ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    ພົມລິຂິດ

    ลำดับตอนที่ #16 : ເພາະຮັກ

    • อัปเดตล่าสุด 17 ก.พ. 59


         ຕອນ​ນີ້​ຂ້ອຍ​ນັ່ງຖ້າ​ເດ​ຟຢູ່ໜ້າຫ້ອງ​ສຸກ​ເສີນ ໝໍບອກ​ວ່າ​ແຜ​ຄື​ຊິ​ເລິກ​ເລີຍ​ໃຫ້​ຖ້າ​ຢູ່​ນອກ​ຄົງ​ຍັງ​ອີກ​ດົນ​ຈື່ງ​ຊິ​ມາ

    “​ເດ​ຟ ​ເດ​ຟ ຢູ່​ໃສ​ລູກ “   ​ແມ່​ມົນ​ແລ່ນ​ມາ​ຫາ​ຂ້ອຍພ້ອມ​ກັບ​ພໍ່ວີ,ດ໋ອບ ​ແລະ ຈູ່

    “ຢູ່ທາງ​ໃນ​“

    “​ລະ​ເປັນ​ຈັ່ງ​ໃດ​ຈື່ງ​ໄດ້​ມາ​ຢູ່​ນີ້ຫຼະ “ ພໍ່ວີ​ຖາມ​ຂ້ອຍ​ຈື່ງ​ເລົ່າ​ເຫດການ​ທັງໝົດ​ໃຫ້​ຟັງ

    “ຄົນ​ຊັ່ນ​ເອື້ອຍ​ຝົນ​ກໍ່ຄື​ຊິ​ບໍ່ປອດ​ໄພ​ລະ “  ດ໋ອບ​ເວົ້າ

                ພໍດີ​ກັບ​ທ່ານໝໍ​ໄຂ​ປະຕູ​ອອກ​ມາ

    “ລູກ​ຂ້ອຍ​ເປັນ​ຈັ່ງ​ໃດ​ທ່ານໝໍ“   ​ແມ່​ຂອງ​ເດ​ຟຟ້າວ​​ແລ່ນ​ໄປ​ຫາ​ທ່ານໝໍ

    “ບໍ່​ເປັນ​ຫຍັງ​ດອກ ຫົວ​ແຕກ ​ແຕ່​ບາດ​ມັນ​​ເລິກຫຼາຍຄື​ຊິ​ນານ​ເຊົາ​ຢູ່ “

    “ຂ້ອຍ​ເຂົ້າ​ໄປ​ເບີ່​ງລູກ​ໄດ້​ບໍ່ທ່ານໝໍ“

    “​ໄດ້ ​ແຕ່​ຂ້ອຍ​ຊິ​ຍ້າຍ​ລາວ​ໄປ​ຫ້ອງ​ພິ​ເສດ​ກ່ອນ “

    “ຂອບ​ໃຈ​ທ່ານໝໍຫຼາຍໆ​ເດີ້ “      ພໍ່​ແລະ​ແມ່​ເດ​ຟຟ້າວ​ຂອບ​ໃຈ​ທ່ານໝໍກ່ອນ​ທີ່​ທ່ານໝໍຈະ​ຍ່າງ​ໄປ

    “ດ໋ອບ​ໄປ​ເອົາ​ເຄື່ອງ​ອ້າຍ​ກັບ​ເຄື່ອງ​ແມ່​ມາ​ແດ່ ​ແມ່​ຊິນ​ອນ​ເຝົ້າ​ອ້າຍ “       ​ແມ່​ມົນ​ຫັນ​ໄປ​ຫາດ໋ອບ

    “​ແມ່​ມົນ  ​ເຮົາ​ຂໍ​ມານ​ອນ​ເປັນໝູ່ນຳ​ອີກ​ໄດ້ບໍ່“      ຂ້ອຍ​ຖາມ​ແມ່​ມົນ

    “​ໄດ້, ​ໄດ້​ຕົວ​ລູກ ຊັ່ນ​ຈູ່ກະ​ເມືອ​ໄປ​ເອົາ​ເຄື່ອງ​ແມ່​ນຳ, ດ໋ອບກະ​ໄປ​ເອົາ​ເດີ້​ລະ ຈື່ງ​ມາ​ຮັບ​ພໍ່“

                ຫຼັງຈາກ​ນັ້ນ​ພວກ​ເຮົາ​ສາມ​ຄົນ​ກໍ່ອອກ​ມາ​ຈາກ​ໂຮງໝໍ  , ກ່ອນ​ທີ່​ດ໋ອບຈະ​ພາ​ແວ່​ເຮືອນ​ພັກ​ຂ້ອຍ​ເພື່ອ​ໃຫ້​ຂ້ອຍ​ໄດ້​ເກັບ​ເອົາ​​ເຄື່ອງ​ກ່ອນ​ທີ່​ຈະ​ມາ​​ເຮືອນ​ເດ​ຟ

    “ຈູ່​ໄປ​​ເອົາ​ເຄື່ອງ​ແມ່​ກັບ​ເຄື່ອງ​ອ້າຍ​ເດ​ຟ​ເດີ້, ດຽວອ້າຍ​ໄປ​ລົມ​ໂທລະສັບ​ກ່ອນ “ ດ໋ອບບອກ​ກ່ອນ​ຈະ​ຍ່າງ​ໄປ​ລົມ​ໂທລະສັບ

    “​ໃຫ້​ເອື້ອຍ​ຊ່ວຍ​ຫຍັງ​ບໍ່“ ຂ້​ອຍຖາມ​ຈູ່

    “ຊັ່ນ​ເອື້ອຍ​ຝົນ​ເກັບ​ເຄື່ອງ​ອ້າຍ​ເດ​ຟຈັກ​ສອງ​ສາມ​ໂຕ​ໃສ່​ຖົງ​ໃຫ້​ສາ , ຫ້ອງ​ກ້າຍ​ເດ​ຟຢູ່​ຫັ່ນ​ດຽວ​ເຮົາ​ໄປ​ເອົາ​ເຄື່ອງ​ແມ່​ມາ​ລະ​ຊິ​ມາ​ຫາ “

    “​ໂອ​ເຄ “

                ຂ້ອຍ​ເຂົ້າ​ມາ​ໃນ​ຫ້ອງ​ເດ​ຟ, ຫ້ອງ​ລາວ​ກໍ່ສະອາດ​ເປັນ​ລະບຽບຮຽບຮ້ອຍ​ດີ, ຂ້ອຍ​ໄຂ​ເອົາ​ເຄື່ອງ​ທີ່ຢູ່​ໃນ​ຕູ້ 2-3 ​​ໂຕ​ໃສ່​ໃນ​ກະ​ເປົາ​ທີ່ຢູ່​ຂ້າງໆຕຽງ, ຂ້ອຍ​ແນມ​ເບີ່​ງຂອບ​ຮູບ​ທີ່ຢູ່​ໂຕະໜັງສື, ​ເປັນ​ຮູບ ຄອບຄົວ​ຂອງ​ເດ​ຟ, ​ເຊິ່ງມັນ​ເປັນຕາ​ຮັກ ​ແລະ ​ເປັນ​ຄອບຄົວ​ທີ່​ອົບ​ອຸ່ນຫຼາຍ, ຂ້ອຍ​ວາງ​ຂອບ​ຮູບ​ໄວ້​ບ່ອນ​ເກົ່າ​ກ່ອນ​ທີ່​ຕາ​ຈະ​ໄປ​ສະດຸດ​ກັບຂອບ​ອີກ​ອັນໜື່ງ​ເຊິ່ງມັນ​ຕັ້ງ​ຢູ່​ໃກ້ໆກັນ ​ເປັນ​ຮູບ​ຜູ້ຍິງ​ຄົນໜື່ງທີ່​ກຳລັງ​ຈັບ​ແກ້ມ​ຕົວ​ເອງ​ທີ່​ແດງ​ຢູ່, ມັນ​ແມ່ນ​ຮູບ​ຂ້ອບ​ເອງ, ຮູບ​ຂ້ອຍ​ຕອນ​ໄປ​ຊ່ວຍ​ເຫຼືອ​ໂຮງຮຽນທຸກ​ຍາກ​ກັບ​ເດ​ຟ, ລາວ​ຍັງ​ເກັບ​ໄວ້​ຍັງ​ເກັບ​ຮູບ​ຂອງ​ຂ້ອຍ​​ໄວ້​ . ຕາ​ຂ້ອຍ​ເລີ່​ມມີນ້ຳ​ໄຫຼອອກ​ມາ​ອີກ​ຄັ້ງ

    “​ເອື້ອຍ​ຝົນ“

                ຂ້ອຍ​ຮີບ​ວາງ​ຂອບ​ຮູບ​ນັ້ນ​ລົງ ​ແລ້ວ​ຫັນ​ໄປ​ຫາ​ຈູ່, ​ແຕ່​ມື​ພັດ​ໄປ​ປັດ​ເອົາ​ປື້ມທີ່ຢູ່​ໂຕະ​ຕົກລົງ

    “ດຽວ​ເອື້ອຍ​ມ້ຽນ​ໃຫ້ “   ຂ້ອຍ​ຟ້າວ​ທ້ອນ​ເອົາ​ປື້​ມທີ່​ຕົກ

                ​ແຕ່​ແລ້ວ​ຮູບ​ຖ່າຍ​ທີ່​ມີ​ທັງ​ຮູບ​ຂ້ອຍ ​ແລະ​ຮູບ​ທີ່​ຖ່າຍ​ກັບ​ເດ​ຟຕັ້ງ​ແຕ່​ຕອນ​ເຮົາ​ຄົບ​ກັນ​ອີກຫຼາຍ​ໃບ ຫຼຸດອອກ​ມາ​ຈາກ​ປື້ມຂ້ອຍ​ຈັບ​ມັນ​ມາ​ເບີ່​ງ, ​ເດ​ຟຍັງ​ເກັບ​ທຸກ​ຄວາມສຸກ​ຄວາມ​ຊົງ​ຈຳ​ທີ່​ເຮົາ​ມີ​ກັນ ​ແລະ ກັນ​ໄວ້ ຕະຫຼອດ

    “​ເອື້ອຍ​ຝົນ​ແມ່ນ​ຄົນ​ທີ່ຢູ່​ໃນ​ຮູຸບ​ແມ່ນ​ບໍ່“ ຈູ່​ຍ່າງ​ມາ​ໃກ້​ຂ້ອຍ​​ແລ້ວ​ນັ່ງ​ລົງ​ຂ້າງ

    “​ເຮົາ​ຮູ້​ວ່າ​ເອື້ອຍ​ຝົນ​ເປັນ​ແຟນ​ເກົ່າ​ອ້າຍ​​ເດ​ຟ“ ຂ້ອຍ​​ເງີຍໜ້າ​ໄປ​ແນມ​ເບີ່​ງຈູ່

    “ອ້າຍ​ເດ​ຟລາວ​ບໍ່​ເຄີຍ​ລືມ​ເຈົ້າ​​ເລີຍ​ໃດ, ຕັ້ງ​ແຕ່​ລາວ​ກັບ​ມາ​ແຕ່​ວຽງລາວ​ກໍ່ບໍ່​ແມ່ນ​ຄົນ​ເກົ່າ, ​ເອົາ​ແຕ່​ເຮັດ​ວຽກລະກໍ່ ໝົກຢູ່​ໃນ​ຫ້ອງ, ອ້າຍ​ເດ​ຟລາວ​ກໍ່​ເສຍ​ໃຈ​ທີ່​ຈາກ​ເອື້ອຍ​ຝົນ​ມາ, ​ເຮົາ​ກໍ່ບໍ່ຮູ້​ດອກ​ວ່າ​ເປັນ​ຍ້ອນ​ຫຍັງ​ພວກ​ເອື້ອຍ​ຕ້ອງ​ເລີກ​ກັນ, ​ແຕ່​ພໍ​​ເອື້ອຍ​ຝົນ​ມາ​ນີ້, ອ້າຍ​ເດ​ຟລາວ​ກໍ່ຍີ້ມ​ໄດ້​ຄື​ແຕ່​ກ່ອນ . ດີ​ກັບ​ອ້າຍ​ເດ​ຟສາ​ເອື້ອຍ​ຝົນ ລາວ​ຍັງ​ຮັ​ກ​ເຈົ້າ​ຢູ່​ໃດ ບໍ່​ເຄີຍ​ປ່ຽນ “

    “ຈູ່ “      ຂ້ອຍ​​ໂອບ​ກອດ​ຢູ່​ໄວ້​ພ້ອມ​ກັບ​ນ້ຳຕາ  ຂ້ອຍ​ບໍ່ຮູ້​ວ່າ​ຂ້ອຍ​ຈະ​ເຮັດ​ຫຍັງ​ຕໍ່​ໄປ​ດີ, ​ຂ້ອຍ​ກັບ​ເດ​ຟ ​ເຮົາ​ສອງ​ຄົນ​ຍັງ​ຮັກ​ກັນ​ບໍ່​ເຄີຍ​ປ່ຽນ, ​ເຮົາ​ຍັງ​ມີ​ກັນ ​ແລະ ກັນ​ໃນ​ໃຈ​ມາ​ຕະຫຼອດ , ຂ້ອຍ​ຈະ​ບໍ່ຍອມ​ເສຍ​ລາວ​ໄປ​ອີກ ​ແລະ ຂ້ອຍ​ຕ້ອງ​ຮູ້​ໃຫ້​ໄດ້​ວ່າ​ເປັນ​ຫຍັງ​ເດ​​ຟ ຈື່​ງຈາກ​ຂ້ອຍ​ມາ​ແບບ​ນີ້

    ‘ Def ‘

                ຂ້ອຍ​ຮູ້​ເມື່ອ​ຂື້ນມາ​ ພ້ອມ​ກັບ​ຄວາມ​ຮູ້ສຶກ​ປວດ, ປວດ​ທັງ​ເນື້ອ​ທັງ​ຕົວ ​ໂດຍ​ສະ​ເພາະ​ແມ່ນ​ຫົວ, ຂ້ອຍ​ແນມ​ເບິ່ງ​ອ້ອມໆຕົວ​ກໍ່ຮູ້​ແລ້ວ​ວ່າ​ມັນ​ບໍ່​ແມ່ນ​ຫ້ອງ​ຂ້ອຍ, ຂ້ອຍ​ມານ​ອນຫຍັງ​ຢູ່​ນີ້ ນຶກ​ເຖິງ​ເລື່ອງ​ມື້ວານ​ນີ້​ກໍ່ພໍ​ຊິ​ເດົາ​ໄດ້​ວ່າ​ຍ້ອນ​ຫຍັງ, ຂ້ອຍ​ແນມ​ເບີ່​ງຂ້າງໆ ​ເຫັນ​ຝົນ​ກຳລັງ​ນອນຫຼັບຢູ່, ລາວ​ຄົງ​ນັ່ງ​ເຝົ້າ​ຂ້ອຍໝົດຄືນ, ຂ້ອຍ​ແນມ​ໄປ​ເບີ່​ງ​ໂຊ​ຟາ​ຂ້າງໆກໍ່​ເຫັນ​ແມ່​ຂ້ອຍ​ຍັງ​ນອນ​ຢູ່, ຂ້ອຍ​ເອົາ​ມື​ປັດ​ຜົມ​ຝົນ​ທີ່​ມັນ​ປົກໜ້າງາມໆຂອງ​ລາວ​ອອກ ລາວ​ຍັງໜ້າຮັກ​ຄື​ເກົ່າ​ບໍປ່ຽນ​ເຖິງ​ຈະ​ຜ່ານ​ມາຫຼາຍປີ​ແລ້ວ​ກໍ່ຕາມ, ຂ້ອຍ​ອົດ​ດີ​ອົກ​ດີ​ໃຈບໍ່​ໄດ້​ທີ່​ຝົນ​ລາວ​ເປັນ​ຫ່ວງ​ຂ້ອຍ​ຈົນ​ມານ​ອນ​ເຝົ້າ​ທັງ​ຄືນ  .

    “ ​​ເດ​ຟ ຕື່ນ​ລະ​ຫວາ​ລູກ “

    “​ໂດຍ “  ຂ້ອຍ​ຕອບ​ຂະນະ​ທີ່​ແມ່​ຍ່າງ​ມາ​ຫາ

    “ຝົນ​ລາວ​ນອນ​ເຝົ້າ​ລູກໝົດຄືນ​ເລີຍ​ໃດ “                      ​ຂ້ອຍ​ໄດ້​ແຕ່​ຍີ້ມຕອບ​ແມ່

    “ດຽວ​ແມ່​ລ້າງໜ້າລ້າງ​ຕາ​ລະ​ຊິ​ອອກ​ໄປ​ຊື້​ແນວ​ກິນ​ກ່ອນ “                      ​ແມ່​ເວົ້າ​ແລ້ວ​ຍ່າງ​ອອກ​ໄປ

                ຂ້ອຍ​ຍັງ​ແນມ​ເບີ່​ງໜ້າຝົນ​ຢູ່ ຂ້ອຍ​ຢາກ​ໃຫ້​ລາວ​ຢູ່​ແບ​ບນີ້​ກັບ​ຂ້ອຍ , ວັນ​ຄືນ​ແຫ່ງ​ຄວາມສຸກ​ມັນ​ຍ້ອນ​ກັບ​ຄື​ນມາ​ຫາ​ຂ້ອຍ​ອີກ​ຄັ້ງໜື່ງ ຕອນ​ນີ້​ຂ້ອຍ​ຫຸບ​ຍີ້ມບໍ່​ໄດ້​ເລີຍ​ຂ້ອຍ ລືມ​ຄວາມ​ເຈັບ​ປວດ​ທັງ​ທາງ​ກາຍ ​ແລະ ທາງ​ໃຈ​ໄປໝົດ




    “ຮຶ “      ຝົນ​ມືນ​ຕາງ​ວາຍ​ເງຍຂື້ນ​ມາ

    “ຕື່ນ​ລະ​ຫວາ “

    “​ເດ​ຟ“

    “ກະ​ຂ້ອຍ​ນິລະ“

    “​ເດ​ຟ​ເພີ່ນ​ຟື້ນ​ແລ້ວ ​ເພີ່ນ​ເຈັບ​ໃສ​ບໍ່, ປວດ​ບ່ອນ​ໃດ, ຫຼື ​ເພີ່ນ​ເປັນ​ຫຍັງ​ອີກ​ບໍ່ບອກ​ເຂົາ​ໃດ ​ໃຫ້​ເຂົາ​ເອີ້ນໝໍບໍ່“

                ພໍ​ແຕ່​ຕື່ນ​ຝົນ​ກະ​ໃສ່​ຂ້ອຍ​ເປັນ​ຊຸດ

    “​ເປັນ​ຫ່ວງ​ເຂົາ​ຂະໜາດນັ້ນ​ເລີຍ​ນະ“

    “ກະ ຖາມ​ຊື່ໆ “  ​ແລ້ວ​ຝົນ​ກໍກັບ​ໄປ​ຢູ່​ໃນ​ທ່າ​ເຄົາລົບ​ທຸງ

    “​ເຂົາ​ດີ​ໃຈ​ໃດ​ທີ່​ຕື່ນ​ມາ​ແລ້ວ​ເຈີ​ເພີ່ນ “

    “​ແລ້ວ​ເພີ່ນ​ຕື່ນ​ດົນ​ລະ“

    “ອື່ມດົນ​ແລ້ວ“

    “ລະ​ຄືບໍ່ປຸກ​ເຂົາ​ຊັ່ນ“

    “ກະ​ເຫັນຫຼັບຢູ່​ບໍ່ຢາກ​ກວນ“

    “ລະ​ຫິວ​ເຂົ້າ​ບໍ່ຊິ​ອອກ​ໄປ​ຊື້“

    “ບໍ່ຫິວ “             ຂ້ອຍ​ແນມ​ເບີ່​ງໜ້າຝົນ​ເບີ່​ງໜ້າທີ່​ເຕັມ​ໄປ​ດ້ວຍ​ຮອຍ​ຍີ້ມຂອງ​ລາວ, ລາວ​ຄົງ​ດີ​ໃຈ​ທີ່​ຂ້ອຍ​ຍັງ​ບໍ່ຕາຍ

    “ ​ເດ​ຟ ໜ້າ​ເຂົາ​ມີ​ຫຍັງ​ຕິດ​ຫວາ“                       ຝົນ​ຖາມ​ພ້ອມ​ທັງ​ເອົາ​ມື​ລູບໜ້າລູບ​ຕາ

    “ບໍ່ ບໍ່ມີ​ຫຍັງ​ຕິດ​ດອກ“

    “​ລະ​ຄື​ແນ​ມຈັ່ງ​ຊັ້ນ “

    “ຍີ້ມງາມ“

    “ຫ໋ະ “

    “​ໃຫ້​ໂອກາດ​ເຂົາ​ອີກ​ເທື່ອໜື່ງ​ໄດ້​ບໍ່“

    “ຊັ່ນ​ເພີ່ນ​ບອກ​ເຂົາ​ກ່ອນ​ເປັນ​ຫຍັງ​ເພີ່ນ​ຈື່ງຖີ້ມ​ເຂົາ “

                ມາ​ຮອດ​ຄຳ​ຖາມ​ນິຂ້ອຍ​ຈອດ​ເລີຍ, ຂ້ອຍ​ຕອບ​ລາວ​ບໍ່​ໄດ້  ​ເປັນ​​ເຈົ້າ​ໆຈະ​ຕອບ​ຈັ່ງ​ໃດ ຊິ​ບອກ​ຫວາ​ວ່າ​ພໍ່ຂອງ​ລາວ​ເປັນ​ຄົນ​ແຍກ​ເຮົາ​ອອກ​ຈາກ​ກັນ. ມື້​ນັ້ນ​ທີ່​ຂ້ອຍ​ພາ​ຝົນ​ໄປ​ກິນ​ບຸບ​ເຟ້

    ຍີ້ມງາມ, ດຽວຂໍ​ອອກ​ໄປລົມ​ໂທລະ​ສັບ​ກ່ອນ​ເດີ້​ແປ໋ບໜື່ງ“       ​ຂ້ອຍ​ເວົ້າ​ແລ້ວ​ຊູ​ໂທລະສັບ​ຂື້ນ

    ​ໂອ​ເຄ ມາ​ໄວ​ເດີ້​ກິນໝົດກ່ອນ​ໃດ “      

                ຂ້ອຍ​ຍ່າງ​ອອກ​ມານ​ອກຮ້ານ​ເພາະວ່າ​ມັນ​ແຊວ

    “ສະບາຍດີ“

    ເຊົາ​ຫຍຸ້ງ​ກັບ​ລູກ​ສາວ​ຂ້ອຍ​ໄດ້​ລະ

    “ຂ້ອຍ​ຄົງ​ເຮັດບໍ່​ໄດ້​ດອກ“

    ເປັນ​ຫຍັງ​ຈື່ງ​ເຮັດບໍ່​ໄດ້

    “​ເພ​າະຂ້ອຍ​ຮັກ​ຝົນ ຂ້ອຍ​ຮັກ​ລາວ​ແທ້​ໃດ“

    ລະ​ຮັກ​ມັນ​ກິນ​ໄດ້​ບໍ່ລະ, ລູກ​ຂ້ອຍ​ຄວນ​ມີ​ອານາ​ຄົດ​ທີ່​ດີ

    “ອີກ​ບໍ່ດົນ​ຂ້ອຍ​ກໍ່ຮຽນຈົບ​ແລ້ວ, ຂ້ອຍສາມາດ​ເບີ່​ງ​ແຍງ​ຝົນ​ໄດ້“

    ເບີ່​ງ​ແຍງ​ຫວາ ​ແຕ່​ໂຕ​ເອງ​ຍັງ​ເອົາ​ບໍ່ລອດ, ຂ້ອຍ​ຮູ້​ວ່າ​ຄອບຄົວ​ເຈົ້າ​ເປັນ​ຈັ່ງ​ໃດ, ລູກ​ຂ້ອຍ​ຄວນ​ຈະ​ມີ​ອານາ​ຄົດ​ທີ່​ດີກ​ວ່າ​ນີ້, ຄວາມ​ຈະ​ໄດ້​ແຕ່ງງານ​ກັບ​ຄົນ​ທີ່​ຖານະ​ເຂົາ​ພຽບພ້ອມ​ທັງ​ຊື່ສຽງຮຽງນາມ, ລະ​ເຈົ້າ​ແມ່ນ​​ໃຜ ? ​ເປັນ​ພຽງລູກ​ລັດຖະກອນ​ຄົນໜື່ງທີ່​ຊິ​ກິນ​ແຕ່ລະ​​ມື້​ຍັງ​ລຳບາກ . ຖ້າ​ຢາກຮຽນຈົບ​ກໍ່​ໄປ​ຈາກ​ລູກ​ຂ້ອຍ​ສາ

                ​ເພາະ​ຂ້ອຍ​ມັນທຸກ​ແມ່ນ​ບໍ່ຈື່ງ​ບໍ່ສົມ​ທີ່​ຈະ​ເບີ່​ງ​ແຍງ​ລູກ​ລາວ

    ຂ້ອຍ​ຈະ​ໃຫ້ໝູ່ທີ່​ເປັນ​ອາຈານ​ສອນ​ຢູ່​ຫັ່ນ​ຍ້າຍ​ເຈົ້າ​ໄປ​ຮຽນພາກ​ອື່ນ ​ແລະ ຈະ​ຫາ​ບ່ອນຢູ່​ໃໝ່​ໃຫ້​ເຈົາຕັ້ງ​ແຕ່​ນີ້​ໄປ​ຫ້າມ​ຫຍຸ້ງ​ກັບ​ລູກ​ສາວ​ຂ້ອຍ​ອີກ, ບໍ່ຊັ້ນ​ຂ້ອຍ​ຊິ​ບໍ່​ໃຫ້​ເຈົ້າ​ມີ​ຄວາມສຸກ​ລວມ​ໄປ​ເຖິງ​ຄອບຄົວ​ຂອງ​ເຈົ້າ​ນຳ

                ຕີ໋ດ! ຕິ໋ດ! ຕິ໋ດ

        ຂ້ອຍ​ແທບ​ຢືນ​ບໍ່ຢູ່​ເລີຍ​ວິນາທີ​ນັ້ນ​ຂ້ອຍ​ບໍ່ຮູ້​ຊິ​ເຮັດ​ຫຍັງ​ກ່ອນ ຂ້ອຍ​ບໍ່ຢາກ​ເສຍ​ຄົນ​ທີ່​ຂ້ອຍ​ຮັກ​ໄປ , ​ແຕ່ຖ້າ​ຝືນ​ຕໍ່​​ໄປ​ຄອບຄົວ​ຂ້ອຍ​ຊິ​ເປັນ​ຈັ່ງ​ໃດ

    “ ອ້າວ​ຝົນ​ຕື່ນ​ລະ​ຫວາ​ລູກ​ມາໆ ກິນ​ເຂົ້ານຳ​ກັນ “ ​ແມ່​ຂ້ອຍ​ພໍດີ​ເຂົ້າ​ມາ​ຝົນ​ຈື່ງ​ຫັນ​ໄປ​ລົ​ມກັບ​ແມ່​ຂ້ອຍ​ແທນ​

    ‘Fon ‘

    “ ໝໍວ່າມື້ນິກະ​ເມືອ​ນອນ​ຢູ່​ບ້ານ​ໄດ້​ແລ້ວ “          ​ແມ່​ມົນ​ເວົ້າ​ກັບ​ຂ້ອຍ​ຂະນະ​ກິນ​ເຂົ້າ​ເຊົ້າ​ຢູ່

    “​ໂດຍ “

    “​ແມ່​ວ່າ​ລູກ​ໄປ​ຢູ່​ເຮືອນ​ກັບ​ແມ່​ເທາະ , ມັນ​ບໍ່ປອດ​ໄພ​ລະ​ແມ່​ວ່າ​ຖ້າ​ເລື່ອງ​ນິຍັງ​ຕົກລົງ​ກັນ​ບໍ່​ໄດ້ “

    “ດຽວ​ເຮົາ​ຂໍ​ຄິດ​ເບີ່​ງກ່ອນ​ເດີ້ “

    “​ໂອ໊ຍ ບໍ່ຕ້ອງ​ຄິດ​ແລ້ວ​ລູກ​ເຊື່ອ​ແມ່​ນິ “

    “​ໂດຍ​ຄັນ​ຊັ່ນ​ກະ​ໄດ້ “

    ມີ​ຄົນ​ໂທ​ຫາ​ຮັບ​ສາຍ​ແດ່ ! ມີ​ຄົນ​ໂທ​ຫາ​ຮັບ​ສາຍ​ແດ່ !

    “ດຽວຂໍ​ອອກ​ໄປ​ລົມ​ໂທລະສັບ​ກ່ອນ​ເດີ້ “ ຂ້ອຍ​ຄອບ​ແມ່​ມົນ​ແລ້ວ​ອອກ​ມາ​ລົມ​ໂທລະສັບ​ຢູ່​ນອກ

                ​ແລະ​ຊື່​ທີ່​ໂທ​ມາກໍ​ແມ່ນ​ແດນ ສົງ​ໄສ​ຊິ​ລົມ​ເລື່ອງ​​ໂຄງການ

    “ສະບາຍດີ “

    ຝົນ ຂ້ອຍ​ຢາກ​ໃຫ້​ເຈົ້າ​ກັບ​ມາວຽງ

    “ກັບ​ວຽງ​ເຮັດ​ຫຍັງ “

    ຂ້ອຍ​ຮັບ​ຮູ້​ເຖິງ​ບັນຫາ​ນັ້ນ​ແລ້ວ , ຕອນ​ນີ້​ຂ້ອຍ​ກຳລັງ​ຈະ​ປະສານ​ງານ​ກັບ​ທາງ​ທີ່​ກ່ຽວຂ້ອງ​ໃຫ້​ເພີ່ນ​ແກ້​ໄຂ​ບັນຫາ​ໂຕ​ນີ້​ກ່ອນ

    “ອໍ໋ ​“

    ເຈົ້າກໍ່ກັບ​ມາວຽງກ່ອນ ​​ແກ້​​ໄຂ​ບັນຫາ​ແລ້ວ​ລະ​ຈື່ງ​ກັບ​ໄປ​ໃໝ່

    “ຄັນ​ຊັ້ນ​ຂ້ອງ​ຂໍ​ກັບ​ອາທິດໜ້າ​ໄດ້​ບໍ່ພໍດີ​ວຽກທາງ​ນີ້​ຍັງ​ບໍ່ຮຽບຮ້ອຍ“

    ວຽກຫຍັງ​ໂຄງການ​ຍັງ​ບໍ່ທັນ​ໄດ້​ເລີ່​ມຊ້ຳ

    “ອື່ມຊັ່ນ​ອີກມື້ສອງມື້​ຂ້ອຍ​ຈະ​ກັບ“

    ໂອ​ເຄ ລະ​ຢ່າ​ລືມ​ເຮັດ​ລາຍ​ງານ​ສົ່ງ​ໃຫ້​ຂ້ອຍ​ແດ່​ເດີ້​ວ່າ​ສະພາບ​ຢູຸ່ຫັ້ນ​ເປັນ​ແບບ​ໃດ​ຈື່ງ​ຊິ​ຫາ​ທາງ​ແກ້​ໄຂ​ໄດ້

    “​ໂດຍ​ສະບາຍດີ“

    “ ມາ​ລູກ​ມາ​ກິນ​ເຂົ້າ “     ຂ້ອຍ​ເຂົ້າ​ມາ​ແມ່ນ​ມົນ​ກໍ່ຮ້ອງ​ມາ​ນັ່ງ​ກິນ​ເຂົ້າ

    “​ແມ່​ມົນ “

    “ຫື ມີ​ຫຍັງ​ບໍ່ລູກ “

    “ພໍດີ​ເຮົາ​ຕ້ອງ​ໄດ​ກັບ​ວຽງ​ແລ້ວ “

    “ອ້າວ​ລູກ​ຄື​ຊິ​ມາ​ກັບ​ໄວ​ແທ້​ລະວຽຢູ່​ນີ້​ເດ່“

    “ຄົງ​ຕ້ອງ​ເລື່ອນ​ໄປ​ກ່ອນ ​ໃຫ່​ເພີ່ນ​ເຄຍບັນຫາ​ແລ້ວ​ກ່ອນ “

    “ອີກ​ດົນ​ບໍ່ລູກ“

    “​ເຮົາ​ກໍ່ຍັງ​ບໍ່ຮູ້​ເທື່ອ “

    “ຊິ​ກັບ​ວຽງລະສະ​ເບາະ “ ​ເດ​ຟລຸກ​ຂື້ນ​ມາ​ຕອນ​ໃດ​ບໍ່ຮູ້

    “ຄືບໍ່​ໄປ​ນອນ​ຢູ່​ພຸ້ນ​ດຽວກະບໍ່​ເຊົາ​ແຫຼະ “  ຂ້ອຍ​ລຸກ​ໄປ​ດຶງ​ເດ​ຟ​ໃຫ້​ໄປ​ນອນ​ຢູ່​ຕຽງ

    “ຊິ​ກັບ​ມື້​ໃດ “     ​ເດ​ຟຍັງ​ຕັ້ງໜ້າຖາມ​ຂ້ອຍ​ຕໍ່

    “ມື້ຮຶກະ​ຊິ​ກັບ​ແລ້ວ “

    “​ເປັນ​ຫຍັງ​ຄື​ກະທັນ​ຫັນ​ແບບ​ນີ້ “

    “ຫົວໜ້າບອກ​ໄຫ້​ກັບ​ກະ​ຕ້ອງ​ກັບ“

    “ບໍ່​ໄປ​ໄດ້​ບໍ່, ຢ່າ​ຟ້າວ​ໄປ​ຈາກ​ເຂົາ​ຕອນ​ນິ​ໄດ້​ບໍ່ “     ນ້ຳສຽງຂອງ​ເດ​ຟສັ່ນ​ເຄືອ​ແຕ່​ອ່ອນ​ໂຍນ​ຄື​ກັບ​ວ່າ​ມັນ​ເປັນ​ການ​ຂໍ​ຮ້ອງ

    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×