ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    ໜີຫົວໃຈ

    ลำดับตอนที่ #5 : ດຶງດູດ

    • อัปเดตล่าสุด 24 ก.ค. 61


    ผลการค้นหารูปภาพสำหรับ โจ อิน à¸à¸­à¸‡ ประวัติ

    "ເປັນໄປໄດ້ວ່າ ດາຈະປ່ຽນຊື່”

         ກັບເຂົ້າສູ່ໂໝດເຮັດວຽກປົກກະຕິ, ຫຼັງຈາກທີ່ມື້ນັ້ນຂ້ອຍໜີອອກມາດື້ໆ ມື້ນີ້ຂ້ອຍກໍ່ຖືກຊັກຖາມຄັ້ງຍິ່ງໃຫ່ຍ ເປັນອີ່ຫຍັງທີ່ປວດຫົວສຸດໆ.

    “ອ້າຍກະເຂົ້າໃຈວ່າເປັນເຫດສຸດວິໄສ, ສະນັ້ນ ງານຕໍ່ໄປອ້າຍບໍ່ຢາກໃຫ້ມີເຫດການແບບນີ້ເກີດຂື້ນອີກ” ອ້າຍທອງວ່າ

    “ໂດຍ ນ້ອງຊິພະຍາຍາມບໍ່ໃຫ້ເລື່ອງແບບນີ້ເກີດຂື້ນອີກ” ຂ້ອຍວ່າ

    “ຊັ່ນກະໄປເຮັດວຽກໄດ້ແລ້ວ ບອກນ່າເຂົ້າມາຫາອ້າຍນຳ, ເອີ່...ລະເອົາເອກະສານຊຸດນີ້ໄປສົ່ງສະໝານນຳ”       ອ້າຍທອງຍື່ນຊອງເອກະສານໃຫ້ຂ້ອຍ

    “ໂດຍ”   ຂ້ອຍຮັບເອົາ

    “ເຈົ້າໄປສົ່ງເອງເລີຍເດີ້ “    ອ້າຍທອງວ່າ

    “ໄປເອງ?”       

    “ແມ່ນ ເຈົ້າຕ້ອງເອົາໄປສົ່ງເອງກັບມື, ເພາະສະໝານຊິເອົາຂໍ້ມູນໂຄງການວຽກໃໝ່ໃຫ້ນຳ”

    “ສະແດງວ່ານ້ອງຕ້ອງໄປທີ່ບໍລິສັດອຳນາດ”

    “ເອົາລົດຫ້ອງການໄປກະໄດ້”

              ອີກລະຫວານິ! ຕ້ອງໄປບໍລິສັດນັ້ນອີກແລ້ວ, ຖ້າເຈິອາທິດເດະ ຊິເຮັດຈັ່ງໃດ

    “ເອົ໋າ! ໄປເຮັດວຽກແມະ”

    “ໂດຍໆ”

              ຂ້ອຍຈຳເປັນຕ້ອງຮັບຄຳຫົວໜ້າໄວ້ກ່ອນ, ແຕ່...ກີ້ນີ້ອ້າຍທອງບອກວ່າມີວຽກໃໝ່ອີກ ສະແດງວ່າເຮົາຕ້ອງທຽວໄປພົວພັນກັບບໍລິສັດນັ້ນອີກ, ແຕ່ງານທີ່ແລ້ວນີ້ຍັງເກືອບບໍ່ລອດແລ້ວ ຊິຈັດງານອີ່ຫຍັງອີກກະດໍ້.

    ........ ທີ່ບໍລິສັດ ອຳນາດຈະເລີນ ກຣຸບ...........

    ‘ເອົານ່າດາ ! ໝັ້ນໃຈໂຕເອງແດ່ ບໍ່ເຈິກັນດອກ ລາວເປັນຮອດຜູ້ບໍລິຫານຄົງຢູ່ຫ້ອງແອແສນສະບາຍ, ສ່ວນເຮົາເອົາເອກກະສານໄປສົ່ງແລ້ວກໍ່ກັບ’

              ຂ້ອຍຢືນເວົ້າກັບໂຕເອງກ່ອນຈະກ້າວເຂົ້າໄປໃນບໍລິສັດຊື່ງຂ້ອຍໄດ້ບອກອ້າຍພອນໄຊ ຄົນຂັບລົດໃຫ້ກັບໄປກ່ອນເພາະລາວຕ້ອງໄປຮັບລູກ ແລະ ທາງກັບບ້ານເຮົາກໍ່ຄົນລະທາງ.

    “ສະບາຍດີ ມາຂໍພົບ ທ່ານ ສະໝານ”

              ຂ້ອຍມາລໍຖ້າຢູ່ເຄົາເຕີ ອາທິດຄົງບໍ່ມາແຖວນີ້ດອກເນາະ

    “ເຊີນນັ່ງຖ້າກ່ອນເດີ້ ເພິ່ນກຳລັງລົງມາ”       

              ຂ້ອຍນັ່ງຖ້າບໍ່ດົນອ້າຍສະໝານກໍ່ມາ

    “ສະບາຍດີ”       ຂ້ອຍກ່າວ

    “ສະບາຍດີ, ເອົາເອກະສານມາໃຫ້ອ້າຍບໍ?”   ສະໝານວ່າ

    “ໂດຍນີ້ແມ່ນເອກະສານອ້າຍທອງໃຫ້ມາສົ່ງ”  ຂ້ອຍຍື່ນເອກະສານໃຫ້

    “ຂອບໃຈ, ອັນນີ້ກະຝາກໄປໃຫ້ຫົວໜ້າທອງເດີ້ ເປັນຂໍ້ມູນລວມໆສຳລັບງານເປີດໂຕສິນຄ້າໃໝ່, ລອງເອົາໄປເບິ່ງເດີ້”

    “ໂດຍ”   ຂ້ອຍຮັບເອກະສານຈາກອ້າຍສະໝານ

    “ເອີ່...ເຈົ້າເປັນຜູ້ຮັບຜິດຊອບງານເທື່ອແລ້ວນີ້ໃດເນາະ”  ສະໝານຖາມ

    “ແມ່ນແລ້ວ, ຖ້າບໍ່ດີບ່ອນໃດຕຳນິເຮົາໄດ້ເລີຍໃດ”

    “ບໍ່ໆ ອ້າຍບໍ່ໄດ້ຊິຕິ, ອ້າຍຊິບອກວ່າ ຜູ້ໃຫ່ຍເພິ່ນພໍໃຈຫຼາຍ ຖ້າເປັນໄປໄດ້ງານນີ້ຢາກໃຫ້ນ້ອງຮັບອີກ”

    “ໂດຍ ອັນນີ້ນ້ອງຕ້ອງຂໍເບິ່ງໂຕຈິງເດີ້, ຖ້າບໍ່ມີຫຍັງແລ້ວນ້ອງຂໍກັບເລີຍເດີ້”

    “ໄດ້ໆ ໂຊກດີ”

    “ໂດຍ ໂຊກດີຄືກັນເດີ້”

              ຂ້ອຍກ່າວຄຳລາແລ້ວອອກມາຖ້າລົດເມ ເພື່ອກັບບ້ານ, ດີທີ່ບໍພົບອາທິດ ບໍ່ຊັ້ນ, ລາວອາດຈະຖາມເລື່ອງນັ້ນກັບຂ້ອຍ ແລ້ວຂ້ອຍກໍ່ຈະມີພິລຸດໃຫ້ລາວຮູ້.

    <>

    ‘ຕິ໋ງ’

              ຂ້ອຍອອກມາຈາກລິບກໍ່ເຫັນຜູ້ຍິງຄົນໜື່ງຟ້າວຍ່າງອອກຈາກປະຕູໄປ

    “ທ່ານ ອາທິດ ຊິກັບແລ້ວບໍ?                  ສະໝານຖາມ

    “ແມ່ນ, ເຈົ້າບໍ່ກັບເທື່ອຫວາ”

    “ໂດຍ, ກຳລັງຊິກັບ ພໍດີຫົວໜ້າທອງເພິ່ນໃຫ້ລູກນ້ອງເອົາເອກະສານມາສົ່ງ”

    “ຄົນທີ່ອອກໄປວ່າງກີ້ນີ້ຫວາ?”

    “ແມ່ນແລ້ວ, ລາວກໍ່ເປັນຜູ້ຈັດງານເທື່ອແລ້ວນີ້”

    “ອໍ...ວາລິນດາ, ລະນັ້ນແມ່ນເອກະສານຫຍັງ?”         ຂ້ອຍຊີ້ໄປທີ່ຊອງເອກະສານໃນມືຂອງສະໝານ

    “ເອກະສານລາຍຊື່ພະນັກງານຈັດງານມື້ນັ້ນ”

    “ຊັ່ນເອົາມາໃຫ້ຂ້ອຍເລີຍກະໄດ້”

    “ໂດຍ”   ແລ້ວສະໝານກໍ່ຍື່ນເອກະສານມາໃຫ້ຂ້ອຍ

    “ແລ້ວວຽກທີ່ຂ້ອຍໃຫ້ເຈົ້າໄປເຮັດເດະ ຮອດໃສແລ້ວ”

    “ໂດຍ ຕອນນີ້ຮູ້ແລ້ວວ່າສອນຢູ່ໃສ ແລະ ພັກຢູ່ໃສ”

    “ສົ່ງຂໍ້ມູນໃຫ້ຂ້ອຍເລີຍ ... ສ່ວນທີ່ເຫຼືອຝາກເຈົ້າແດ່ເດີ້”

    “ໂດຍ”  

              ຂ້ອຍອອກມາຂື້ນລົດທີ່ຈອດຖ້າຢູ່ດ້ານໜ້າບໍລິສັດ, ເມື່ອເຂົ້າໄປໃນລົດ ຂ້ອຍແນມເບິ່ງຊອງເອກະສານໃນມື ໃນໃຈກໍ່ຫວັງວ່າ ‘ ຂໍໃຫ້ມີຊື່ອິນທິດາຢູ່ໃນນີ້’    ເມື່ອລົດເຄື່ອນທີ່ ສິ່ງທີ່ຂ້ອຍເຫັນຄື ຜູ້ຍິງຄົນໜື່ງຢືນຢູ່ໜ້າບໍລິສັດ, ບໍ່ຮູ້ວ່າຖ້າໃຜຢູ່ທັງທີ່ອອກມາຈາກບໍລິສັດດົນແລ້ວ ແລະ ລາວກໍ່ຄືວາລິນດາ, ຂ້ອຍຮູ້ສຶກວ່າລາວມີບາງຢ່າງທີ່ດຶງດູດໃຫ້ຂ້ອຍຕ້ອງແນມເບິ່ງລາວທຸກຄັ້ງທີ່ເຈິ; ສົນໃຈວ່າລາວກຳລັງເຮັດຫຍັງ.

              ບໍ່ດົນລົດເມປະຈຳສາຍທາງກໍ່ມາຈອດຮັບລາວໄປ . ເປັນຫຍັງຕ້ອງຂື້ນລົດເມນຳ, ບໍ່ມີລົດຫວາ, ແລ້ວຜູ້ຊາຍຄົນນັ້ນໄປໃສຄືບໍ່ມາຮັບລາວ ບໍ່ເຂົ້າໃຈວ່າເປັນຫຍັງຂ້ອງຕ້ອງຄິດເລື່ອງລາວນຳ.

              ເມື່ອຂ້ອຍກັບມາຮອດບ້ານກໍ່ຟ້າວແກະຊອງເອກະສານເບິ່ງ ທາງໃນເປັນລາຍຊື່ພະນັກງານທີ່ຈັດງານໃນມື້ນັ້ນ , ບໍ່ມີຊື່ອິນທິດາ . ຂ້ອຍຈັບໂທລະສັບຂື້ນມາເພື່ອໂທຫາທ໋ອບ ເຊິ່ງບາງທີມັນອາດຈະມີຄວາມຄິດດີໆໃຫ້ຂ້ອຍ ເພາະມັນສະຫຼາດທີ່ສຸດໃນກຸ່ມ.

    “ໂຫຼ”    ທ໋ອບຮັບສາຍ

    “ທ໋ອບ ເຮົາເບິ່ງລາຍຊື່ພະນັກງານທີ່ຈັດງານໃນມື້ນັ້ນແລ້ວ ບໍ່ມີຊື່ອິນທິດາເລີຍ”       ຂ້ອຍວ່າ

    “ຖ້າບໍ່ມີໃນລາຍຊື່ແຂກ, ບໍ່ມີໃນລາຍຊື່ພະນັກງານ ... ເປັນໄປໄດ້ວ່າ ດາຈະປ່ຽນຊື່”

    “ມີຄົນໜື່ງ ... ລາວເປັນຄົນຈັດງານໃນມື້ນັ້ນຊື່ວາລິນດາ , ລົງທ້າຍດ້ວຍດາຄືກັນ”    ເປັນຫຍັງຕ້ອງຄິດເຫັນດານັ້ນນຳວະ

    “ມຶງຊິຮູ້ໄດ້ຈັ່ງໃດວ່າຊື່ດາແລ້ວຈະແມ່ນຄົນດຽວກັນ”    ທ໋ອບວ່າ

    “ກະແຄ່ສົງໄສ, ເຮົາຮູ້ສຶກວ່າຄຸ້ນໜ້າລາວຈັ່ງໃດກະບໍ່ຮູ້”

    “ມຶງເລີຍເໝົາລວມວ່າເປັນອິນທິດາ”

    “ກະບໍ່ແມ່ນເໝົາລວມ, ຢ່າເທາະ! “

    “ວ່າແຕ່ມຶງສືບຂ່າວເອື້ອຍຄູຮອດໃສລະ”

    “ລາວຍັງສອນຢູ່ບ່ອນເກົ່າ ແຕ່ສອນຊັ້ນປະຖົມ”

    “ດີເລີຍ, ດຽວກູຈະຖາມບັກໂອລ້າກັບບັກໂບ້ກ່ອນວ່າວ່າງມື້ໃດ ແລ້ວເຮົາໄປຫາເອື້ອຍຄູກັນ”

    “ໂອເຄ ເອົາຕາມໂຕວ່າ”

    “ອື່ມ... ເທົ່ານີ້ລະ ບ່າຍ”    ແລ້ວທ໋ອບກໍ່ວ່າງສາຍ

              ຂ້ອຍຄິດເຖິງເລື່ອງຜ່ານມາ, ມັນເປັນຄວາມຮູ້ສຶກຜິດທີ່ຢູ່ໃນໃຈມາດົນ, ຂໍພຽງແຕ່ໄດ້ເຈິລາວຈັກຄັ້ງໜື່ງ, ຂໍໃຫ້ໄດ້ໄຖ່ໂທດ ແຕ່ພາບຂອງວາລິນດາ ກໍ່ແຊກເຂົ້າມາໃນຫົວ, ລາວມີບາງຢ່າງທີ່ເຮັດໃຫ້ຂ້ອຍຢາກຮູ້ຈັກລາວຫຼາຍຂື້ນ, ບາງຢ່າງທີ່ຂ້ອຍສົງໄສຢູ່ອາດຈະແມ່ນຄວາມຈິງກໍ່ໄດ້ ໃນໃຈເລິກໆ ຂ້ອຍຢາກໃຫ້ມັນເປັນຄວາມຈິງ.


    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×