ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    ພົມລິຂິດ

    ลำดับตอนที่ #5 : ເມື່ອ 5 ປີ ທີ່ແລ້ວ

    • อัปเดตล่าสุด 29 ก.พ. 59


    ຂ້ອຍເຂົ້າມານອນຫົ່ມຜ້າໃນຫ້ອງ ແລະ ຄິດເຖິງເລື່ອງທີ່ຜ່ານມາ , ມັນເກີດເລື່ອງບ້າຫຍັງຂື້ນກະບໍ່ຮູ້  ຂ້ອຍຄິດຍ້ອນໄປເມື່ອ 5 ປີທີ່ແລ້ວ

    -------------------  ທີ່ຄະນະວິສະວະກຳສາດ  -------------------

         ມື້ນີ້ຂ້ອຍມາໂຮງຮຽນໄວ, ເນື່ອງຈາກວ່າ ຂ້ອຍຮຽນຢູ່2ບ່ອນ ຂ້ອຍຮຽນຂຸດຄົ້ນບໍ່ແຮ່ ຢູ່ປີ 4 ແລ້ວ ຂ້ອຍຮຽນພາກປົກກະຕິ ແລະ ກໍ່ມາຮຽນວິສະວະກຳກໍ່ສ້າງພາກຄ່ຳ ຢູ່ປີ 3 ແລ້ວ . ຫຼັງຈາກເລີກຮຽນຂຸດຄົ້ນບໍ່ແຮ່ແລ້ວ ຂ້ອຍກໍ່ມາຮຽນທີ່ຄະນະວິສະວະກຳຕໍ່ ຂ້ອຍນັ່ງຖ້າໝູ່ເພື່ອເຂົ້າຮຽນຢູ່ໜ້າຫ້ອງ.

    “ ນັ່ງຖ້າໃຜຄົນດຽວ “     ຂ້ອຍຫັນໄປຫາຕົ້ນສຽງທີ່ທັກຂື້ນທີ່ເຫັນຂ້ອຍນັ່ງຢູ່ລະບຽງໜ້າຫ້ອງ

    “ອ໋ ຖ້າໝູ່ “     ຂ້ອຍຫັນໄປຕອບຜູ້ຊາຍທີ່ຂ້ອຍກໍ່ເຄີຍເຫັນໜ້າ ຮູ້ວ່າຢູ່ຄະນະດຽວກັນແຕ່ຄົນລະຫ້ອງ ແມ່ນແຕ່ຊື່ຂ້ອຍກໍ່ຍັງບໍ່ຮູ້

    “ນັ່ງນຳໄດ້ບໍ່“

    “ອື່ມ ນັ່ງໂລດ “     ຂ້ອຍບອກລາວແລ້ວກໍ່ຫັນໄປອ່ານກະຕູນຕໍ່

    “ຍີ້ມງາມເນາະ“     ລາວທ້ວງຫຼັງຈາກທີ່ເຫັນຂ້ອຍລັກຍີ້ມອອກມາ

    “ຫ໋ະ ແມ່ນຫວາ“     ຂ້ອຍຍີ້ມແບບອາຍໆລາວໄປ

    “ບໍ່ຄ່ອຍເຫັນເພີ່ນມາໂຮງຮຽນໄວ“     ລາວຖາມ

    “ພໍດີເຂົາຮຽນສອງບ່ອນ ພໍດີເລີກຮຽນຢູ່ພຸ່ນະເລີຍມາຮຽນພິຕໍ່, ແຕ່ມື້ນີ້ເລີກຮຽນຢູ່ພຸ້ນໄວ“

    “ຮຽນຢູ່ໃສອີກຊັ່ນ“

    “ຮຽນຂຸດຄົ້ນບໍ່ແຮ່“

    “ຫ໋ະ ເປັນຜູ້ຍິງແຕ່ໄປຮຽນຂຸດຄົ້ນບໍ່ແຮ່ນິໃດ“

    “ຊິເປັນຫຍັງແຕ່ຮຽນກໍ່ສ້າງກະຍັງຮຽນ“

    “ແມ່ນໃດເນາະ“

    “ດຽວຢູ່ຫັ່ນກະຈົບແລ້ວ ອີກ 3 ເດືອນກະເສັງ“

    “ ຕາອິດສາເນາະ, ຊິຈົບກ່ອນອີກ “

    “ ແຕ່ຢູ່ນີ້ເຮົາກະຈົບພ້ອມກັນ “

    “ ມານັ່ງຢູ່ຫຍັງນີ້ “     ສຸກໝູ່ຂ້ອຍອີກຄົນໜື່ງຍ່າງມາຖາມ ແຕ່ເບີ່ງແລ້ວຄືບໍ່ໄດ້ຖາມຂ້ອຍ

    “ກະມານັ່ງລົມຜູ້ສາວ“     ວ່າແລ້ວຕ້ອງບໍ່ແມ່ນຖາມຂ້ອຍ

    “ຮູ້ຈັກກັນຫວາສຸກ“     ຂ້ອຍຖາມ

    “ກະຮູ້ແຫຼະໄທບ້ານດຽວກັນ“   

    “ວ່າແຕ່ເພີ່ນຊື່ຫຍັງເກາະ“     ລາວຫັນມາຖາມຂ້ອຍ

    “ສາຍຝົນ“

    “ຟັງແຕ່ຊື່ຍັງຊຸ່ມເຢັນລະ, ໄປສຸກໄປຮຽນ “     ລາວລຸກຂື້ນໄປກອດຄໍກັບສຸກ

    “ໄປກ່ອນເດີ້ຄົນຍີ້ມງາມ“     ແລ້ວລາວກໍ່ຫັນມາໂບກມືໃຫ້ຂ້ອຍກ່ອນທີ່ຂ້ອຍຈະໂບກມືຕອບ

    “ ແມ່ນໃຜຫັ່ນຝົນ“     ຂ້ອຍຫັນໄປຫາບີ່

    “ ອໍ໋ ໝູ່ຂອງສຸກ “

    “ລໍ່ອະ“     ບີ່ເວົ້າແລ້ວແນມໄປຕາມຫຼັງສອງຄົນນັ້ນ

    “ເຂົ້າໄປນັ່ງໃນຫ້ອງເທາະ “     ຂ້ອຍລຸກຂື້ນດຶງແຂນບີ່ໃຫ້ເຂົ້າໄປໃນຫ້ອງຮຽນ

    “ຮູ້ລະຫວາວ່າປີ 3 ເຮົາຕ້ອງໄປຊ່ວຍເຫຼືອໂຮງຮຽນໃນເຂດກັນດານ“     ບີ່ຫັນມາຫາຂ້ອຍ

    “ຮູ້ແລ້ວເຂົາເຫັນຢູ່ຫໍຂ່າວແລ້ວ , ລະບີ່ຊິໄປບໍ່“

    “ໄປ, ແຕ່ເພີ່ນກະຊິໄປຫວາລະເພີ່ນຄາຮຽນຢູ່ບໍ່ແຮ່“

    “ເຂົາເບີ່ງປະຕິທິນແລ້ວ ພໍດີຖືກຊ່ວງພັກເພື່ອເຮັດບົດ, ເຮົາກະໄປແຕ່ 2-3 ມື້ບໍ່ແມ່ນຫວາ“

    “ດີໃຈນະເຂົາຊິມີໝູ່ຜູ້ຍິງໄປນຳແດ່“

    “ເລີກຮຽນລະພາໄປຫ້ອງສະໝຸດແດ່ເດີ້ “

    “ໄດ້ໆລະເຮົາໄປຫາແນວກິນກ່ອນກັບເນາະ “     ບີ່ຍີ້ມຫວານໃຫ້ຂ້ອຍ

    *****************     ຫ້ອງສະໝຸດ     ****************

         ຂ້ອຍກຳລັງຍ່າງໄປຊອກບົດລາຍງານທີ່ລຸ້ນເອື້ອຍອ້າຍເພີ່ນໄດ້ຂຽນໄວ້, ຂ້ອຍຍ່າງງໄປຕາມຕູ້ປື້ມ ແລະ ຂ້ອຍກໍ່ຄິດຫຼິ້ນວ່າ ໃນຖານໃສ່ປີ້ມນີ້ຈະມີທັງໝົດ ຈັກຖານ, ຂ້ອຍຍ່າງໄປຊ້າໆ ແລະ ກໍ່ນັບໃນໃຈນຳ  , ແຕ່ຂ້ອຍກໍ່ບໍ່ສັງເກດເຫັນວ່າມີດວງຕາຄູ່ໜຶ່ງກຳລັງສັງເກດປະຕິກິລິຍາຂອງຂ້ອຍຢູ່  ແລະ ລາວກໍ່ຍ່າງມາບັງທາງຂ້າງໜ້າ ເຮັດໃຫ້ຂ້ອຍຕ້ອງລະສາຍຕາຈາກຖານປື້ມມາແນມເບີ່ງ

    “ ຈັ່ງໃດຍີ້ມງາມ “     ຂ້ອຍຍີ້ມຕອບແທນຄຳທັກທາຍ

    “ກຳລັງນັບຖານປື້ມຢູ່ຫວາ“     ຂ້ອຍຫງຽງຫົວເປັນເຊີງຖາມວ່າຮູ້ໄດ້ຈັ່ງໃດ 

    “ເຂົາກະເຄີຍເຮັດ “     ແຖມລາວຍັງຕອບປານອ່ານໃຈຂ້ອຍໄດ້

    “ ແລ້ວເພີ່ນມາ ? “     ຂ້ອຍຖາມ

    “ອໍ໋ ເຂົາມາຊອກປື້ມໄປຂຽນບົດສົ່ງອາຈານ“

    “ຄືກັນເລີຍ“     ລາວສົ່ງຍີ້ມມາໃຫ້ ແລະ ເວົ້າຕໍ່

    “ພົບຄັ້ງທີໜື່ງອາດບໍ່ແປກ, ພົບຄັ້ງທີສອງ ອາດເປັນເພາະບັງເອີນ ແຕ່ຖ້າພົບຄັ້ງທີສາມ ຄົງເປັນພົມລິຂິດ “

    “ ເພີ່ນເວົ້າຫຍັງຂອງເພີ່ນ“     ຂ້ອຍງົງກັບຄຳເວົ້າ

    “ ຖ້າພົບກັນອີກແລ້ວເຂົາຊິບອກ“

    “ຊັ່ນເຂົາຫວັງວ່າຈະໄດ້ພົບກັນອີກ “

    “ເຊັ່ນກັນ“

    “ເຂົາຕ້ອງໄປແລ້ວໝູ່ເຂົາຖ້າຢູ່ນອກ “     ຂ້ອຍລາກ່ອນຈະຫັນຫຼັງໃຫ້

    “ດຽວ“     

    “ມີຫຍັງບໍ່“     ຂ້ອຍຫັນໄປຫາລາວໃໝ່

    “ໃສວ່າມາຊອກປື້ມບົດລາຍງານໄປເຮັດຄືກັນ“

    “ແຮໆ ເຂົາກະລືມໄປເລີຍ“

    “ຊັ່ນ ເອົາຫົວນິໄປອ່ານເບີ່ງ “

    “ລະເພີ່ນເດ່ຊັ່ນ“

    “ເຂົາບໍ່ຍາກດອກ ເອົາໄປໂລດ“      ຂ້ອຍຈັບເອົາປື້ມນຳລາວ

    “ຂອບໃຈເດີ້ ເຂົາໄປກ່ອນບ່າຍ“     ຂ້ອຍຍົກມືກ່ອນຍ່າງຈາກລາວໄປ

    “ ຝົນໄປດົນແທະ“     ບີ່ຍິງຄຳຖາມມາທັນທີທີ່ເຫັນໜ້າຂ້ອຍ

    “ກະບອກແລ້ວວ່າໄປຊອກປື້ມ“

    “ໄປໄປ໋ເຂົາຫິວແລ້ວ“
          
         ຫຼັງຈາກທີ່ເຮົາໄປເອົາລົດ ບີ່ກໍ່ພາຂ້ອຍມາຮ້ານໝີ່ກ້ຽວເຊີ່ງກໍ່ບໍ່ໃກ້ບໍ່ໄກຈາກໂຮງຮຽນຂ້ອຍປານໃດ, ສົງໄສຮ້ານນີ້ຈະແຊບອີ່ຫຼີເບີ່ງຈາກລຸກຄ້າທີ່ນັ່ງຢູ່ເຕັມຮ້ານທັງທີ່ເວລາກໍ່ບອກວ່າຈະຮອດ 21 :00' 

    “ ເຂົ້າໄປໃນເທາະ “ ບີ່ຍ່າງເຂົ້າໄປໃນຮ້ານ     ແຕ່ວ່າຕາຂ້ອຍດີເຫຼືອເກີນຂ້ອຍແນມໄປເຫັນສຸກກັບໝູ່ຂອງລາວກຳລັງນັ່ງກິນໝີ່ຢູ່

    “ບີ່ເຂົາວ່າເຮົາໄປກິນຮ້ານອື່ນເທາະ “

    “ເປັນຫຍັງ “

    “ເອີ່...ຄົນຫຼາຍໂພດນະມັນຮ້ອນອີກ“

    “ບໍ່ເປັນຫຍັງດອກໝີ່ກ້ຽວຮ້ານນິຄັນເພີ່ນກິນຮັບຮອງຕິດໃຈ“

    “ບີ່ ເຂົາບໍ່ຢາກນະໄປເທາະເນາະໆ ດຽວຄັນປ່ຽນຮ້ານເຂົາເປັນເຈົ້າມືເອງ “     ບີ່ແນມເບີ່ງໜ້າຂ້ອຍແບບສົງໄສ ແຕ່ກໍ່ຍອມຍ່າງມາຂື້ນລົດນຳຂ້ອຍໂດຍດີ

         ຫຼັງຈາກຫາບ່ອນກິນເຂົ້າແລ້ວຂ້ອຍກໍ່ຂັບລົດກັບມາບ້ານ ໃນຫົວຂ້ອຍຄິດເຖິງແຕ່ເລື່ອງທີ່ໝູ່ຂອງສຸກເວົ້າ, ທັງທີ່ວ່າມື້ດຽວເຮົາອາດພົບກັນຕັ້ງ ສາມເທື່ອແຕ່ຂ້ອຍຄິດທີ່ຈະບໍ່ພົບດີກວ່າ, ຖ້າພົບກັນແບບບັງເອີນອີກ ຈື່ງຈະແມ່ນພົມລິຂິດ, ຂ້ອຍບໍ່ຮູ້ວ່າຄວາມຮູ້ສຶກຂ້ອຍມັນເປັນແບບໃດແທ້ ຂ້ອຍຮູ້ສຶກສົນໃຈ ແຕ່ບໍ່ຢາກເຂົ້າໄປໃກ້ຢາກລໍຖ້າເບີ່ງຢູ່ຫ່າງໆ, ຂ້ອຍຢາກຮູ້ວ່າລາວຊື່ຫຍັງ ຂ້ອຍກໍ່ເຂົ້າໄປເປີດເບີ່ງເຟສບຸກ ແລ້ວຊອກເບີ່ງໝູ່ຂອງສຸກ ຂ້ອຍຫາຢູ່ດົນເຕີບຈົນໄປສະດຸດກັບຊື່ ' Def Phounphັeng ' ພໍເຂົ້າໄປເບີ່ງໃນໂປຣໄຟ ກໍ່ແມ່ນລາວອີ່ຫຼີ

         ສອງອາທິດຜ່ານໄປຂ້ອຍໃຊ້ຊີວິດປົກກະຕິ ແຕ່ສີ່ງບໍ່ປົກກະຕິກໍ່ແມ່ນຂ້ອຍພະຍາຍາມຫຼົບຫຼີກທີ່ຈະພົບກັບໝູ່ຂອງສຸກ, ບໍ່ແມ່ນວ່າຂ້ອຍຢ້ານຫຍັງ   ແຕ່ຂ້ອຍຢ້ານໃຈໂຕເອງຫຼາຍກວ່າ, ຫຼາຍປີແລ້ວທີ່ຂ້ອຍບໍ່ໄດ້ຄົບຫາໃຜ ຂ້ອຍມ່ວນຊື່ນກັບໝູ່ເອົາໃຈໃສ່ກັບການຮຽນຫຼາຍກວ່າ ແຕ່ມາຮອດຕອນນີ້ຂ້ອຍພັດຢ້ານ, ຂ້ອຍຢ້ານສາຍຕາ ຢ້ານຮອຍຍີ້ມອັນມີສະເນ່ຂອງລາວ ຂ້ອຍຮູ້ສຶກວ່າ ຖ້າພົບກັນອີກລາວຄົງບໍ່ປ່ອຍໃຫ້ຂ້ອຍຫຼົບໜ້າແບບນີ້ ແລະ ທີ່ແນ່ໆລາວອາດຈະຮູ້ວ່າຂ້ອຍກຳລັງຫຼົບໜ້າລາວຢູ່ກະໄດ້ , ມື້ນີ້ຂ້ອຍມາທີ່ຄະນະເພື່ອຖ້າລົດບັດມາຮັບ , ພວກເຮົາຈະພາກັນໄປຊ່ວຍເຫຼືອນັກຮຽນໃນເຂດກັນດານ, ຂ້ອຍມາຮອດປະມານ 10 ນາທີໄດ້ຈື່ງເຫັນບີ່ແລ່ນມາແລະໂບກມືທັກທາຍຂ້ອຍ

    “ ຝົນ ! ມາຮອດດົນລະຫວາ “     ບີ່ຖາມ

    “ບໍ່ດົນປານໃດດອກ “

    “ລົດບັດມາແລ້ວໄປເທາະ “          ບີ່ດຶງແຂນຂ້ອຍໄປຂື້ນລົດບັດ ເຊີ່ງມີທັງໝົດ 3 ຄັນທີ່ຈະໄປນຳກັນ

    “ບີ່ລະຫ້ອງເຮົາຢູ່ຄັນໃດ “

    “ອື່ມມມມມມ ດຽວເດີ້ຢູ່ນິຖ້າດຽວເຂົາໄປຊອກເບີ່ງໃຫ້ “     ບີ່ເວົ້າແລ້ວກໍ່ຢ່າງຂື້ນໄປລົດບັດຄັນທຳອິດ

    “ ເຈີກັນອີກແລ້ວ “     ຂ້ອຍຫັນໜ້າໄປຫາຕົ້ນສຽງ

    “ ອ້າວ! ຄິດວ່າແມ່ນໃຜ -_-' “     ເຈີກັນຈົນໄດ້

    “ ເຈີກັນອີກແລ້ວ “     ເດຟສົ່ງຍີ້ມມາໃຫ້

    “ແຮໆ ບໍ່ຄິດວ່າຊິເຈີ “

    “ພົມລິຂິດຊັດໆເລີຍ “

    “ເພີ່ນກະໄປນຳຫວານິ “     

    “ແນ່ນອນ, ລະຍີ້ມງາມຂື້ນລົດຄັນໃດນິ“

    “ຍັງບໍ່ຮູ້ເທື່ອ “

    “ຝົນມາທາງພີ້ “     ບີ່ປ່ອນໜ້າອອກມາຈາກລົດບັດແລ້ວຮ້ອງຂ້ອຍຂື້ນໄປ

    “ດຽວໄປຂື້ນລົດກ່ອນເດີ້ ລະຄ່ອຍລົມກັນໃໝ່“     ຂ້ອຍຫັນມາລາກ່ອນຈະຂື້ນລົດໄປ

    “ ໃຜເບາະຝົນ “     ບີ່ຖາມເມື່ອຂ້ອຍນັ່ງລົງຂ້າງໆ

    “ ຄົນຮູ້ຈັກນະ , ບໍ່ມີຫຍັງດອກ “     

         ຂ້ອຍຫັນໄປເບີ່ງຄົນທີ່ນັ່ງຂ້າງໆອີກຟາກໜື່ງຂອງຂ້ອຍ

    “ ເຈົ້າ 0_0 ' “     ອີກແລ້ວລາວນຳມານັ່ງຢູ່ໃກ້ຂ້ອຍອີກແລ້ວພ້ອມກັບໝູ່ລາວອີກຄົນໜື່ງ

    “ ຂ້ອຍນັ່ງໄດ້ຕີ້ “     ລາວຖາມຂ້ອຍແຕ່ກໍ່ຍັງບໍ່ຢຸດຍີ້ມ

    “ ໝູ່ຝົນຫວາ “     ບີ່ປ່ອນໜ້າອອກມາເບີ່ງ

    “ ຂ້ອຍເດຟ “

    “ ຂ້ອຍບີ່ເປັນໝູ່ສະໜິດໆ ຂອງສາຍຝົນ “

    “ ຍິນດີໄດ້ຮູ້ຈັກ ບີ່ “

    “ ມາກັນຄົບແລ້ວເນາະ ຄັນຊັ່ນເຮົາຊິອອກລົດແລ້ວ ພ້ອມລະບໍ່“     ອາຈານປະກາດໃສ່ໄມ

    “ພ້ອມມມມມມມມມມມ“     ນັກສຶກສາກໍ່ຮ່ວມໃຈກັນຕອບ

    “ ອັນໃດເກາະບໍ່ໄດ້ຍິນ ເອົາແບບເຂັ້ມແຂງໆແດ່ “

    “ພ້ອມມມມມມມມມມມມມມມມມມມມມມມມມມມມມມມມມມມມມມມມ“

         ຫຼັງຈາກນັ້ນລົດກໍ່ເຄື່ອນທີ່ອອກໄປ ທັງນັກສຶກສາ ແລະ ອາຈານກໍ່ພາກັນຮ້ອງເພງໄປນຳທາງ

    “ເຮົາເຈີກັນຈັກເທື່ອລະນໍ້ “     ເດຟຫັນມາເວົ້າກັບຂ້ອຍ

    “ສາມຕິ “

    “ເຂົາວ່າຫຼາຍກວ່າຫັ່ນໃດ “     ເດຟປ່ຽນສີໜ້າເປັນກຳລັງຈັບຜິດຂ້ອຍຢູ່

    “ຫວາເຂົາຈື່ໄດ້ວ່າສາມ “     ຂ້ອຍຫັນໜ້າໄປທາງອື່ນ

    “ຫຼົບໜ້າເຂົາເຮັດຫຍັງ “

    “ຫຼົບຢູ່ໃສບໍ່ໄດ້ຫຼົບນ້າ“

    “ບໍ່ຫຼົບກະບໍ່ຫຼົບ, ນອນດີກວ່າຂີ່ລົດດົນໆລະມັນປວດຫຼັງ“     ເວົ້າແລ້ວເດຟກໍ່ອິງເບາະແລ້ວຫຼັບຕາ

         ເວລາລາວນອນລາວຍັງມີສະເນ່ໄດ້ອີກ ແລ້ວແບບນິຊິບໍ່ໃຫ້ຂ້ອຍມັກລາວໄດ້ຈັ່ງໃດ, ເຫັນໜ້າລາວແລ້ວຫົວໃຈຂ້ອຍມັນປັ່ນປ່ວນບອກບໍ່ຖືກ, ເຄີຍເປັນບໍ່ເວລາເຈີຄົນທີ່ຖືກໃຈຮູ້ວ່າມັນອັນຕະລາຍບໍ່ຄວນເຂົ້າໄປໃກ້ແຕ່ເຮົາກໍ່ຍັງອົດໃຈບໍ່ໄດ້, ຍີ່ງຫ້າມກໍ່ຄືຍຸຫັ່ນລະ

    “ຍ່າແນມເຂົາຫຼາຍດຽວເຂົ້າຊິລະລາຍໄປກ່ອນ“     ຢູ່ດີໆເດຟກໍ່ເວົ້າອອກມາ ຫຼືວ່າລາວຈະຮູ້ວ່າຂ້ອຍແນມເບີ່ງລາວຢູ່

         ຂ້ອຍໄດ້ແຕ່ຫັນໜ້າມາທາງບີ່ເຊິ່ງຕອນນີ້ໄປເຝົ້າພະອິນເປັນທີ່ຮຽບຮ້ອຍແລ້ວ ເມື່ອກີ້ນີ້ຂ້ອຍໂຄດອາຍເລີຍທີ່ເອົາແຕ່ແນມເບີ່ງໜ້າລາວລະຍັງເຮັດໃຫ້ລາວຮູ້ອີກ, ຄົນອີ່ຫຍັງໂຄດອັນຕະລາຍເລີຍແບບນິຄົງຢູ່ໃກ້ບໍ່ໄດ້ແລ້ວ
    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×