คืนค่าการตั้งค่าทั้งหมด
คุณแน่ใจว่าต้องการคืนค่าการตั้งค่าทั้งหมด ?
ลำดับตอนที่ #17 : ມາຕາມສຽງຫົວໃຈ
ຫຼັງຈາກທີ່ເດຟອອກມາຈາກໂຮງໝໍກໍ່ມາພັກຟື້ນຢູ່ບ້ານ
ຂ້ອຍກໍ່ໄດ້ມາຢູ່ນຳເພາະຄອບຄົວຂອງເດຟຢ້ານບໍ່ປອດໄພ ,
ມື້ນີ້ບໍ່ມີໃຜຢູ່ເຮືອນ ດ໋ອບບແລະຈູ່ໄປໂຮງຮຽນ
,ແມ່ມົນໄປເບີ່ງໂຮງຕຳຫູກກັບປ້າຫອມ, ພໍ່ວີໄປວຽກຢູ່ກະຊວງ
ຍັງແຕ່ຂ້ອຍກັບເດຟ, ອື່ມມມມມມ ບັນຍາກາດເປັນໃຈ ໃຫ້ເສົ້າໝອງ
“ມື້ອື່ນຖ້າຊິກັບເຂົາຊິໄປສົ່ງ “ ເດຟນັ່ງລົງຂ້າງໆຂ້ອຍ
“ບໍ່ເປັນຫຍັງດອກ“
“ດຽວໄປຕັດຝ້າຍ ລະກະອອກໄປພ້ອມກັນເລີຍ“ ເດຟຊີ້ມາທີ່ຫົວຂອງລາວ
“ບາດເພີ່ນຍັງບໍ່ດີ
ດຽວເຂົາຈ້າງລົດໄປເອງກະໄດ້ “
“ກະບອກວ່າຊິໄປສົ່ງ“ ເດຟເຮັດຕາຂຽວໃສ່ຂ້ອງ
“ລະເພີ່ນຢາກກິນຫຍັງບໍ່ດຽວເຂົາຊິໄປເຮັດໃຫ້ກິນ
“ ຂ້ອນຖາມເດໂພາະແນມເບີ່ງໂມງຕອນນີ້ກະເປັນເວລາ
12ໂມງປາຍແລ້ວ
“ກິນຕົ້ມມີ່ໃສ່ໄຂ່ເບາະ “
“ໃສ່ຜິກບົ້ງນຳ“ ຂ້ອຍສະເໜີເພາະຄິດເຫັນຕອນທີ່ເຮົາຄົບກັນ
ເຮົາມັກຈະກິນຕົ້ມມີໃສ່ໄຂແລະໃສ່ຜັກບົ້ງນຳ ມັນເປັນຄວາມສຸກເລັກໆນ້ອຍໆ
ແຕ່ເຮົາຕ່າງກໍ່ຈື່ມັນດີ
ຂ້ອຍຈັດການເຮັດອາຫານສວຍມື້ນີ້ແມ່ນຕົ້ມໝີ່ສາມຫໍ່
ກັບໄຂ່ອີກສອງໜ່ວຍ,
ຖ້ວຍຕົ້ມມີ່ຂະໜາດໃຫ່ຍຖຶກຍົກມາຕັ້ງໄວ້ໂຕະທີ່ຂັ້ນກາງລະຫວ່າງເຮົາສອງຄົນ
“ຫອມຕາແຊບແທ້“ ເດຟເວົ້າກ່ອນຈະເລີ່ມຈັບທູລີ່ໄປຄີບເອົາໝີ່ທີ່ຢູ່ທາງໜ້າ
“ກິນໃຫ້ໝົດໃດ
ບໍ່ຊັ້ນເທື່ອໜ້າຊິບໍ່ເຮັດໃຫ້ກິນ “
“ສະແດງວ່າ
ເພີ່ນຈະຍັງຢູ່ກັບເຂົາແມ່ນບໍ່“ ເດຟເວົ້າແລ້ວເຮັດສີໜ້າເປັນເຊີງອ້ອນວອນ
“ເດຟ“
“ບໍ່ກັບໄດ້ບໍ່ ຢູ່ນີ້ຢູ່ກັບເຂົາ“
“ເດຟເຂົາຕ້ອງກັບ , ມີວຽກງານ,
ມີໜ້າທີ່ເຂົາຢູ່ຫັ່ນ “
“ລະເພີ່ນຊິກັບມາຫາເຂົາບໍ່“
ຄຳຖາມຂອງເດຟຕີວົນຢູ່ໃນຫົວ,
ກັບມາຫາລາວດີບໍ່,
ຍອມຮັບວ່າຕອນນີ້ຂ້ອຍຢາກຢູ່ກັບລາວທີ່ສຸດເພາະຂ້ອຍຮູ້ແລ້ວວ່າຮັກເຮົາບໍ່ເຄີຍປ່ຽນ,
ຍັງພຽງແຕ່ເຫດຜົນດຽວຄືຂ້ອຍຢາກຮູ້ວ່າເປັນຫຍັງລາວຈື່ງຈາກຂ້ອຍໄປ
“ເດຟເຂົາບໍ່ຮູ້ວ່າແມ່ນຫຍັງທີ່ມັນເກີດຂື້ນລະຫວ່າງເຮົາ
ແຕ່ເພີ່ນຕ້ອງບອກເຂົາວ່າເປັນຍ້ອນຫຍັງ“
“ຝົນ“
“ຫຼືເພີ່ນບໍ່ເຊື່ອໝັ້ນໃນຕົວເຂົາແລ້ວ,
ບໍ່ເຊື່ອໃຈເຂົາຫວາ“
“ບໍ່ແມ່ນໃດຝົນ
ມັນມີເຫດຜົນອີກຫຼາຍຢ່າງທີ່ເຂົາບໍ່ຮູ້ຈະອະທິບາຍໃຫ້ເພີ່ນຟັງແບບໃດ“
“ເຂົາກຳລັງຟັງຢູ່,ຕັ້ງໃຈຟັງເຂົາຊິພະຍາຍາມເຂົ້າໃຈ“
“ເພາະເຂົາຮັກເພີ່ນ“
“ແລ້ວຖີ້ມເຂົາໄປຊັ້ນຫວາ
ນິຫວາເຫດຜົນຂອງເພີ່ນ, ເສຍດາຍທີ່ເຂົາຍັງບໍ່ເຄີຍລືມ ແລະ
ໜ້າຈະລືມເລື່ອງຂອງເຮົາມາໄດ້ຫຼາຍປີແລ້ວ “ ຂ້ອຍລຸກຂື້ນຈາກຕັ່ງນ້ຳຕາຂ້ອຍຕົກລົງພຶບໆ
ຂ້ອຍເຂົ້າໄປໃນຫ້ອງທີ່ແມ່ມົນຕຽມໄວ້ໃຫ້ຂ້ອຍພັກ
ອັດປະຕູແລະຂັງໂຕເອງໄວ້ໃນນັ້ນ ,
ມັນຄົງດີທີ່ສຸດແລ້ວຖ້າເຮົາລືມມັນໄດ້
ຂ້ອຍຂັງຕົວເອງຢູ່ໃນຫ້ອງ
ບໍ່ອອກໄປໃສ ຈົນມາຮອດເຊົ້າມື້ໃໝ່ ຂ້ອຍກໍ່ເກັບເຄື່ອງຕຽມຕົວກັບວຽງ
“ ຝົນກິນເຂົ້າກ່ອນລູກ “
ແມ່ມົນຮ້ອງໃສ່ເມື່ອເຫັນຂ້ອຍອອກມາຈາກຫ້ອງ
“ໂດຍຂອບໃຈຫຼາຍໆ ລູກຄົງຕ້ອງກັບແລ້ວ “
“ກິນເຂົ້າກ່ອນດຽວພໍ່ໍຊິໃຫ້ເດຟໄປສົ່ງ“ ພໍ່ວີວ່າ
“ຂອບໃຈຫຼາຍໆ ແຕ່ເຮົາບໍ່ຢາກລົບກວນ
ຊ່ຳນີ້ກໍ່ຫຼາຍແລ້ວ , ເຮົາໄປກ່ອນເດີ້“ ຂ້ອຍຍົກມືຂື້ນນົບ
ລາພໍ່ກັບແມ່ເດຟ
“ດຽວໄປສົ່ງ“ ເດຟຍ່າງມາແຕ່ໃສກໍ່ບໍ່ຮູ້ມາດຶງເອົາກະເປົາໄປຈາກມືຂ້ອຍແລ້ວຍ່າງນຳໄປທີ່ລົດ
“ຂ້ອຍກັບເອງໄດ້ເຈົ້າບໍ່ຕ້ອງມາຫຍຸ້ງ“ ຂ້ອຍຮີບໄປດຶງກະເປົາຈາກເດຟ
“ເຈົ້ານິເວົ້າຍາກເນາະ “ ເດຟເວົ້າແລ້ວຖິ້ມກະເປົາເຂົ້າໄປໃນເບາະຫຼັງແລະຍ່າງອອ້ອມໄປທາງຄົນຂັບ
“ຊິໄປບໍ່ນິ“ ເດຟຫັນມາເວົ້າກ່ອນຈະຂື້ນລົດ ລາວຄົງກັບມາໃຈດຳກັບຂ້ອຍຄືເກົ່າແລ້ວ
ຂ້ອຍຈຳໃຈຂື້ນລົດ
ໃນຂະນະທີ່ເດີນທາງໄປສະໜາມບິນ ເຮົາສອງຄົນຕ່າງກໍ່ບໍ່ເອີ່ຍປາກເວົ້າຫຍັງ
“ຖ້າເທື່ອໜ້າຊິມາກໍ່ໂທມາກ່ອນຈະໄດ້ມາຮັບ “ ເດຟເວົ້າກ່ອນດຶງກະເປົາອອກຈາກລົດມາຍື່ນໃຫ້ຂ້ອຍ
“ຂອບໃຈທີ່ມາສົ່ງ“
“ອື່ມ“ ເດຟຕອບພຽງເທົ່ານັ້ນກ່ອນຈະຂື້ນລົດແລ້ວຂັບອອກໄປ
ຄວາມເຈັບທັງຫຼາຍແຊກຊຶມເຂົ້າມາອີກຄັ້ງ
ບົດຈະເຢັນຊາລາວກໍ່ເຮັດໄດ້ດີ ລາວເຮັດແບບນີ້ຄືກັບເອົາໄມ້ໜ້າສາມມາຝາດໜ້າຂ້ອຍເລີຍ
ມັນເຈັບຈົນຊາ ດ
ຂ້ອຍຄົງມາໄປແລ້ວທີ່ຕ້ອງມາໄຫ້ໃຫ້ຄົນອື່ນເບີ່ງແບບນີ້
ຄົນທີ່ຍ່າງສວນກັບຂ້ອຍຕ່າງພາກັນແນມເບີ່ງ ແຕ່ຂ້ອຍບໍ່ສົນດອກ ,
ຂ້ອຍເຈັບທີ່ລາວບອກວ່າຮັກຂ້ອຍແຕ່ກໍ່ເຮັດໃຫ້ຂ້ອຍເຈັບປວດໃຈ , ຄືເອົາມີດຫຼາຍໆເຫຼັມມາສຽບແທງໃຈຂ້ອຍ
ຂ້ອຍຈະບໍ່ກັບມາອີກ, ຈະບໍ່ມາໃຫ້ລາວເຫັນໜ້າອີກ
ຫຼາຍປີທີ່ຜ່ານມາມັນຄົງຍັງບໍ່ດົນພໍ,
ເຈັບເທື່ອນີ້ມັນຕ້ອງໃຊ້ເວລາອີກດົນເທົ່າໃດກວ່າຈະເປັນຄົນທີ່ເຂັ້ມແຂງໄດ້ຄືເກົ່າ.
@@@@@@@@@@ At Vientian
@@@@@@@@@@@
ຂ້ອຍມາຮອດວຽງຈັນອີກຄັ້ງ,
ຮູ້ສຶກດີຂື້ນໜ້ອຍໜື່ງ ແລະ ຮູ້ໂຕວ່າບໍ່ໄດ້ບອກໃຜວ່າຊິມາ ,
ຕອນນີ້ກໍ່ໃກ້ທ່ຽງແລ້ວ ບີ່ຊິວ່າງມາຮັບບໍ່ນໍ້
‘ຈັ່ງໃດສາວຝົນ,
ໄປເປັນອາທິດລະບໍ່ເຫັນໂທມາ’ ຄຳທັກແລກທີ່ໄດ້ຍິນ
“ພໍດີຫຍຸ້ງໆ ເລີຍບໍ່ໄດ້ໂທ“
‘ຊັ່ນຕອນນີ້ບໍ່ຫຍຸ້ງແລ້ວແມ່ນບໍ່’
“ອື່ມ , ບີ່ຕອນນີ້ຫວ່າງບໍ່“
‘ວຽກກະບໍ່ຄ່ອຍຫຼາຍໃດ
ດຽວກໍ່ພັກກິນເຂົ້າ’
“ມາຮັບເຂົາໄດ້ບໍ່“
‘ອ້າວ!
ຊິກັບວຽງຫວາ, ກັບມື້ໃດຈັກໂມງ’
“ເຂົາມາຮອດວຽງແລ້ວດຽວນິຢູ່ສະໜາມບິນ“
‘ຫ໋ະ !
ຄືກັບໄວແທ້’
“ໄວ້ຈະເລົ່າສູ່ຟັງ ຕອນນີ້ມາຮັບເຂົາກ່ອນ
ລະເຂົາຊິລ້ຽງເຂົ້າ“
‘ໂອເຄ
ຖ້າແປັ່໋ບດຽວ’
“ເຂົາຊິຖ້າຢູ່ປະຕູທາງເຂົ້າເດີ້“
‘ໂອເຄ
ບ່າຍ’
ຂ້ອຍນັ່ງຖ້າບີ່ ແລະ
ແນມມເບີ່ງຄົນທີ່ຍ່າງສວນໄປສວນມາ,
ເລື່ອງທີ່ຢູ່ໃນຫົວກໍ່ໄປໃສບໍ່ພົ້ນເລື່ອງຂອງເດຟ, ລາວເຮັດຂ້ອຍເຈັບແລ້ວເຈັບອີກ,
ບາດແຜຄືວ່າຊິດີມັນກໍ່ຍັງບໍ່ດີ
“ ຝົນ “
“ບີ່ “
“ໃສຂອງຝາກ “
“ມາຮອດກະຖາມໂລດເນາະ , ບໍ່ມີບໍ່ໄດ້ໍື້ຊື້ “
“ໄດ້ຈັ່ງໃດໄປທັງທີ “
“ພໍດີມີເລື່ອງໜ້ອຍໜື່ງ,
ໄປກິນເຂົ້າເທາະຫິວແລ້ວ “
ເຮົາສອງຄົນມານັ່ງກິນເຂົ້າທີ່ຮ້ານອາຫານແຫ່ງໜື່ງ,
ຂ້ອຍເລົ່າເຫດການ ແລະ ເລື່ອງລາວທັງໝົດໃຫ້ບີ່ັຟັງ
“ເຫຼືອເຊື່ອເລີຍບໍ່ເຈິກັນຕັ້ງຫຼາຍປີ,
ໄດ້ເຈິກັນລະຍັງໄດ້ມາຢູ່ໃກ້ກັນອີກ “
“ອື່ມ...ເຂົາຄິດວ່າ
ເຂົາຈະລືມລາວໄດ້ແລ້ວ ແຕ່ວ່າ “ ເອົາອີກແລ້ວ ເວົ້າມາມັນກໍ່ຈຸ໋ກໃນຮູຄໍ
“ບໍ່ເປັນຫຍັງດອກຝົນເຂົາເຊື່ອວ່າມື້ໜື່ງເພີ່ນຈະລືມລາວໄດ້
“
“ເຂົາກໍ່ຫວັງໃຫ້ເປັນແບບຊັ້ນ “
“ແລ້ວ ຝົນຈະກັບບ້ານເລີຍບໍ່“
“ເຂົາວ່າຊິເຂົ້າຫ້ອງການ“
“ມື້ອື່ນຈື່ງໄປກໍ່ໄດ້
ໄປພັກຜ່ອນຢູ່ບ້ານເທາະ “
“ບີ່ເຂົາວ່າໂຄງການນີ້ເຂົາຈະໃຫ້ເພີ່ນເຮັດ
“
“ຫ໋ະ “ ບີ່ເຮັດໜ້າຕົກໃຈ
“ເຂົາຈະໃຫ້ເພີ່ນໄປເປັນຄົນຄວບຄຸມທັງໝົດ
ລວມທັງລົງພື້ນທີ່ເອງ“
“ເຮີ້ຍຝົນ
ແຕ່ເລື່ອງນິເພີ່ນເປັນຄົນຄິດເພີ່ນກໍ່ໜ້າຈະສານຕໍ່ໃຫ້ແລ້ວ “
“ເຂົາຕັດສິນໃຈແລ້ວວ່າເຂົາຈະບໍ່ກັບໄປທີ່ນັ້ນອີກ
, ຖືວ່າຊ່ວຍໝູ່ເທາະບີ່ “
“ກະຕາມໃຈ ແຕ່ເຂົາຢາກໃຫ້ເພີ່ນຄິດດີໆ
ກ່ອນນີ້ ໂຄງການນີ້ມັນສຳຄັນກັບເພີ່ນໃດ “
“ເຂົາຮູ້ ແຕ່ເຂົາບໍ່ໄວ້ໃຈໃຜເທົ່າເພີ່ນອີກແລ້ວ
“
“ອື່ມ ເຂົາຈະເຮັດໃຫ້ດີທີ່ສຸດກໍ່ແລ້ວກັນ
ຊັ່ນມື້ນິເຂົາຊິລາງານເຄີ່ງມື້
ແລ້ວເຮົາໄປເລາະຫຼິ້ນໃຫ້ເຕັມທີ່ໂລດດີບໍ່“
“ຊິຊວນເຂົາໂຕນວຽກວ່າຊັ້ນ“
“ລະຊິໄປບໍ່ລະ “
“ອື່ມ “ ຂ້ອຍຫງຶກຫົວໃຫ້ຄຳຕອບບີ່
ຂ້ອຍຮູ້ດີວ່າບີ່ີພະຍາຍາມທີ່ຈະຊ່ວຍຂ້ອຍຢູ່
ບີ່ພາຂ້ອຍໄປເລາະຊື້ເຄື່ອງເບີ່ງໜັງ
ແລະ ສາລະພັດບ່ອນທີ່ຈະພາໄປກິນໄປທ່ຽວ ຈົນຕຶນນີ້ກໍເກືອບຈະ 8 ໂມງແລ້ວ
‘ມີຄົນໂທຫາຮັບສາຍແດ່
! ມີຄົນໂທຫາຮັບສາຍແດ່ ! ’
“ຝົນໃຜໂທມາ “ ບີ່ກົ້ມເບີ່ງໂທລະສັບໃນມືຂ້ອຍ
“ພໍ່ໂທມາ “ ເວົ້າແລ້ວຂ້ອຍກໍ່ກົດຮັບສາຍ
“ໂດຍພໍ່“
'ລູກຢູ່ໃສ'
“ເຮົາກັບມາວຽງແລ້ວລືມໂທບອກ ,
ດຽວນິຢູ່ກັບບີ່ອີກຈັກໜ່ອຍເຮົາຈະກັບບ້ານດອກ“
'ອື່ມ ຢູ່ກັບບີ່ກໍ່ດີແລ້ວ ,
ຮີບກັບບ້ານພໍ່ມີເລື່ອງຊິລົມນຳ'
“ໂດຍ“
“ພໍ່ວ່າຈັ່ງໃດ “ ບີ່ຟ້າວຖາມໃນທັນທີ
“ພໍ່ບອກໃຫ້ຟ້າວກັບບ້ານ“
“ຊັ່ນ ! ເຮົາກະກັບເທາະ ດຽວເຂົາໄປສົ່ງ“
ເວົ້າແລ້ວເຮົາສອງຄົນກໍ່ມຸງໜ້າກັບບ້ານ
30ນາທີຕໍ່ມາຂ້ອຍກໍ່ມາເຖິງ
“ຂອບໃຈເດີ້ບີ່ ມື້ນີ້ມ່ວນສຸດໆ“
“ໄວ້ມື້ໜ້າເຮົາໄປອີກເນາະ“
“ໂອເຄ ເຈີກັນມື້ອື່ນ “ ຂ້ອຍໂບກມືໃຫ້ບີ່ທີ່ກຳລັງຂັບລົດອອກໄປ ,
ສ່ວນຂ້ອຍກໍ່ມຸ້ງໜ້າເຂົ້າໄປໃນເຮືອນ
“ ລູກມາແຕ່ໃສ “ ພໍ່ຂ້ອຍຍ່າງມາຫາ
ຂ້ອຍຍັງບໍ່ໄດ້ປົດເກີບຊ້ຳ
“ອໍ໋ ລູກມາແຕ່ຊຳເໜືອແລ້ວບອກບີ່ມາຮັບ ,
ເຮົາພາກັນໄປຫຼິ້ນ ບໍ່ໄດ້ບອກພໍ່ກ່ອນ“
“ໄປຫາມັນມາແມ່ນບໍ່“ ພໍ່ເລີ່ມໃຊ້ອາລົມກັບຂ້ອຍ
“ໃຜ“
“ກະບັກຜູ້ຊາຍຄົນນັ້ນ, ຄົນທີ່ພໍ່ໄລ່ໄປ
ລູກກັບໄປຫາມັນຈົນໄດ້ແມ່ນບໍ່“ ຮູ້ເລີຍວ່າຜູ້ຊາຍຄົນນັ້ນແມ່ນໃຜ
“ບໍ່ແມ່ນລູກບັງເອີນເຈິລາວ“
“ບັງເອີນ !
ບັງເອີນລະມັນຊິນຳມາຮອດວຽງນິອີກຫວາ
ຂະໜາດພໍ່ຫ້າມມັນລະມັນຍັງບໍ່ຟັງອີກ“
“ສະແດງວ່າທີ່ເດຟໜີໄປຕອນນັ້ນເພາະພໍ່ເອງຫວາ“
“.............“
“ເປັນຫຍັງພໍ່ຄືເຮັດແບບນີ້ພໍ່ກໍ່ຮູ້ວ່າລູກຮັກລາວ“
“ລະຮັກມັນກິນໄດ້ບໍ່
ທີ່ພໍ່ເຮັດທຸກມື້ນີ້ເພາະພໍ່ຮັກລູກ,
ຢາກໃຫ້ລູກໄດ້ກັບຄົນດີໆຄືແດນຫັ່ນ“
“ລະແດນມາກ່ຽວຫຍັງນຳ,
ຊີວິດຂອງເຮົາເຮົາກຳນົດເອງໄດ້ ພໍ່ເຊົາບົງການຊີວິດເຮົາໄດ້ແລ້ວ“
‘ເປ໋ຍ’
ຝາມືຂອງພໍ່ລອຍມາກະທົບໜ້າຂ້ອຍ
ນ້ຳຕາຂ້ອຍໄຫຼລົງມາ ທັນທີແຕ່ບໍ່ແມ່ນຍ້ອນເຈັບໂຕ ແຕ່ເຈັບໃຈຕ່າງຫາກ
“ອີ່ລູກບໍ່ຮັກດີ“
“ແມ່ນ ! ເຮົາມັນບໍ່ຮັກດີ ...
ຕໍ່ໄປເຮົາຊິບໍ່ໃຫ້ພໍ່ມາບົງການຊີວິດເຮົາອີກ“
ຂ້ອຍເວົ້າແລ້ວກໍ່ຫອບເອົາກະເປົາເຄື່ອງແລ່ນອອກມາຈາກເຮືອນ
“ຝົນ ! ຝົນ ລູກຊິໄປໃສ “ ເຖິງວ່າແມ່ຂ້ອຍຈະແລ່ນນຳມາ
ຂ້ອຍກໍ່ຄົງຫັນກັບໄປບໍ່ໄດ້ແລ້ວ
ຂ້ອຍແລ່ນອອກມາໄກຈາກບ້ານຫຼາຍເຕີບ
ຂ້ອຍເລີ່ມຫອບແລະເມື່ອຍ , ຕັ້ງແຕ່ເກີດມາພໍ່ຖ້າແຕ່ບົງການຊີວິດເຮົາ
ພໍ່ບໍ່ເຄີຍແມ່ນແຕ່ຊິລົງມືຕີເຮົາຈັກຄັ້ງໜື່ງ
ແຕ່ເທື່ອນີ້ມັນເກີນໄປແລ້ວ,
ຂ້ອຍຄວນຈະມີຊີວິດທີ່ເປັນຂອງຂ້ອຍເອງໄດ້ແລ້ວ .
‘ແປະ !’
ເມັດຝົນຕົກລົງມາຖືກໜ້າຂ້ອຍ
, ຂ້ອຍເດ່ມືອອກໄປກໍ່ພົບວ່າຝົນກຳລັງຈະຕົກ, ຂ້ອຍຕ້ອງຫາບ່ອນຫຼົບຝົນກ່ອນ
ຂ້ອຍແນມໄປເຫັນບ່ອນຖ້າປ້າຍລົດເມ, ບ່ອນນັ້ນບໍ່ມີໃຜຢູ່
ກະແມ່ນແຫຼະໃຜຊິມາຖ້າລົດເມຕອນ 9 ໂມງກາງຄືນ, ຂ້ອຍຮີບພາໂຕເອງເຂົ້າໄປຫຼົບຝົນທີ່ປ້າຍລົດເມ
.
'ຊ່າໆໆໆໆໆໆໆໆໆໆໆໆໆໆ'
ຂ້ອຍນັ່ງເບີ່ງຝົນທີ່ຕົກ ແລະ
ຄິດເຫັນພາບເຫດການທີ່ຫາກໍ່ຜ່ານມາ ເພາະແບບນີ້ແມ່ນບໍ່ເດຟຈື່ງຕ້ອງໄປຈາກຂ້ອຍໂດຍທີ່ບໍ່ລ້ຳລາຫຍັງ
“ບັງເອີນ !
ບັງເອີນລະມັນຊິນຳມາຮອດວຽງນິອີກຫວາ“
“ ເອະ “ ຂ້ອຍຄິດເຖິງເລື່ອງທີ່ພໍ່ເວົ້າ ນັ້ນກໍ່ສະແດງວ່າເດຟນຳຂ້ອຍມາຮອດວຽງ
ຂ້ອຍຟ້າວຈົກໂທລະສັບອອກມາຫວັງຈະໂທຫາເດຟ
ແຕ່ແບັດໂທລະສັບພັດໝົດ
“ເຮີ້ຍຍຍຍຍຍຍຍຍຍຍຍ“ ຂ້ອຍຖອນຫາຍໃຈຍາວໆດ້ວຍຄວາມອັບຈົນຫົນທາງ
“ມາຢູ່ຫຍັງນີ້ “ ຂ້ອຍແນມໄປເບິ່ງສຽງໃຫຍ່ໆທຸ້ມໆນັ້ນ
“ເດຟ“
ความคิดเห็น