คืนค่าการตั้งค่าทั้งหมด
คุณแน่ใจว่าต้องการคืนค่าการตั้งค่าทั้งหมด ?
ลำดับตอนที่ #3 : ຂີ້ສົງໄສ
"ລະເປັນຫຍັງຂ້ອຍຕ້ອງມານັ່ງເບິ່ງສາກສະຫວີດຫຍັງຢູ່ນີ້ ? "
...ສະຖານທີ່ຈັດງານ...
“ສົ່ງເຮົາຢູ່ນີ້ກະໄດ້ດຽວເຮົາຢ່າງເຂົ້າໄປເອງ” ຂ້ອຍວ່າ
“ໂອເຄ...ເລີກວຽກແລ້ວໂທຫາອ້າຍ, ຢ່າເຮັດຄືມື້ນັ້ນເດີ້” ອ້າຍຄຳວ່າ
“ເຮົາກະບອກແລ້ວ ມື້ນັ້ນໄປພົບລູກຄ້າມາແລ້ວຫົວໜ້າແວ່ໄປສົ່ງ”
“ອ໋ະໆ ອ້າຍບໍ່ຖຽງ, ອ້າຍຍອມໃຫ້ກະໄດ້ ແຕ່ມື້ນີ້ດາຕ້ອງໂທ” ອ້າຍຄຳເຮັດໜ້າຕາຈິງຈັງຂູ່ຂ້ອຍອີກ
ຄິດວ່າຊິຢ້ານສະເບາະ
“ເຮົາໄປກ່ອນເດີ້, ຂອບໃຈອ້າຍຄຳ” ຂ້ອບຟ້າວລົງຈາກລົດແລ້ວແລ່ນເຂົ້າໄປໃນຕຶກ
ພໍຂ້ອຍມາຮອດທີມງານຈາກບໍລິສັດເຮົາກໍ່ພາກັນມາ,
ສ່ວນຂ້ອຍກໍ່ຕັ້ງໃຈເຮັດວຽກເພາະຢາກໃຫ້ຜົນງານອອກມາດີທີ່ສຸດ.
...’19:40’...
“ນ້ອງດາ, ອັນນີ້ໃຫ້ເອື້ອຍເອົາໄປໄວ້ໃສ” ເອື້ອຍແສງຖືກະຕ່າໃສ່ດອກໄມ້ມາຫາຂ້ອຍ
“ໄວ້ແຖວໜ້າເວທີກະໄດ້ ກັບຊຸ້ມປະຕູທາງນັ້ນເພາະແຂກເຫັນຈະໄດ້ສະດຸດຕາ” ຂ້ອຍຕອບ
“ນ້ອງດາ, ເອື້ອຍວ່າຊຸ້ມບ່ອນນັ້ນມັນເປັນໂລ່ໆ” ເອື້ອຍໜິງແລ່ນມາຫວາຂ້ອຍ
“ເຮົາວ່າບ່ອນນັ້ນໜ້າຈະເອົາຜະລິດຕະພັນຂອງບໍລິສັດມາໃສ່ແລ້ວເອົາຜ້າທີ່ກຽມໄວ້ມາຜູກເອື້ອຍໜິງວ່າຊິງາມບໍ່”
“ອື່ມ...ເອື້ອຍວ່າມັນໂອເຄເລີຍ ດຽວເອື້ອຍຊິໄປຈັດເບິ່ງກ່ອນ “
ແລ້ວເອື້ອຍໜິງກໍ່ຟ້າວໄປ,
ມື້ນີ້ເປັນອີ່ຫຍັງທີ່ເມື່ອຍສຸດໆ ແຕ່ຂ້ອຍເຊື່ອວ່າທຸກຄົນເຮັດເຕັມທີ່ ແລະ
ມັນຕ້ອງອອກມາດີໃນມື້ອື່ນ.
“ຂອບໃຈທຸກຄົນເດີ້ສຳລັບມື້ນີ້,
ດາວ່າເຮົາຄວນຈະກັນໄປພັກເອົາແຮງເພື່ອລຸຍວຽກຕໍ່ໃນມື້ອື່ນ ດີບໍ່” ຂ້ອຍຖາມທຸກຄົນເມື່ອເຫັນວ່າວຽກແລ້ວໆ
“ດີໆ ຊັ່ນພວກເອື້ອຍກັບເລີຍໃດ” ເອື້ອຍແສງວ່າ
“ໂດຍດຽວເຮົາພາກັນເກັບອຸປະກອນກັບ ຊ່ວຍກັນເລີຍ”
ແລ້ວທຸກຄົນກໍ່ພາກັນເກັບເຄື່ອງເຂົ້າຖົງ,
ຂ້ອຍກໍ່ເຊັ່ນກັນປານນີ້ແມ່ຄົງຊິຖ້າກິນເຂົ້າແລ້ວ.
“ດາ ທ່ານອາທິດມາ” ເອື້ອຍໜິງຍ່າງມາບອກ
“ຫ໋ະ! ທ່ານ ອາທິດມາ” ຂ້ອຍອຸທານ
“ແມ່ນ ຍ່າງມາພຸ້ນເດະ” ເອື້ອຍໜິງເວົ້າພ້ອມຊີ້ມືໄປ
ມາຫຍັງຕອນນີ້ວ໋ະ,
ມື້ອື່ນກະເຈິ ລະຍັງຕ້ອງມາເຈິມື້ນີ້ອີກ.
“ສະບາຍດີ ... ທ່ານອາທິດ” ຂ້ອຍຍ່າງມາທັກທາຍ
ແລ້ວກົ້ມໜ້າຕໍ່
“ສະບາຍດີ, ເຈົ້າ...ວາລິນດາໃດເນາະ” ອາທິດວ່າ
“ໂດຍ...ທ່ານອາທິດມາຮອດນີ້ ມີຫຍັງບໍ່?”
“ຂ້ອຍກຳລັງຈະກັບບ້ານ ຜ່ານມາທາງນີ້, ເລີຍແວ່ເຂົ້າມາເບີ່ງວ່າກຽມງານຮອດໃສແລ້ວ”
“ໂດຍ ພໍດີຮຽບຮ້ອຍໝົດແລ້ວ ທ່ານອາທິດວາງໃຈໄດ້ເລີຍ”
“ເລື່ອງນັ້ນຂ້ອຍເຊື່ອຝີມືບໍລິສັດທີ່ເປັນມືອາຊີບຄືພວກເຈົ້າຢູ່ແລ້ວ
, ວ່າແຕ່ເດິກແລ້ວຍັງບໍ່ພາກັນກັບຫວາ”
“ພວກເຮົາຫາກໍ່ແລ້ວວຽກກຳລັງຈະກັບພໍດີ”
“ອື່ມ...ຊັ່ນກະກັບພ້ອມກັນເລີຍ” ເວົ້າແລ້ວອາທິດກໍ່ຍ່າງອອກໄປ
‘ຄົນເຮົານິກະແປກ, ຢາກໄປກະໄປ ຢາກມາກະມາ’
ຂ້ອຍເກັບເຄື່ອງແລ້ວໆກໍ່ຍ່າງອອກມາ ຕອນນີ້ກໍ່ຄົງກະ 9 ໂມງໄດ້ແລ້ວ.
“ດາ”
“ອ້າຍຄຳ! ມາຫຍັງນີ້” ຂ້ອຍຫັນໄປຫາສຽງຮ້ອງກໍ່ເຫັນອ້າຍຄຳແລ່ນມາຫາ
“ກະມາຮັບດາຫັ້ນລະ, ໃສອ້າຍບອກໃຫ້ໂທຫາ” ອ້າຍຄຳເຮັດໜ້າບໍ່ພໍໃຈ
“ອໍ...ກະກຳລັງຊິໂທໄປ, ເຫັນບໍ່ນິຈັບໂທລະສັບຢູ່”
“ດາກະແບບນີ້ຕະຫຼອດ, ໄປເທາະອ້າຍຈອດລົດໄວ້ພຸ້ນ”
“ມື້ໜ້າອ້າຍຄຳບໍ່ຕ້ອງມາຮັບກະໄດ້ ເຮົາກັບເອງໄດ້”
“ອ້າຍເຕັມໃຈອ້າຍບອກດາແລ້ວ”
“ແຕ່ຖ້າອ້າຍຄຳຍັງເຮັດແບບນີ້ເຮົາຍິ່ງເກງໃຈໃດ”
“ອ້າຍຫ່ວງດາໃດ, ແມ່ດາກະຫ່ວງຄືກັນ ລາວບໍ່ຢາກໃຫ້ດາຂີ່ລົດເມທຽວໄປທຽວມາແບບນີ້ດອກ”
“ແຕ່ວ່າ...”
“ຟັງອ້າຍໃດ...ອ້າຍເຕັມໃຈ ເພາະອ້າຍຮັກແລະເປັນຫ່ວງດາ,
ໃຫ້ອ້າຍໄດ້ເຮັດໃນສິ່ງທີ່ອ້າຍຢາກເຮັດ ຈົນກວ່າມື້ໜື່ງອ້າຍບໍ່ສາມາດເບິ່ງແຍງດາໄດ້ ອ້າຍກໍ່ຄົງບໍ່ມີໂອກາດໄດ້ເຮັດແບບນີ້”
ອ້າຍຄຳເວົ້າຈົນຂ້ອຍຊື້ງເລີຍ
ບໍ່ຮູ້ວ່າຊິເອົາຄຳໃດບອກລາວດີ, ເກງໃຈກະເກງໃຈ.
“ຄັນຊັ້ນ ຖ້າມື້ໃດດາກັບເດິກ, ດາຊິໂທບອກອ້າຍຄຳ
ແຕ່ຖ້າໄປວຽກປົກກະຕິອ້າຍຄຳບໍ່ຕ້ອງມາຮັບດາກະໄດ້ ໂອເຄບໍ່”
“ຖ້າດາວ່າແບບນັ້ນກະຕາມໃຈ”
“ກັບບ້ານເທາະແມ່ຄືຊິຖ້າຢູ່” ຂ້ອຍເວົ້າແລ້ວກໍ່ຂື້ນໄປນັ່ງຂ້າງຄົນຂັບ
<<
Athit Talk >>
ຂ້ອຍກຳລັງນັ່ງຢູ່ໃນລົດ
ເຫັນຍິງຊາຍຄູ່ໜື່ງກຳລັງຢືນລົມກັນດ້ວຍຄວາມສະໜິດສະໜົມ.
ຂ້ອຍກໍ່ພຽງແຕ່ແວະມາເບິ່ງວ່າກຽມງານຮອດໃສແລ້ວ ເຖິງຈະເປັນບໍລິສັດຮັບຈັດງານມືອາຊີບ
ແຕ່ຂ້ອຍກໍ່ຢາກມາເບິ່ງຢູ່ດີ, ຂ້ອຍຮູ້ສຶກວ່າ ຜູ້ຍິງທີ່ຊື່ “ດາ” ຄົນນີ້ ມີອີ່ຫຍັງແປກໆ
ເບິ່ງຈາກເມີ່ລອຍໃນຫ້ອງປະຊຸມ, ລະຍັງທີ່ຮ້ານອາຫານຫັ້ນອີກ
ເບິ່ງແລ້ວບໍ່ໜ້າຈະຮັບຜິດຊອບງານໃຫ່ຍຂະໜາດນີ້ໄດ້ , ແຕ່ກໍ່ບໍ່ໜ້າເຊື່ອ
ວ່າລາວຈະເຮັດໄດ້ພາຍໃນມື້ດຽວ. ລະເປັນຫຍັງຂ້ອຍຕ້ອງມານັ່ງເບິ່ງສາກສະຫວີດຫຍັງຢູ່ນີ້ ?
ກໍ່ເພາະວ່າຂ້ອຍຄາລົມໂທລະສັບກັບໂອລ້າ ມື້ນີ້ມັນຊວນໄປກິນເຫຼົ້າ ແລະ
ກໍ່ມາເຫັນສອງຄົນນີ້ຢືນລົມກັນຕັ້ງດົນບໍ່ພາກັນກັບບ້ານ ແລະ
ຜູ້ຍິງຄົນນັ້ນກໍ່ຄືວາລິນດາ, ນັ້ນກໍ່ຄົງຈະແມ່ນ”ແຟນ”ລາວ.
ຕອນນີ້ເບິ່ງຄືວ່າພວກເຂົາຄົງຕົກລົງກັນໄດ້ແລ້ວຈື່ງພາກັນຂື້ນລົດໄປ.
ລະຂ້ອຍຊິມານັ່ງຄິດເລື່້ອງຂອງເຂົາເຈົ້າເຮັດຫຍັງວະ!
ອອກໄປຫາໂອລ້າດີກວ່າເພາະວ່າມື້ນີ້ ມັນຈະພາໝູ່ເກົ່າມານຳ,
ຫວັງວ່າຄົງຈະມີຂໍ້ມູນຫຍັງກ່ຽວກັບອິນທິດາແດ່.
... ຮ້ານ The Win…
ຂ້ອຍມາຮອດຮ້ານບັນເທິງແຫ່ງໜຶ່ງ
, ບັນດາໝູ່ເກົ່າ2ຄົນລວມກັບໂອລ້າກໍ່ມາຖ້າດົນແລ້ວ.
“ບັກທິດມາລະສູ” ໂອລ້າວ່າ
“ເຄຼຍໂຕະໆ ປ໋າມາລະ” ໂບ້ວ່າ
“ຢ່າເວີ້ຫຼາຍ” ຂ້ອຍນັ່ງລົງລະຫວ່າງໂອລ້າກັບໂບ້
ແລ້ວພວກເຮົາ4ຄົນຄື:
ຂ້ອຍ, ໂອລ້າ, ໂບ້ ແລະ ທ໋ອບ ກໍ່ພາກັນນັ່ງລົມກັນເລື່ອງຕ່າງໆຂອງແຕ່ລະຄົນ
ຄືທຸກຄັ້ງທີ່ກັບມາລາວ.
“ວ່າລະ...ເລື່ອງທີ່ເຮົາຫາໂຕໃຫ້ຊ່ວຍໄປຮອດໃສລະ” ຂ້ອຍຫັນໄປຖາມໂອລ້າ
“ເອີ່...ເລື່ອງນີ້ຕ້ອງຖາມບັກທ໋ອບ ມັນເຄີຍເຫັນດາຕອນຮຽນມໍປາຍ” ໂອລ້າຫັນໜ້າໄປຫາທ໋ອບ
ທ໋ອບເປັນຄົນບໍ່ມັກເວົ້າ
ແຕ່ເລື່ອງຮັກໝູ່ ຫຼື ເຮັດເພື່ອໝູ່ມັນໃຫ້ເຕັມທີ່ ແຖມຍັງຮຽນເກັ່ງ ໜ້າທີ່ການງານດີກວ່າ
2ໂຕນີ້ອີກ.
“ກູເຫັນແຄ່ເທື່ອດຽວ ຕອນໄປງານວິທະຍາສາດ ,
ເຫັນດາຢືນແຈກໃບປິວຢູ່ໜ້າງານ, ເວົ້າກັນບໍ່ພໍ 10 ຄຳດາກໍ່ຂໍໂຕໄປເຮັດວຽກລະ” ທ໋ອບວ່າ
“ລະໂຕຖາມຫຍັງແດ່?” ຂ້ອຍວ່າ
“ກູກະຖາມວ່າ ດາ ແມ່ນບໍ່?
ທຳອິດກະເຮັດໜ້າງົງບໍ່ຈື່ວ່າກູແມ່ນໃຜ ກູເລີຍບອກວ່າເປັນໝູ່ທີ່ເຄີຍຮຽນຢູ່ໂຮງຮຽນຕົ້ນຮັກ
ຊ່ຳນັ້ນລະດາກະຂໍໂຕໄປເຮັດວຽກເລີຍ”
“ຫ໋ະ! ມຶງຖາມຊ່ຳນັ້ນນະ” ໂບ້ວ່າ
(ບາດຊິຂື້ນມັນກະຂື້ນເປັນບາດ)
“ແລ້ວຖ້າໂຕເຈິດາອີກໂຕຊິຈື່ບໍ່?” ຂ້ອຍຖາມ
“ກູວ່າກູຈື່ຫວ໋ະ, ແຕ່ພວກມຶງຄົງບໍ່ຈື່
ເພາະຕອນກູເຈິຢູ່ມໍປາຍນະ, ດາຂາວ ຜົມຍາວແຖມຍັງໜ້າຮັກອີກ” ທ໋ອບວ່າ
“ລະອຶມບໍ່?” ໂບ້ວ່າ
“ນິ...ບັກຫື່ນ” ໂບ້ຖືກໂອລ້າຕົບຫົວໃຫ້ບາດໜື່ງ
“ສົມນ້ຳໜ້າ...ຫື່ນບໍ່ຖືກເວລາ, ວ່າແຕ່ສູຊິຊ່ວຍເຮົານຳຫາດາແດ່ໄດ້ບໍ່?” ຂ້ອຍວ່າ
“ເລື່ອງຊ່ວຍຫັ້ນຊ່ວຍ, ແຕ່ເຮົາຊິໄປຫາແນວໃດ ຮູບຖ່າຍກະບໍ່ມີ,
ທີ່ຢູ່ກະບໍ່ຮູ້ ບໍ່ຮູ້ຫຍັງເລີຍແມ່ນແຕ່ໜ້າຕາ” ໂອລ້າວ່າ
ແລ້ວທຸກຄົນກໍ່ນັ່ງມິດເພື່ອລະດົມຄວາມຄິດກັນຢູ່ຄາວໜື່ງ
“ແມ່ນແລ້ວ ! ກູຄິດອອກແລ້ວ” ທ໋ອບເວົ້າຂື້ນ
“ແມ່ນຫຍັງຂອງມຶງ” ໂບ້ວ່າ
“ຂໍ້ມູນຂອງໂຮງຮຽນ, ເຮົາຕ້ອງໄປຖາມຂໍ້ມູນຢູ່ໂຮງຮຽນເກົ່າວ່າດາຍ້າຍໄປໃສ,
ແລ້ວເຮົາກໍ່ຈະສຶບໄປນຳໂຮງຮຽນດຽວກະເຈິ” ທ໋ອບວ່າ
“ລະມັນຈັກປີມາແລ້ວ, ຕັ້ງແຕ່ຢູ່ປໍ1
ໃຜຊິເອົາຂໍ້ມູນໄວ້ເປັນ10ກວ່າປີ “ ໂອລ້າວ່າ
“ແຕ່ກູວ່າມີຄົນໜື່ງທີ່ເກັບຂໍ້ມູນໄວ້” ທ໋ອບວ່າ
ແລ້ວພວກເຮົາ4ຄົນກໍ່ພາກັນແນມເບິ່ງໜ້າກັນແລ້ວເວົ້າພ້ອມກັນຂື້ນມາວ່າ
“ເອື້ອຍຄູພອນໄຂ່!!!”
“ດຽວເຮົາຊິໃຫ້ຄົນໄປເອົາຂໍ້ມູນຢູ່ໂຮງຮຽນ ,
ໂອລ້າໂຕໄປຫາເອື້ອຍຄູ” ຂ້ອຍວ່າ
“ກູນິ ?” ໂອລ້າຊີ້ໃສ່ໂຕເອງແລ້ວເວົ້າຕໍ່
“ລະກູຊິໄປຫາຢູ່ໃສ , ໂບ້ ! ມຶງໄປກັບກູ”
“ເປັນຫຍັງກູຕ້ອງໄປກັບມຶງ” ໂບ້ຖຽງ
“ມຶງກະໄປເປັນໝູ່ກູບໍ່ໄດ້ຫວາ”
“ໄດ້ແຕ່ມຶງຕ້ອງລ້ຽງເຂົ້າກູ”
“ລະເປັນຫຍັງກູຕ້ອງລ້ຽງເຂົ້າມອງນຳ”
“ຢຸດ ! ທັງສອງຄົນເລີຍ ໂບ້ໄປກັັບໂອລ້າ
ຖ້າເຈິດາດຽວປ໋າລ້ຽງເອງ” ຂ້ອຍເວົ້າຂື້ນເຮັດໃຫ້2ຄົນນີ້ເຊົາຖຽງກັນ
“ມື້ອື່ນ ມີງານເປີດສາຂາໃໝ່ຂອງບໍລິສັດ , ເຊີນພວກໂຕເລີຍເດີ້ “ ຂ້ອຍວ່າ
“ພວກກູໄປຢູ່ແລ້ວ ງານສຳຄັນຂອງມຶງນຳບໍ່ແມ່ນຫວາ” ໂອລ້າວ່າ
“ເປີດຕົວລູກຊາຍ
ເຈົ້າຂອງທຸລະກິດຍັກໃຫ່ຍລະດັບແຖວໜ້າຂອງເມຶອງລາວ “ທ່ານ ອາທິດ ເຮືອງສົມບັດ” “ ໂບ້ເວົ້າແລ້ວແຖມສຽງດົນຕີຍິ່ງໃຫ່ຍໃຫ້ອີກ
“ເວີ້ລະ ... ຮີບກິນໆເຂົ້າໄປເລີຍ” ຂ້ອຍເດ່ຈອກໄປຕຳກັບສາມສະຫາຍ.
ความคิดเห็น