ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    ພົມລິຂິດ

    ลำดับตอนที่ #6 : ວັນແຫ່ງຄວາມສຸກ

    • อัปเดตล่าสุด 24 ต.ค. 58


         ແລະ ໃນທີ່ສຸດພວກເຮົາກໍ່ມາເຖິງທີ່ໝາຍພາຍໃນເວລາ 3 ຊົ່ວໂມງປາຍໆ ,ພວກເຮົາລົງມາຈາກລົດກໍ່ໄດ້ຮັບການຕ້ອຍຮັບຈາກຊາວບ້ານ, ເຂົາເຈົ້າພາກັນປຸງແຕ່ງອາຫານໄວ້ສຳລັບພວກເຮົາ ແລະ ຕອນນີ້ພວກເຮົາກໍ່ຫິວເຂົ້າເຕັມທີ່ແລ້ວ, ຫຼັງຈາກທີ່ກິນເຂົ້າສວຍແລ້ວ ອາຈານພາພວກເຮົາມານອນທີ່ໂຮງຮຽນທີ່ພວກເຮົາຈະມາຊ່ວຍເຫຼືອ ຕອນນີ້ອາຈານກໍ່ໃຫ້ເວລາພວກເຮົາໄດ້ພັກຜ່ອນ ແລະ  ຈັດແຈງສຳພາລະຕ່າງໆທີ່ພວກເຮົາຂົນກັນມາ
         ຂ້ອຍຍ່າງມານັ່ງເບີ່ງຕາເວັນຕົກດິນຫຼັງອາຄານຮຽນ ບ່ອນນີ້ວິວດີ, ຂ້ອຍສູດຫາຍໃຈເຂົ້າຍາວໆ ເພາະບໍ່ດຸປານໃດທີ່ຈະໄດ້ມາສຳຜັດກັບທຳມະຊາດແບບນີ້

    “ສູດອາກາດມັນຕ້ອງສູດຕອນເຊົ້າ“     ເດຟຢືນຢູ່ທາງຫຼັງຂ້ອຍຕັ້ງແຕ່ຕອນໃດກໍ່ບໍ່ຮູ້

    “ຕາເວັນຕົກດິນກໍ່ສູດໄດ້ ເພາະອາກາດຢູ່ນີ້ດີໆ“     ຂ້ອຍຫັນມາເວົ້າກັບເດຟ

    “ຊັ່ນມື້ອື່ນເຮົາມາສູດອາກາດຍາມເຊົ້ານຳກັນ“

    “ຂໍຄິດກ່ອນ“

    “ຊິຄິດຫຍັງຫຼາຍບໍ່ໄດ້ຊວນໄປເດດ“

    “ເຂົາກະບໍ່ທັນໄດ້ວ່າຫຍັງ“     ຂ້ອຍຫຸບຍີ້ມລົງແລ່ນຍ່າງຜ່ານເດຟໄປ

    “ຍອກກະບໍ່ໄດ້ເຫັນວ່າຍີ້ມງາມໃດຈື່ງຍອກ“

    “ເຂົາເປັນສ່ຽວເພີ່ນສະເບາະຈື່ງຊິມາລໍ້ຫຼີ້ນໄດ້“     ຂ້ອຍຫັນໄປເວົ້າກັບເດຟ

    “ລະຄັນເຂົາບໍ່ຢາກເປັນໝູ່, ບໍ່ຢາກເປັນສ່ຽວເດ່“     ເດຟຫຍັບເຂົ້າມາໃກ້ຂ້ອຍອີກແລ້ວ -////////////-

    “ຝົນມາຢູ່ຫຍັງ...“     ບີ່ແລ່ນມາເຖິງຂັ້ນຢຸດເວົ້າທັນທີ  ຂອບໃຈທີ່ຊ່ວຍຊີວິດ

    “ພໍດີມາຍ່າງຫຼິ້ນນະເຂົ້າໄປໃນເທາະມັນເລີ່ມຊິມືດແລ້ວ “

         ຂ້ອຍດຶງແຂນບີ່ແລ່ນເຂົ້າໄປໃນອາຄານຮຽນເຊິ່ງຕອນນີ້ກຳລັງຈະແຕ່ງກິນແລ້ວ ຂ້ອຍກັບບີ່ກໍ່ເຂົ້າໄປຊ່ວຍ ເພາະມານຳກັນມີຜູ້ຍິງພຽງແຕ່ 20 ຄົນລວມທັງອາຈານນຳ.

    “ຝົນເດຟແນວເບີ່ງເພີ່ນຢູ່“     ບີ່ຫັນມາຊື່ມກັບຂ້ອຍໃນຂະນະທີ່ກິນເຂົ້າຢູ່

    “ບໍ່ດອກລາວນັ່ງຫັນໜ້າມາທາງເຂົາລາວກະແນມມາຊື່ໆ“

    “ບໍ່ແມ່ນດອກເຂົາສັງເກດແລ້ວ, ເຂົາວ່າລາວຕ້ອງມັກເພີ່ນແຫຼະ “

    “ບ້ານ່າ...ໃຜຊິຄິດແບບນັ້ນ ບໍ່ເອົາບໍ່ຄິດກິນເຂົ້າໄດ້ແລ້ວ“     ຂ້ອຍຕັກເອົາຂົວຜັກມາວາງໃສ່ຈານບີ່

    “ຕັກມາທັງທີຕັກເອົາຕອນຊີ້ນແດ່ດຸຫັ່ນ“     ບີ່ຈົ່ມ

    “ກິນຜັກນິດີຈື່ງບໍ່ຕຸ້ຍ ເບີ່ງໜ້າເພີ່ນດຸບານຈົນຊິຍ່າງເຂົ້າປະຕູບໍ່ໄດ້“

    “ຝົນນະ“

    “ກະມັນແມ່ນແທ້ເນາະ ບໍ່ຕ້ອງເຮັດໜ້າແບບນັ້ນເລີຍກິນໆ“  

         ຂ້ອຍພະຍາຍາມບໍ່ສົນໃຈສາຍຕາທີ່ກຳລັງຈັບຈ້ອງມາທາງຂ້ອຍ, ຍອມຮັບເລີຍຂ້ອຍຫວັນໄຫວກັບສາຍຕານັ້ນ ຂ້ອຍບໍ່ກ້າແມ່ນແຕ່ຈະຫັນໜ້າໄປສົບຕາກັບລາວຕົງໆ 
         
         ຂ້ອຍຕື່ນຂື້ນມາໃນເຊົ້າມື້ຕໍ່ມາ, ອາກາດກຳລັງດີເລີຍ ຂ້ອຍຫັນໄປຫາຄົນຂ້າງໆຫວັງຈະປຸກບີ່ໃຫ້ລຸກຂື້ນໄປຮັບແສງຕາເວັນໃນຍາມເຊົ້ານຳກັນ

    “ບີ່ ! ບີ່ ລຸກໄດ້ແລ້ວເຊົ້າແລ້ວ “

    “ຫຶ ຂໍອີກ 5 ນາທີເດີ້ແມະ“     

         ສົງໄສຄືຊິຍາກລະ , ຂ້ອຍລຸກຂື້ນມາບີດຄີງບາດສອງບາດ ແລ້ວກໍ່ຍ່າງອອກມານອກເຊີ່ງຕອນນີ້ຄົນຈະຍັງບໍ່ມີໃຜຕື່ນ, ຂ້ອຍຢ່າງມາຕາມລະບຽງອາຄານທີ່ຊຸດໂຊມ ກ່ອນທີ່ຈະເຫັນໃຜຈັກຄົນໜື່ງທີ່ນັ່ງຢູ່ຂອນໄມ້ ເຊິ່ງລາວຫັນຫຼັງໃຫ້ຂ້ອຍຈື່ງບໍ່ຮູ້ວ່າແມ່ນໃຜ




    “ອ້າວ! ຕື່ນລະຫວາມານັ່ງນຳກັນພິແມະອາກາດກຳລັງດີ “     ເປັນເດຟນັ້ນເອງລາວເວົ້າແລ້ວກໍ່ກວັກມືເປັນສັນຍານບອກໃຫ້ຂ້ອຍເຂົ້າໄປຫາ ແລະ ຂ້ອຍກໍ່ຍ່າງໄປໂດຍດີ

    “ນອນຫຼັບຝົນດີບໍ່“     ເດຟຖາມຂ້ອຍ

    “ນອນຫຼັບດີແຕ່ບໍ່ຝັນຫຍັງເລີຍ“     ຂ້ອຍຕອບ

    “ອາກາດກຳລັງດີເນາະວ່າບໍ່, ບໍ່ໜາວບໍ່ຮ້ອນເກີນໄປອາກາດຕອນເຊົ້າມັນຕັ້ງຊົດຊື່ນແບບນີ້ແຫຼະ“

    “ອື່ມເຫັນດີນຳ“     ຂ້ອຍຫັນໜ້າໄປເບີ່ງແສງຕາເວັນທີ່ກຳລັງຈະພົ້ນຂື້ນມາ 

    “ຢູ່ບ້ານເຂົາເວລານິຍັງມືດຢູ່ຕາເວັນຈະຂື້ນກະ 8-9 ໂມງ ແຮງຊ່ວງໃກ້ໝົດຝົນຈະເຂົ້າຍາມໜາວແບບນິ ອາກາດແຮງດີ“

    “ບ້ານເພີ່ນຄົງມີທຳມະຊາດ ມີອາກາດບໍລິສຸດໃຫ້ຫາຍໃຈຫຼາຍກວ່າຢູ່ໃນເມືອງ“

    “ແນ່ນອນດຽວມື້ໜ້າຊິພາໄປຫຼິ້ນ“     ເດຟຫັນມາຍີ້ມໃຫ້ຂ້ອຍ

         ຕາຂອງລາວຕ້ອງກັບແສງອາທິດເຮັດໃຫ້ຂ້ອຍເຫັນສີຕາລາວຊັດເຈນຂື້ນ, ລາວເປັນຄົນຕາສີນ້ຳຕານເຂັ້ມຄືກາເຟສົດ ແຖມຕ້ອງກັບແສງອາທິດແລ້ວມັນແວວວາວ ຫົວໃຈຂ້ອຍເຕັ້ນແຮງອີກແລ້ວ, ເວລາທີ່ລາວສົ່ງສາຍຕາແບບນັ້ນມາໃຫ້ຂ້ອຍ, ຂ້ອຍຈະຮູ້ສຶກຮ້ອນບໍລິເວນໃບໜ້າ , ຂ້ອຍບໍ່ເຄີຍເຈີໃຜແລ້ວເຮັດໃຫ້ໃຈເຕັ້ນຂະໜາດນີ້ມາກ່ອນ 

    “ບໍ່ສະບາຍຫວາໜ້າແດງ “     ເດຟເວົ້າແລ້ວຊີ້ມາໃສ່ໜ້າຂ້ອຍ

    “ບໍ່ເຂົາບໍ່ເປັນຫຍັງ“     ຂ້ອຍຟ້າວຫັນໜ້າໜີແລ້ວເອົາມືລູບແກ້ມທັງສອງຂ້າງໃຫ້ເຊົາແດງແຕ່ມັນກໍ່ບໍ່ໄດ້ຊ່ວຍຫຍັງເລີຍ

    'ແຊະ'     ເດຟຍົກໂທລະສັບຂື້ນມາຖ່າຍຮູບຂ້ອຍໄວ້

    “ເຮີ່ຍເຮັດຫຍັງງຫັ່ນ“     ຂ້ອຍຫັນໄປຫາເດຟອີກຄັ້ງ

    “ກະຖ່າຍຮູບຊິໄດ້ເຮັດຫຍັງ“

    “ເອົາມານີ້ໃດ“     ຂ້ອຍເດ່ມມືໄປຍາດເອົາ

    “ບໍ່ໃຫ້ເລື່ອງອີ່ຫຍັງອັນນິໂທລະສັບເຂົາ“

    “ແຕ່ອັນນັ້ນຮູບເຂົາໃດ....ເດຟເອົາມາໃດ“

    “ ບໍ່ໃຫ້ບໍ່ໃຫ້“     ແລ້ວເດຟກໍ່ລຸກແລ່ນເຂົ້າໄປໃນອາຄານ ຂ້ອຍພັດລຸກແລ່ນໄປບໍ່ທັນ

         ແທນທີ່ຂ້ອຍຈະຄຽດໃຫ້ລາວຂ້ອຍພັດລັກຍີ້ມນ້ອຍຍີ້ມໃຫຍ່ຢູ່ຄົນດຽວ, ສົງໃສຂ້ອຍຈະຕົກຫຼຸມຮັກລາວອີ່ຫຼີ

    “ຝົນມາທາທາງພິແດ່“     ສຽງຄຳພຽນໝູ່ທີ່ຢູ່ໃນຫ້ອງເອີ້ນໃຫ້ໄປທາສີຊ່ວຍ, ມື້ນີ້ພວກເຮົາພາກັນສ້ອມແປງອາຄານ ແລະ ຜູ້ຍິງກໍ່ໄດ້ຮັບພາລະກິດທາສີ

    ຂ້ອຍຍ່າງມາຫາຄຳພຽນກ່ອນທີ່ຈະເລີ່ມປະຕິບັດການທາສີ, ຜ່ານໄປຫຼາຍຊົ່ວໂມງອາຄານຮຽນຫຼັງເກົ່າແຕ່ວ່າໃໝ່ ກໍ່ແລ້ວເປັນທີ່ຮຽບຮ້ອຍ

    “ສີທາຊ່າງຫຼືຊ່າງທາສີນິ “     ເປັນເດຟຫັ່ນລະບໍ່ແມ່ນໃຜດອກ

    “ທັງສອງ, ເປັນຈັ່ງໃດຫ້ອງນິເຂົາທາຄົນດຽວເລີຍງາມບໍ່ “     ຂ້ອຍຍີ້ມກ້ວາງໆໃຫ້ເດຟຈົນຊິບໍ່ເຫັນຕາ

    “ຍີ້ມງາມເຮັດຫຍັງກະງາມຢູ່ແລ້ວເຂົາເຊື່ອມືເພີ່ນ“

    “ເຖິງຈະເມື່ອຍກວ່າທີ່ຄິດແຕ່ມັນກະສຸດຍອດເລີຍຂໍບອກ“     ຂ້ອຍຍົກແຂນຂື້ນເຊັດເຫື່ອ

    “ຫຶໆ ຮາຮ່າຮ່າໆໆໆໆໆໆໆໆໆໆໆໆ“

    “ຫົວຫຍັງ, ຫືມີຫຍັງຕິດໜ້າເຂົາ“     ຂ້ອຍຖາມເດຟທີ່ຍັງຫົວບໍ່ຢຸດ

    “ເປັນ ເປັນສີທາຊ່າງອີ່ຫຼື ຮ່າຮ່າໆໆໆ“

    “ເຮີ່ຍແທ້ນິຕິດຢູ່ບອນໃດ“     ຂ້ອຍພະຍາຍາມເອົາມື້ເຊັດແຕ່ຍິ່ງເຊັດກໍຄືຍີ່ງທາ

    “ຍັງຊິຫົວອີກແມ່ນບໍ່ ນີ້ໆ     “ ຂ້ອຍເອົາມືທີ່ເປື້ອນສີໄປຕ້ອຍໃສ່ໜ້າລາວ
     
    “ເຮີ່ຍເອົາແບບນິເລີຍຫວາ“     ເດຟຫັນມາແລ່ນໄລ່ຂ້ອຍແທນ ເລີຍເອົາເປັນວ່າເຮົາກຳລັງຫຼິ້ນໄລ່ຕ້ອຍກັນປານເດັກນ້ອຍຢູ່

    ກັບເຂົ້າມາສູ່ຊ່ວງເວລາຄ້ອຍຄ່ຳຍາມແລງອີກຄັ້ງ ແລະ ຄືນນີ້ເປັນຄືນສຸດທ້າຍທີ່ເຮົາຈະກັບກັນແລ້ວ ກ່ອນຈະກັບມື້ອື່ນຊາວບ້ານຈະເຮັດພິທີສູ່ຂວັນໃຫ້ເຮົາກ່ອນແລ້ວຈື່ງກັບໃດ ແລະ ຄືນນີ້າຈານໄດ້ເຮັດກິດຈະກຳໃຫ້ເຮົາໄດ້ຫຼິ້ນ ແບບພື້ນຖານສຸດໆຄືເຕັ້ນໄກ່ປື້ງ, ຕັ່ງດົນຕີ ແລະ ປິດທ້າຍດ້ວຍລຳວົງສາມັກຄີ ເຊີ່ງແບບວ່າມັນຂ້ອຍຂ້າງຈະບໍ່ແມ່ນລຳວົງປານໃດເພາະໃຜກະເຕັ້ນກັນແບບບໍ່ຄິດຊີວິດເລີຍ, ມື້ນີ້ພວກເຮົາທັງມ່ວນທັງເມື່ອຍ ແລະ ໝົດສະພາບໄປພ້ອມໆກັນເລີຍ



    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×