ້ໃຜຟັງດີ

         “ ແມ່ “     

         “ ຫຶ “

         “ ມື້ນີ້ໝູ່ທີ່ມາຮັບເຮົາໄປເບີ່ງໜັງນະ ລາວຂໍເຮົາເປັນແຟນ “

         “ ຫ໋ະ “     ແມ່ຂ້ອຍເຮັດໜ້າຕົກໃຈ   ເປັນຫຍັງຂ້ອຍ 18 ແລ້ວມີແຟນບໍ່ໄດ້ຫວາ

         “ ເປັນຫຍັງເຮົາມີແຟນບໍ່ໄດ້ສະເບາະ “     ຂ້ອຍເຮັດໜ້ານ້ອຍໃຈ

         “ ມີໄດ້ ແຕ່ແມ່ບໍ່ຄິດວ່າລູກຊິມີ “

         “ ອ້າວ “

         “ ລະລູກວ່າຈັ່ງໃດ “

         “ ເຮົາກໍ່ຕອບວ່າເຮົາຊິຄົບກັບລາວ, ແຕ່ເຮົາຮູ້ສຶກແປກໆ “

         “ ລະລູກມັກລາວບໍ່ລະ “

         “ ເຮົາກໍ່ມັກໃດແມ່ ຄິດວ່າແມ່ນຊາຍໃນຝັນເລີຍ, ແຕ່ວ່າ ບອກບໍ່ຖືກນະແມ່ “

         “ ຊັ່ນລູກກໍ່ລອງໃຊ້ເວລາສຶກສາລາວເບີ່ງ, ລູກຊິມີແຟນແມ່ກໍ່ບໍ່ວ່າດອກ ແຕ່ແມ່ເຄີຍສອນລູກມາຫຼາຍແລ້ວ “

         “ ເຮົາຈື່ຢູ່ແມ່ ລະເຮົາກໍ່ບໍ່ມັກດອກຜູ້ຊາຍທີ່ມັກງ່າຍ “

         “ ຖ້າເຂົາຮັກເຮົາແທ້ເຂົາຊິໃຫ້ກຽດ ແລະ ເຂົ້າໃຈໃນສິ່ງທີ່ເຮົາເປັນ “

         “ ແຕ່ເຮົາພັດຮູ້ສຶກໜັກໃຈແບບບບອກບໍ່ຖືກ, ມື້ນີ້ສິດໄປນຳເຮົາມາ ແຕ່ສິດບໍ່ເວົ້າຫຍັງກັບເຮົາຈັກຄຳ ແຖມມາສົ່ງເຮົາຢູ່ໜ້າບ້ານບໍ່ເຂົ້າມາຄືແຕ່ລະເທື່ອ  “

         “ ບາງທີສິດອາດຈະນ້ອຍໃຈທີ່ລູກບໍ່ຊວນລາວກໍ່ມີ , ຄືບໍ່ລອງໄປຖາມສິດເບີ່ງລະ “

         “ ເຮົາຄິດວ່າມາແລ້ວຈື່ງຈະເວົ້າສູ່ຟັງ “

         “ ບໍ່ເປັນຫຍັງດອກລູກມີຫຍັງກະໃຫ້ເລົ່າສູ່ແມ່ຟັງເດີ້ “     ຊ້ອຍກອດແມ່ໄວ້ ໂຄດອົບອຸ່ນເລີຍ 


         'Sit '

         ຂ້ອຍກັບມາຮອດບ້ານຫົວເຂົ່າຂ້ອຍກໍ່ອ່ອນລົງ ຂ້ອຍນັ່ງເອື່ອຍຕຽງຢູ່ຫົວໃຈຂ້ອຍເຈັບຈົນຊາໄປໝົດ, ວິນາທີທີ່ຂ້ອຍໄດຍິນຊາຍຂໍຄົບກັບມົດ ຂ້ອຍຍັງບໍ່ເຈັບເທົ່າທີ່ໄດ້ຍິນມົດຕອບວ່າຈະຄົບກັບຊາຍ,  ຂ້ອຍຈະເຮັດຈັ່ງໃດດີ ອົກຫັກມັນເປັນແບບນີ້ນິຫວາ .​ ຂ້ອຍຫັນໄປຈັບເອົາຮູບທີ່ເຮົາຖ່າຍນຳກັນ ຜ່ານມາມົດບໍ່ເຄີຍແມ່ນແຕ່ຈະຫຼຽວເບີ່ງຂ້ອຍ ຂ້ອຍຫັນໄປເບີ່ງໂມງກໍ່ເປັນເວລາ 2 ໂມງເຊົ້າແລ້ວ ດົນປານໃດທີ່ຂ້ອຍນັ່ງຢູ່ໃນນີ້, ຂ້ອຍຫຼຸດເຂົ້າໄປໃນອີກໂລກໜື່ງ ຂ້ອຍເຂົ້າໄປອາບນ້ຳໃນຫ້ອງນ້ຳໃນຫົວຂ້ອຍກໍ່ຍັງເຫັນແຕ່ພາບມົດ , ຄຳເວົ້າທີ່ວ່າຖ້າຄົນຮັກເຮົາມີຄວາມສຸກເຮົາກໍ່ຄວນຈະສຸກນຳ, ຄຳນັ້ນມັນໃຊ້ບໍ່ໄດ້ກັບຂ້ອຍ , ຂ້ອຍບໍ່ອາດຍິນດີກັບມົດ ຂ້ອຍຢາກເຂົ້າໄປຍາດມົດໃຫ້ມາເປັນຂອງຂ້ອຍ ຄືນນີ້ຂ້ອຍນອນບໍ່ຫຼັບຫົວຂ້ອຍໝຸນປານໝາກບານທີ່ຖືກເຕະໄປເຕະມາ . ຢາກໄຫ້ກະໄຫ້ບໍ່ອອກ ມັນຈຸກ ແລະ ແຄ້ນຈົນບໍ່ຮູ້ຊິອະທິບາຍແບບໃດ, ຂ້ອຍນອນໃນທ່າເອົາມືກ່າຍໜ້າຜາກ ຄິດແລ້ວຄິດອີກວ່າຈະເຮັດແບບໃດຈື່ງຈະໄດ້ມົດມາ ແລະ ສຽງໄກ່ຂັນກໍ່ດັງ ຂ້ອຍຈັບໂມງຂື້ນມາເບີ່ງກໍ່ບອກເວລາ 5 ໂມງເຊົ້າ .  ຂ້ອຍບໍ່ອາດນອນຕໍ່ໄດ້ອີກ ແລະ ມື້ນີ້ຂ້ອຍຈະເລີ່ມຕົ້ນຊີວິດໃໝ່ , ຂ້ອຍລຸກມາເຮັດວຽກເຮືອນແທນແມ່ແຕ່ເຊົ້າໆ  ພໍຮອດ 6 ໂມງແມ່ຂ້ອຍຕື່ນມາກໍ່ແປກໃຈ ແລະ ຍີ່ງໄປກວ່ານັນມື້ນີ້ ຂ້ອຍໄປໂຮງຮຽນແຕ່ 7 ໂມງເຊົ້າ .

         “ ສິດມາເຊົ້າແທະມື້ນິ “     ສົມຊາຍໝູ່ໃນຫ້ອງຖາມ

         “ ທິດໜ້າຊິເສັງແລ້ວເລີຍມາໄວ “

         “ ມົດບໍ່ໄດ້ມາພ້ອມກັນຫວາ “  ຂ້ອຍແກວ່ງຫົວແທນຄຳຕອບ

         ' Mod '

         ມື້ຄືນນີ້ຂ້ອຍນອນບໍ່ຫຼັບ ົສງໄສເປັນເພາະຂ້ອຍຕື່ນເຕັ້ນທີ່ຫາກໍ່ມີແຟນຕິ ແຕ່ວ່າໃນຫົວພັດບໍ່ຄິດເລື່ອງນັ້ນ, ຂ້ອຍຄິດແຕ່ວ່າຂ້ອຍຈະເລີ່ມເວົ້າກັບສິດແບບໃດກ່ອນ , ມື້ນີ້ຂ້ອຍຕື່ນເຊົ້າເປັນພິເສດ ເລີຍທັນກິນເຂົ້າເຊົ້າ ແລະ ຂ້ອຍກໍ່ນັ່ງຖ້າສິດ ເພາະຫວັງວ່າສິດຈະມາຊວນໄປໂຮງຮຽນຄືທຸກມື້.  ແຕ່ວ່າມື້ນີ້ພັດສວາຍຜິດປົກກະຕິສິດກໍ່ຍັງບໍ່ມາ ຂ້ອຍຈື່ງຍ່າງອອກໄປໜ້າບ້ານຫວັງຈະເຫັນສິດທີ່ຢູ່ເຮືອນຂ້າງໆແດ່ .

         “ ແມ່ສິດ  “     ຂ້ອຍຮ້ອງໃສ່ແມ່ສິດທີ່ຢືນຕາກເຄື່ອງຢູ່

         “ ສິດຍັງບໍ່ຕື່ນຫວາ “

         “ ສິດໄປໂຮງຮຽນແຕ່ 7 ໂມງພຸ້ນນະລູກ, ມົດຍັງບໍ່ໄປເທື່ອຫວາ “

         “ ອໍ໋ ! ເຮົາຄິດວ່າສິດຍັງບໍ່ໄດ້ໄປເຮົາເລີຍຖ້າ , ຊັ່ນເຮົາໄປໂຮງຮຽນກ່ອນ “

         “ ໂຊກດດີລູກ “     
         
         ຫຼັງຈາກທີ່ຂ້ອຍຄອບແມ່ຂອງສິດແລ້ວຂ້ອຍກໍ່ຟ້າວຢ່າງໄປໂຮງຮຽນ ທັງຄິດໃຈຮ້າຍໃຫ້ສິດທີ່ຖີ້ມຂ້ອຍໄດ້ , ພໍຂ້ອຍຮອດໂຮງຮຽນເທົ່ານັ້ນແຫຼະກໍ່ພໍດີ 8 ໂມງ , ດີທີ່ອາຈານຍັງບໍ່ທັນຂື້ນຫ້ອງ ອີ່ຕາສິດຕ້ອງຕາຍຍ້ອນມື້ຂ້ອຍນິລະ 
    ຂ້ອຍຟ້າວຍ່າງເຂົ້າໄປຫາສິດ 

         ' ຕຸ໋ບ '

         ຂ້ອຍຟາດກະເປົາເປ້ລົງໃສ່ໂຕະຕໍ່ໜ້າສິດເຮັດໃຫ້ສິດເງີຍໜ້າມາເບີ່ງຂ້ອຍ

         “ ເປັນຫຍັງຕິເຮັດແບບນິ , ເຂົາເຮັດຫຍັງຜິດ ເຂົາເຮັດຫຍັງໃຫ້ເພີ່ນບໍ່ພໍໃຈ ເພີ່ນຈື່ງເຮັດແບບນິກັບເຂົາ “

         “ ເຂົາບໍ່ເຂົ້າໃຈ “     ສິດມັນຕອບຂ້ອຍສັ້ນໆໂຄດໃຈຮ້າຍເລີຍ

         “ ບໍ່ເຂົ້າໃຈຫວາ ເປັນຫຍັງຄືບໍ່ຢາກເວົ້າກັບເຂົາ, ເປັນຫຍັງຄືຖີ້ມເຂົາແລ້ວມາກ່ອນແບບຊິ, ຂໍ້ຄວາມກະບໍ່ຕອບ , ໂທຫາກະບໍ່ຮັບເປັນໝູ່ກັນພາສາຫຍັງຫວະ “     ຂ້ອຍໃຈຮ້າຍເລີຍລະເບີດລົງຫ້ອງ

         “ ເຮີ້ຍ ! ໃຈເຢັນມົດເວົ້າກັນດີໆ “     ໄໝຍ່າງມາຈັບບ່າຂ້ອຍ

         “ ເຢັນຫວາ ! ເວົ້າໃຫ້ມັນເຂົ້າໃຈກັນໂລດ “     ຂ້ອຍຫັນໜ້າໄປຕອບໄໝ ແລະ ຫັນກັບມາຫາສິດທີ່ຍັງນັ່ງມິດຢູ່

         “ ຕອບມາແມະສິດ , ຕອບມາເປັນຫຍັງລັງກຽດ ຫຼື ອາຍທີ່ເປັນໝູ່ກັບຄົນຄືເຂົາ “     ຂ້ອຍຈັບແຂນສິດແລ້ວຍ່ອງເຕັມທີ່

         “ ກະເພາະເຂົາບໍ່ຢາກເປັນໝູ່ກັບເພີ່ນໄດ້ຍິນບໍ່ “     ຂ້ອຍປ່ອຍມືອອກຈາກສິດຮູ້ສຶກວ່າໜ້າຮ້ອນແລະເຈັບເບົ້າຕາ ,​ ຂ້ອຍກຳລັງຊິໄຫ້

         “ ອາຈານມາແລ້ວ “     ສຽງໝູ່ໃນຫ້ອງຮ້ອງຂື້ນຂ້ອຍຈື່ງຈັບເອົາຖົງປື້ມແລ້ວແລ່ນອອກຈາກຫ້ອງໄປ

         “ ອິນຖຸອອນແມ່ນເຈົ້າຊິໄປໃສ “     ຂ້ອຍແລ່ນຜ່ານອາຈານມາ ແລະ ຂ້ອຍກໍ່ຮູ້ວ່າຖ້າຂ້ອຍຍັງຢູ່ຫັ່ນຂ້ອຍຄົງຈະກັ້ນນ້ຳຕາບໍ່ໄຫວ

         “ ສິດເພີ່ນເວົ້າຫຍັງອອກໄປຮູ້ໂຕບໍ່ “     ໄໝເວົ້າກັບສິດ

         “ ກະເຂົາບໍ່ຢາກເປັນໝູ່ກັບລາວອີກແລ້ວ “

         “ ຢາກເປັນແຟນກະຕ້ອງຈີບ “    ສິດແນມເບີ່ງໜ້າໄໝ

         “ ແຕ່ມົດຄົບກັບຊາຍແລ້ວ “

         “ ຄົບໄດ້ກະເລີກໄດ້ເຂົາຊິຊ່ວຍເພີ່ນເອງ, ຕອນນິຢູ່ເສີຍໄປກ່ອນ “     ໄໝເຮັດໜ້າຈິງຈັງ

         ຂ້ອຍແລ່ນເຂົ້າໄປໃນຫ້ອງນ້ຳ ໂຄດເສຍໃຈເລີຍເປັນໝູ່ກັນມາສິບກວ່າປີ, ຂ້ອຍບໍ່ໄດ້ເຮັດຫຍັງຂ້ອຍກໍ່ຜິດ , ຄວາມເຂັ້ມແຂງຂ້ອຍຫາຍໄປໃສກໍ່ບໍ່ຮູ້, ຂ້ອຍຈັບໂທລະສັບອອກມາຄິດວ່າຈະໂທຫາຊາຍ ເພາະເວລານີ້ຂ້ອຍບໍ່ມີໃຜແລ້ວ , ໄໝກໍ່ຄົງຈະຍັງຢູ່ກັບສິດ ຂ້ອຍລ້າງໜ້າລ້າງຕາແລ້ວອອກມາຈາກຫ້ອງນ້ຳ

         “ ໄໝ “     ຂ້ອຍເຫັນໄໝຢືນຢູ່ໜ້າຫ້ອງນ້ຳກຳລັງແນມມາທີ່ຂ້ອຍ

         “ ມົດ ໄປຮຽນ “     ໄໝຍ່າງເຂົ້າມາຈັບແຂນຂ້ອຍ

         “ ບໍ່ໄປດອກ, ເພີ່ນໄປຮຽນໂລດຂໍໂດດຮຽນມື້ໜື່ງ “

         “ ທິດໜ້າກໍ່ເສັງແລ້ວດຽວເຮົາກໍ່ໄດ້ພັກ “     ໄໝເວົ້າທັງຍິ້ມໃຫ້ ແລ້ວເວົ້າຕໍ່

         “ ເຂົາຮູ້ເພີ່ນບໍ່ຢາກເຫັນໜ້າສິດ “

         “ ເຂົາເຮັດຫຍັງຜິດໄໝ ບອກເຂົາດຸ “     ຂ້ອຍເລີ່ມກັ້ນນ້ຳຕາບໍ່ໄດ້ອີກແລ້ວ

         “ ມົດຄຳເວົ້າຊ່ຳນັ້ນເຮັດໃຫ້ເພີ່ນໄຫ້ໄດ້ຈັ່ງໃດ, ມົດຄົນທີ່ເຂັ້ມແຂງບໍ່ຍອມແພ້ ແລະ ບໍ່ແຄຫຍັງຫາຍໄປໃສ “

         “ ເຂົາບໍ່ຮູ້ , ເຂົາບໍ່ກ້າແມ່ນແຕ່ຊິດ່າສິດຊ້ຳທັງທີ່ຄຳດ່າມັນມີເຕັມຫົວ “

         “ ພໍໆ ຢ່າໃຫ້ສິດລາວອາດບໍ່ໄດໝາຍຄວາມຄືລາວເວົ້າກະໄດ້ “

         “ ຢ່າເວົ້າເລື່ອງສິດອີກ, ເປັນໝູ່ກັນບໍ່ໄດ້ກໍ່ບໍ່ຕ້ອງເປັນ “     ຂ້ອຍຍ່າງອອກມາຈາກໄໝ

         “ ມົດຊິໄປໃສ “     

         “ ເຂົາຂໍເວລາມື້ໜື່ງ “

         “ ຮີບກັບມາເປັນມົດຄົນເກົ່າ “

         “ ອື່ມ “     

         'ຕຸ໋ບ'

         ຂ້ອຍດຶກກະເປົ໋າຂ້າມກຳແພງໂຮງຮຽນ ແລະ ຕາມດ້ວຍຂ້ອຍເອງທີ່ໂດດມາຈາກກຳແພງ , ແມ່ນແລ້ວທີ່ເກົ່າແຕ່ເວລາບໍ່ເດີມ ຂ້ອຍໂຕນໂຮງຮຽນອີກແລ້ວ, ປົກກະຕິຈະມີສິດໂຕນນຳ ແຕ່ເທື່ອນີ້ຂ້ອຍໂຕນຄົນດຽວ, ຂ້ອຍຍັງທຳໃຈບໍ່ໄດ້ ເປັນໝູ່ກັນມາຫຼາຍປີຊິໃຫ້ເຊົາເປັນໝູ່ກັນມັນບໍ່ງ່າຍເກີນໄປຫວາ,​ ຂ້ອຍບໍ່ຢາກເຂົ້າຮຽນ, ບໍ່ຢາກເຫັນໜ້າສິດ , ບໍ່ຢາກກັບບ້ານ, ຂ້ອຍຢາກຢູ່ຄົນດຽວ

         “ ໄປໃສດີຫວະ “     ຂ້ອຍເວົ້າກັບໂຕເອງ

         ຂ້ອຍຍ່າງໄປເລື້ອຍໆ ຈົນຄິດໄດ້ວ່າຂ້ອຍເຄີຍໄປນັ່ງຫຼິ້ນກັບສິດທີ່ສວນປ້າແກ້ວ , ເຊີ່ງປ້າແກ້ວປູກຜັກໝາກໄມ້ ແຖມຍັງເຮັດສວນດອກດາວເຮືອງອີກ , ສິດມັກພາໄປຫຼິ້ນ ແລະ ຕັດດອກໄມ້ຊ່ວຍລາວ , ສວນປ້າແກ້ວກໍ່ຢູ່ໄກຈາກໂຮງຮຽນໄປຫຼາຍເຕີບເພາະມັນຢູ່ທົ່ງນາ ແລະ ບໍ່ໄດ້ຍິນສຽງລົດລາແລ່ນກາຍ ເປັນບ່ອນສະຫງົບຫຼາຍ, ສະນັ້ນ ມັນກໍ່ເໝາະສົມແກ່ການຢູ່ຄົນດຽວ, ປ້າແກ້ວກໍ່ເປັນຄົນຈິດໃຈດີ, ຍິ້ມເກັ່ງ ເຫັນແລ້ວຫາຍເມື່ອຍຫາຍເສົ້າ, ເສຍດາຍປ້າບໍ່ມີລູກ ມີແຕ່ລຸງວຽງຜົວຂອງປ້າ ທີ່ເຖິງຈະກິນເບ້ຍບຳນານຢູ່ກະຊວງແລ້ວກໍ່ຍັງມີບໍລິສັດເອກະຊົນຈ້າງລຸງໄປເປັນທີ່ປຶກສາໃຫ້ ເຮັດໃຫ້ປ້າແກ້ວຕ້ອງເຮັດສວນຄົນດຽວ ບາງທີກໍ່ຈ້າງເດັກແຖວບ້ານມາຊ່ວຍ , ປ້າຈື່ງຮັກຂ້ອຍກັບສິດຄືລູກຫຼານຄົນໜື່ງ.

         “ ປ້າແກ້ວ “     ສຽງຂ້ອງຮ້ອງໃສ່ປ້າແກ້ວທີ່ກຳລັງກົ້ມໆເງີຍໆແຖວສວນກ້ວຍ

         “ ອ້າວອີ່ຫຼ້າມາໄດ້ຈັ່ງໃດລະນິ “     ປ້າແກ້ວຫັນມາຖາມແລະຍີ້ມໃສ່ຂ້ອຍ

         “ ເຮົາຍ່າງມາ “     ຂ້ອຍຕອບ ແລະ ສົ່ງຍີ້ມໃຫ້ປ້າແກ້ວ

         “ ໂຕນໂຮງຮຽນມາອີກແລ້ວແມ່ນບໍ່, ປ້າບອກແລ້ວວ່າເສົາ-ທິດຈື່ງມາ, ລະສິດເດບໍ່ມານຳຫວາ “ ຄຳຖາມປ້າແກ້ວເຮັດໃຫ້ຂ້ອຍຕ້ອງຫຸບຍີ້ມລົງ

         “ ສິດລາວບໍ່ຍາກມາ, ແຕ່ວ່າເຮົາຄິດຮອດປ້າແກ້ວແຮງເລີຍຕ້ອງໂຕນໂຮງຮຽນມາຫາ “

         “ ປາກຫວານແທ້ເດ່ໃຫຍ່ເປັນສາວແລ້ວຍັງບໍ່ເຊົາເຮັດຄືເດັກນ້ອຍຢູ່ “  ຂ້ອຍໄດ້ແຕ່ຍີ້ມ ແລະ ຈັບແຂນປ້າແກ້ວໄວ້

         “ ໄປນັ່ງຕຽງພຸ້ນລູກ ພໍດີໝາກມ່ວງກຳລັງເປັນຕາກິນເອົາເມືອຝາກແມ່ແດ່ລູກ “

         “ ເຮົາຫາກະມາຊິໄລ່ເຮົາເມືລະນະ “     ຂ້ອຍເຮັດໜ້າງໍໃສ່ປ້າແກ້ວ ແລ້ວປ້າຍກົ້ນນັ່ງຢູ່ຕຽງຂ້າງປ້າແກ້ວ

         “ ປ້າບອກໄວ້ເພື່ອຕອນຊິເມືອ “

         “ ລະມື້ນີ້ປ້າແກ້ວຊິເຮັດຫຍັງແດ່ເຮົາຊິຊ່ວຍເຕັມທີ່ ມື້ນີ້ເຮົາໂຕນຮຽນເລກມາຮຽນເຮັດສວນໂດຍສະເພາະ “

         “ ໃຫ້ເຮັດຫຍັງນໍ້ບາດນິ “     ປ້າແກ້ວເຮັດໜ້າກຳລັງໃຊ້ຄວາມຄິດ

         “ ຕັດດອກດາວເຮືອງໃຫ້ປ້າສາ ດຽວແລງໆເຂົາເຈົ້າຊິມາເອົາມື້ອື່ນກະວັນສິນແລ້ວ , ປ້າກະຊິບົ່ມໝາກໄມ້ໄວ້ໄປສົ່ງຕະຫຼາດ “

         “ o.k ສະບາຍມາກ “

         “ ກິນໝາກພ້າວກ່ອນລະຈື່ງໄປເຮັດ “     ປ້າແກ້ວເວົ້າແລ້ວກໍ່ຈັບເອົາໝາກພ້າວກະທິມາເຈາະໃຫ້ກິນ

         “ ດຽວເຮົາຊິຟາດໃຫ້ກ້ຽງເລີຍ “


         ຂ້ອຍຖອດເຄື່ອງແບບນັກຮຽນອອກ ແລ້ວສວມໃສ່ເສື້ອປ້າແກ້ວແລະໂສ້ງລຸງວຽງ ທີ່ປ້າແກ້ວເອົາມາໃຫ້ປ່ຽນເພາະຍ້ານເຄື່ອງນັກຮຽນເປື້ອນ , ຂ້ອຍຈັບອຸປະກອນ ອັນໄດ້ແກ່ ກະຕ່າ, ຖົງຢາງ, ມີດຕັດ ແລະ ກຸບ ເພື່ອຈະໄປຕັດດອກດາວເຮືອງມາໃຫ້ປ້າ, ຂ້ອຍຍ່າງໄປສວນດອກດາວເຮືອງປ້າແກ້ວກໍ່ໍພໍດີເວລາ 11 ໂມງ ແດດບໍ່ຮ້ອນຫຼາຍເພາະມີຂີ້ເຝື້ອ ແລະ ລົມພັດເຢັນສະບາຍ ຂ້ອຍແນມອອກໄປຫາທົ່ງດອກດາວເຮືອງທີ່ເຫຼືອງເຕັມ, ແທບບໍ່ຢາກເຊື່ອສາຍຕາໂຕເອງເປັນທົ່ງດອກດາວເຮືອງທີ່ງາມຫຼາຍ ຂ້ອຍອົດຈົກເອົາໂທລະສັບຂອງໂຕເອງຂື້ນມາຖ່າຍຮູບໄວ້ບໍ່ໄດ້ ແລະ ຫຼັງຈາກທີ່ຂ້ອຍກຳລັງຊື່ນຊົມຄວາມງາມຂອງທົ່ງດອກດາວເຮືອງໄດ້ປະມານ 15 ນາທີ ຂ້ອຍກໍ່ເລີ່ມປະຕິບັດພາລະກິດທີ່ໄດ້ຮັບມອບໝາຍນຈາກປ້າແກ້ວໃນທັນທີ , ການທີ່ຂ້ອຍມາຫາປ້າແກ້ວມາຊ່ວຍວຽງລາວ ຢູ່ນີ້ມັນເຮັດໃຫ້ສະໝອງຂ້ອຍໂລ່ງ ແລະ ຢຸດຄິດເລື່ອງທີ່ມັນເກີດຂື້ນມື້ເຊົ້ານີ້ ເຖິງຈະເປັນຊ່ວງເວລາບໍ່ພໍເທົ່າໃດຊົ່ວໂມງ, ແຕ່ມັນກໍ່ຍັງດີຢູ່ແມ່ນບໍລະ 
    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×