ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    ໜີຫົວໃຈ

    ลำดับตอนที่ #2 : ຄັບຄາຍຄັບຄາ

    • อัปเดตล่าสุด 11 มิ.ย. 61




    “ຂ້ອຍ​ຮູ້ສຶກ​ຄຸ້ນໜ້າ​ເຈົ້າ ບໍ່ຮູ້​ວ່າ​ເຮົາ​ເຄີຍ​ຮູ້ຈັກ​ກັນ ຫຼືບໍ່?“ 


         ຫຼັງຈາກ​ເລີກ​ປະຊຸມ ຂ້ອຍ​ກໍ່ຟ້າວ​ອອກ​ມາ​ຈາກ​ຫ້ອງ​ປະຊຸມ​ທັນທີ.

    “ດາ…ດາ ດຽວກ່ອນ ຖ້າ​ເຂົາ​ແດ່“      ນີ່​ນ່າຟ້າວ​ແລ່ນ​ມາ​ດຶງ​ແຂນ​ຂ້ອຍ​ໄວ້

    “ມີ​ຫຍັງ​ບໍ່ນ່າ?“

    “​ເພີ່ນ​ຊິ​ຟ້າວ​ໄປ​ໃສ​ດາ, ​ເພີ່ນ​​ເປັນ​ຫຍັງ​ບໍ່ນິ ຫຼື ວ່າ​ບໍ່ສະບາຍ?“

    “ບໍ່ໆ ​ເຂົາ​ບໍ່​ໄດ້​ເປັນ​ຫຍັງ“

    “​ແຕ່​ເຂົາ​ວ່າ​ເປັນ ​ເພິ່ນ​ໃຈ​ລອຍ​ແຕ່​ຢູ່​ຫ້ອງ​ປະຊຸມ​ລະ , ຫົວຫນ້າ​ເວົ້າ​ກະບໍ່ຕັ້ງ​ໃຈ​ຟັງ “

    “​ເຂົາ…​ເຂົາ​ຫິວ​ເຂົ້າ​ນະ ​ເຮົາ​ຮີບ​ໄປ​ກິນ​ເທາະ“

    “ຫິວ​ເຂົ້າ​ນິ​ໃດ…ດາ​ເອີ້​ຍຄິດ​ວ່າ​ບໍ່ສະບາຍ“ ນີ່​ນ່າ​ແກ​ວ່ງຫົວ​ຄ່ອຍໆ

    “ຊັ່ນ​ເຮົາຮີບ​ໄປ​ເທາະ“  ນີ່​ນ່າວ່າ​ແລ້ວ​ຈູງ​ແຂນ​ຂ້ອຍ​ໄປ   ​ແຕ່​ວ່າ

    “ດາ…ນ່າ “   ​ອ້າຍ​ທອງ​ເອີ້ນ​ພວກ​ເຮົາ ​ແຖມ​ຍັງ​ມາ​ກັບ​ອາທິ​ດອີກ

    “ຊິ​ພາກັນ​ໄປ​ໃສ?“     ອ້າຍ​ທອງ​ຖາມ

    “​ເຮົາ​ກຳລັງ​ຊິ​ພາກັນ​ໄປ​ກິນ​ເຂົ້າ, ​ໄປ​ນຳ​ກັບ​ບໍ່ອ້າຍ​ທອງ“   ນ່າຕອບ

          ​ແຕ່​ໃນ​ໃຈ​ຂ້ອຍ ບໍ່ຢາກ​ໃຫ້​ນ່າຕອບ​​ແບບ​ນັ້ນ​ເລີຍ

    “ພໍດີ​ເລີຍ ອ້າຍ​ກໍ່ກຳລັງ​ຈະ​ໄປ​ກິນ​ເຂົ້າ , ມື້​ນິ ທ່ານ ອາທິດ​ເພີ່ນ​ອາສາ​ເປັນ​ເຈົ້າມື"  ອ້າຍ​ທອງ​ວ່າ

    “ບໍ່​ເປັນ​ຫຍັງ…ອ້າຍ​ໄປ​ໂລດ ດຽວ​ເຮົາ​ສອງ​ຄົນ​ໄປ​ກິນ​ຕ່າງຫາກ“  ຂ້ອຍ​ຟ້າວ​ປະຕິ​ເສດ

    “ບໍ່ຕ້ອງ​ເກງ​ໃຈ​ດອກ​ກິນຫຼາຍໆຄົນ​ຈື່ງ​ແຊບ, ອີກ​ຢ່າງ​ເຮົາ​ກໍ່ລົມ​ເລື່ອງ​ວຽກ​ເຮົາ​ໄປ​ນຳ “     ອາທິດ​ວ່າ

    “ດີ​ເລີຍ…​ໄປ​ເນາະດາ“  ນ່າຫັນ​ມາ​ຫາ​ຂ້ອຍ ສາຍຕາ​​ແບບ​ວ່າ ຕ້ອງ​ໄປ

    “ຊັ່ນ​ກະ​ແລ້ວ​ແຕ່​ຫົວໜ້າ​ເລີຍ“   ຂ້ອຍ​ວ່າ

    “ທ່ານ ອາທິດ ລົດ​ຖ້າ​ຢູ່​ລຸ່ມ​ແລ້ວ“      ສະໝານຍ່າງ​ເຂົ້າ​ມາ

    “ອື່ມ…ຊັ່ນ​ກະ​ໄປ​ນຳ​ກັນ​ເລີຍ ​ເຊີນ“     ອາທິ​ດວ່າ ​ແລ້ວ​ຍ່າງ​ນຳ​ໄປ

     

    ……………ຮ້ານ ອາຫານ ……………

    “ສັ່ງ​ຕາມ​ສະບາຍ​ເລີຍ “ ​ອາທິດ​ວ່າ

    “ດາ ກິນ​ຫຍັງ​ດີ​ເຮົາ “  ນ່າຖາມ​ຂ້ອຍ

    “​ແລ້ວ​ແຕ່ນ່າ​ເລີຍ ສັ່ງ​ເພື່ອ​ເຂົາ​ແດ່“     ຊອບ​ຈອບ

          ​ໃນ​ລະຫວ່າງ​ທີ່ຢູ່​ໂຕະ​ອາຫານ ຂ້ອຍ​ບໍ່ກ້າ​ແມ່ນ​ແຕ່​ຊິ​ແນມ​ເບີ່​ງໜ້າອາທິດ ບໍ່ຮູ້​ວ່າ​ລາວ​ແນມ​ເບີ່​ງຫນ້າ​ຂ້ອຍ​ຢູ່​ບໍ່ ​ແຕ່​ຂ້ອຍ​ກໍ່ຄົງ​ບໍ່​ໄດ້​ຢູ່​ໃນ​ສາຍຕາ​ຂອງ​ລາວ​ຢູ່​ແລ້ວ ດຽວມື້​ນີ້​ມັນ​ກໍ່ຜ່ານ​ໄປ.

    “​ເຈົ້າຊື່​ດາ​ແມ່ນ​ບໍ່?“

          ​ໃນ​ລະຫວ່າງ​ທີ່​ກິນ​ເຂົ້າ​ຢູ່ ອາທິດ​ກໍ່ຖາມ​ຂື້ນ​ມາ, ຫຼືວ່າ ລາວ​ຊິ​ຈື່​ເຮົາ​ໄດ້​ຫວະ? ຕາຍ​ແລ້ວ​ດາ​ເຮັດ​ຈັ່ງ​ໃດ​ດີ.

    “​ແມ່ນ ຜູ້​ນິຊື່​ດາ ຊື່​ແທ້​ຊື່​ວາລິ​ນດາ ​ເປັນ​ຜູ້​ອອກ​ແບບຕົບ​ແຕ່ງງານ “      ຫົວໜ້າທອງ​ຕອບ

          ສ່ວນ​ຂ້ອຍ​ກໍ່​ໄດ້​ແຕ່​ຍີ້ມ ​ແລ້ວ​ກົ້ມໜ້າກິນ​ຕໍ່

    “ຂ້ອຍ​ຮູ້ສຶກ​ຄຸ້ນໜ້າ​ເຈົ້າ ບໍ່ຮູ້​ວ່າ​ເຮົາ​ເຄີຍ​ຮູ້ຈັກ​ກັນ ຫຼືບໍ່?“  ​ອາທິດ​ຖາມ

    “ບໍ່ ! ຂ້ອຍ​ບໍ່​ເຄີຍ​ພົບ ທ່ານ ອາທິດ ຢູ່​ໃສ​ມາ​ກ່ອນ​ດອກ“ ຂ້ອຍ​ຟ້າວ​ຕອບ

    “ໝູ່ຂ້ອຍ​ຄົນໜື່ງລາວ​ກໍ່ຊື່​ດາ , ​ແຕ່​ບໍ່​ໄດ້​ພົບ​ກັນ​ດົນ​ແລ້ວ “ ອາທິດ​ເວົ້າ​ແລ້ວ​ກໍ່ຫັນ​ໄປ​ລົມ​ວຽກກັບ​ຫົວໜ້າທອງ​ຕໍ່

          ຂ້ອຍ​ໄດ້​ແຕ່​ຍີ້ມ​ແຫ້ງໆ , ກິນ​ເຂົ້ກໍ່ບໍ່ລົງ ຈັກ​ປານ​ໃດ​ຫົວໜ້າຊິ​ພາ​ກັບ

    “ອ້າວ ! ອີ່ມ​ລະ​ຫວາ​ດາ​ຄື​ວ່າ​ຫິວ​ເຂົ້າ “  ນ່າຖາມ

    “ອື່ມ…ອີ່ມ​ແລ້ວ ຫິວໆລະ​ມາ​ກິນ​ກໍ່​ເລີຍ​ກິນ​ໄດ້ໜ້ອຍ“

          ຂ້ອຍ​ຫັນໜ້າ​ໄປ​ທາງ​ອາທິດ​ພໍດີ​ເຫັນ​ລາວ​ກຳລັງ​ແນມ​ເບີ່​ງຂ້ອຍ​ຢູ່ , ຫຼືວ່າ​ລາວ​ຈະ​ຮູ້​ວ່າ​ແມ່ນ​ຂ້ອຍ .

    ……..

    “ຖ້າ​ທຸກ​ຄົນອີ່ມ​ລ້ວ ກໍ່ຕ້ອງ​ຂໍ​ໂຕ​ພາ​ທີ​ມງານ​ກັບ​ເລີຍ​ເດີ້, ຂອບ​ໃຈ ທ່ານ ອາທິດຫຼາຍໆ ທີ່​ລ້ຽງ​ເຂົ້າ​ພວກ​ເຮົາ“ ຫົວໜ້າທອງ​ເວົ້າ

    “ບໍ່​ເປັນ​ຫຍັງ​ຖື​ວ່າ​ສ້າງ​ຄວາມ​ລື້​ງ​ເຄີຍ“    ອາທິດ​ວ່າ

    “ຖ້າ​ທ່ານ ອາທິດ​ວ່າ​ແບບ​ນັ້ນ​ກໍ່ຖື​ເປັນກຽດຫຼາຍ ​ເອົາ​ໄວ້​ວັນ​ສຸກ​ຊິ​ໃຫ້​ດາ​ໄປ​ກຽມງານ​ຢູ່​ສາຂາ​ໃໝ່​ເລີຍ “

    ຫົວໜ້າທອງ​ຕອບ​ອາທິດ​ແບບ​ບໍ່ຖາມ​ຂ້ອຍ​ເລີຍ​ວ່າ​ຂ້ອຍ​ຢາກ​ໄປ​ບໍ່

    “​ໄປ໋ພວກ​ເຮົາ​ຂື້ນ​ລົດ“   ອ້າຍ​ທອງ​ວ່າ

    “ຂອບ​ໃຈ​ເດີ້ !!!“ ທີ​ມງານ​ພວກ​ເຮົາ​ກໍ່ພາກັນ​ຂອບ​ໃຈ​ອາທິດ​ຢ່າງ​ໃຫ່ຍ

    “ອ້າຍ​ທອງ​ວ່າງ​ກີ້​ນີ້​ອ້າຍ​ທອງ​ວ່າຊິ​ໃຫ້​ນ້ອງ​ໄປ​ກຽມງານ“   ຂ້ອຍ​ຖາມ

    “​ແມ່ນ…ກະ​ງານ​ນີ້​ເຈົ້າ​ເປັນ​ຄົນອອກ​ແບບ ​ເຈົ້າກໍ່ຕ້ອງ​ໄປ​ຄຸມ​ງານ​ເອງ​ຄື​ແຕ່ລະ​ເທື່ອ“

    “​ແຕ່​ງານ​ໃຫ່ຍ​​ແບບ​ນີ້​ນ້ອງ​ຊິ​ເຮັດ​ຄົນ​ດຽວ​ໄດ້​ຈັ່ງ​ໃດ“

    “​ໃຫ່ຍກວ່າ​ນີ້​ກໍ່​ເຮັດ​ມາ​ແລ້ວ​ຕົວະ“

    “​ແຕ່​ມັນ​ບໍ່ຄື​ກັນ ນ້ອງ​ຢ້ານ​ນ້ອງ​ເຮັດ​ພາດ, ນ້ອງ​ຂໍ​ຖອນ​ໂຕ​ເດີ້​ໃຫ້​ນ່າ​ໄປ​ເຮັດ​ແທນ​ກະ​ໄດ້“

    “ນ່າຊິ​ເຮັດ​ແທນ​ຈັ່ງ​ໃດ ວຽກລາວ​ກະ​ມີ, ຊັ່ນ​ມີ​ເວລາ​ອ້າຍ​ຊິ​ໄປ​ເບີ່​ງຊ່ວຍ ຖ້າ​ມີ​ບັນຫາ​ກະ​ມາ​ປືກສາ​ອ້າຍ​ໂລດ“

          ​ໂອ໋ຍ… ຂ້ອຍ​ຕ້ອງ​ເຈິ​ກບອາທິດ​ອີກ​ແມ່ນ​ບໍ່ນິ ຊໍ່ານິກໍ່ຢ້ານ​ລາວ​ຈື່​ລະ​ນິວ່າ​ແມ່ນ​ເດັກ​ຄົນ​ນັ້ນ…ຄົນ​ທີ່​ເຊີ່​​ເລີ່​ຊ່າ​ລ່າ ​ໄປ​ບອກ​ຮັກ​ລາວ.

    << Athit Talk>>

              ຂ້ອຍມານັ່ງຄິດແລ້ວຄິດອີກ, ວາລິນດາທີ່ຂ້ອຍພົບໃນມື້ນີ້ ລາວມີສ່ວນຄ້າຍກັບອິນທິດາເມື່ອຫຼາຍປີກ່ອນ.

    “ຮາໂຫຼ”

    “ໂອລ້າ, ເຮົາອາທິດເດີ້”

              ຂ້ອຍກົດໂທລະສັບໄປຫາໝູ່ສະໜິດຕັ້ງແຕ່ສະໄໝຮຽນອະນຸບານ

    “ເອີ່ ວ່າຈັ່ງໃດ”

    “ເຮົາມາລາວລະໃດ”

    “ເຮີ້ຍ ! ມຶງມາມື້ໃດຄືບໍ່ບອກກູ”

    “ອາທິດໜື່ງແລ້ວ, ຄາເບິ່ງວຽກຊ່ວຍພໍ່ເລີຍບໍ່ໄດ້ບອກ”

    “ມຶງນິ ! ລະມີໃຜຮູ້ແດ່ລະນິ “

    “ຍັງບໍ່ມີໃຜຮູ້ ເຮົາບອກໂຕຄົນແລກເລີຍ”

    “ເຫັນກູສຳຄັນວ່າຊັ້ນ”

    “ເອີ່”

    “ລະມຶງໂທຫາກູນິ ຄືຊິບໍ່ແມ່ນໂທມາບອກແຕ່ເລື່ອງນີ້ແມ່ນບໍ່”    ໂອລ້ານິ ຮູ້ໃຈຂ້ອຍອີ່ຫຼ

    “ອືມ...ເຮົາມີເລື່ອງໃຫ້ໂຕຊ່ວຍ”

    “ແນ່ກູວ່າລະ...ມີຫຍັງກະວ່າມາ”

    “ມຶງຈື່ດາບໍ່?”

    “ດາໃດ?”

    “ອິນທິດາຫັ້ນນ່າ”

    “ເອີ.....ກູບໍ່ຮູ້ຈັກ”

    “ດາທີ່ຮຽນນຳມຶງຢູ່ປໍ1ຫັ້ນເດ້”

    “ດາ ປໍ1........ເອີ , ດາທີ່ໂຕດຳໆ ຜົມກູດໆຫັ້ນຫວາ”

    “ເອີ່ ! ດານັ້ນລະ”

    “ລະມຶງຊິເຮັດຫຍັງ?....ຢ່າບອກໃດວ່າມຶງຊິຈີບ”

    “ບໍ່! ບ້າຫວາ ກູແຄ່ຢາກຮູ້ວ່າຕອນນີ້ລາວເປັນຈັ່ງໃດແລ້ວ “

    “ໃຜຊິໄປຮູ້, ຫຼັງຈາກທີ່ມຶງໄປລາວກະຍ້າຍໂຮງຮຽນ ບໍ່ໄດ້ຕິດຕໍ່ໃຜອີກ”

    “ສະແດງວ່າຕອນນີ້ບໍ່ມີໃຜຮູ້ເລີຍແມ່ນບໍ່ວ່າລາວຢູ່ໃສ”

    “ເອີ່! ວ່າແຕ່ມຶງຊິເຮັດຫຍັງ ຢູ່ດີໆກະຖາມຫາ”

    “ມື້ນີ້ເຮົາເຈິຄົນໆໜື່ງ ເຮັດໃຫ້ເຮົາຄິດຖຶງລາວ, ເຮົາຍັງມີເລື່ອງທີ່ຢາກເວົ້າກັບລາວຢູ່ . ໂຕຊ່ວຍນຳຫາລາວຊ່ວຍເຮົາແດ່ໄດ້ບໍ່?”

    “ລະເປັນຫຍັງຕ້ອງແມ່ນກູນຳ, ລູກນ້ອງມຶງມີເປັນສິບຄືບໍ່ໃຊ້”

    “ໂຕເປັນຄົນກວ້າງຂວາງ ແລະ ທີ່ສຳຄັນເຮົາໄວ້ໃຈໂຕທີ່ສຸດ”

    “ແລ້ວຖ້າກູຫາເຈິ, ມຶງຊິເອົາຫຍັງໃຫ້ກູ”

    “ຂໍແຕ່ໂຕຫາລາວເຈິ, ໂຕຢາກໄດ້ຫຍັງເຮົາກໍ່ຈະໃຫ້”

    ...

    << Valinda Talk >>

    ... ວັນສຸກ ...

              ວັນສຸກລະຫວານິ, ຕ້ອງໄປກຽມງານແມ່ນບໍ່ນິ ! ຂໍຢ່າໃຫ້ເຈິອາທິດເລີຍ

    “ດາ...ຄືເຂ່ຍເຂົ້າຫຼີ້ນ”       ແມ່ຖາມ

    “ເຮົາອີ່ມລະແມ່ ບໍ່ຄ່ອຍຢາກ”

    “ກິນອີກຈັກໜ່ອຍແດ່ລູກ ຈື່ງມີແຮງເຮັດວຽກ”

    “ແຕ່ເຮົາອີ່ມລະນະ..”

    ‘ກ໋ອກໆໆ’        ທັນໃດນັ້ນສຽງເຄາະປະຕູກໍ່ດັງຂື້ນ

    “ດຽວເຮົາໄປໄຂເອງ”       ຂ້ອຍລຸກອອກຈາກໂຕະກິນເຂົ້າເພື່ອໄປເປີດປະຕູເຮືອນ

    “ອ້າວ..ອ້າຍຄຳ, ເຂົ້າມາໃນກ່ອນ”

    “ກິນເຂົ້ານຳກັນກ່ອນຄຳ ແມ່ເຮັດແຈ່ວໜໍ່ໄມ້ມື້ນິ “      ແມ່ວ່າ

    “ເຮົາກຳລັງຄິດຢາກກິນພໍດີເລີບ, ເຮົາບໍ່ເກງໃຈລະໃດນິ” ແລ້ວອ້າຍຄຳກໍ່ນັ່ງກິນເຂົ້າແບບໜ້າຕາເສີຍ

    “ເຮົາບໍ່ເຫັນອ້າຍຄຳເກງໃຈຈັກເທື່ອ” ຂ້ອຍວ່າ

    “ດາ! ເວົ້າໃຫ້ອ້າຍ”         ແມ່ຮ້າຍຂ້ອຍ

    “ແມ່ນຄວາມດາຫັ້ນລະແມ່, ກະແນວກິນທີ່ແມ່ເຮັດນິແຊບອີ່ຫຼີເຮົາເລີຍບໍ່ເກງໃຈ”   ອ້າຍຄຳວ່າ

    “ເອົ໋າ...ຊັ່ນກະກິນຫຼາຍໆ”  ແມ່ວ່າ

    “ແລ້ວອ້າຍຄຳບໍ່ໄປສອນຫວາຈື່ງມານີ້”         ຂ້ອຍຖາມ

    “ໄປ ອ້າຍກະມາຮັບໂຕໄປວຽກພ້ອມກັນນິລະ”

    “ແຕ່ມື້ນີ້ເຮົາຕ້ອງໄປວຽກນອກຫ້ອງການໃດ”

    “ບໍ່ເປັນຫຍັງດຽວອ້າຍໄປສົ່ງ”

    “ລະຄຳຊິທັນວຽກຫວາ”    ແມ່ຖາມອ້າຍຄຳ

    “ທັນຢູ່ແມ່”       ອ້າຍຄຳຕອບ

    “ຊັ່ນກະຄ່ອຍໄປຄ່ອຍມາເດີ້ “

              ສະຫຼຸບ ຄືຂ້ອຍຕ້ອງໄດ້ໄປກັບອ້າຍຄຳແມ່ນບໍ່ນິ.



    ( ອ່ານຕໍ່ສະບັບໜ້າ )

    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×