ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    ພົມລິຂິດ

    ลำดับตอนที่ #2 : ກຽມຍ້າຍ

    • อัปเดตล่าสุด 2 พ.ย. 58


    'ມີຄົນໂທຫາຮັບສາຍແດ່ !ມີຄົນໂທຫາຮັບສາຍແດ່ ! '

    “ ຝົນຮັບສາຍ “

    'ສະບາຍດີ '

    “ ໂດຍສະບາຍດີ ໂທຈາກໃສນໍ້ “     ຂ້ອຍຖາມປາຍສາຍທີ່ໂທເຂົ້າມາ

    'ແດນ'

    “ແດນໃດ “

    '-_-' ... '

    “ໂອ໋ະ “     ຂ້ອຍຄິດຢູ່ໜ້ອຍໜື່ງກໍ່ຄິດອອກວ່າປາຍສາຍແມ່ນໃຜ

    'ຄິດອອກແລ້ວຕົວະວ່າຂ້ອຍແມ່ນໃຜ'

    “ໂດຍ ເຈົ້າເອົາເບີຂ້ອຍມາແຕ່ໃສ “

    'ມັນບໍ່ສຳຄັນດອກ, ມື້ອື່ນເອົາແຜນການລງົສຳຫຼວດມາໃຫ້ຂ້ອຍ 11 ໂມງ ດຽວຂ້ອຍຈະສົ່ງສະຖານທີ່ຮ້ານໃຫ້ໃໝ່ '

    “ ຄືບໍ່ໃຫ້ຂ້ອຍເອົາໄປສົ່ງຢູ່ຫ້ອງການເຈົ້າ“

    'ຂ້ອຍວຽກຫຼາຍມີເວລາແຕ່ຕອນກິນເຂົ້າ ຫຼື ເຈົ້າມີບັນຫາຫຍັງ'

    “ບໍ່ມີ , ມີແຕ່ເທົ່ານີ້ຫວາ “

    'ອື່ມ ! ເທົ່ານີ້ລະ'     ແລ້ວແດນກໍ່ວາງສາຍໄປ

    “ ໃຜໂທມາ “     ບີ່ຫັນໜ້າມາຖາມຂ້ອຍ

    “ແດນ“

    “ແດນໃດ “

    “ລືມໄປ ທ່ານ ວັດຊະໄນ ເພີ່ນບອກໃຫ້ເອົາແຜນສຳຫຼວດໄປໃຫ້ເພີ່ນມື້ອື່ນ“

    “ລະໄປແລກເບີກັນຕອນໃດຄືບໍ່ເລົ່າໃຫ້ຟັງແດ່“

    “ຄັນໄດ້ແລກກະດີຕິ ແຕ່ອັນນີລາວຮູ້ເບີເຂົາໄດ້ຈັ່ງໃດກໍ່ບໍ່ຮູ້“

    “ກະຄືຊິແມ່ນຫົວໜ້າຫັ່ນລະເອົາໃຫ້“

    **************** ຮ້ານອາຫານ ************

    'ກິ່ງໆໆໆໆໆໆໆໆໆໆໆໆ'

         ສຽງລະຄັງດັງເມື່ອຂ້ອຍໄຂປະຕູເຂົ້າມາຮ້ານອາຫານແຫ່ງນີ້ອອກແນວໄຮໂຊ ອາຫານທີ່ນີ້ຕ້ອງແພງໂຄດເບີ່ງຈາກໂຊຟາທີ່ເອົາມາໃຫ້ລູກຄ້ານັ່ງແລ້ວ ຂີ້ກາກຊິຂື້ນກົ້ນບໍ່ນິ, ຂ້ອຍແນມສຳຫຼວດຮ້ານໄປພະນັກງານກໍ່ເຂົ້າມາຖາມ

    “ນັດໄວ້ບໍສາວ“

    “ແມ່ນແລ້ວນັດທ່ານວັດຊໄນ“

    “ເຊິນທາງນີ້ເລີຍ“
         
         ພະນັກງານພາຂ້ອຍຂື້ນໄປຊັ້ນສອງ ທຸກຢ່າງຢູ່ໃນໂທນສີຂາວແນມເບິ່ງແລ້ວສະອາດຕາ  ຂ້ອຍເຫັນ ແດນນັ່ງຢູ່ໃນສູດສີຂາວສະອາດ ກະບໍ່ຮູ້ວ່າລາວຊິໜຽບ ຊິຂືມໄປຮອດໃສຄົນກະລໍ່ຢູ່ຖ້າຍີ້ມນິຄົງຕາຮັກກ່ອນນີ້

    “ສະບາຍດີ“

    “ມາລະຫວາ, ເຊີນນັ່ງ“     ຂ້ອຍນັ່ງຢູ່ຕໍ່ໜ້າແດນ

    “ອັນນິແມ່ນລາຍລະອຽດ“     ຂ້ອຍຢື່ນເອກະສານໃຫ້ແດນ

    “ກິນເຂົ້າໄປລົມໄປກະໄດ້“     ແດນເວົ້າແລ້ວພະນັກງານກໍ່ຍົກສະເຕັກມາ 2 ຈານ

         ເວົ້າແທ້ໆເກີດມາຂ້ອຍກໍ່ບໍ່ເຄີຍກິນດອກອັນສະເຕັກນິ, ຂ້ອຍມັກກິນອາຫານແຄມທາງພວກເຟີ,ເຂົ້າປຽກ,ຕຳໝາກຮຸງ ພວກນນິຫຼາຍກ່ອນ

    “ອາຫານຮ້ານນິເປັນຈັ່ງໃດແຊບບໍ່“     ແດນຖາມຫຼັງຈາກທີ່ຂ້ອຍກິນໄປ 2-3ຄຳ

    “ແຊບແຕ່ສົງໃສຄົງຊິແພງ“

    “ອື່ມມມມມ ລະເຈົ້າບໍ່ເຄີຍມາຫວາ“

    “ຂ້ອຍບໍ່ເຂົ້າມາດອກສ່ວນຫຼາຍຂ້ອຍກິນພວກອາຫານລົດຈັດ2 ແບບປະເພດຕຳຫຼືວ່າອາຫານແຄມທາງຫຼາຍກວ່າ “

    “ມື້ໜ້າພາຂ້ອຍໄປໄດ້ບໍ່“

    “ໄດ້ບໍ່ມີປັນຫາ ແຕ່ຂ້ອຍຮູ້ແຫຼ່ງບໍ່ຫຼາຍເທົ່າບີ່ດອກ ບີ່ຫັ້ນຮູ້ຈັກຫຼາຍບ່ອນເພາະຂ້ອຍບໍ່ຄ່ອຍໄດ້ໄປເລາະໃສ“     ຂ້ອຍຫາກໍ່ສັງເກດວ່າແດນລາວຈະຍີ້ມທີ່ມຸມປາກໜ້ອຍໜື່ງ

    “ເລື່ອງແຜນວຽກທີມງານເຈົ້າທີ່ຈະລົງໄປສຳຫຼວດມີຈັກຄົນ“     ແດນຖາມເມື່ອສັງເກດເຫັນວ່າຂ້ອຍເບີ່ງລາວຍີ້ມຢູ່

    “ທີມສຳຫຼວດມີ 6 , ແຕ່ຂ້ອຍຈະລົງໄປກ່ອນເພື່ອວ່າຈະໄປທຳຄວາມຄຸ້ນເຄີຍກັບຄົນແຖບນັ້ນ ເພາະຈະເຮັດໃຫ້ວຽກເຮົາສະດວກກວ່າເກົ່າ“

    “ຄວາມຄິດເຈົ້າກໍ່ຮອບຄອບດີ , ເຈົ້າສົນໃຈມາເຮັດວຽກຢູ່ກະຊວງນຳຂ້ອຍບໍ່ “     

         ຄຳຖາມຂອງແດນເຮັດໃຫ້ຂ້ອຍຄິດຢູ່ນ້ອຍໜື່ງ

    “ສົນແຕ່ບໍ່ເຮັດ“

    “ເປັນຫຍັງ“

    “ເພາະຂ້ອຍມີທຸກມື້ນີ້ໄດ້ຍ້ອນ ອ້າຍທອງພູນ, ຂ້ອຍບໍ່ຖີ້ມລາວເດັດຂາດ“

    “ເຮັດຈັ່ງໃດຂ້ອຍຈື່ງຈະໄດ້ເຈົ້າມາເຮັດວຽກໃຫ້ “

    ຂ້ອຍຍີ້ມກ່ອນຈະຕອບ “ເຈົ້າກໍ່ມາເປັນເຈົ້າຂອງບໍລິສັດແຫຼະ, ຂໍໂຕສຳລັບມື້ນີ້ມີບັນຫາຫຍັງກໍ່ໂທຖາມຫົວໜ້າຂ້ອຍໄດ້ ຂອບໃຈສຳລັບອາຫານມື້ນີ້ “

         ຂ້ອຍເວົ້າຈົບກໍ່ຖືກະເປົາອອກມາ ຂ້ອຍອາດສະແດງກິລິຍາບໍ່ສຸພາບແຕ່ບໍ່ຮູ້ເປັນຫຍັງຂ້ອຍຈື່ງບໍ່ຢາກລົມກັບຄົນທີ່ພະຍາຍາມດືງຂ້ອຍເຂົ້າໄປເຮັດວຽກນຳ.

    “ກິນຮັງແຕນມາແຕ່ໃສອີກ“     ບີຖາມທັນທີທີ່ເຫັນໜ້າຂ້ອຍເຂົ້າມາ

    “ບໍ່ຮູ້ເດ່ຫງຸດຫງິດ“

    “ເລົ່າມາ“     ບີ່ຫຍັບຕັ່ງມາໃກ້ຂ້ອຍ

    “ກະເຂົາໄປກິນເຂົ້າກັນ ທ່ານ ວັດຊະໄນ ລະກະເອົາເອກະສານໄປໃຫ້ລາວ, ສຸດທ້າຍລາວຖາມເຂົາວ່າສົນໃຈໄປເຮັດວຽກຢູ່ກະຊວງບໍ່“

    “ລະເພີ່ນສົນບໍ່ລະ“

    “ກະສົນແຕ່ບໍ່ໄປ ເພີ່ນກໍ່ເຫັນບໍລິສັດເຮົາໃຜກ້າວໜ້າລະກະແຍກວົງ, ເຂົາຢູ່ນີ້ເຂົາເປັນຫົວໜ້າຄັນໂຄງການນີສຳເຫຼັດເງິນເດືອນເຂົາກະແປດຫຼັກ ລະຄັນໄປເຮັດບ່ອນໃໝ່ເຂົາກະຕ້ອງເລີ່ມຕົ້ນໃໝ່, ລະເຂົາກະບໍ່ເນລະຄຸນປານນັ້ນ “

    “ຄັນຫົວໜ້າໄດ້ຍິນຄົງດີໃຈ“

    “ສາຍຝົນຫົວໜ້າໃຫ້ເຂົ້າໄປຫາ“     ສຸມິດຕາຍາງມາບອກແລ້ວຍາງກັບໄປ

    “ດຽວມາ“     ຂ້ອຍຫັນໄປບອກບີ່

    “ມີຫຍັງບໍ່ຫົວໜ້າ“

    “ນັ່ງກ່ອນໆ, ມື້ນີ້ອ້າຍເຊັນສັນຍາກັບພາກລັດແລ້ວ ນ້ອງກະລົງມືໄດ້ເລີຍ“

    “ແທ້ຫວາຫົວໜ້າ ຊັ່ນວັນຈັນນ້ອງຊິເດີນທາງເລີຍ“

    “ແບບນັ້ນກະດີ ໂຄງການນີ້ແລ້ວເງິນເດືອນແປດຫຼັກ ທ່ອງຂື້ນໃຈເລີຍ“

    “ຂອບໃຈຫົວໜ້າ“     ຂ້ອຍຂອບໃຈຫົວໜ້າກ່ອນຈະຍ່າງອອກມາ

     


    “ເທື່ອນິໄປໃສລູກ“     ແມ່ຖາມເມື່ອເຫັນຂ້ອຍເກັບກະເປົາ ແລະ ມື້ນີ້ກໍ່ເປັນວັນອາທິດແລ້ວມື້ອື່ນຂ້ອຍກໍ່ເດີ່ນທາງ

    “ຊຳເໜືອ ຢູ່ພຸ້ນອາກາດຄົງໜາວແລ້ວຊ່ວງນິກໍ່ກຳລັງຊິໝົດຝົນ“

    “ເອົາເຄື່ອງກັນໜາວໄປຫຼາຍໆແດ່ລູກ, ລະຢູ່ພຸ້ນລູກຊິໄປຢູ່ກັບໃຜ“

    “ທີ່ພັກຫັ່ນທາງກະຊວງເພີ່ນຈັດໄວ້ໃຫ້ແລ້ວແມ່ບໍ່ຕ້ອງຫ່ວງດອກ , ເທື່ອນີ້ໄປຕັ້ງເດືອນໜື່ງເພາະມັນໄກທຽວໄປທຽວມາບໍ່ໄດ້“

    “ຮັກສາໂຕເດີ້ລູກ“

    'ມີຄົນໂທຫາຮັບສາຍແດ່ !ມີຄົນໂທຫາຮັບສາຍແດ່ ! '

    ຂ້ອຍຈັບໂທລະສັບຂື້ນມາເບີ່ງກ່ອນຈະກົດຮັບ

    “ ຝົນຮັບສາຍ“

    ມື້ນິຍັງວາງຢູ່ຕີ້

    “ວ່າງ“

    ພາຂ້ອຍໄປກິນເຂົ້າໄດ້ບໍ່          ຂ້ອຍແນມເບີ່ງໂມງກໍ່ເຫັນ່າຕອນນີ້ 6 ໂມງແລງແລ້ວ

    “ອືມ ກະໄດ້ລະເຈົ້າຊິກິນຫຍັງ“

    ກະກິນຫຍັງກະໄດ້ທີ່ຝົນພາໄປກິນ, ດຽວຂ້ອຍໄປຮັບ

    “ຮູ້ເຮືອນຂ້ອຍຫວາ“

    ມັນກະຄືຊິຊອກບໍ່ຍາກ

    “ຕາມໃຈ“

         ຂ້ອຍກົດວາງສາຍ, ຂ້ອຍກໍ່ແປກໃຈຢູ່ວ່າຂ້ອຍໄປສະໜິດກັບລາວຕອນໃດ

    “ແມ່ດຽວໝູ່ຊິມາຮັບໄປຫຼິ້ນແມ່ກິນກັບພໍ່ໂລດເດີ້ “

    “ບີ່ຊິມາຫວາລູກບໍ່ພາກັນກິນເຂົ້າກ່ອນຫວາຈື່ງໄປ “

    “ບໍ່ແມ່ບີ່ດອກແມ່“

    “ ແມ່ນໃຜຊັ່ນລູກ“

    “ລາວເຮັດວຽກຢູ່ກະຊວງ “     ສຽງລົດຈອດຢູ່ໜ້າບ້ານ “ສົງໄສລາວມາແລ້ວ “

    “ລະວັງແດ່ເດີ້ລູກ “

    “ໂດຍ“     ເວົ້າແລ້ວຂ້ອຍກໍ່ຍ່າງລົງມາຈາກຫ້ອງກໍ່ເຫັນພໍ່ກັບແດນນຢືນລົມກັນຢູ່

    “ລົງມາລະຫວາລູກ “     ພໍ່ທັກ

    “ໂດຍຮູ້ຈັກກັນລະຫວາ“

    “ເປັນຫຍັງຊິບໍ່ຮູ້ ລາວກະລູກຂອງລຸງຕຸ໋ຍໝູ່ພໍ່ຫັ່ນເດ່ “     ພໍ່ເວົ້າແລ້ວກໍ່ຍີ້ມໃຫ້ແດນ

    “ ອໍ໋ ຊັ່ນເຮົາໄປກ່ອນເດີ້ “     ຂ້ອຍຫັນມາຫາພໍ່

    “ ໄປກ່ອນເດີ້ອາ “     ແດນຫັນມາຍີ້ມໃຫ້ພໍ່ຂ້ອຍເປັນຄັ້ງແລກທີ່ຂ້ອຍເຫັນ ກະແບບວ່າດູດີກວ່າໜ້າຂືມແຫຼະໄປ໋





    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×