คืนค่าการตั้งค่าทั้งหมด
คุณแน่ใจว่าต้องการคืนค่าการตั้งค่าทั้งหมด ?
ลำดับตอนที่ #18 : ຂ້ອຍຈະບໍ່ປ່ອຍມືເຈົ້າ
“ເດຟ“
“ເຮັດໜ້າຄືເຫັນຜີ“
“ເດຟ“ ຂ້ອຍໂດດເຂົ້າໄປກອດເດຟໄວ້ ນ້ຳຕາຂ້ອຍມາແຕ່ໃສກໍ່ບໍ່ຮູ້
“ອ້າວ !
ເປັນຫຍັງໄປຍີ້້ມງາມ“ ຂ້ອຍລະອ້ອມກອດອອກຈາກເດຟ
“ມາໄດ້ຈັ່ງໃດ
“
“ບັງເອີນຕິ
“ ເດຟເອົາມືມາເຊັດນ້ຳຕາອອກຈາກແກ້ມຂ້ອຍ
“.......“
“ໄຫ້ປານເດັກນ້ອຍ
ເດິກແລ້ວເປັນຫຍັງບໍ່ກັບບ້ານມາຢູ່ຫຍັງນິ“
“ເຂົາບໍ່ກັບໄປແລ້ວລະ,
ເຂົາຮູ້ແລ້ວເຫດຜົນທີ່ເພີ່ນໄປ ເຂົາຮູ້ທຸກຢ່າງຕໍ່ຈາກນີ້ໄປ
ຫ້າມເພີ່ນໄປໃສອີກ ບໍ່ວ່າຊິເປັນຍ້ອນຫຍັງ“
“ສັນຍາ “ ເດຟຍົກນິ້ວກ້ອຍສັນຍາກັບຂ້ອຍ
ຂ້ອຍກໍ່ບໍ່ລັງເລໃຈທີ່ຈະເກາະກ້ອຍກັບລາວ
“ບັນຍາກາດຄຸ້ນໆເນາະວ່າບໍ່
“ ຂ້ຶຍເວົ້າແລ້ວຍີ້ມໃຫ້ເດຟ
“ອື່ມ
... ຄືມື້ນັ້ນເລີຍ “
“ຊັ່ນມື້ນີ້ເຂົາຂໍຄ້າງກັບເພີ່ນໄດ້ບໍ່“
“ທັງຊີວິດເລີຍກະໄດ້
“ ເດຟກົ້ມລົງໄປຈັບກະເປົາຂ້ອຍຂື້ນມາພາດບ່າ
ກ່ອນຈະຈູງແຂນຂ້ອຍໄປຂື້ນລົດ
ເດຟພາຂ້ອຍມາພັກທີ່
ໂຮງແຮມແຫ່ງໜື່ງເຊີ່ງເປັນຂອງໝູ່ເດຟ
“ເດຟລະເພີ່ນມານີ້ໄດ້ຈັ່ງໃດ“
“ກະເຂົາມາສົ່ງເພີ່ນທີ່ສະໜາມບີນແລ້ວກໍ່ກັບໄປໂຮງໝໍ
ລະກໍ່ກັບໄປເອົາເຄື່ອງຢູ່ບ້ານແລ້ວບິນມາຮອບສອງ“
“ຈາກນັ້ນເພີ່ນກໍ່ໄປຫາເຂົາຢູ່ບ້ານ“
“ແມ່ນ“
“ລະພໍ່ເວົ້າຫຍັງໃຫ້ເພີ່ນແດ່,
ເພີ່ນຕ້ອງຕອບມາໃຫ້ໝົດໃດ“
“ບໍ່ມີຫຍັງດອກ
, ວ່າແຕ່ໜ້າເພີ່ນໄປຖືກຫຍັງ“ ເດຟຍ່າງມາເສີຍຄາງຂ້ອຍຂື້ນ
“ບໍ່ເປັນຫຍັງດອກ“ ຂ້ອຍປັດມືລາວອອກແລ້ວຍ່າງໄປນັ່ງທີ່ຕັ່ງ
“ຂໍໂທດເດີ້ທີ່ປົກປ້ອງເພີ່ນບໍ່ໄດ້
“
ເດຟຍ່າງມານັ່ງລົງທີ່ພື້ນຕໍ່ໜ້າຂ້ອຍ
“ບອກແລ້ວບໍ່ເປັນຫຍັງ“ ເດຟເຮັດໜ້າເສົ້າໜ້ອຍໜື່ງ
“ເດຟ“
“ຫ໋ະ“
“ເຂົາມີຫຍັງໃຫ້“ ຂ້ອຍປົດສາຍຄໍທີ່ສວມຕິດໂຕໄວ້ດົນອອກມາ
ເຊີ່ງຂ້ອຍໄດ້ຮ້ອຍແຫວນທີ່ເດຟໃຫ້ໄວ້
“ເພີ່ນຍັງເກັບມັນໄວ້“
“ອື່ມ...
ຊິຖີ້ມໄດ້ຈັ່ງໃດ“
“ເຂົາຄືບໍ່ເຫັນເພີ່ນໃສ່
“
“ຊິເຫັນຈັ່ງໃດ
ເຂົາເອົາແຫວນໄວ້ທາງຫຼັງ, ເອົາໄວ້ທາງໜ້າເພີ່ນກະເຫັນແຫຼະ“
“ຮ້າຍກາດໃດດຽວນິ“ ເດຟຍົກມືມາບີບດັງຂ້ອຍ
“ໂອ໋ຍ
ເພີ່ນນະ“
“ຂອບໃຈເດີ້ທີ່ຍັງຮັກເຂົາຢູ່“
“ເຂົາກໍ່ຂອບໃຈທີ່ເພີ່ນຍັງຮັກສາສັນຍາວ່າຊິມີເຂົາຢູ່
“
ຂ້ອຍກັບເດຟເຮົານັ່ງຍີ້ມໃຫ້ກັນຫຼາຍນາທີ,
ການພົບກັນຄັ້ງນີ້ມັນມີຄວາມສຸກກວ່າທຸກຄັ້ງ,
ຄວາມທຸກທີ່ເຄີຍມີຄືມັນຫາຍໄປໝົດ
“ເພີ່ນອາບນ້ຳລະນອນພັກສາ
, ເຂົາຢູ່ຫ້ອງຂ້າງໆ ມີຫຍັງກະເອີ້ນໄດ້“ ເດຟລຸກຂື້ນຢືນເຕັມໂຕ
“ຝັນດີເດີ້“
“ຝັນດີຄືກັນຍີ້ມງາມ“ ເດຟຍ່າງອອກໄປຈາກຫ້ອງແຕ່ກໍ່ບໍ່ລືມທີ່ຈະກັບມາໂບກມືລາຂ້ອຍ
..................................................
‘ກ໋ອກ ໆໆໆ’
“ຝົນຕື່ນລະຫວາ
“
ຂ້ອຍຍ່າງໄປໄຂປະຕູໃຫ້ເດຟ
“ໄປ໋
ໄປກິນເຂົ້າ“ ເດຟເອີ່ຍປາກຊວນທັນທີ
“ແຕ່ມື້ນີ້ເຂົາຕ້ອງເຂົ້າໄປຫ້ອງການ“
“ດຽວເຂົາໄປສົ່ງ,
ແຕ່ຕອນນີ້ເຂົາຫິວເຂົ້າແລ້ວ“
“ດຽວເອົາກະເປົາກ່ອນ
“ ຂ້ອຍຍ່າງເຂົ້າໄປເອົາກະເປົາໃນຫ້ອງສ່ວນເດຟກໍ່ຍັງຍືນຢູ່ໜ້າປະຕູຄືເກົ່າ
“ປ໋ະ“ ຂ້ອຍຊວນເດຟ
ແຕ່ເດຟພັດເດ່ມືຂ້າງໜື່ງອອກມາໃຫ້ຂ້ອຍຈັບໄວ້
“ເຮົາຈະບໍ່ປ່ອຍມືກັນ“ ຂ້ອຍເດ່ມືໄປຈັບມືກັບເດຟກ່ອນທີ່ເຮົ່າຈະອອກຈາກຫ້ອງ
ເດຟພາຂ້ອຍມາຮ້ານເຂົ້າປຽກ
ທີ່ຕອນເຮົາຄົບກັນເດຟມັກພາມາກິນ
“ແລ້ວເດຟຈະຢູ່ດົນບໍ່“ ຂ້ອຍເລີ່ມຖາມໃນລະຫ່ວາງຖ້າເຂົ້າປຽກ
“ເບີ່ງກ່ອນ“
“ລະເດຟລົງມາວຽງນິຕັ້ງໃຈມາຫາເຂົານິຫວາ“
“ອື່ື່ມ!
ລະເຂົາຄິດວ່າຈະມາເຮັດທຸລະກິດຢູ່ນີ້ນຳ“
“ແລ້ວວຽກຢູ່ຊຳເໜືອເດ່“
“ນ້ອງເຂົາກະມີ,
ກະໃຫ້ຊ່ວຍໆກັນເຮັດ“
“ກະດີໃດເຂົາວ່າ
ຜ້າໄໝຈາກທາງເໜືອມາຂາຍຢູ່ວຽງນິລາຄາໂຕນກັນຫຼາຍ,ຖ້າເພີ່ນເປັນຜູ້ຜະລິດ
ລະລຳລຽງມາຂາຍຢູ່ວຽງເອງລາຄາກະບໍ່ສູງເທົ່າທ້ອງຕະຫຼາດທົ່ວໄປ
ລະກະຕ້ອງໄດ້ຂາຍດີແນ່ນອນ“
“ກະຄິດວ່າແບບນັ້ນລະ“ ເຂົ້າປຽກຖືກຍົກມາເສີບ
ຫຼັງຈາກນັ້ນການສົນທະນາກໍ່ສິ້ນສຸດລົງ
ເດຟມາສົ່ງຂ້ອຍທີ່ໜ້າຫ້ອງການ ແລະ ບອກວ່າຈະມາຮັບໃນຕອນແລງ
“ຄົນນັ້ນແມ່ນໃຜ“
“ອ້າວ
ແດນມາດົນລະ“ ຂ້ອຍເຂົ້າຫ້ອງການໄປກໍ່ເຫັນແດນຢືນຂວາງປະຕູຢູ່
“ຂ້ອຍຖາມວ່າຄົນທີ່ມາສົ່ງເຈົ້າແມ່ນໃຜ“
“ລາວເປັນ
“ ເປັນຫຍັງດີລະແຟນກໍ່ບໍ່ແມ່ນ
“ລາວເປັນໝູ່ສະໜິດຂ້ອຍເອງ
ມາແຕ່ຊຳເໜືອ“
“ແລ້ວມື້ຄືນນີ້ໄປນອນຢູ່ໃສຄືບໍ່ກັບບ້ານ“
“ລະແດນມາມື້ນີ້ມີຫຍັງບໍ່
ມາຮອດຫ້ອງການຝົນນິ“
“ມາລົມເລື່ອງ“
“ຖ້າມາລົມເລື່ອງວຽກເຊີນທາງໃນເລີຍເພາະຝົນກໍ່ມີແນວຊິລົມ“ ຂ້ອຍຢ່າງເຂົ້າໄປໃນຫ້ອງການ ແລະ
ຕາມດ້ວຍແດນ
ຂ້ອຍວາງຖົງເຄື່ອງລົງ ແລະ
ຫອບເອົາແຟ້ມເອກະສານເຂົ້າໄປໃນຫ້ອງຫົວໜ້າ
“ອ້າວ !
ມາລະຫວາຝົນ , ທ່ານ ວັດຊະໄນກະມານຳຫວານິ ສະບາຍດີໆ ເຊີນນັ່ງກ່ອນ“ ຫຼັງຈາກຫົວໜ້າທັກທາຍຮຽບຮ້ອຍເຮົາກໍ່ເລີ່ມເຂົ້າເລື່ອງ
“ຫົວໜ້າ
, ເລື່ຶອງໂຄງການນີ້ ນ້ອງຄິດວ່ານ້ອງຈະມອບໃຫ້ ບຸດສະດີ ເຮັດ“ ແດນຫັນມາແນມເບີ່ງໜ້າຂ້ອຍ
“ເຈີບັນຫາໜ້ອຍດຽວນ້ອງກໍ່ຈະຖອຍລະຫວາ
ປົກກະຕິນ້ອງບໍ່ໄດ້ເປັນຄົນແບບນີ້ບໍ່ແມ່ນຫວາ“
“ບໍ່ແມ່ນແບບນັ້ນ,
ນ້ອງໝາຍເຖິງນ້ອງຈະເປັນພຽງແຕ່ຕົ້ນຄິດ
ສ່ວນລາຍລະອຽດຫຼືການລົງມືໃດໆແມ່ນນ້ອງຈະໃຫ້ບີ່ເຮັດ“
“ເປັນຫຍັງນ້ອງຄືຢາກຖອນໂຕຈາກໂຄງການນີ້“ ຫົວໜ້າເວົ້າດ້ວຍນ້ຳສຽງຈິງຈັງ
“ເພາະນ້ອງ
ມີບັນຫາທາງບ້ານ ແລະ ເຫດຜົນສ່ວນໂຕຫຼາຍອັນ
ນ້ອງຂໍພຽງແຕ່ເລື່ອງນີ້ເລື່ອງດຽວ“
“ອື່ມມມມມມ
ອ້າຍເຂົ້າໃຈ, ແລ້ວທ່ານ ວັດຊະໄນ ເດ ເຫັນເປັນແນວໃດ
ໄດ້ຍິນວ່າຈະລົງໄປແກ້ບັນຫາດ້ວຍໂຕເອງບໍ່ແມ່ນຫວາ“
“ເລື່ອງນີ້
ຂ້ອຍຂໍຕົກລົງເປັນການສ່ວນຕົວກັບສາຍຝົນເອງ “
“ເອີ່....ຊັ່ນກະຕາມສະບາຍເລີຍເດີ້“ ຫົວໜ້າເຮັດທ່າທາງອຶດອັດໃຈໜ້ອຍໜື່ງແຕ່ກໍ່ເຮັດຫຍັງບໍ່ໄດ້
ແດນຍ່າງອອກມາຈາກຫ້ອງຫົວໜ້າ
ກ່ອນຈະຫັນກັບມາຫາຂ້ອຍ
“ເຈົ້າຮູ້ບໍ່ພໍ່ເຈົ້າເປັນຫ່ວງຂະໜາດໃດ“
“ຂ້ອຍຮັບຜິດຊອບຊີວິດຂອງຂ້ອຍໄດ້“
“ໂດຍການໄປຢູ່ກັບຜູ້ຊາຍຊັ້ນຫວາ“
“ກະລຸນາໃຫ້ກຽດຂ້ອຍແດ່
ໃນນີ້ເປັນຫ້ອງການ ເປັນບ່ອນເຮັດວຽກຂອງຂ້ອຍ“
“ຊັ່ນກະມານີ້“ ແດນຈັບແຂນຂ້ອຍອອກມາຢືນຢູ່ລະບຽງ
ເຊິ່ງບໍ່ມີຄົນ
“ລະເຈົ້າມາວຸ້ນວາຍຫຍັງກັບຊີວິດຂ້ອຍ“ ຂ້ອຍແກະມືລາວອອກ
“ວຸ້ນວາຍຫຍັງຫວາ
ລະເຈົ້າຮູ້ບໍ່ວ່າພໍ່ເຈົ້າກຳນົດມື້ແຕ່ງດອງເຮົາແລ້ວ“
“ຫ໋ະ?“
“ບໍ່ຫ໋ະຫຍັງລະ
, ເຈົ້າຄົງຈະບໍ່ຮູ້ວ່າພໍ່ຂອງເຈົ້າໄດ້ລົມກັບທາງຜູ້ໃຫ່ຍຂ້ອຍໄວ້ແລ້ວ
ແຕ່ກ່ອນມາເຮັດໂຄງການບ້າໆນີ້ອີກ“
“ລະທີ່ເຈົ້າມານີ້ກໍ່ເພາະ“
“ແມ່ນ ,
ເພາະຜູ້ໃຫ່ຍເພີ່ນຢາກໃຫ້ເຮົາທຳຄວາມຮູ້ຈັກກັນ,
ແຕ່ບໍ່ຄິດວ່າເຈົ້າໄປພຽງອາທິດດຽວກໍ່ກັບໄປດີກັບແຟນເກົ່າແລ້ວ“
“ແລ້ວເຈົ້າຮູ້....ອໍ໋
ຄົງຮູ້ຈາກພໍ່ຂ້ອຍ, ຊິບົງການຊີວິດຂ້ອຍໄປຮອດໃສ, ບອກເລີຍຂ້ອຍບໍ່ແຕ່ງກັບເຈົ້າດອກ“ ຂ້ອຍຫັນຫຼັງຍ່າງອກໄປແຕ່ລາວກໍ່ດຶງແຂນຂ້ອຍໄວ້ກ່ອນ
“ເຈົ້າຕ້ອງແຕ່ງ
ບໍ່ວ່າດ້ວຍເຫດຜົນໃດກໍ່ຕາມ“
“ເປັນຫຍັງເຮົາບໍ່ໄດ້ຮັກກັນ“
“ເພາະເຈົ້າມີປະໂຫຍດສຳລັບຂ້ອຍ
“
“ຖ້າເປັນແບບນັ້ນ
ກະຢ່າຫວັງວ່າຂ້ອຍຊິແຕ່ງນຳເພາະຂ້ອຍມີຄົນທີ່ຂ້ອຍຮັກ ແລະ
ຂ້ອຍຈະບໍ່ເປັນເຄື່ອງມືຫາກິນຂອງໃຜທັງນັ້ນ“
ເວົ້າແລ້ວຂ້ອຍກໍ່ຍູ້ແດນອອກ ແລ້ວຍ່າງອອກໄປ
ລາວມັນເຫັນແກ່ຕົວ ໂຄດຈະຊົ່ວຮ້າຍ
ຜູ້ຊາຍແບບນີ້ກະຍັງມີໃນໂລກເສີຍ
“ໄປໃສຝົນ“ ບີ່ທີ່ຍ່າງສວນຂ້ອຍໄປທັກ
“ບໍ່ມີຫຍັງດອກ
ດຽວເຂົາໄປເຮັດວຽກກ່ອນ“ ຂ້ອຍຫັນໄປຍີ້ມໃຫ້ບີ່ທັງທີ່ຍັງໃຈຮ້າຍຢູ່
‘DANE’
“ຖ້າເປັນແບບນັ້ນ
ກະຢ່າຫວັງວ່າຂ້ອຍຊິແຕ່ງນຳເພາະຂ້ອຍມີຄົນທີ່ຂ້ອຍຮັກ ແລະ
ຂ້ອຍຈະບໍ່ເປັນເຄື່ອງມືຫາກິນຂອງໃຜທັງນັ້ນ“ ເວົ້າແລ້ວຝົນກໍ່ຍູ້ຂ້ອຍອອກ
ແລ້ວຍ່າງອອກໄປ
ຫຶ!
ເກີດມາບໍ່ເຄີຍມີຜູ້ຍິງຄົນໃດກ້າປະຕິເສດຂ້ອຍແບບນິ
ບໍ່ເຂົ້າໃຈເປັນຫຍັງຂ້ອຍຕ້ອງຮູ້ສຶກຈຸກ ແບບວ່າເວົ້າບອກອອກເລີຍ
“ອ້າວ!
ທ່າຍ ວັດຊະໄນ ມາຢູ່ຫຍັງນີ້“ ຂ້ອຍຢູ່ໃນຄວາມຮູ້ສຶກນັ້ນບໍ່ດົນກໍ່ມີຜູ້ຍິງຄົນໜື່ງໜ້າຕາຈິ້ມລິ້ມຍ່າງເຂົ້າມາທັກ
“ແລ້ວເຈົ້າມາຢູ່ຫຍັງນີ້ຄືບໍ່ໄປເຮັດວຽກ“ ຂ້ອຍກັບມາຕີໜ້າຕາຍໃສ່ລາວ
ຖ້າຄິດບໍ່ຜິດລາວເປັນໝູຂອງສາຍຝົນ
“ອໍ໋
ຍ່າງກາຍມາແຕ່ເຫັນເຈົ້າຢືນຊຶງຢູ່ ເລີຍຄິດວ່າມີຫຍັງໃຫ້ຊ່ວຍບໍ່“
“ບໍ່ຈຳເປັນ,
ກັບໄປເຮັດວຽກຂອງເຈົ້າຊະ“ ຂ້ອຍຍ່າງອອກມາຈາກລະບຽງນັ້ນ
ໂດຍບໍ່ສົນໃຈໜ້າຕາຂອງຜູ້ຍິງຄົນນັ້ນວ່າຈະຮູ້ສຶກແບບໃດ
ມື້ນີ້ຂ້ອຍບໍ່ມີສະມາທິເຮັດວຽກອີ່ຫຍັງຈັກຍ່າງ
ເພາະຄຳປະຕິເສດຂອງຝົນມື້ເຊົ້ານີ້ແທ້ໆ , ຂ້ອຍບໍ່ເຄີຍຖືກໃຜປະຕິເສດ,
ຮູ້ສຶກເສຍໜ້າ ແລະ ອີ່ຫຍັງອີກຫຼາຍໆອັນເຊິ່ງຂ້ອຍກໍ່ບໍ່ເຂົ້າໃຈ,
ຂ້ອຍຈື່ງເຂົ້າໄປເບີ່ງຄວາມຮຽບຮ້ອຍຢູ່ທີ່ຮ້ານແທນ
“ສະບາຍດີ
ອ້າຍແດນເຂົ້າມາຮ້ານເອງເລີຍມີຫຍັງບໍ່ນໍ້“ ຕິ໋ກຜູ້ຈັດການຮ້ານຂ້ອຍຟ້າວແລ່ນມາຫາ
“ບໍ່ມີຫຍັງດອກໄປເຮັດວຍກໂລດ,
ມື້ນີ້ຊິມາເປັນລູກຄ້າ “
ນອກຈາກ ຈະເປັນຮ້ານອາຫານແລ້ວ
ຮ້ານຂ້ອຍຍັງເປັນບານ້ອຍໆຢູ່ທີ່ໂຊນເຄື່ອງດື່ມ
ສຳລັບລູກຄ້າຄົນໃດທີ່ຕ້ອງການເຄື່ອງດື່ມແຮງໆເຮົາກໍ່ມີໃຫ້, ແລະ
ຂ້ອຍກໍ່ເປັນລູກຄ້າຄົນນັ້ນ, ຂ້ອຍບໍ່ໄດ້ດື່ມຂອງມຶນເມົາມາກໍ່ດົນແລ້ວ
ຕັ້ງແຕ່ດຕອນມີວຽກຫຼາຍໆນິລະ ແລະ ມື້ນີ້ໂອກາດເໝາະສົມ
ຂໍຖິ້ມວຽກມາເມົາຈັກມື້ເທາະ.
“
ເອົາແຮງໆໃຫ້ອ້າຍແກ້ວໜື່ງ“ ຂ້ອຍສັ່ງກັບພະນັກງານທີ່ເຄົາເຕີ້
ກ່ອນທີ່ຈະຈັບແກ້ວເຫຼົ້າເຢັນໆຂື້ນຊົດ
“ທ່ານ
ວັດຊະໄນ ເຈິກັນອີກແລ້ວ“ ຜູ້ຍິງຄົນນັ້ນທີ່ເຫັນຢູ່ລະບຽງທັກຂ້ອຍດ້ວຍສີໜ້າເບີກບານ
ຂ້ອຍຈື່ງວາງແກ້ວເຫຼົ້າລົງ ແລ້ວຫັນໄປສົນທະນານຳ
“ເຈົ້າອີກແລ້ວຫວາ“
“ແມ່ນແລ້ວ
ເອີ່...ລືມແນະນຳໂຕໄປ ຂ້ອຍຊື່ບີ່
ເປັນໝູ່ຂອງຝົນ“
“ຮູ້ແລ້ວ“
“ແລ້ວ
ເຈົ້າມາຄົນດຽວຫວາ“
“ອື່ມ“
“ຂ້ອຍມາກັບໝູ່
ເຈົ້າຢາກ“
“ຂ້ອຍຢາກຢູ່ຄົນດຽວ“ ລາວເວົ້າບໍ່ທັນຈົບຂ້ອຍກໍ່ຕັດບົດລາວກ່ອນ
“ຖ້າຢາກຢູ່ຄົນດຽວເຈົ້າກໍ່ຄວນຈະກັບບ້ານເຂົ້າໄປໃນຫ້ອງ
ແລ້ວ ລ໋ອກປະຕູຫ້ອງໄວ້, ແຕ່ເຈົ້າມາແບບນີ້
ສະແດງວ່າເຈົ້າຍັງບໍ່ຢາກຢູ່ຄົນດຽວ“ ແລ້ວລາວກໍ່ຍີ້ມກວ້າງໆໃຫ້ຂ້ອຍຈົນຊິບໍ່ເຫັນຕາ
“ຂ້ອຍຊິມາຫຍັງມັນກະເລື່ອງຂອງຂ້ອຍ,
ຂ້ອຍມີຄວາມສຸກ, ຂ້ອຍມ່ວນດີ“ ເວົ້າແລ້ວຂ້ອຍກໍ່ຍົກແກ້ວເຫຼົ້າຊົດຕໍ່
“ເຮີ້ຍ
ແບບນີ້ມັນຊິໄປມ່ວນໄດ້ແນວໃດ, ມານີ້ “ ບີ່ດືງແຂນຂ້ອຍລຸກອອກຈາກຕັ່ງ
“ນິ
ເຈົ້າຊິພາຂ້ອຍໄປໃສ“ ຜູ້ຍິງອັນໃດແຮງປານຄວາຍດືງເອົາດືງເອາ
“ມາໂລດນ່າດຽວກະຮູ້
“
ລາວດຶງຂ້ອຍອອກມາຈາກຮ້ານ
ແລ້ວລາກໃຫ້ຍ່າງຕາມຫຼັງລາວໄປ, ລາວຈູງແຂນຂ້ອຍຂ້າມທາງປານເດັກນ້ອຍ ແລະ ພາໄປຢຸດຢູ່ຊິງຊ້າມ້າໝູນ
ເຄື່ອງຫຼິ້ນເດັກນ້ອຍສາລະພັດ ເຊິ່ງມັນກໍ່ບໍ່ໄດ້ໄກຈາກຮ້ານຂ້ອຍພໍຊ່ຳໃດ
“ແມ່ນຫຍັງນິ“ ຂ້ອຍຫັນໄປຖາມບີ່
“ຊິງຊ້າເຄີຍຂີ່ບໍ່“ ລາວຫັນມາຖາມສ່ວນຂ້ອຍກໍ່ແກວ່ງຫົວຕອບເປັນເຊິງປະຕິເສດ
“ໄປຊັ່ນ“ ບໍ່ລໍຖ້າຄຳຕອບບີ່ດືງແຂນຂ້ອຍຂື້ນໄປທັນທີ
“ເຫັນບໍ່ບ້ານເຮົາໃນຕອນກາງຄືນມັນງາມຂະໜາດໃດ“
ຂ້ອຍຫັນໄປເບີ່ງໜ້າຂອງບີ່ ຕອນນີ້ໜ້າເຮົາໃກ້ກັນຈົນສຳຜັດໄດ້ເຖິງລົມຫາຍໃຈຖີ່ທີ່
ແລະ ສຽງຫົວໃຈທີ່ເຕັ້ນແບບບໍ່ເປັນຈັງຫວະ ດົນມາແລ້ວທີ່ຮູ້ສຶກແບບນີ້, ຂ້ອຍຂາດຄວາມໝັ້ນໃຈ
ເມື່ອສົບຕາກັບລາວ ແຕ່ ຂ້ອຍພັດລະສາຍຕາຈາກໃບໜ້ານ້ອຍໆເປັນຕາຫຍິກນັ້ນບໍ່ໄດ້
ມັນເກີດຫຍັງຂື້ນກັນແທ້.
ความคิดเห็น