ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    ໄຟຟ້າສະຖິດສະກິດໃຈໝໍ ‘ Electrostatics Love ‘

    ลำดับตอนที่ #2 : ແຜນຈີບໝໍ

    • อัปเดตล่าสุด 22 เม.ย. 63



    “ມື​ງ ຕ້ອງທຽວ​ໄປ​ຫາ​ອາວ​ມຶງ​ດຸໆ ​ເພື່ອ​ທຳ​ຄວາມ​ຄຸ້ນ​ເຄີຍ​ກັບ​ມັນ, ຈາກ​ນັ້ນ ....“

    “ກະ​ລວບ​ຫົວ​ລວບ​ຫາງ​ເລີຍ “

         ມື້​ນີ້​ຂ້ອຍ​ຕັ້ງ​ໃຈ​ຈະ​ໄປ​ຫາ​ອາວທອນຫຼັງ​ເລີກ​ຮຽນ ​ເພາະບໍ່ມີ​ວຽກ​ເຮັດ ​ເນື່ອງ​ຈາກ​ຮ້ານ​ປິດ​ປັບປຸງ​ຊົ່ວຄາວ​ , ອາທິດ​ປາຍ​ແລ້ວຫຼັງຈາກ​ທີ່​ມື້​ນັ້ນ​ຖືກ​ລົດ​ຕຳ ຂ້ອຍ​ກໍ່ບໍ່ພົບສຸດ​ລໍ່ຂອງ​ຂ້ອຍ​ເລີຍ ​ໄປ​ເອົາລົດຢູ່​ຮ້ານ​ເຂົາ​ເຈົ້າກໍ່ບອກ​ວ່າ​ລາວ​ມາ​ຈ່າຍ​ເງິນ​ແລ້ວ , ຖາມ​ເອົາ​ເບີ​ໂທ ກະບອກ​ວ່າ​ຖີ້ມລະ ​ ແລ້ວຂ້ອຍ​ຈະ​ໄປ​ນຳ​ຫາ​ສຸດ​ລໍ່ຄົນ​ນັ້ນ​ຢູ່​ທາງ​ໃດ​ດີ​.

          ຂ້ອຍ​ເຄີຍ​ມາ​ຫາ​ອາວ​ແຕ່​ຕອນ​ຢູ່ ມໍ ປາຍ ມັນ​ກະ​ຜ່ານ​ມາ 2 ປີ​ແລ້ວ ​ເລີຍ​ຕ້ອງ​ໃຊ້​ເວລາ​ໃນ​ການ​ຊອກ​ຫາ​ຈັກໜ້ອຍໜື່ງ , ຂ້ອຍ​ຂັບ​ລົດ​ມາ​ເລື້ອຍໆຈົນ​ຮອດໜ້າຄີ​ນິກ​ແຫ່ງໜື່ງ ຂ້ອຍ​ຄິດ​ວ່າ​ມັນ​ຕ້ອງ​ແມ່ນ​ເຮືອນ​ອາວທອນ​ແນ່ນອນ ​ເພາະ​ມີ​ປ້າຍໜ້າຄີ​ນິກຂຽນວ່າ ຫ້ອງ​ກວດ​ພະຍາດ ດຣ. ສູນ​ທອນ ມະນີ​ໂຊກ . ບໍ່ລໍ​ຊ້າ ຂ້ອຍ​ຈອດ​ລົດໜ້າຄີ​ນິກ​ແລ້ວ​ເປີດ​ປະຕູ​ເຂົ້າ​ໄປ​ທັນທີ.

    “ດຣ. ສູນ​ທອນ​ຢູ່​ບໍ່ “   ຂ້ອຍ​ເຂົ້າ​ໄປ​ຖາມ​ພະຍາບານ​ທີ່ຢູ່​ເຄົາ​ເຕີ້

    “​ໂດຍ ​ແຕ່​ຕອນ​ນີ້​ເພີ່ນ​ຄາ​ຄົນ​ປ່ວຍ​ຢູ່, ​ເຊີນ​ນັ່ງ​ຖ້າ​ກ່ອນ​ເດີ້ “

          ຂ້ອຍ​ກຳລັງ​ນັ່ງ​ສຳຫຼວດ ຄີ​ນິກຂອງ​ອາວທອນ ມັນ​ປ່ຽນ​ໄປຫຼາຍ​ ​ແຕ່​ຄວາມ​ສະອາດ ​ແລະ ບໍລິການ​ກໍ່ຍັງ​ດີ​ເລີດ​ຄື​ເກົ່າ​ເບີ່​ງຈາກ​ຄົນ​ທີ່​ມາ​ໃຊ້​ບໍລິການ ຂະໜາດວ່າຄ່ຳ​ແລ້ວ​ຍັງ​ມີ​ຄົນ​ຫຼາຍຢູ່ . ອາວທອນ​ອອກ​ມາ​ພໍດີ

    “ອາວທອນ“    ຂ້ອຍ​ລຸກ​ຂື້ນ​ພ້ອມ​ກັບ​ຮ້ອງ​ອາວທອນ​ທີ່​ກຳລັງຫຼຽວມາ ​ແຕ່​ຄົນ​ທີ່​ຢືນ​ຢູ່​ຂ້າງຫຼັງອາວທອນ​ຕ່າງຫາກ​ທີ່​ຂ້ອຍ​ໃຫ້​ຄວາມ​ສົນ​ໃຈ

    “​ເຈົ້າ , ​ແມ່ນ​ເຈົ້າ​ອີ່ຫຼີຫວາ​ນິ ມາ​ຢູ່​ນີ້​ໄດ້ຈັ່ງ​ໃດ “   ຂ້ອຍ​ທັກ​ຄົນ​ທີ່​ຢືນ​ຢູ່​ຂ້າງຫຼັງອາວທອນ ນັ້ນ​ກໍ່ຄື​ສຸດ​ລໍ່ ​ແຖມ​ຍັງ​ໃສ່​ເສື້ອ​ກາວ​ອີກ ສົງ​ໄສ​ເປັນໝໍຝຶກ​ຫັດ , ອາວທອນ​ແນມ​ເບີ່​ງໜ້າຂ້ອຍ​ກັບ​ລາວ​ສະຫຼັບກັນ​ກ່ອນ​ຈະ​ຖາມ

    “ຮູ້ຈັກ​ກັນ​ຫວາ​ນິ“     

    “ອໍ ! ​ເຄີຍ​ພົບ​ກັນ​ເທື່ອໜື່ງ“     ຂ້ອຍ​ຕອບ​ອາວທອນ​ດ້ວຍ​ໃບໜ້າຍີ້ມ​ແຍ້ມ

    “​ແລ້ວ...​ເຈົ້າ​ມານິ​ໄດ້​ຈັ່ງ​ໃດ ຫຼືວ່າ ບາດ​ມື້​ນັ້ນ​ຍັງ​ບໍ່​ເຊົາ ຫຼືວ່າ ມັນ​ຕິດ​ເຊື້ອ “ ຄົນ​ລໍ່ຖາມ​ແບບ​ຕົກ​ໃຈ ທ່າ​ທາງ​ລາວ​ເອີໆ​ແບບ​ນິໜ້າຮັກ​ດີ

    “ບໍ່​ແມ່ນ​ຫາຍ​ດີ​ແລ້ວ , ຂ້ອຍ​ມາ​ຫາ​ອາວທອນ“      ຂ້ອຍ​ຫັນ​ໄປ​ຍີ້ມ​ໃຫ້​ອາວທອນ

    “ມາ​ພິ ​ໄປ​ນັ່ງ​ລົມ​ກັນ​ໃນ​ພຸ້ນ , ​ໂອສົດ​ກະ​​ມາ​ນຳ “ ອາວທອນ​ຍ່າງ​ນຳ​ພວກ​ເຮົາ​ໄປ​ໃນ​ຫ້ອງ​ຮັບ​ແຂກ

          ກີ້​ນີ້​ອາວທອນ​ຮ້ອງສຸດ​ລໍ່ວ່າ ​ໂອສົດ ຟັງ​ແຕ່​ຊື່​ຍັງ​ມ່ວນ​ລະ

    “ມີ​ຫຍັງ​ກະ​ວ່າ​ມາ“      ອາວທອນ​ເວົ້າ​ເມື່ອ​ນັ່ງ​ລົງ​ຕໍ່ໜ້າ​ເຮົາ​ສອງ​ຄົນ

    “ກະ​ແມ່​ໂທບ​ອກວ່າ​ໃຫ້​ມາ​ຫາ​ອາວ“

    “ມາ​ຮຽນ 2 ປີ​ຫາ​ກະ​ຄິດ​ຊິ​ມາ​ຫາ​ນິ“

    “ກະ​ເຮົາ​ຄາວຽກ​ແຖມ​ຍັງ​ມີ​ຮຽນອີກ“

    “ລະ​ເຮົາ​ເຮັດ​ຫຍັງ​ຢູ່​ໃສ​ລະ, ​ໄດ້​ຍິນ​ແຕ່​ແມ່​ໂຕ​ໂທ​ມາບ​ອກວ່າ​ຮຽນ ໄຟຟ້າ“

    “​ເຮົາ​ຮຽນ​ໄປ​ນຳ​ເຮັດ​ວຽກ​ໄປ​ນຳ , ເຮັດຢູ່​ຮ້ານ​ກາ​ເຟ​ໃກ້ໆກັບ​ໂຮງ​ຮຽນຫັ່ນ​ລະ “

    “ລະ​ໂຕ​ຢູ່​ໃສ​ລະດຽວນິ“

    “​ເຮົາ​ເຊົ່າ​ຫ້ອງ​ຢູ່​ໃກ້ໆຫັ່ນ​ລະ“

    “ບໍ່ຢາກ​ມາ​ຢູ່​ນຳ​ອາ​ວຫວາ “

    “​ໂຫ ! ມາ​ຢູ່​ນຳ​ອາວ​ກະ​ໄກ​ບ່ອນ​ເຮັດ​ວຽກ ບໍ່​ເອົາ​ແຫຼະ​ເຮົາ​ຄ້ານ​ທຽວ​ໄກ“

    “ກະ​ມາ​ເປັນ​ຜູ້​ຊ່ວຍ​ຢູ່​ນິກະ​ໄດ້ ຊ່ວຍ​ພະຍາບານ​ເບີ່​ງຄົນ​ເຈັບ​ລະ​ກະ​ຍາມ​ຕອນກາງຄືນ ດຽວອາວ​ໃຫ້​ເງິນ​ເດືອນ “

          ຄັນ​ມາ​ຢູ່​ນີ້ ບໍ່​ແນ່​ເຮົາ​ກະຊິ​ໄດ້​ໃກ້​ສຸດ​ລໍ່ອີກ ອິອິ ​ແຕ່​ເຮົາ​ກະຊິ​ໄປ​ກິນ​ເຫຼົ້າກັບ​ພວກ​ບັກ​ຕູ່​ບໍ່​ໄດ້

    “ດຽວ​ເຮົາ​ຄິດ​ເບີ່​ງກ່ອນ“

    “​ເອີ່ ! ລະ​ສອງ​ຄົນ​ນິຮູ້ຈັກ​ກັນ​ໄດ້​ຈັ່ງ​ໃດ“  ອາວທອນ​ຖາມ​ຂ້ອຍ​ສັງ​ເກດ​ເຫັນ​ສຸດ​ລໍ່ສະດຸ້ງໜ້ອຍໜື່ງ

    “....​ເອີ່..​ແບບ​ວ່າ“

    “ພໍດີ​ເຮົາ​ລົດ​ລົ້ມ​ລາວ​ເລີຍ​ມາ​ຊ່ວຍ “       ຂ້ອຍ​ຕອບ​ແທນ​ຄົນ​ທີ່​ອ້ຳໆອື້​ງໆຢູ່

    “​ໄປ​ເຮັດ​ຈັ່ງ​ໃດ​ໃຫ້​ລົດ​ລົ້ມ ລະ​ເຈັບຫຼາຍບໍ່“

    “ບໍ່​ເປັນ​ຫຍັງ​ດອກ​ເຮົາ​ກະດູກ​ເຫຼັກຊິ​ຕາຍ“

    “​ເຮິ ! ກະດູກ​ເຫຼັກຊ່ຳ​ໃດ​ກ​ະ​ໄດ້​ເພີ່ງໝໍຄື​ເກົ່າ “ 

    “ ຂ້ອຍ​ຊື່ ນ້ຳທິບ ​ເອີ້ນ​ນ້ຳກະ​ໄດ້ “    ຂ້ອຍ​ຫັນ​ໄປ​ແນະນຳ​ໂຕ​ກັບ​ສຸດ​ລໍ່

    “ຂ້ອຍ​ຊື່ ​ອ້າຍ “      ສຸດ​ລໍ່ຍີ້ມ​ໃຫ້ ​ໂອ໊ຍບາດ​ໃຈຫຼາຍ

    “ທ່ານໝໍ ຄົນ​ເຈັບ​ປະຈຳ​ມາ​ຫາ “    ນາງ​ພະຍາບານ​ເຂົ້າ​ມາ​ຖືກ​ຈັງຫວະ​ພໍດີ

    “ດຽວອາ​ວໄປ​ລົມ​ກັບ​ເຂົາ​ເຈົ້າ​ກ່ອນ , ​ໝໍອ້າຍ​ຢູ່​ເປັນໝູ່ນ້ຳມັນ​ແດ່ ຄັນ​ມັນ​ດື້​ກະ​ຕີ​ມັນ​ໂລດ“

    “ຫື່ ! ອາວທອນ​ນະ“   ອາວທອນ​ຍີ້ມກ່ອນ​ອອກ​ໄປ , ລາວ​ກໍ່​ເປັນ​ແບບ​ນີ້ຫຼະ ຕອນ​ຍັງ​ນ້ອຍ​ຂ້ອຍ​ກັບ​ອາວສະໜິດກັນ​ສຸດໆ ຈົນ7 ປີ​ທີ່​ແລ້ວ ອາ​ເສຍ​ຊີວິດອາ​ວຈື່ງຍ້າຍ​ມາ​ຢູ່​ໃນ​ເມືອງ ກັບ​ລູກ​ຊາຍ​ອີກ​ຄົນໜື່ງ​ເຊີ່ງ​ຕອນ​ນີ້​ໄປ​ຮຽນຢູ່​ຕ່າງປະ​ເທດ

    “​ເຈົ້າ​ເປັນໝໍປະຈຳ​ຢູ່​ນິຫວາ “    ຂ້ອຍ​ຫັນໜ້າມາ​ຫາ​ສຸດລໍ່

    “ບໍ່ດອກ ​ຂ້ອຍ​ຍັງ​ຮຽນຢູ່ ​ແຕ່​ມາ​ຊ່ວຍ​ວຽກອາຈານ ​ເພີ່ນ​ມາ ປີ 2 ປີ ​ແລ້ວ “

    “​ໂຫ ຊັ່ນ​ເຈົ້າ​ຈັກ​ປີ​ແລ້ວ “

    “23 “

    “23 ກະບໍ່ຫ່າງ​ກັນ​ເທົ່າ​ໃດ ຊັ່ນ​ຂ້ອຍ​ເອີ້ນ​ເຈົ້າ​ວ່າໝໍອ້າຍ ດີບໍ່? “ ຂ້ອຍ​ຍີ້ມບານ​ໃຫ້​ລາວ

    “ອື່ມ ​ເອີ້ນ​ແບບ​ນັ້ນ​ກະ​ໄດ້ ​ແລ້ວ​ບາດ​ເປັນ​ຈັ່ງ​ໃດ“  ລາວ​ຖາມ​ແລ້ວ​ຍີ້ມບາດ​ໃຈ​ໃຫ້​ຂ້ອຍ

    “​ແຫ້ງ​ດີ​ແລ້ວ ນິ​ເດ້“    ຂ້ອຍ​ດຶງ​ສິ້ນ​ຂື້ນ​ກາຍ​ຫົວ​ເຂົ່າ​ມາໜ້ອຍໜື່ງ​ເພື່ອ​ໃຫ້ ​ອ້າຍໄດ້​ເຫັນ​ບາດ

    “ອື່ມ ດີ​ແລ້ວ​ລະ​ຢ່າ​ໃຫ້​ຖືກ​ນ້ຳ​ເດີ້ “      ​ອ້າຍເອົາ​ມື​ມາ​ແຕະ​ທີ່​ບາດຂ້ອຍ ​ໂອ໊ຍຍີ່​ງ​ເຫັນ​ກໍ່ຍີ່​ງໜ້າຮັກ​ເຂົ້າ​ໄປ​ອີກ

    “ ນ້ຳ ! “

    “ອຸ໋ຍ ! ອາວທອນ“           ຂ້ອຍ​ຟ້າວ​ເອົາ​ສິ້ນ​ລົງ ສ່ວນ​ອາວທອນ​ກໍ່ຍ່າງ​ເຂົ້າ​ມາ​ໃກ້

    “​ເປັນ​ແສ້​ເປັນ​ສາວ​ໄປ​ຮື້​ຂາ​ໃຫ້​ຜູ້​ຊາຍ​ເບີ່​ງ​ໄດ້​ຈັ່ງ​ໃດ “

    “ບໍ່​ແມ່ນ​ແບບ​ນັ້ນ​ໃດ​ອາວ ​ເຮົາ​ພຽງ​ແຕ່​ເອົາ​ບາດ​ໃຫ້​ໝໍ​ອ້າຍ​ເບີ່​ງວ່າ​ມັນ​ແຫ້ງ​ດີ​ແລ້ວ ນິ​ເດ່ ! “ ຂ້ອຍ​ເຮັດ​ທ່າ​ຈະ​ຮື້​ສິ້ນຂື້ນ​ອີກ​ແຕ່​ກໍ່ຖືກ​ຫ້າມ​ໄວ້​ກ່ອນ

    “ພໍໆ ອີ່ຫຼານຄົນ​ນິມັນ​ຈັ່ງ​ໃດ ບໍ່ມີ​ຄວາມ​ເປັນ​ຜູ້ຍິງ​ແດ່ “

    “​... ດຽວຂ້ອຍ​ຂໍ​ໂຕ​​ກ່ອນເດີ້ “    ສຸດ​ລໍ່​ເວົ້າ​ແລ້ວ​ກໍ່ລຸກ​ອອກ​ໄປ ​ເຮີ້ຍ! ​ເສຍດາຍ​ເພາະ​ອາ​ວແທ້ໆ​ເລີຍ ​ເລີຍ​ຍັງ​ບໍ່ມີ​ໂອກາດ​ໄດ້​ລົມ​ກັນຍາ​ວໆ

    “ຂັບ​ລົດ​ດີໆ​ເດີ້ ກັບ​ຮອດ​ຫ້ອງ​ແລ້ວ​ຕ້ອງ​ໂທ​ຫາ​ອາວ​ນຳ​ເຂົ້າ​ໃຈບໍ່“     ອາ​ວຍ່າງ​ມາ​ສົ່ງ​ຂ້ອຍ​ຢູ່ໜ້າຄີ​ນິກ

    “​ໂດຍ​ຍຍຍ ​ເຂົ້າ​ໃຈ​ແລ້ວ“

    “ມື້ໜ້າກະ​ມາຫຼີ້ນນຳ​ອາວ​ດຸໆ​ແດ່ “    ຂ້ອຍ​ແນມ​ໄປ​ເຫັນ​ໝໍອ້າຍ​ສຸດ​ລໍ່ຍ່າງ​ອອກ​ມາ​ ສົງ​ໄສ​ຊິ​ມາ​ສົ່ງ​ຂ້ອຍ​ອິອິ

    “​ແນ່ນອນ ​ເຮົາ​ຊິ​ມາ​ດຸໆ ກັບ​ກ່ອນ​ເດີ້​ອາວ​ທອນ ... ກັບ​ກ່ອນ​ເດີ້ໝໍ​ອ້າຍ​ “

          ອາ​ວຫັນ​ໄປ​ແນມ​ເບີ່​ງທາງຫຼັງ ສ່ວນໝໍ​​ອ້າຍກໍ່ຫງຶກ​ຫົວ​ຕອບ ​ແລ້ວ​ຂ້ອຍ​ກໍ່ຂັບ​ລົດ​ກັບ​ມາ​ຫ້ອງ​ແບບ​ວ່າ​ຍີ້ມບໍ່ຫຸບ

    ...........................................................

    “ນ້ຳມຶງ​ຊິ​ໄປ​ກັບ​ພວກ​ກູບໍ່ “

    “ອີ່​ນ້ຳ​!“

    “​ໂອ໋ຍ ! ​ເອີ້ນ​ດີໆກະ​ໄດ້​ຊິ​ຫຍິກ​ເຮັດ​ຫຍັງ“ ຂ້ອຍ​ຕອບ​ອີ່​ແຄນ​ດີ້​ແບບ​ຫງຸດຫງຸດກຳລັງ​ຄິດ​ເຫັນໜ້າອ້າຍຢູ່ດີໆ

    “ກ້າ​​ເວົ້າ​​ເນາະພວກ​ກູ​ຊວນ​ກັນ​ໄປ​ໂອ​ເກະນິ ມຶງບໍ່​ໄດ້​ຍິນ​ຫວາ“    

    “​ເອີ້ ! ​ໄດ້​ຍິນ“

    “​ໄດ້​ຍິນ​ລະ​ຄືບໍ່ຕອບ“

    “ສັງ​ເກດ​ແຕ່​ມື້​ເຊົ້າ​ນິລະ ​ນັ່ງ​ຮຽນຢູ່​ກະ​ຍີ້ມ ​ໂຄດ​ແຕ່​ຢາກ​ນອນ​ຊິ​ຕາຍ“      ຕູ່​ວ່າ

    “​ເອີ່ໆ ມຶງ​ມີ​ຫຍັງ​ຊິ​ແບ່ງປັນ​ໃຫ້​ພວກ​ກູ​ຮູ້​ແດ່​ນິ“     ຕາມ​ດ້ວຍ​​ແຄນ

    “ຢ່າ​ບອກ​ໃດ​ວ່າ​ເລື່ອງ​ບັກ​ນັ້ນ​ອີກ“ ​ແລະ​ຕົບ​ທ້າຍ​ດ້ວຍ​ແບັງ

    “ອື່ມ“  ທຸກ​ຄົນ​ຫັນ​ມາ​ຈ້ອງໜ້າຂ້ອຍ

    “​ເລົ່າ​ມ​າ​ເລີຍ ມຶງ​ເຈິ​ລະ​ແມ່ນ​ບໍ່“  ​ແຄ​ນຖາມ​ດ້ວຍ​ຄວາມ​ສົນ​ໃຈ

    “​ເຈິ​ແລ້ວ“

    “ມື້​ໃດ? ​ເຫັນ​ຢູ່​ໃສ ? ລະ​ໄດ້​ຖາມ​ຊື່​ບໍ່ ? “  ​ແຄນ​ຖາມ​ຕໍ່

    “ມື້ວານ​ນີ້ ​ໄປ​ຫາ​ອາວ​ທອນ​ມາ, ລາວ​​ຊື່ ​ອ້າຍ ເປັນ​ນັກ​ສຶກສາ​​ແພດ​ໄປ​ຊ່ວຍ​ວຽກຢູ່​ຄີ​ນິກ “

    “ອຸ໋ຍຕະ! ​ກູ​ຢາກ​ເຫັນໜ້າ​ເດ້ ຊິ​ລໍ່ຄື​ຄວາມ​ມື​ງວ່າ​ບໍ່ ​ແຖມ​ຍັງ​ຮຽນໝໍອີກ“    ​ແຄນ​ເຮັດ​ທ່າ​ລະ​ລິກລະ​ລີ້

    “​ກູ​ວ່າ​ຄົນ​ນິ​ແຫຼະ​ເນື້ອ​ຄູ່​ກູ“ ຂ້ອຍ​ເວົ້າ​ດ້ວຍ​ຄວາມໝັ້ນ​ໃຈ

    “ມຶງ​ມັກ​ມັນ​ແຮງ​ປານ​ນັ້ນ​ພຸ້ນ​ນະ ​ເຫັນໜ້າກັນ​ບໍ່ຮອດ 3 ​ເທື່ອ“     ​ແບັງວ່າ

    “ຄົນ​ມັນ​ຊິ​ແມ່ນ​ນະ​ເຫັນ​ປຸ໋ບກໍ່ຮູ້​ເລີຍ​ວ່າ​ແມ່ນ​ຄົນ​ນີ້ “

    “ລະ​ມັນ​ຊິ​ມັກ​ມຶງ​ສະ​ເບາະ“        ຄໍາ​ຖາມ​ຂອງ​ບັກ​ຕູ່​ເກືອ​ບ​ເຮັດ​ໃຫ້​ຂ້ອຍ​ຫງາຍຫຼັງ​ເລີຍ

    “ບໍ່ມັກ​ກະ​ຕ້ອງ​ເຮັດ​ໃຫ້​ມັກ “     ແຄນ​ສະ​ເໜີຄວາມ​ເຫັນ​

    “ຈັ່ງ​ໃດ ?“

    “ມື​ງກະ​ນຳ​ຈີບ​ເລີຍ“

    “ບ້າ​ຫວາ ກູ​ເປັນ​ຜູ້ຍິງ​ໃດ“

    “ຫຼືມື​ງຊິ​ປ່ອຍ​ໃຫ້​ຊະນີ​ໂຕ​ອື່ນ​ຄາບ​ໄປ​ກິນ“

    “​ແຕ່​ກູບໍ່​ເຄີຍ​ຈີບ​ຜູ້​ຊາຍ​ອະ , ລະ​ກູ​ຕ້ອງ​ເຮັດ​ຈັ່ງ​ໃດ“

    “ມຶງ​ບໍ່ຕ້ອງ​ຄິດຫຼາຍ ມີ​ບັກ​ຕູ່​ຢູ່​ທັງ​ຄົນ“    ​ແຄນ​ຫັນໜ້າ​ໄປ​ຫາ​ຕູ່

    “​ເຮີ້ຍ ! ກູບໍ່ກ່ຽວ ກູບໍ່​ເຄີຍ​ຈີບ​ຜູ້​ຊາຍ ຖາມ​ບັກ​ແຄນ​ລາວ​ພຸ້ນ“

    “​ແຄນ​ດີ້​ເອີ້ນ​ໃຫ້​ມັນ​ຖືກ“  ​ແຄນ​ດີ້​ເຮັດໜ້າບໍ່ພໍ​ໃຈ​ເວລາ​ເອີ້ນ​ຊື່​​ເຕັມ

    “​ເນາະຕູ່ , ຊ່ວຍໝູ່​ແດ່​ດຸ​ຫັ້ນ ​ເນາະໆ“   ຂ້ອຍ​ເຮັດ​ທ່າ​ອອດ​ອ້ອນ​ໃສ່​ຕູ່

    “​ເອີ່ໆ ທີ່​ກູ​ຮັບປາກ​ກະ​ຍ້ອນ​ທ່າ​ອ້ອນຂອງ​ມຶງ​ນິລະ“ ຂ້ອຍ​ສີກ​ຍີ້ມ​ໃຫ້​ຕູ່​ກ່ອນ​ຮອຍ​ຍີ້ມຈະ​ຫຸບ​ລົງ

    “​ເຫັນ​ລະ​ກູ​ຜະ​ຫວາ“   

    “​ເອົາ​ແທ້​ນິ“    ​ແບັງ​ຖາມ

    “​ເອີ່ ! ກະກູ​ມັກ​ຂອງ​ກູ“

    “​ແລ້ວ​ມຶງ​ຕ້ອງ​ໄປ​ບ້ານ​ອາວ​ມຶງ​ອີກ​ມື້​ໃດ“   ບັກ​ຕູ່​ຖາມ

    “ຍັງ​ບໍ່ຮູ້​ ມື​ງຖາມ​ເຮັດ​ຫຍັງ“

    “ມື​ງ ຕ້ອງທຽວ​ໄປ​ຫາ​ອາວ​ມຶງ​ດຸໆ ​ເພື່ອ​ທຳ​ຄວາມ​ຄຸ້ນ​ເຄີຍ​ກັບ​ມັນ, ຈາກ​ນັ້ນ ....“

    “ກະ​ລວບ​ຫົວ​ລວບ​ຫາງ​ເລີຍ “   ອີ່​ແຄນ​ດີ້​ເວົ້າ​ແຊກ​ຂື້ນ

    “ອີ່​ແຄນ​ດີ້​ກູ​ຕັ້ງ​ໃຈ​ຟັງ​ຢູ່“  ຂ້ອຍ​ຫັນ​ໄປ​ຮ້າຍ​ອີ່​ແຄນ​ດີ້​​ແລ້ວ​ຫັນ​ມາ​ຟັງ​ບັກ​ຕູ່​ຕໍ່

    “ຈາກ​ນັ້ນ , ມຶງ​ຊິ​ໄດ້​ເບີ​ໂທ​ມາ​ເອງ ​ແຕ່​ມຶງ​ຫ້າມ​ໄປ​ຂໍ​ໂດຍ​ຕົງ​ໃດ​ດຽວ​ໄຫວ​ຕົວ​ທັນ ທີ່​ສຳຄັນ​ມື​ງຕ້ອງ​ເຮັດ​ໂຕ​ເປັນ​ຜູ້ຍິງ​ທີ່​ສຸດ“

    “​ເອີ່ ກູ​ຊິ​ພະຍາຍາມ “

    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×