ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    ພົມລິຂິດ

    ลำดับตอนที่ #4 : ຊາຕາຫຼິ້ນຕະຫຼົກ

    • อัปเดตล่าสุด 5 พ.ย. 58


                                                 

    “ ເດຟ ອັນນິແມ່ນສາຍຝົນທີ່ພໍ່ເຄີຍບອກວ່າເປັນນັກສຳຫຼວດມາແຕ່ວຽງ “

    “ພໍ່ ? “     ຂ້ອຍເຮັດໜ້າງົງໃສ່ ທ່ານ ບຸນທະວິ

    “ແມ່ນແລ້ວເດຟ ຫຼື ວ່າ ພູນແພງເປັນລູກຂ້ອຍເອງ “

    “ຮູ້ຈັກກັນໄວ້ລະເນາະ, ຢູ່ເຮືອນພັກເປັນຈັ່ງໃດ “     ແມ່ມົນຖາມເດຟ

    “........“     ເດຟຍັງແນມເບີ່ງໜ້າຝົນ

    “ເດຟລູກຟັງແມ່ບໍ່ນິ “     ແມ່ມົນເດ່ມືໄປຈັບແຂນເດຟ

    “ ເອີ່ ລູກໃຫ້ແມ່ບ້ານໄປປັດກວດແລ້ວ “     ເດຟຕອບແມ່ແຕ່ຍັງບໍ່ລະສາຍຕາຈາກຂ້ອຍ ແລະ ຂ້ອຍກໍ່ເຊັ່ນກັນ

    “ດຽວ ! ຢ່າບອກໃດວ່າລາວເປັນຄົນທີ່ຈະເບີ່ງແຍງເຮົາ “     ຂ້ອຍທ້ວງຂື້ນ

    “ເຂົ້າໃຈຖືກແລ້ວ ໄລຍະທີ່ຝົນຢູ່ນີເດຟຈະເປັນຄົນເບີ່ງແຍງເລື່ອງທີ່ຢູ່ອາຫານການກິນການໄປການມາ ແລະ ກໍ່ເປັນຜູ້ຊ່ວຍກໍ່ວ່າໄດ້ ເດຟກະຈົບວິສະວະກຳມາແຕ່ວຽງກໍ່ໜ້າຈະຊ່ວຍໄດ້ໃດ “     ແມ່ມົນວ່າ

    “ ເດຟ ກະເປັນຜູ້ຊ່ວຍຂ້ອຍຢູ່ແລ້ວ , ໄປເປັນຜູ້ຊ່ວຍເຈົ້າຄົງບໍ່ມີປັນຫາດອກ “     ຕາມດ້ວຍ ທ່ານ ບຸນທະວິ

    “ຊັ່ນເຮົາພາກັນກັບເທາະ , ເດຟລູກພາຝົນໄປເບີ່ງເຮືອນເດີ້ລະກະຮັບມາກິນເຂົ້າແລງຢູ່ເຮືອນເຮົາ “     ແມ່ມົນຫັນມາສັ່ງກ່ອນຈະຍ່າງອອກໄປພ້ອມ ທ່ານ ບຸນທະວິ

         ້ອຍແທບຈະຍາກໄຫ້ອອກມາໃຫ້ມັນຮູ້ແລ້ວຮູ້ລອດໄປເລີຍ ບໍ່ເຈີກັນເປັນ 4- 5 ປີເປັນຫຍັງໂຊກຊາຕາຈື່ງມາຫຼິ້ນຕາຫຼົກກັບຂ້ອຍແບບນີ້ ລະຍັງໃຫ້ລາວມາເປັນຜູ້ຊ່ວຍຂ້ອຍອີກ ຢາກຊິບ້າຕາຍ
         ຂ້ອຍລາກກະເປົາອອກມາຈາກຫ້ອງແຕ່ກໍ່ຖືກເດຟດຶງໄວ້

    “ດຽວຫິ້ວໄປໃຫ້“     ເດຟເວົ້າກ່ອນຈະຍົກກະເປົາຂ້ອຍຂື້ນແບບສະບາຍ

         ຂ້ອຍກໍ່ໄດ້ແຕ່ຍ່າງນຳກົ້ນລາວມາຂື້ນລົດ ຢາກບອກວ່າຖ້າຕອນນັ້ນໜີໄດ້ຂ້ອຍໜີໄປແລ້ວ, ຂ້ອຍເປີດປະຕູລົດຂື້ນໄປນັ່ງແລ້ວເດຟກໍ່ຂື້ນມານັ່ງຟາກຄົນຂັບທົນທີ, ຂ້ອຍບໍ່ຫັນໄປແນມເບີ່ງຮອດໜ້າລາວດ້ວຍຢ້ານອົດບໍ່ໄດ້ທີ່ຈະເວົ້າເຖິງເລື່ອງອະດີດ, ຂ້ອຍຈື່ງເລືອກທີ່ຈະຫຼັບຕາໄວ້ດີກວ່າ     
         ລົດເຄື່ອນທີ່ອອກໄປຈາກກະຊວງຂ້ອຍແນມເບີ່ງຂ້າງທາງດ້ວຍສາຍຕາວາງເປົ່ານ້ຳຕາຂ້ອຍກຳລັງຈະໄຫຼອອກມາ ແຕ່ຂ້ອຍກໍ່ຕ້ອງແຫງນໜ້າໄວ້ບໍ່ໃຫ້ມັນໄຫຼອອກມາ ເພາະຖ້າມັນອອກມາແລ້ວຄົງອີກດົນກວ່າມັນຈະຢຸດໄຫຼ , ບໍ່ດົນລົດກະບະທີ່ຂ້ອຍນັ່ງກໍ່ມາຈອກຢູ່ທີ່ໜ້າເຮືອນຫຼັງໜື່ງ .

    “ຮອດແລ້ວ “     ເດຟເວົ້າແລ້ວປົດເຂັມຂັດນິລະໄພອອກ

         ຂ້ອຍລົງມາຈາກລົດແລ້ວຢ່າງເຂົ້າໄປໃນເຮືອນຫຼັງນັ້ນຫຼັງຈາກທີ່ເດຟໄຂປະຕູເຂົ້າໄປ , ມັນເປັນເຮືອນຊັ່ນດຽວມີສອງຫ້ອງນອນ ໜື່ງຫ້ອງນ້ຳ ແລະ ມັນກໍ່ກວ້າງພໍສົມຄວນ ແຕ່ກໍ່ບໍ່ກວ້າງເກີນໄປສຳລັບການຢູ່ຄົນດຽວ

    “ ອະນີ່ກະແຈ “     ເດຟຍື່ນກະແຈມາໃຫ້ຂ້ອຍ, ຂ້ອຍຈື່ງຈັບເອົາແລ້ວຍ່າງເຂົ້າໄປຫ້ອງນອນ

    “ຢ່າດົນເດີ່ນ ຕ້ອງໄປກິນເຂົ້າຢູ່ເຮືອນເຮົາພຽງແຕ່ມາແວ່ເອົາເຄື່ອງມາໄວ້ຊື່ໆ “

    ຂ້ອຍເອົາເຄື່ອງໃສ່ກັງແລ້ວຫ້ອຍໄວ້ໃນຕູ້ ແລະ ຈັດການອາບນ້ຳອາບທາກ່ອນຈະຍ່າງອອກມາ

    “ແລ້ວຫວາ “     ຂ້ອຍໄດ້ແຕ່ຫງຶກຫົວແທນຄຳຕອບເພາະຖ້າຂ້ອບເຜີເວົ້າກັບລາວຂ້ອຍອາດເຜີນ້ຳຕາໄຫຼກະມີ

    “ ຊັ່ນກະໄປເທາະ “

    ຂ້ອຍຢ່າງອອກມາຂື້ນລົດກັບເດຟຕອນນີ້ຫາກໍ່ 6 ໂມງເຄີ່ງແຕ່ແສງຕາເວັນພັດຫຼັບຂອບຟ້າໄປແລ້ວ , ອາກາດກໍ່ເລີ່ມເຢັນລົງໆ ຂະນະທີ່ເຮົາຂີ່ລົດມານຳກັນແຕ່ຄົນຕ່າງກໍ່ບໍ່ມີໃຜທີ່ຈະຍອມເປີດປາກເວົ້າຫຍັງອອກມາກ່ອນ ແຕ່ມັນກໍ່ດີແລ້ວຖຶງວ່າມັນຈະໂຄດອຶດອັດກໍ່ຕາມ, ບໍ່ດົນພວກເຮົາກໍ່ມາຮອດເຮືອນຫຼັງໜື່ງ ເປັນເຮືອນ 2 ຊັ້ນຫຼັງໃຫຍ່ ເຊິ່ງແຖບນີ້ຂ້ອຍເຫັນແຕ່ເຮືອນຫຼັງນີ້ແຫຼະໃຫຍ່ກວ່າໝູ່, ສົງໄສຈະເປັນຄອບຄົວໃຫຍ່ ເດຟເຄີຍບອກວ່າລາວມີນ້ອງສາວກັບນ້ອງຊາຍຄົນໜື່ງ ສ່ວນລາວເປັນອ້າຍກົກ

    “ ມາລະຫວາລູກ “     ເປັນແມ່ຂອງເດຟທີ່ອອກມາຕອນຮັບກ່ອນ

    “ໂດຍ“

    “ຝົນເປັນຫຍັງບໍ່ລູກສີໜ້າບໍ່ສູ້ດີ “

    “ສົງໄສເປັນນຳເດີນທາງມາໄກຍັງບໍ່ທັນໄດ້ພັກຜ່ອນ“

    “ຊັ່ນເຂົ້າໄປໃນກ່ອນຢູ່ນອກອາກາດມັນເຢັນດຽວໝອກລົງ “     ເວົ້າແລ້ວແມ່ຂອບເດຟກະຍ່າງນຳຂ້ອຍເຂົ້າໄປໃນເຮືອນ

    “ສະບາຍດີ / ສະບາຍດີເອື້ອຍ “     ທັນທີທີ່ເຂົ້າໄປໃນກໍ່ມີຜູ້ຊາຍອາຍຸປະມານ 22 ແລະ ຜູ້ຍິງປະມານ 18 ນັ່ງຢູ່ໂຕະພ້ອມກັບ ທ່ານ ບຸນທະວີ ສົງໄສຊິເປັນລູກຂອງເພີ່ນ

    “ສະບາຍດີ“     ຂ້ອຍສະບາຍດີ 2 ຄົນນັ້ນກັບ ທ່ານ ບຸນທະວີໄປຕາມລະບຽບການ

     “ ອັນນິ ດ໋ອບ ກັບ ຈູ່ ເປັນນ້ອງຂອງເດຟ“     ແມ່ມົນແນະນຳ

    “ໂດຍ“

    “ປ້າຫອມຈັດພາເຂົ້າໄວ້ລະຫວາ“     ແມ່ມົນຖາມ

    “ໂດຍກຳລັງຊິຕັກຂື້ນໂຕະ“

    “ດຽວຝົນໄປຊ່ວຍ“

    “ ອູ໋ຍ ບໍ່ເປັນຫຍັງລູກໜ້າທີ່ປ້າຫອມລາວ“     ແມ່ມົນເວົ້າ

    “ບໍ່ເປັນຫຍັງດອກ ໄປ໋ແມ່ປ້າດຽວເຮົາຊ່ວຍ “

         ຂ້ອຍຍ່າງນຳກົ້ນແມ່ບ້ານໄປທີ່ເຮືອນຄົວ  ຂ້ອຍກໍ່ມາຊ່ວຍຕາມມາລະຍາດທີ່ມາກິນເຂົ້າເຮືອນເພີ່ນ ອີກຢ່າງຂ້ອຍບໍ່ຢາກເຫັນໜ້າອີ່ຕາເດຟຜີບ້າຫັ່ນ

    “ ແມ່ ເອື້ອຍຝົນນິໜ້າຄຸ້ນໆບໍ່“     ຈູ່ຫັນໄປຊື່ມກັບແມ່

    “ແມ່ກະວ່າຢູ່ແຕ່ແມ່ບໍ່ຈື່ວ່າເຫັນຢູ່ໃສ“

    “ຊໍ່ຫຍັງແມ່ຫະຈູ່“     ເດຟທ້ວງກ່ອນຈະນັ່ງລົງເບີ່ງໂທລະທັດຢູ່ຂ້າງພໍ

    “ເຮົາບໍ່ໄດ້ ... +_+ “     ແລ້ວຈູ່ກໍ່ເຮັດໜ້າຄືຄິດຫຍັງອອກ

    “ແມ່ເຮົາຄິດອອກແລ້ວ “

    “ພາເຂົ້າແຕ່ງແລ້ວລະເດີ້ “     ປ້າຫອມຍ່າງມາເອີ້ນໃຫ້ໄປກີນເຂົ້າ

    “ນັ່ງໆ , ຝົນມານັ່ງຂ້າງເດຟພິເດ່ລູກ“     ຂ້ອຍກຳລັງຈະນັ່ງຂ້າງໆຈູ່ກໍ່ຖືກແມ່ເດຟໄລ້ໄປນັ່ງຂ້າງ ເຊິ່ງໂຕະອາຫານມື້ນີເປັນລັກສະນະໂຕະມົນ ມີທ່ານ ບຸນທະວີເປັນປະທ່ານ ຕໍ່ມາກໍ່ເປັນຈູ່, ດ໋ອບ, ເດຟ, ຂ້ອຍ ແລະ ແມ່ມົນຕາມລະດັບ

    “ລະບ່ອນຢູ່ເປັນຈັ່ງໃດພໍຢູ່ໄດ້ບໍ່ລູກ “     ແມ່ມົນຖາມ

    “ໂດຍເຮົາວ່າມັນໃຫຍ່ເກີນໄປຊ້ຳ ເພາະເຮົາຢູ່ຄົນດຽວ“

    “ຄັນຊັ່ນໃຫ້ເດຟໄປຢູ່ນຳ “     ທ່ານບຸນທະວີວ່າ

    “ບໍ່ ບໍ່ເປັນຫຍັງເຮົາຢູ່ໄດ້ “

    “ຝົນລາວເປັນແສ້ເປັນສາວຊິໃຫ້ລູກເຮົາໄປຢູ່ນຳຈັ່ງໃດ “     ແມ່ມົນວ່າດ້ວຍສຽງຕຳນິຜູ້ເປັນຜົວ

    “ຂ້ອຍກະເວົ້າໄປຊັ່ນລະ ອີກຢ່າງລູກເຮົາມັນກະໄວ້ໃຈໄດ້ “

    “ລະຝົນມີຄອບຄົວລະຫວາ “     ແມ່ມົນຫົນມາຖາມຂ້ອຍ ສ່ວນເດຟກໍ່ຫັນມາເບີ່ງ

    “ຍັງເທື່ອ ເຮົາຄິດວ່າຄົງບໍ່ເອົາແລ້ວ “

    “ເອົ໋າ ຄືວ່າຈັ່ງຊັ່ນລະລູກເປັນຜູ້ຍິງກະຕ້ອງຊອກຄົນມາເບີ່ງແຍງຕົວະລູກ “

    “ເຮົາຍັງບໍ່ເຈີຄົນຖືກໃຈ “     ຂ້ອຍຕອບແມ່ມົນໄປແລ້ວກົ້ມໜ້າກິນເຂົ້າຕໍ່

    “ເປັນຈັ່ງໃດກິນໄດ້ຢູ່ເບາະ“     ທ່ານ ບຸນທະວີຖາມ

    “ອາຫານເຮືອນຫົວໜ້າມີແຕ່ແນວແຊບໆຈົນບໍ່ຮູ້ວ່າຊິກິນຫຍັງກ່ອນ ^_^ “     ຂ້ອຍຕອບແລ້ວສົ່ງຍີ້ມໄປ

    “ຊິຮ້ອງຫົວໜ້າຫົວຕາຫຍັງຮ້ອງພໍ່ກະໄດບໍ່ຖືດອກ“

    “ອໍ໋ ໂດຍ“     ຂ້ອຍກິນເຂົ້າຕໍ່

    “ແຊບມື້ໜ້າກະມາດຸໆເດີ້“     ແມ່ມົນຫັນມາຫາຂ້ອຍ

    “ ໂດຍ ດຽວຝົນຊິມາຝາກທ້ອງນຳ “

    “ມື້ອື່ນຊິໃຫ້ເດຟໄປຮັບແຕ່7ໂມງເດີ້ ລະເຂົ້າມາກະຊວງ, ຊິແນະນຳໃຫ້ເຈົ້າໜ້າທີ່ເພີ່ນຮູ້ຈັກກ່ອນ“     ພໍ່ວີວ່າ

    “ໂດຍ “

    “ ກິນໆລູກມັນເດິກລະດຽວກິນລະກະເມືອພັກຜ່ອນ“     ແມ່ມົນວ່າ

    “ແມ່ຄືບໍ່ໃຫ້ເອື້ອຍລາວນອນພິເລີຍຊັ່ນ“     ຈູ່ເວົ້າ

    “ບໍ່ເປັນຫຍັງນອນພຸ້ນກະໄດ້ ມັນກະບໍ່ໄດ້ໄກຈາກໜີ້, ອີກຢ່າງເຄື່ອງກະຍັງບໍ່ທັນໄດ້ຂົນອອກຈາກກະເປົາຊ້ຳ“

    “ຊັ່ນໄວ້ມື້ໜ້າເອື້ອຍຝົນມານອນເປັນໝູ່ຈູ່ເດີ້ “

    “ໄດ້ບໍ່ມີປັນຫາ“

         ຫຼັງຈາກຄາບເຂົ້າແລງແລ້ວຂ້ອຍກໍ່ຄອບໄທເຮືອນເດຟກັບ ເພາະຕອນນີ້ອາກາດໜາວຫຼາຍແລ້ວດີແຕ່ຂ້ອຍອາບນ້ຳມາກ່ອນ,ນອກຈາກພໍ່ຂອງເດຟເຮັດວຽກຢູ່ກະຊວງແລ້ວ ແມ່ຂອງລາວຍັງເປັນເຈົ້າຂອງໂຮງສີ ແລະ ທຸລະກິດຜ້າໄໝຊຳເໜືອນຳອີກ ກະສົມພໍວ່າມີເຮືອນຫຼັງໃຫຍ່. ນ້ຳໝອກກະເລີ່ມລົງມາອີກແລ້ວ ໃນຄວາມທີ່ຂ້ອຍບໍ່ລື້ງກັບອາກາດຢູ່ໜີ້ ແລະ ເຖິງວ່າໃນລົດຈະປັບອາກາດໃຫ້ອຸ່ນແລ້ວຂ້ອຍຍັງຮູ້ສຶກໜາວຢູ່

    “ໜາວຫວາ“     ເດຟຫັນມາຖາມຂ້ອຍແຕ່ຂ້ອຍແກວ່ງຫົວແທນ

    “ບໍ່ໜາວຈັ່ງໃດຂົດປານນັ້ນປາກກະສັ່ນ“

    “.....“

    “ເອົາມືມານີ້ “      ເດຟເດ່ມືມາຈັບແຂນຂ້ອຍ ແຕ່ຂ້ອຍດຶງແຂນໂຕເອງກັບມາແລ້ວແນບໄວ້ກັບຮ່າງກາຍ

    “ຊິດື້ໄປຮອດໃສ, ຊັ່ນກະອົດເອົາດຽວກະຮອດແລ້ວ“     ເດຟເວົ້າແລ້ວຕັ້ງໜ້າຂັບລົດຕໍ່

         ຂ້ອຍບໍ່ໄຫວແລ້ວຂ້ອຍເມື່ອຍ ຮ່າງກາຍອາດຈະບໍ່ປານໃດແຕ່ໃຈຂອງຂ້ອຍນິຕິ, ຂ້ອຍຈະອົດທົນໄດ້ຊ່ຳໃດ ແລະ ຍັງຈະຕ້ອງໄດ້ເຮັດວຽກຕ້ອງໄດ້ພົບໜ້າລາວອີກທຸກມື້ ມັນຄືກັບວ່າບາດແຜທີ່ຢູ່ໃນໃຈມັນເລີ່ມຈະຖືກແກະເຮັດໃຫ້ເຈັບອີກແລ້ວ

         ແລະພໍແຕ່ລົດຈອດຂ້ອຍກໍ່ຮີບລົງຈາກລົດ ແລ້ວແລ່ນເຂົ້າໄປໃນເຮືອນທັນທີ ໂດຍຍັງບໍ່ລືມຈະຫັນມາລ໋ອກປະຕູ ແລະ ບໍ່ສົນຄົນທີ່ຢູ່ຂ້າງນອກຈະປັນຈັ່ງ ເພາະລາວເອງກໍ່ຄົງບໍ່ສົນໃຈຢູ່ແລ້ວວ່າຂ້ຶຍຈະເປັນແນວໃດ

    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×