ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    ພົມລິຂິດ

    ลำดับตอนที่ #8 : ແຫວນມັດໃຈ

    • อัปเดตล่าสุด 29 ต.ค. 58


    “ Happy anniversary day “     ເດຟຢື່ນຊໍ່ດອກໄມ້ມາໃຫ້ຂ້ອຍມື້ນີ້ຄົບຮອບ 3 ເດືອນທີ່ເຮົາຄົບກັນ

    “ ຂອບໃຈ “     ຂ້ອຍກ່າວຂອບໃຈກ່ອນຈະກົ້ມລົງດົມຊໍ່ດອກໄມ້ຢູ່ໃນມື

     “ລະເພີ່ນບໍ່ຄິດຊິໃຫ້ຂອງຂວັນເຂົາແດ່ຫວາ“     ເດຟເຮັດແກ້ມປຸ້ງແລ້ວຍື່ນໜ້າມາໃຫ້ຂ້ອຍຫອມ

    “ບໍ່ໃຫ້ແບບນິດອກ , ຖ້າມື້ອື່ນເສັງໄດ້ລະຈື່ງຊິໃຫ້“     ຂ້ອຍກໍ່ເວົ້າໄປຈັ່ງຊັ່ນແຫຼະທີ່ຈິງຂ້ອຍມີແຜນທີ່ຈະພາເດຟໄປຮູ້ຈັກກັບຄອບຄົວ ແລະ ມື້ອື່ນຂ້ອຍກໍ່ເສັງຈົບສາຂາວິຊາຂຸດຄົ້ນບໍ່ແຮແລ້ວ

    “ມື້ອື່ນພຸ້ນນະ, ກະໄດ້ເຂົາຊິຖ້າ “     ເດຟຍີ້ມໃຫ້ຂ້ອຍ, ກ່ອນທີ່ຂ້ອຍຈະກົ້ມໜ້າອ່ານໜັງສືຕໍ່

         ຕະຫຼອດເວລາທີ່ຄົບກັນມັນຜ່ານໄປໄວ້ໆ ແຕ່ຂ້ອຍມີຄວາມສຸກກັບທຸກມື້ຂ້ອຍມີກຳລັງໃຈຮຽນ, ມີຄົນຄິດຊ່ວຍ ແລະ ເດຟກໍ່ເຂົ້າກັບໝູ່ຂ້ອຍໄດ້ດີ ແລະ ຂ້ອຍເຊື່ອວ່າລາວກໍ່ຈະເຂົ້າກັບຄອບຄົວຂ້ອຍໄດ້ດີເຊັ່ນກັນ 

    “ ຮຽນແລ້ວໄປໃສຕໍ່ບໍ່“     ເດຟຖາມຂ້ອຍ

    “ກະວ່າຊິກັບໄປເບິ່ງບົດຮຽນເລີຍມື້ອື່ນເສັງວິຊາສຸດທ້າຍແລ້ວ “

    “ກິນເຂົ້ານຳກັນເນາະ “

    “ອື່ມກະໄດ້ , ແຕ່ວ່າເຂົາຕ້ອງໄປເຂົ້າຮຽນແລ້ວ “     ຂ້ອຍລຸກຂື້ນມ້ຽນປື້ມກ່ອນຈະເຂົ້າໄປຮຽນຊົ່ວໂມງສຸດທ້າຍຂອງມື້​ນີ້

    “ຊັ່ນເຂົາຊິກັບໄປເຮັດແນວກິນຖ້າ“

    “ບໍ່ມີຮຽນຫວາຊັ່ນ“

    “ມື້ນີ້ອາຈານບໍ່ມາ“

    “ເຮັດແຊບໆເດີ້ດຽວຊິກິນບໍ່ໃຫ້ເຫຼືອເບີ່ງ“   

    “ຮັບຮອງແຊບຈົນນ້ຳຕາໄຫຼເລີຍ “     ຂ້ອຍຍີ້ມໃຫ້ເດຟກ່ອນຈະພາຍຖົງຂື້ນບ່າ ແລະ ຢ່າເຂົ້າຫ້ອງຮຽນໄປ

         ສ່ວນຫຼາຍວັນພັກຖ້າບໍ່ມີນັດໄປກັບໝູ່ ຫຼ ືມວຽກບ້ານຂ້ອຍກໍ່ຈະມາສິງສະຖິດຢູ່ຫ້ອງເດຟເພາະມີຄົນຊ່ວຍເຮັດວຽກບ້ານໃຫ້ ແຖມຍັງມີຄວາມສຸກທີ່ໄດ້ຢູ່ນຳລາວໄດ້ເຫັນລາວຍີ້ມລາວຫົວ, ໄດ້ກິນອາຫານຝີມືລາວ ແລະ ຍັງໄດ້ລາວດີດກີ່ຕ້າຮ້ອງເພລງໃຫ້ຟັງອີກ ມັນດີໃດທີ່ມີແຟນແບບນິ ສ່ວນເລື່ອງຜູ້ຍິງຂ້ອຍບໍ່ຄ່ອຍຫວ່ງດອກເພາະວ່າເຮົາສອງຄົນໂຕຕິດກັນຕະຫຼອດ ແລະ ຖ້າຂ້ອຍຮຽນພາກປົກກະຕິຢູ່ບໍ່ແຮ່ລາວກໍ່ຈະມາກິນເຂົ້າສວາຍນຳທຸກມື້ ຕອນບ່າຍລາວກະນອນລູກດຽວ, ດີບໍ່ດີຂ້ອຍເປັນຄົນປຸກມາຮຽນເສຍອີກ

    'ກ໋ອກໆໆ'

    ຂ້ອຍມາຮອດໜ້າຫ້ອງເດຟແລ້ວເຄາະປະຕູ 2- 3ບາດ

    “ເດຟ ຝົນນະ“     ຂ້ອຍຮ້ອງບອກ

    “...“

    “ເດຟເປີດປະຕູໃຫ້ແດ່ “

    “....“     ມິດບໍ່ມີໃຜຕອບ

    “ເດຟບໍ່ເປີດຝົນກັບໃດ “

    “...“     ຫຼືຊິເກີດຫຍັງຂື້ນກັບເດຟ

         ຂ້ອຍໝູນລູກບິດປະຕູເບີ່ງກໍ່ພົບວ່າມັນບໍ່ໄດ້ລ໋ອກ ຂ້ອຍຈື່ງເປີດປະຕູເຂົ້າໄປໃນຫ້ອງເດຟກ່ອນຈະປິດມັນໄວ້ຄືເກ່າ, ໃນຫ້ອງມືດສະນິດຂ້ອຍຈື່ງຢື້ມືໄປເປີດໄປຢູ່ຂ້າງໆແຕ່ກໍ່ພົບວ່າມັນເປີດບໍ່ໄດ້

    “ເດຟຢ່າຫຼິ້ນແບບນິແມະເຂົາໃຈບໍ່ດີໃດ “     ຂ້ອຍເອົາໂທລະສັບອອກມາເຮັດເປັນໄຟສາຍ

    'ປັ໋ກ ! ປັ໋ກ ! ປັ໋ກ ! '

    “Surprise !Surprise !Surprise ! “     ສຸດສຽງແສງໄຟດວງນ້ອຍໆກໍ່ຖືກເປີດຂື້ນຂ້ອຍແນມເບີງແສງໄຟທີ່ຢູ່ອອ້ມໂຕຂ້ອຍມັນຂຽນເປັນຕົວອັກສອນທີ່ວ່າ I LOVE YOU
         ຂ້ອຍແນວໄປເຫັນ ບີ່, ສຸກ ແລະ ເດຟ ເຊິ່ງເດຟຖືເຄັກຢ່າງມາຫາຂ້ອຍ ແລະ ເຄັກນັ້ນຂຽນວ່າ  Happy anniversary day ເຮັດເອົານ້ຳຕາຊ້ອຍຍີ້ມເລີຍ

    “ເປົ່າແມະ ມື້ນີ້ຄົບຮອບ 3 ເດືອນລະໃດ “     ເດຟເວົ້າແລ້ວສົ່ງຍີ້ມມາໃຫ້ຂ້ອຍຄືທຸກເທື່ອ, ຂ້ອຍກໍ່ຍີ້ມໃຫ້ລາວກ່ອນຈະເປົ່າແສງໄຟທີ່ຖືກຈຸດຂື້ນໃຫ້ດັບໄປຈົນໝົດ ບີ່ຢ່າງມາຮັບເອົາເຄັກຈາກມືເດຟໄວ້

    “ຍັງບໍ່ໝົດ “     ເດຟເວົ້າແລ້ວເອົາມືຈົກເອົາບາງຢ່າງໃນຖົງໂສ້ງກ່ອນທີ່ຈະຄຸກເຂົ່າລົງຕໍ່ໜ້າຂ້ອຍແລະຈັບມືຂ້ອຍໄວ້ຂ້າງໜື່ງ

    “0_0 “     ໜ້າຂ້ອຍ

    “ ເຂົາຮູ້ວ່າຕະຫຼອດເວລາທີ່ເຮົາຄົບກັນເພີ່ນອາດບໍ່ໄດ້ດີໝົດທຸກຢ່າງເຂົາກໍ່ຄືກັນ ແຕ່ເຂົາຮູ້ວ່າເພີ່ນພຽງພໍສຳລັບເຂົາແລ້ວ ແລະ ເຂົາຈະພະຍາຍາມເຮັດໃຫ້ດີກວ່ານີ້ເພີ່ນອາດຄິດວ່າມັນໄວ້ໂພດ ແຕ່ເຂົາວ່າມັນເໝາະສົມທີ່ສຸດແລ້ວ ,ເພາະເຂົາຮັກເພີ່ນ ເຮົາມາໃຊ້ຊີວິດຮ່ວມກັນເທາະ “     ເວົ້າແລ້ວເດຟກໍ່ເອົາແຫວນມາຈໍ່ຢູ່ປາຍນິ້ວນາງຂ້ອຍ ລາວຖ້າໃຫ້ຂ້ອຍຕົກລົງແລ້ວເດ່ມືໄປສວມແຫວນເອງ

    “ຊ້າຢູ່ເຮັດຫຍັງຝົນ, ຮັບເອົາລະແມະ “     ບີ່ທີ່ຢູ່ຂ້າງຫຼັງເດຟຮ້ອງເຊຍ

         ແມ່ນຂ້ອຍຊິປະຕິເສດເຮັດຫຍັງໃນເມື່ອຂ້ອຍກໍ່ຮັກລາວຫຼາຍຈົນມັນລົ້ນອອກມາແລ້ວ, ຂ້ອຍຄ່ອຍໆເດ່ມືເຂົ້າໄປໃນແຫວນ ແລ້ວເດຟກໍ່ສວມມັນເຂົ້າໃນມືຂ້ອຍກ່ອນທີ່ຈະລຸກຂື້ນມາກອດຂ້ອຍໄວ້

    “ເຂົາຈະບໍ່ມີໃຜອີກນອກຈາກເພີ່ນເຂົາສັນຍາ“     ເດຟຍັງເວົ້າຢູ່ຂ້າງຫູຂ້ອຍ

    “ເຂົາເຊື່ອເພີ່ນ ເຂົາກໍ່ຮັກເພີ່ນໃດ ຮັກຫຼາຍນຳ“  

    “ຮຽນຈົບເຂົາຊິບອກຜູ້ໃຫ່ຍມາຂໍ ຖ້າອີກຈັກໜ່ອຍເດີ້“     

    “ ອື່ມ“

         ງານລ້ຽງຜ່ານພົ້ນໄປຂ້ອຍມີຄວາມສຸກ ແລະ ອີ່ມເອມໃຈ ຫຼັງຈາກທີ່ຂ້ອຍເສັງແລ້ວຂ້ອຍກໍ່ມາຮັບເດຟເພື່ອຈະກັບບ້ານ

    “ຝົນຊິພາເດຟມາບ້ານກະບໍ່ບອກ ເຂົາຊິໄດ້ກຽມໂຕ“     ເດຟເວົ້າເມື່ອລົດຈອດຢູ່ໜ້າບ້ານ

    “ເອົານ່າປ່ອຍໂຕຕາມສະບາຍ ພໍ່ແມ່ເຂົາອອກຈະໃຈດີ“

    “ເຂົາບໍ່ຢ້ານດອກເຂົາຮັກລູກສາວລາວເນາະເຂົາກໍ່ຕ້ອງຮັກພໍ່ຮັກແມ່ນ້ຳ “     ຂ້ອຍລັກດີໃຈກັບຄຳເວົ້າຂອງເດຟ

    “ເຂົ້າໄປໃນເທາະ“     ຂ້ອຍດືງແຂນເດຟເຂົ້າໄປໃນເຮືອນ

    “ຝົນມາລະຫວາລຸກໃສວ່າມີຄົນຊິມາກິນເຂົ້ານຳ “     ແມ່ຂ້ອຍເວົ້າທັງທີ່ຍັງນັ່ງຫັນຫຼັງໃຫ້ຂ້ອຍຢູ່ ຂ້ອຍຈື່ງຢ່າງໄປຫາແມ່ທາງໜ້າຕາມດ້ອຍເດຟ

    “ ແມ່, ອັນນິເດຟ ແຟນເຮົາ“

    “ສະບາຍດີ“ ເດຟຍໍມືໄຫ້ວແມ່ຂ້ອຍ

    “ແຟນລູກ ? “     ແມ່ຂ້ອຍເຮັດໜ້າຕົກໃຈໜ້ອຍໜື່ງກ່ອນທີ່ຈະຍີ້ມໃຫ້ເດຟ

    “ນັ່ງກ່ອນໆລູກ“     ແມ່ຂ້ອຍເຊີນເດຟນັ່ງ

    “ນັ່ງເທິງກະໄດ້ລູກບໍ່ເປັນຫຍັງ“     ແມ່ຂ້ອຍລຸກຂື້ນທັນທີທີ່ເດຟນັ່ງລົງກັບພື້ນຂ້າງໂຊຟາ ຂ້ອຍເອງກໍ່ຕົກໃຈ

    “ບໍ່ເປັນຫຍັງເຮົາລື້ງນັ່ງພື້ນສະດວກກ່ອນ “     ເດຟຕອບໜ້າຕາເສີຍພ້ອມທັງນັ່ງພັບແພບແບບງາມໆຢູ່ພື້ນ

    “ເດຟລຸກຂື້ນໄດນັ່ງເທິງຢ່າເຮັດແບບນິ“     ຂ້ອຍດືງແຂນເດຟລຸກຂື້ນໃຫ້ໄປນັ່ງທີ່ໂຊຟາ

    “ ແມ່ເຮົາບອກວ່າບໍ່ໃຫ້ນັ່ງທຽມຜູ້ໃຫ່ຍ“     ເດຟຕອບແມ່ຂ້ອຍ

    “ບໍ່ເປັນຫຍັງດອກລູກແມ່ບໍ່ຖື“

    “ດຽວເຮົາໄປຈັດໂຕະເດີ້“     ຂ້ອຍຄອບແມ່ກ່ອນທີ່ຈະຍ່າງໄປເຮືອນຄົວ

         ບໍ່ພໍເທົ່າໃດຂ້ອຍກໍ່ອອກມາແລ້ວເຫັນ   ພໍ່ກຳລັງເວົ້າກັບເດຟຢູ່, ສ່ວນເດຟໄດແຕ່ກົ້ມໜ້າກົ້ມຕາ ແລະ ແມ່ກໍ່ບໍ່ປາກບໍ່ເວົ້າ

    “ພໍ່ຮູ້ຈັກກັບເດຟລະຕົວ “     ຂ້ອຍຖາມພໍ່

    “ອື່ມ “

    “ຕັ້ງໂຕະລະຕົວລູກ “     ແມ່ຖາມ

    “ໂດຍ ໄປກິນເຂົ້າເທາະ “

         ຫຼັງຈາກກິນເຂົ້າແລງແລ້ວເດຟກໍ່ຂໍກັບເລີຍຂ້ອຍສັງເກດວ່າບັນຍາກາດມັນແປກໆ ຕັ້ງແຕ່ຕອນກິນເຂົ້າແລ້ວ, ພໍ່ກັບແມ່ບໍ່ເອີ່ຍປາກເລື່ອງເດຟ ຂ້ອຍກໍ່ສົງໄສຢູ່ວ່າເກີດຫຍັງຂື້ນ ຂ້ອຍຈື່ງກົດໂທລະສັບໂທຫາເດຟ ເພາະເປັນຫ່ວງວ່າລາວຮອດຫ້ອງແລ້ວບໍ່ເພາະຕອນນີ້ມັນກໍ່ເດິກຫຼາຍແລ້ວ ແຕ່ເດຟກໍ່ຍັງບໍ່ໂທຫາ

    'ວ່າຈັ່ງໃດຍີ້ມງາມ'

    “ຮອດຫ້ອງແລ້ວຄືບໍ່ໂທບອກຮູ້ບໍ່ເປັນຫວ່ງ“

    'ຂໍໂທດ ເຂົາລືມ'

    “ເຂົາບໍ່ຍົກໂທດໃຫ້ດອກ“

    '...'

    “ຈົນກວ່າຈະພາເຂົາໄປຫຼິ້ນ“

    'ຝົນຢາກໄປຫຼິ້ນໃສດຽວເດຟພາໄປເອງ'

    “ຍັງຄິດບໍ່ອອກເວີ້ຍ “

    'ຖ້າຄິດອອກຝົນຕ້ອງບອກເດຟຄົນທຳອິດໃດຮູ້ບໍ່'

    “ໄດ້ດຽວຝົນຈະບອກເດຟຄົນທຳອິດເລີຍ “

    'ຍີ້ມງາມຖ່າຍຮູບມາໃຫ້ເບີ່ງດຸຢາກເຫັນໜ້າ,​ ລະກະຢ່າລືມຍີ້ມພ້ອມເດີ້'

    “ຊັ່ນຖ້າແປບໜື່ງ“     ຂ້ອຍກົດວາງສາຍກ່ອນທີ່ຈະຖ່າຍຮູບໂຕເອງສົ່ງໃ້ຫເດຟທາງ ໂປຣແກມແຊັດ

         ບໍ່ດົນເດຟກໍ່ໂທກັບມາ

    'ຍີ້ມເພີ່ນຍັງສົດໃສຄືເກົ່າເນາະ'

    “ເດຟ ມີຫຍັງເດຟກະເວົ້າກັບຝົນໃດ ຝົນສັນຍາຝົນຊິບໍ່ຖີ້ມເດຟໄປໃສບໍ່ວ່າຈະເກີດຫຍັງຂື້ນ , ຝົນຮັກເດຟໃດ “

    'ເດຟ...ເດຟກໍ່ຮັກຝົນ ແລະ ຈະຮັກຄົນດຽວຕະຫຼອດໄປ'

    “ ຟັງສຽງເມື່ອຍໆ ນອນເນາະ“

    'ອື່ມ...ຝັນດີ'

    “ຈ໋ະຝັນດີ “



         
    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×