ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    ພົມລິຂິດ

    ลำดับตอนที่ #7 : ຖ້າມັນເປັນພົມລິຂິດແທ້ໆ

    • อัปเดตล่าสุด 26 ต.ค. 58


         ເຊົ້າມື້ຕໍ່ມາພວກເຮົາພາກັນວຸ້ນໆເລື່ອງເກັບເຄື່ອງເກັບຂອງກັບບ້ານ, ກ່ອນກັບຄືທີ່ໄດ້ບອກໄປວ່າເຂົາເຈົ້າຈະເຮັດພິທີສູ່ຂວັນໃຫ້ກ່ອນ , ເມື່ອພິທີສູ່ຂວັນດຳເນີນໄປຊາວບ້ານກໍ່ພາກັນມາມັດຂໍຕໍ່ແຂນໃຫ້ພວກເຮົາ ແລະ ພວກກໍ່ປ່ຽນກັນມັນແຂນໃຫ້ກັນ

    “ຮຽນໃຫ້ເກັ່ງກ່ອນເກົ່າລະກະລ້ຽງເຂົ້າໝູ່ຫຼາຍໆເດີ້ອີ່ຫຼ້າ“     ບີ່ມັນແຂນໃຫ້ຂ້ອຍພ້ອມກັບອວຍພອນຕິ

    “ອັນນິແມ່ນອວຍພອນ “     ຂ້ອຍຖາມບີ່

    “ເອີ່ນ່າອວຍພອນແຫຼະນິ“

    “ຍີ້ມງາມ“     ເດຟຮ້ອງຂ້ອຍໃຫ້ຫັນ

    “ດຽວເຂົ້າມັດໃຫ້ເພີ່ນກ່ອນ“     ຂ້ອຍວ່າພ້ອມທັງດຶງແຂນເດຟມາມັດຝ້າຍ

    “ຂໍໃຫ້ສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນສິ່ງທີ່ຫວັງໄວ້ ...“     ຂ້ອຍທັງມັດແຂນທັງອວຍພອນ

    “ດຽວກະສົມຫວັງ“     ຂ້ອຍແນມເບີ່ງໜ້າເດຟດ້ວຍຄວາມສົງໄສ

    “ ແລ້ວໆ“

    “ມາເຂົາຊິມັດໃຫ້“     ຂ້ອຍຢື່ນແຂນໄປໃຫ້ເດຟມັດໂດຍດີ

    “ຄົນນີ້ເຂົາຈອງ“     ເດຟມັດຝ້າຍໃສ່ແຂນຂ້ອຍກ່ອນຈະສົ່ງຍີ້ມມາໃຫ້ ບໍ່ແມ່ນຄຳອວຍພອນ ຫຼື ຄວາມປາຖະໜາໃດໆ ແຕ່ເດຟກຳລັງເວົ້າຫຍັງຢູ່ລາວເຮັດໃຫ້ຂ້ອຍໜ້າແດງແລະ ເຮັດຫຍັງບໍ່ຖືກ ບໍ່ກ້າແມ່ນແຕ່ຈະສົບຕາກັບລາວ

    “ ເອົ໋າຄັນແລ້ວໆກະພາກັນຂື້ນລົດຢ່າມົວແຕ່ນັ່ງຈີບກັນຢູ່ຫັ່ນ“     ອາຈານພາກັນຮ້ອງນັກສຶກສາຂື້ນລົດ

    “ ເຮີ້ຍຝົນລາວຕ້ອງມັກເພີ່ນແທ້ໆແຫຼະເຖິງຂັ້ນຈອງກັນໄວ້ຂະໜາດນິ“     ບີ່ຫັນມາຊື່ມໃສ່ຂ້ອຍຂະນະທີ່ເຮົາກຳລັງຂີ່ລົດກັບ

    “ ບໍ່ດອກລາວກະຢອກໄປຊັ່ນລະ “     ຂ້ອຍຕອບບີ່ແຕ່ສາຍຕາກໍ່ຍັງລັກແນມເດຟທີ່ຕອນນີ້ລາວກໍ່ກຳລັງແນມເບີ່ງຂ້ອຍຢູ່

    “ ບໍ່ໆ ເຊື່ອເຂົານິຝົນ, ບໍ່ດົນລາວກະຕ້ອງຂໍຄົບກັບເພີ່ນແຫຼະ“

    “ບໍ່ຟັງລະເວົ້າເລື່ອງຫຍັງກະບໍ່ຮູ້, ນອນດີກວ່າ“     ຂ້ອຍໜີບັນຫາແບບນິເລີຍດີກວ່ານີ້ຄືທາງອອກທີ່ດີທີ່ສຸດແມ່ນບໍ່

    “ລຸກມາເວົ້າກັນກ່ອນໃດຝົນ“     ບີ່ຈັບແຂນຂ້ອຍສັ່ນໆເບີ່ງ ເລື່ອງຫຍັງຂ້ອຍຈະລຸກມາໃຫ້ບີ່ຈັບຜິດ

    “ຝົນ...ຝົນ...ຝົນຮອດແລ້ວ“     ບີ່ປຸກໃຫ້ຂ້ອຍຕື່ນຫຼັງຈາກທີ່ຂ້ອຍຫຼັບໄປແຕ່ຕອນໃດກໍ່ບໍ່ຮູ້

    “ຮອດດົນລະຫວາບີ່“

    “ຫາກໍ່ຮອດນິຫຼະ ໄປ໋ລົງເທາະ“

    ບີ່ ແລະ ຂ້ອຍລົງມາຈາກລົດແລະຕອນນີ້ບອກເວລາ 5 ໂມງ, ຂ້ອຍຕ້ອງໂທບອກທາງເຮືອນມາຮັບ ແລະ ຕອນນີ້ຂ້ອຍກໍ່ລໍຖ້າພໍ່ມາຮັບ

    “ຝົນກັບກ່ອນເດີ້ ວັນຈັນເຈີກັນ “     ບີ່ຫັນມາລາຂ້ອຍຫຼັງຈາກທີ່ມີຄົນມາຮັບ

    “ໂອເຄ, ກັບດີໆເດີ້“     

    “ຍັງບໍ່ກັບຫວາ“

    “ອໍ໋ ຖ້າພໍ່ມາຮັບເດຟເດ່“

    “ດຽວນັ່ງເປັນໝູ່ເພີ່ນກ່ອນລະຈື່ງຊິກັບ“     ເດຟເວົ້າແລ້ວນັ່ງລົງຕັ່ງຫີນຂ້າງໆ

    “ ມ່ວນຢູ່ຫວາ“     ເດຟຖາມຕໍ່

    “ມ່ວນສຸດໆ ທັງມ່ວນທັງເມື່ອຍ ເກີດມາຍັງບໍ່ເຄີຍເຮັດຫຍັງແບບນິ“     ຂ້ອຍຕອບແລ້ວຫັນໄປຍີ້ມໃຫ້ເດຟ

    “ເຮົາມາລອງຄົບກັບເບີ່ງບໍ່“

    “0O0 “     OMG

    “ເຂົາສັນຍາຈະເຮັດໃຫ້ດີທີ່ສຸດ“     ເດຟເດ່ມືມາຈັບມືຂ້ອຍ ຫົວໃຈຂ້ອຍເຕັ້ນໄວກວ່າເກົ່າບໍ່ຮູ້ຊິຕອບຈັ່ງໃດດີ

    “ຄັນບໍ່ຕອບສະແດງວ່າຕົກລົງໃດ“     ຂ້ອຍແນມເບີ່ງໜ້າເດຟ ສາຍຕາທີ່ລາວແນມເບີ່ງຂ້ອຍມັນຊ່ວຍໃຫ້ຂ້ອຍໝັ້ນໃຈໃນໂຕລາວຫຼາຍຂື້ນ ແລະ ຮູ້ວ່າບໍ່ແມ່ນພຽງແຕ່ຂ້ອຍເທົ່ານັ້ນທີ່ຄິດກັບລາວຫຼາຍກວ່າຄົນຮູ້ຈັກ

    'ປີ໋ດ ໆ '     ຂ້ອຍກຳລັງຈະຫງຶກຫົວຕອບຮັບ ແຕ່ສຽງແກລົດພໍ່ຂ້ອຍດັງຂື້ນມາກ່ອນ

    “ເດຟເຂົາຕ້ອງໄປແລ້ວ “     ຂ້ອຍລຸກຂື້ນເອົາກະເປົາພາດໃສ່ບ່າ

    “ຊັ່ນເລື່ອງຂອງເຮົາເຂົາຊິຖືວ່າເຮົາຄົບກັນແລ້ວ“

    “ ຍັງເທື່ອເຂົາວ່າເຮົາຫາກໍ່ຮູ້ຈັກກັນ“     ຂ້ອຍຕອບເດຟກ່ອນຈະຫັນໜ້າໜີ

    “ຊັ່ນຖ້າເຮົາເຈີກັນອີກ, ເພີ່ນຕ້ອງຕົກລົງ“

    “ຖ້າຫາກພົມລິຂິດເຮັດໃຫ້ເຮົາມາເຈີກັນອີກ, ໂດຍທີ່ບໍ່ໄດ້ຕັ້ງໃຈ ເຂົາຊິເປັນແຟນກັບເພີ່ນ“     ຂ້ອຍຫັນໄປເວົ້າກ່ອນທີ່ຈະອົມຍີ້ມແລ້ວແລ່ນໄປຂື້ນລົດ

         ຫົວໃຈຂ້ອຍມັນເຕັ້ນແຮງ ແລະ ຮູ້ສຶກວ່າມັນຖືກເປົ່າລົມໃຫ້ໃຫຍ່ຂື້ນຈົນຄັບອົກຄັບໃຈ, ຂ້ອຍຮູ້ວ່າຕອນນີ້ໜ້າຄົງຈະແດງປານໝາກເລັ່ນສຸກ ແລະ ຂ້ອຍບໍ່ສາມາດຢຸດຍີ້ມໄດ້ 

    “ເປັນຫຍັງລູກຍີ້ມບໍ່ຫຸບ“     ພໍ່ຖາມຂະນະທີ່ຂັບລົດເມືອ

    “ອໍ໋ ຄິດເຫັນເລື່ອງໄປເຮັດກິດຈະກຳມັນມ່ວນດີ“     ຂ້ອຍຕອບພໍ່ໄປຊັ້ນລະ

    “ລະຜູ້ນັ້ນໝູ່ຫວາທີ່ນັ່ງຢູ່ກັບລູກ“

    “ໂດຍ ແບບຮູ້ຈັກກັນ“

    “ຊິເຮັດຫຍັງລູກກະຄິດໃຫ້ດີແລ້ວກັນພໍ່ຢາກໃຫ້ລູກເອົາໃຈໃສ່ກັບເລື່ອງຮຽນຫຼາຍໆ“

    “ໂດຍ“     ພໍ່ເວົ້າແປກໆ ຫຼື ວ່າພໍ່ຈະເຫັນທີ່ເດຟຈັບມືເຮົາໄວ້

         2 ອາທິດຜ່ານໄປໄວປານຂີ້ຕົວະ, ນັບແຕ່ມື້ນັ້ນມາຂ້ອຍກໍ່ບໍ່ເຈີເດຟອີກ ມັນກໍ່ໜ້າໃຈຫາຍຄືກັນຂ້ອຍພະຍາຍາມມາໂຮງຮຽນໃຫ້ໄວແຕ່ຈັ່ງໃດເຮົາກໍ່ຍັງບໍ່ເຈີກັນ ສົງໃສເຮົາຄົງບໍ່ມີວັນຈະໄດ້ຄົບກັນແລ້ວຕິ

    “ຝົນມື້ນິເລີກຮຽນແລ້ວໄປກິນໝີ່ກ້ຽວປະ “     ບີ່ຫັນມາຊວນຂ້ອຍໃນຂະນະທີ່ກຳລັງຮຽນຊົ່ວໂມງສຸດທ້າຍຂອງມື້ນີ້

    “ ໄດ້ຕົວະ “     ທີ່ຂ້ອຍຕອບໄປເພາະຂ້ອຍຈື່ໄດ້ວ່າເຄີຍເຫັນເດຟຢູ່ຮ້ານໝີ່ກ້ຽວຫັ່ນ ຂ້ອຍຢາກຈະເຈີລາວອີກຄັ້ງແຕ່ຂໍເປັນແບບບັງເອີນເດີ້

         ຫຼັງຈາກເຮົາເລີກຮຽນບີ່ກໍ່ພາຂ້ອຍມາກິນໝີ່ກ້ຽວຄົນທີ່ຮ້ານນີ້ກໍ່ຍັງແໜ້ນໜາຄືເກົ່າ ແຕ່ກໍ່ບໍ່ມີວີ້ແວວວ່າເດຟຈະມາ, ຈົນເຮົາສອງຄົນກິນອີ່ມແລ້ວ ແລະ ກໍ່ກຳລັງຈະກັບແຕ່ກໍ່ຍັງບໍ່ເຫັນເປົ້າໝາຍທີ່ຂ້ອຍຫຼຽວຫາ

    “ຝົນຫຼຽວຫາໃຜ“     ບີ່ຖາມ

    “ບໍ່ມີຫຍັງເຂົາກະຫຼຽວເບີ່ງຫັ່ນເບີ່ງນີ້ໄປຊື່ໆ“

    “ຊັ່ນເຮົາກໍ່ກັບເທາະ, ເຂົາໄປກ່ອນເດີ້ “     ບີ່ຫັນມາໂບກມືໃຫ້ກ່ອນທີ່ຈະຂັບລົດອອກໄປ

         ຂ້ອຍຢ່າງມາທີ່ລົດແລະພົບວ່າລົດຂອງຂ້ອຍຕີນຮົ່ວ ຂ້ອຍຈື່ງຝາກລົດໄວ້ທີ່ຮ້ານໝີ່ກ້ຽວ, ຄິດວ່າມື້ອື່ນຈະມາເອົາແຕ່ເຊົ້າເພາະມື້ນີ້ເດິກແລ້ວ ຂ້ອຍຍ່າງອອກມາຈາກຮ້ານໝີ່ເພື່ອທີ່ຈະໄປຢືນຖ້າລົດໂດຍສານ 

         'ຊ່າໆໆໆໆໆໆໆໆໆໆໆໆໆໆ'     ມີຫຍັງຊິຊວຍກ່ອນນີ້ອີກບໍ່ , ນອກຈາກຕີນລົດຮົ່ວແລ້ວຝົນຍັງຕົກຮຳອີກ, ຂ້ອຍແລ່ນໄປລີ້ຝົນຢູ່ທີ່ປ້າຍຖ້າລົດເມ ແລະ ແນມເບີ່ງຝົນແລ້ວກໍ່ບໍ່ມີທ່າທີວ່າຈະຢຸດຕົກງ່າຍໆ ຂ້ອຍປິດໂທລະສັບໄວ້ເພາະມີທັງຟ້າຮ້ອງຟ້າເຫຼືອມ, ມີຜູ້ຄົນຫຼາກຫຼາຍທີ່ທັງແລ່ນຫຼົບຝົນແຕ່ບາງຄົນມີຄັນຮົ່ມແລ້ວກໍ່ຄ່ອຍຢ່າງກັບ ແຕ່ຂ້ອຍຄົງຕ້ອງຖ້າໃຫ້ຝົນຮວ້າຍ ຫຼື ກໍ່ຖ້າລົດກັບບ້ານ, ມີທັງຜູ້ຍິງ ແລະ ຜູ້ຊາຍ 4-5 ຄົນທະຍອຍ ແລ່ນເຂົ້າມາຫຼົບຝົນບ່ອນປ້າຍລົດເມແຫ່ງນີ້ ບາງຄົນກໍ່ປຽກໜ້ອຍໜື່ງ ແລະ ບາງຄົນກໍ່ປ່ຽກໝົດໂຕ , ຂ້ອຍກົ້ມເບີ່ງພື້ນດິນປ່ອຍຄວາມຄິດໄປກັບສາຍຝົນ ແຕ່ແລ້ວຂ້ອຍຕ້ອງຫຼຸດອອກຈາກຄວາມຄິດນັ້ນເມື່ອຜູ້ຊາຍຄົນໜື່ງຢືນມາຢຸດຢູ່ຕໍ່ໜ້າ, ຂ້ອຍຕ້ອງເຫງີຍໜ້າເບີ່ງລາວໃນທັນທີ

    “ ມາຢູ່ຫຍັງນີ້ເລີກຮຽນແລ້ວຄືບໍ່ເມືອ“

    “ອໍ໋ ລົດເຂົາຮົ່ວເຂົາເລີຍມາຖ້າລົດ ແລ້ວເພີ່ນເດ່ມາຢູ່ຫຍັງນີ້“

    “້ອງເຂົາຢູ່ແຖວນີ້ເຂົາອອກມາກິນເຂົ້າ, ຄືຊິຍັງອີກດົນຝົນຈື່ງຊິຮວ້າຍ, ໄປນັ່ງຫຼິ້ນຢູ່ຫ້ອງເຂົາກ່ອນບໍ່ລະເຂົາຊິຂັບລົດໄປສົ່ງ“     ເດຟເອີ່ຍຊວນຂ້ອຍເລີຍກັງວົນໜ້ອຍໜື່ງ

    “ສັນຍາດ້ວຍກຽດລຸກຜູ້ຊາຍວ່າຊິບໍ່ເຮັດຫຍັງ“

    “ກະໄດ້ “     ຂ້ອຍລຸກຂື້ນແລ້ວຢ່າງອອກໄປກັບເດຟ

                                                      

    ບໍ່ດົນເດຟກໍ່ພາມາທີ່ຫ້ອງທີ່ລາວຢູ່, ມັນບໍ່ໄກຈາກຖະໜົນໃຫ່ຍປານໃດ ເປັນຫ້ອງທີ່ບໍ່ໃຫຍ່ ແລະ ບໍ່ນ້ອຍເກີນໄປ, ສະອາດດີ ເຂົ້າມາໃນຫ້ອງແລ້ວຮູ້ສຶກອຸ່ນກ່ອນເກົ່າ, ຂ້ອຍນັ່ງຢູ່ໂຊຟາສີຟ້າເຂັ້ມເຊິ່ງຕິດກັບປ່ອງຢ້ຽມ, ຂ້ອຍໄຂມັນອອກເພື່ອຈະໄດ້ເຫັນວ່າຝົນເຊົາຕົກແລ້ວ ຫຼືບໍ່, ຂ້ອຍຈັບໂທລະສັບອອກມາເປີດ ແລະ ສົ່ງຂໍ້ຄວາມໄປຫາພໍ່ຂ້ອຍເພາະຢ້ານເພີ່ນເປັນຫ່ວງ

    'ຕີນລົດລູກຮົ່ວດຽວນີ້ລູກຢູ່ຫ້ອງໝູ່ບໍ່ຕ້ອງຫ່ວງເດີ້ຝົນຮວ້າຍແລ້ວໝູ່ຈໄປສົ່ງ'

    ບໍ່ດົນພໍ່ກໍ່ຕອບມາ

    'ລະວັງໂຕແດ່ເດີ້ລູກ, ບີ່ກໍ່ຢູ່ນຳແມ່ນບໍ່'

    'ໂດຍບີ່ກະຢູ່ນີ້'

    ຂ້ອຍຕ້ອງຕົວະພໍ່ຂ້ອຍເພາະບໍ່ຢາກໃຫ້ເພີ່ນເປັນຫ່ວງ

    ' ຄັນມັນເດິກຫຼາຍກະນອນຢູ່ພຸ້ນເລີຍເດີ້ພໍ່ເປັນຫ່ວງທາງກັບ '

    'ໂດຍ ຮັກພໍ່ທີ່ສຸດ'

    'ພໍ່ກໍ່ຮັກລູກ'

    ຫຼັງຈາກທີ່ສົ່ງຂໍ້ຄວາມຫາພໍ່ແລ້ວ ເດຟກໍ່ອອກມາຈາກຫ້ອງລາວແລ້ວເດ່ຜ້າຂົນໜູມາໃຫ້ຂ້ອຍ

    “ເຊັດຜົມດຽວບໍ່ສະບາຍ“     ຂ້ອຍຮັບເອົາຜ້າຂົນໜູກ່ອນທີເດຟຈະນັ່ງລົໂຊຟາອີກໜ່ວຍທີ່ຢູ່ງຂ້າງໆແລ້ວຫັນມາຍີ້ມໃຫ້ຂ້ອຍ

    “ເຮົາເຈີກັນອີກແລ້ວ ຄັ້ງນີ້ບັງເອີນເຈີ“     ເດຟເວົ້າແລ້ວຍັງຍີ້ມໃຫ້ຂ້ອຍຕໍ່

         ຂ້ອຍໄດ້ແຕ່ກົ້ມໜ້າກົ້ມຕາເຊັດຜົມຕໍ່

    “ເຮົາເປັນແຟນກັນລະໃດຫັນມາຍີ້ມໃຫ້ແດ່ດຸ“     ເດຟຫງ່ຽງຄໍມາຫາຂ້ອຍເລັກນ້ອຍເຮັດໂຕເປັນຕາຮັກອີກແລ້ວ

    “ ກະເຂົາບໍ່ຮູ້ຊິເຮັດຈັ່ງໃດເນາະ ເພີ່ນເອົາແຕ່ແນມເບີ່ງໜ້າເຂົານິ “     ຂ້ອຍຫັນໄປເຮັດໜ້າຫຍຸ້ງໃສ່ເດຟກ່ອນທີ່ຈະຖາມຕໍ່

    “ລະເປັນຫຍັງເດຟຈື່ງຢາກເປັນແຟນກັບເຂົາ“

    “ກະເຂົາມັກເພີ່ນມັກທີ່ເພີ່ນເປັນເພີ່ນ, ເພີ່ນຍີ້ມງາມເຂົາເຫັນແລ້ວເຂົາມີກຳລັງໃຈ ຄືກັບວ່າໂລກນີ້ມັນສົດໃສຂື້ນເປັນກອງ ແລະ ທີ່ສຳຄັນເພີ່ນເປັນຄົນທີ່ເຂົາບໍ່ຕ້ອງສ້າງກຳແພງຂື້ນມາກັ້ນຕົວເອງໄວ້ “

    “ບໍ່ເຂົ້າໃຈເປັນຫຍັງຕ້ອງສ້າງກຳແພງກັ້ນໂຕເອງໄວ້ນຳ “

    “ເອົາໄວ້ມື້ໜື່ງເພີ່ນຫາກຊິເຂົ້າໃຈເອງ ແຕ່ຕອນນີ້ເຂົາໂຄດດີໃຈເລີຍທີ່ໄດ້ຄົບກັບເພີ່ນ“

    “....“     ຂ້ອຍໄດ້ແຕ່ຍີ້ມໃຫ້ເດຟເພາະຂ້ອຍກໍ່ດີໃຈຄືກັນທີ່ໄດ້ຄົບກັບລາວ

    “ເບີ່ງທ່າຝົນຄືຊິຍັງບໍ່ເຊົາຕົກງ່າຍໆ ຄ້າງນິເບາະ“

    “ເຮີ້ຍ 0_0 '  “

    “ບໍ່ແມ່ນແບບນັ້ນ, ດຽວນິກະ 11 ໂມງແລ້ວຝົນກະຍັງຕົກແຮງຢູ່ດຽວຝົນອາບນ້ຳລະນຸ່ງເສື້ອເຂົາລະເຂົ້າໄປນອນໃນຫ້ອງພຸ້ນ ເຂົາຊິນອນຢູ່ໂຊຟາເອງ“

    “ຊັ່ນເພີ່ນກະເອົາເສື້ອມາໃຫ້ເຂົາລະແມະ“     ມື້ນີ້ເຮົາຕ້ອງຄ້າງຄືນຢູ່ນີ້ແທ້ໆຫວານິ

         ຂ້ອຍອອກມາຈາກຫ້ອງນ້ຳກໍ່ເຫັນວ່າເດຟຫຼັບໄປແລ້ວ , ລາວນອນຢູ່ໂຊຟາໃນຊຸດເສື້ອກ້າມສີດຳ ແລະ ໂສ້ງ ວອມ ສ່ວນຂ້ອຍກໍ່ມາໃນຊຸດເສື້ອຢືດແຂນຍາວໂຕໃຫຍ່ກັບໂສ້ງກິລາທີ່ຍາວກາຍຫົວເຂົ່າ, ຂ້ອຍຢ່າງເຂົ້າໄປເອົາຜ້າຫົ່ມໃນຫ້ອງມາຮົ່ມໃຫ້ເດຟເພາະຄືນນີ້ອາກາດຄົງຈະໜາວເພາະຝົນຕົກທັງຄືນ, ຂ້ອຍເຂົ້າມາໃນຫ້ອງນອນຂອງລາວ ແລະ ບໍ່ລືມທີ່ຈະລ໋ອກປະຕູໄວ້ ຂ້ອຍສຳຫຼວດເບີ່ງໃນຫ້ອງກໍ່ບໍ່ຮົກປານໃດ ສະແດງວ່າລາວເປັນຄົນມີຄວາມເປັນລະບຽບ ດີບໍ່ດີຫ້ອງນອນຂ້ອຍອາດຈະຮົກກວ່າຊ້ຳ, ຂ້ອຍຂື້ນໄປນອນເທິງຕຽງແລະ ດຶງເອົາຜ້າຫົ່ມມາຫົ່ມໄວ້ ຂ້ອຍໄດ້ກິ່ນຫອມແຕ່ກໍ່ແປກດີ ສົງໄສຈະແມ່ນກິ່ນໂຕຂອງເດຟ ເພາະຕຽງນີ້ເປັນຕຽງຂອງລາວ.




    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×