ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    ພົມລິຂິດ

    ลำดับตอนที่ #14 : ຄ້າງຄືນໃນປ່າເລິກ

    • อัปเดตล่าสุด 10 พ.ย. 58


    ນ້ຳມັນໝົດ “   

    “ຫ໋ະ ! ນ້ຳມັນໝົດ ​ເປັນ​ຫຍັງ​ຄືບໍ່ຮູ້ຈັກ​ເຕີມ ລະບາດ​ນິຊິ​ເຮັດ​ຈັ່ງ​ໃດ​ລະ​“

    “ຄົງ​ຕ້ອງ​ໄດ້​ຄ້າງ​ຄືນ“

    “ຄ້າງ​ຄືນ! ​ໃນ​ລົດ​ນິ“

    “ບ້າ​ຫວາ ກະອອກ​ໄປ​ຫາ​ບ່ອນ​ພັກ​ແຫຼະ“

    “ກາງ​ປ່າ​ນິ“

    “​ເກັບ​ເອົາ​ເຄື່ອງ ປະ​ລົດ​ໄວ້​ນິລະມື້ອື່ນ​ຈື່ງ​ມາ​ເອົາ“

    “ອ້າວ​ລະ​ຊິນ​ອນ​ໃສ​ມື້ນິ “

    “​ໂຮງ​ແຮມ​ຫ້າ​ດາວ​ບໍ່ມີດ​ອກ , ຄັນ​ບໍ່ຢາກ​ຢູ່​ຄົນ​ດຽວກະ​ນຳ​ມາ“     ​ເວົ້າ​ແລ້ວ​ເດ​ຟກໍ່ລົງ​ຈາກ​ລົດ​ໄປ​ກັບ​ໄຟ​ສາຍ​ໃນ​ມື​ກະບອກໜື່ງ ຂ້ອຍ​ຈື່ງ​ຟ້າວ​ເກັບ​ເຄື່ອງ​ໃສ່​ກະ​ເປົາ​ແລ້ວ​ແລ່ນນຳ

    “ຖ້າ​ກັນ​ກ່ອນ“   ຂ້ອຍ​ທັງ​​ແລ່ນ​ທັງ​ຮ້ອງ​ນຳ​ຄົນ​ອີ່​ຫຍັງ​ຂາ​ຍາວໆ

                ​ເຮົາ​ພາກັນ​ຢ່າງ​ມາ​ຕາມ​ທາງ​ອາກາດ​ກໍ່​ເຢັນໆ  ສອງ​ຂ້າ​ງທາງ​ເປັນ​ສວນ​ມັນ​ຕົ້ນ​ບໍ່ສູງຫຼາຍ, ຕອນ​ນີ້​ເຮົາ​ຢ່າງ​ມາ​ໄດ້​ປະມານ 10 ນາທີ​ແລ້ວ​ຂ້ອຍ​ເມື່ອຍ ​ແລະ ປວດ​ຂາ

    “ອ້າວ ​ເປັນ​ຫຍັງ“           ​ເດ​ຟຫັນ​ມາ​ແນມ​ເບີ່​ງຂ້ອຍ​ທີ່​ຢຸດ​ຍ່າງ

    “ພັກ​ກ່ອນ​ໄດ້​ບໍ່​ເມື່ອຍ​ແລ້ວ“

    “ຍ່າງ​ຊ່ຳນິກະ​ເມື່ອຍ​ລະ“ ​ເດ​ຟຍ່າງ​ເຂົ້າ​ມາ​ຫາ​ຂ້ອຍ

    “​ໃຜ​ຊິ​ໄປ​ຖຶກຄື​ເຈົ້າ“        ຂ້ອຍ​ຫັນໜ້າ​ໄປ​ທາງ​ໃໝ່

    “ຂື້ນ​ມາ“           ​ເດ​ຟນັ່ງ​ຍ່ອງ​ຍໍ້​ລົງ​ຕໍ່ໜ້າຂ້ອຍ

    “ຫ໋ະ “

    “ຂື້ນ​ມາ ຫຼື ບໍ່​ໄປ ມັນ​ເດິກ​ແລ້ວ“

    “​ເຈົ້າ​ຊິ​ເຈ່ຍ​ຂ້ອຍ​ນິ​ໃດ ບ້າ​ແລ້ວ“ ຂ້ອຍ​ກຳລັງ​ຊິ​ຍ່າງໜີ​ແຕ່​ເດ​ຟກໍ່ດຶງ​ແຂນຂ້ອຍ​ໄວ້

    “ຊິ​ຂື້ນ​ດີໆ ຫຼື ຊິ​ໃຫ້​ອູ້ມ“   ​ເດ​ຟ​ແນມ​ເບີ່​ງໜ້າຂ້ອຍ ສີໜ້າຈິງ​ຈັງ ຂ້ອຍ​ຈື່ງ​ໃຫ້​ເດ​ຟ​ເຈ່ຍ​ແຕ່​ໂດດ​ດີ

    “ຈັບ​ແໜ້ນໆ“    ​ເດ​ຟບອກ​ຂ້ອຍ

    “ອືບ ! ​ໂທ້​ແມ່ນ​ຄົນຫຼື​ແມ່ນ​ຊ້າງ​ນິ “

    “ບໍ່ພໍ​​ໃຈ​ລະ​ຊິ​ເຈ່ຍ​ເຮັດ​ຫຍັງ ກະ​ວາງ​ລົງ​ລະ​ແມະ “

    “​ຫຶ “      ຂ້ອຍ​ຊັງສຽງຫົວ​ໃນ​ລຳ​ຄໍ​ຂອງ​ເດ​ຟຂະໜາດ

    “ບໍ່​ໄດ້​ເຈ່ຍ​ດົນໜັກຂື້ນ​ຫຼາຍ​ເນາະ “         ​ບໍ່ພໍ 2 ນາທີ​ເດ​ຟກໍ່​ເລີ່​ມ​ເວົ້າ​ຂື້ນກ່ອນ

    “............“

    “​ເຂົາ​ຍັງ​ຈື່​ໄດ້​ສະ​ເໝີຕອນ​ທີ່​ເຮົາ​ໄປຫຼິ້ນຫາດ “

    “ .................“    ຄິດ​ເຫັນ​ພາບ​ໃນ​ອະດີດ​ມັນ​ກະ​ມີ​ທັງ​ສຸກ​ໃຈ​ແລະ​ກໍ່​ເຈັບ​ປວດ

    “ ຕອນ​ນັ້ນ​ເຂົາ​ບອກ​ເພີ່ນ​ວ່າ​ມັນ​ແດດ​ຮ້ອນ, ​ແຕ່​ເພີ່ນ​ກະ​ຍັງ​ຢາກ​ລົງ​ໄປ​ຍ່າງຫຼີ້ນກັບ​ຊາຍ ​ເຂົາກໍ່​ເລີຍ​ໄດ້​ຕາມ​ໃຈ​ເພີ່ນ, ສຸດ​ທ້າຍ​ເພີ່ນ​ກະ​ວິນ​ແດດ, ​ເຂົາ​ໂຄດ​ເປັນ​ຫ່ວງ​ເພີ່ນ​ເລີຍ​ຮູ້​ບໍ່ ​ເຂົາ​ເຈ່ຍ​ເພີ່ນ​ຕອນ​ນັ້ນ​ເຂົາ​ບໍ່ຮູ້ສຶກ​ວ່າ​ເພີ່ນໜັກ​ເລີຍ “

    “........................“    ​ໃຜ​ກະ​ໄດ້​ຂ້າ​ຂ້ອຍ​ທີ  ຂ້ອຍ​ກຳລັງ​ຈະ​ໃຈ​ອ່ອນ

    “ ຂໍ​ໂທດ​ເດີ້ ທີ່​ຜ່ານ​ມາ​ເຂົາ​ມັນ​ບໍ່​ເຂັ້ມ​ແຂງ​ພໍ “

    “...............“     ​ໃຈ​ຂ້ອຍ​ຢາກ​ດ່າ​ເປັນ​ຫຍັງ​ຄື​ດ່າ​ບໍ່ອອກ ມີ​ແຕ່​ນ້ຳ​ໃສໆມັນ​ກຳລັງ​ໄຫຼອອກ​ມາ

    “ ​ເຂົາ​ເອງ​ກະ​ເສຍ​ໃຈ​ທີ່​ຮັກສາ​ສັນຍາບໍ່​ໄດ້, ​ແຕ່​ວ່າ “

    “ພໍ​ເທາະ​ເດ​ຟ  ຮຶໆ ​ພໍ​ເທົ່າ​ນີ້​ເທາະ​ຊ່ຳນິ​ເຂົາກໍ່​ເຈັບຫຼາຍ​ແລ້ວ ຮຶື້ໆ​ “ ຂ້ອຍ​ເໝາະລົງ​ທີ່ີ່​ຫຼັງຂອງ​ເດ​ຟ ຂ້ອຍ​ເຈັບ​ປວດ​ເພາະ​ຂ້ອຍ​ຍັງ​ລືມ​ເລື່ອງ​ເກົ່າ​ບໍ່​ໄດ້ ​ແລະ ຂ້ອຍ​ກໍ່ຍັງ​ຮັກ​ລາວ​ຢູ່

    “ ............. “

    “ ............ “        ​ແລ້ວ​ຄວາມ​ຫງຽບສະຫງັດ​ກໍ່ຄືບ​ຄານ​ເຂົ້າ​ມາ​ເດ​ຟພາ​ຂ້ອນ​ຍ່າງ​ໄປ​ເລື້ອຍໆຂ້ອຍ​ກໍ່​ເລີ່​ມຫິວ​ເຂົ້າ​ແລ້ວ

    “ຢູ່​ຫັ່ນ​ມີ​ແສງ​​ໄຟ ສະ​ແດງ​ວ່າ​ມີ​ເຮືອນ​ຄົນ “         ຂ້ອຍ​ແນມ​ເຫັນ​ຈື່ງ​ຊີ້​ໃຫ້​ເດຟ​ເບີ່​ງ

    “ອື່ມ, ອົດ​ເອົາ​ເດີ້​ດຽວ​ກໍ່​ໄດ້​ກິນ​ເຂົ້າ​ແລ້ວ “

                ​ແລະ​ເດ​ຟກໍ່​ເຈ່ຍ​ຂ້ອຍ​ມາ​ຮອດ​ເຮືອນຫຼັງໜື່ງກໍ່ວາງ​ຂ້ອຍ​ລົງ, ​ເຮືອນຫຼັງນີ້​ກໍ່ດ້ວຍ​ດິນ​ບ໋ອກຊັ້ນ​ດຽວ ​ແຕ່ຫຼັງຄາ​ມຸງດ້ວຍ​ຫຍ້າ​ແລະ ສັງກະສີ​ສອງ-​ສາມ​ແຜ່ນ ກໍ່​ແບບ​ນິລະ​ບ້ານ​ຢູ່​ຊົນນະບົດ, ​ເຮັດ​ດ້ວຍ​ດິນ​ບ໋ອກນິກໍ່ຖື​ວ່າ​ດີ​ສຸດໆ​ແລ້ວ

    “ ມີ​ໃຜ​ຢູ່​ບໍ່ນໍ້ “               ​ເດ​ຟ​ເອີ້ນ​ຂືນ

    “ມີ​ໃຜ​ຢູ່​ບໍ່ “       ​ແລະ​ຕາມ​ດ້ວຍ​ສຽງຂ້ອຍ

    “​ແມ່ນ​​ເຜີ​ຫັ່ນ “             ສຽງຈາກ​ຄົນ​ພາຍ​ໃນ​ເຮືອນຫຼັງນັ້ນ​ຮ້ອງ​ອອກ​ມາ

    “ລົດ​ຂອງ​ເຮົາ​ນ້ຳມັນໝົດຂໍ​ອາ​ໄສ​ພັກ​ຢູ່​ນຳ​ໄດ້​ບໍ່ “             ​ຫຼັງຈາກ​ທີ່​ເດ​ຟ​ເວົ້າ​ສຸດ​ກໍ່ມີ​ຜູ້​ຊາຍ​ຄົນໜື່ງ​ໄຂ​ປະຕູ​ອອກ​ມາ

    “ສະບາຍດີ​ອ້າຍ “           ຂ້ອຍ​ຍົກ​ມື​ໄຫ້​ວພ້ອມ​ເດ​ຟ ​ແລ້ວ ຜູ້​ຊາຍ​ຄົນ​ນັ້ນ​ກໍ່ຮັບ​ໄຫ້​ວ

    “ ສະບາຍດີ ພາກັນ​ມາ​ແຕ່​ໃສ​ເດິກໆດື່ນໆ“

    “ພໍດີ​ພວກ​ເຮົາ​ມາວຽກ​ແຕ່​ວ່າ​ນ້ຳມັນ​ລົດໝົດ ຈອດ​ໄວ້​ແຖວ​ສວນ​ມັນ​ພຸ້ນ​ນະ​ເລີຍ​ຢາກ​ມາ​ຂໍ​ພັກ​ນຳ​ອ້າຍ​ຈັກ​ຄືນ“    ​ເດຟ​ເວົ້າ​ກ່ອນ​ທີ່​ຊາຍ​ຄົນ​ນັ້ນ​ຈະ​ເວົ້າ​ຕໍ່

    “ອັນ​ຊ່ວຍ​ອ້າຍ​ກະ​ຢາກ​ຊ່ວຍ​ແຕ່​ເຮືອນ​ອ້າຍຫຼັງນ້ອຍ ຢ້ານ​ພວກ​ນ້ອງ​ຊິ​ບໍ່ສະ​ດວກ ​ເອົາ​ຈັ່ງ​ຊິ​ສາ, ​ອ້າຍ​ຊິ​ພາ​ໄປ​ສົ່ງ​ຢູ່​ເຮືອນ​ນາຍບ້ານ​ເພີ່ນ​ພຸ້ນ ​ໄວ້​ມື້ອື່ນ​ລະ​ຈື່ງ​ມາ​ເອົາ​ລົດ “

    “ຂອບ​ໃຈ​ອ້າຍຫຼາຍໆ “   ຂ້ອຍ​ກັບ​ເດ​ຟກໍ່ພາກັນ​ຂອບ​ອົກ​ຂອບ​ໃຈ​ລາວ​ຢ່າງ​ໃຫ່ຍ ກ່ອນ​ທີ່​ລາວ​ຈະ​ຂັບ​ລົດ​ຕ໋ອກໆ​ໄປ​ສົ່ງ

                ບໍ່ດົນ​ພວກ​ເຮົາ 3 ຄົນ​ກໍ່ມາ​ຮອດ​ເຮືອນ​ນາຍບ້ານ

    “ ພໍ່​ແຫວ​ງ, ພໍ່​ແຫວ​ງ​ເອີ້ຍ “       ຊາຍ​ຄົນ​ນັ້ນ​ຮ້ອງ​ພໍມາ​ຮອດ​ເຮືອນຫຼັງໜື່ງ​ເປັນ​ເຮືອນ​ໄມ້​ສອງ​ຊັ້ນ​ທາງ​ລຸ່ມ​ເປັນ​ກ້ອງ​ຕາ​ລ່າງ

    “​ເອີ່ໆ ​ແມ່ນ​ຫຍັງ​ບັກ​ທອງ​ມາ​ຮ້ອງ​ກູ​ເດິກໆດື່ນໆ , ອ່າວ ມຶງ​ພາ​ໃຜ​ມາ​ນຳ  ຂື້ນ​ມາ​ເທິງ​ພິກ່ອນ“      ຜູ້​ຊາຍ​ອ້ວນໆຄົນໜື່ງ ໜ້າຕາ​ໃຈດີ ອາຍຸ​ນ່າຈະ​ປະມານ 50-60 ນິລະ ສົງ​ໃສ​ວ່າ​ເປັນ​ນາຍບ້ານ​ອອກ​ມາ​ຢືນ​ຢູ່​ພະນັກ ​ແລ້ວ ຮ້ອງ​ພວກ​ເຮົາ​ຂື້ນ​ໄປ

    “ ສະບາຍດີ “     ຂ້ອຍ ​ແລະ ​ເດ​ຟຍົກ​ມື​ໄຫ້​ວ

    “​ເອີ່ໆສະບາຍດີ, ມາ​​ແຕ່​ໃສ​ລະ​ນິ “                       ນາຍບ້ານ​ຖາມ

    “ລູກ​ຊື່​ເດ​ຟ ລະອັນ​ນິຊື່​ຝົນ ພາກັນ​ມາ ​ແຕ່​ທາດ​ເມືອງ ພໍດີ​ນ້ຳມັນ​ລົດໝົດ​ເຮົາ​ເລີຍ​ວ່າຊິ​ມາ​ຂໍ​ພັກ​ຢູ່​ນຳພໍ່ຈັກ​ຄື “

    “​ເອີ່​ໄດ້ໆບໍ່​ເປັນ​ຫຍັງ ພໍ່ນິຊື່ ​ແຫວ​ງ ​ເປັນ​ນາຍ​ບ້ານ​ຢູ່​ນີ້​ດ​ຽວພໍ່ຊິ​ໃຫ້ຫຼານປັດ​ຫ້ອງ​​ໃຫ້​ເດີ້ , ສູ​ເປັນ​ຜົວ​ເມຍ​ກັນ​ເບາະ “

    “ບໍ່ໆ ບໍ່​ແມ່ນ “   ຂ້ອຍ​ຟ້າວ​ປະ​ຕິ​ເສດ

    “​ເອີ່​ຄັນ​ຊັ່ນ ອີ່ຫຼ້ານິ​ໄປ​ນອນ​ນຳຫຼານພໍ່ ລະ​ເຈົ້າ​ກະ​ໄປ​ນອນ​ຫ້ອງ​​ໃໝ່  “

    “ຂອບ​ໃຈຫຼາຍໆ “          ຂ້ອຍ​ກັບ​ເດ​ຟພາກັນ​ຂອບ​ໃຈ​ພໍ່​ແຫວ​ງທີ່​ໃຫ້​ນອນ​ພັກ​ທີ່​ນີ້​ໄດ້

    “ຊັ່ນ​ຂ້ອຍ​ຊິ​ກັບ​ກ່ອນ​ເດີ້ “

    “​ເອີ່ໆ​ໂຊກ​ດີ “    ນາຍ​ບ້ານ

    “ຂອບ​ໃຈ​ເດີ້​ອ້າຍ “        

    “ວ່າ​ລະ​ພາກັນ​ກິນ​ເຂົ້າ​ມາ​ລະ​ບໍ “ ພໍ່​ແຫວ​ງຖາມ

    “ຍັງ​ເທື່ອ “         ຂ້ອຍ​ຕອບ​ແບບ​ອາຍໆ

    “​ໂທ້ ພາກັນ​ມາ​ແຕ່​ຈັກ​ໂມງ​ດຽວນິມັນ​ກະ​ 8-9 ​ໂມງ​ລະ​ໃດ , ​ແພງ ...​​ແພງ​ເອີ້​ຍ “    ພໍ່​ແຫວ​ງຮ້ອງ​ແລ້ວ​ເດັກນ້ອຍ​ຜູ້ໜື່ງໜ້າຈະ 13-14 ປີ​ໄດ້

    “ອັນ​ນິອີ່​ແພງ​ເປັນຫຼານຂ້ອຍ, ຫາ​ເຂົ້າ​ຫາ​ນ້ຳ​ໃຫ້​ເອື້ອຍ​ອ້າຍ​ກິນ​ເດີ້ ລະ​ພາ​ອ້າຍ​ລາວ​ໄປ​ນອນ​ຢູ່​ຫ້ອງ​ພໍ່​ເຈົ້າ​ຫັ່ນ , ​ເອື້ອຍ​ກະ​ໃຫ້​ລາວ​ໄປ​ນອນ​ນຳ​ໂຕ​ເດີ້ “

    “​ໂດຍ “

    “ດຽວພໍ່ຂໍ​ໄປ​ນອນ​ກ່ອນ ຈັ່ງ​ຊິ​ລະ​ຜູ້​ເຖົ້າ, ຢ່າ​ນອນ​ເດິກຫຼາຍ​ເດີ້ “   ພໍ່​ແຫວ​ງຫັນ​ມາສັ່ງພວກ​ເຮົາ​ກ່ອນ​ຈະ​ລຸກ​ໄປ

    “​ເອື້ອຍ​ຊື່​ຝົນ​ເດີ້ ອ້າຍ​ລາວ​ຊື່​ເດ​ຟ “         ຂ້ອຍ​ແນ​ະນຳ​ໂຕ​ໃຫ້​ແພງ​ໄດ້​ຮູ້ຈັກ

    “​ໂດຍ​ດຽວ​ເຮົາ​ແຕ່ງ​ພາ​ເຂົ້າ​ມາ​ໃຫ້ ​ເອື້ອຍ​ອ້າຍ​ໄປ​ອາບ​ນ້ຳກ່ອນ ຫ້ອງ​ນ້ຳຢູ່​ລຸ່ມ​ເດີ້ “            ​ແພງ​ເວົ້າ​ແລ້​ວກໍ່ຍື່ນ​ສິ້ນ​ແຕ້ມ ​ແລະ ​ຜ້າ​ຕະ​ໂລ່​ໃຫ້​ຂ້ອຍ​ກັບ​ເດ​ຟກ່ອນ​ຈະ​ຍ່າງ​ເຂົ້າ​ໄປ​ໃນ​ເຮືອນຄົວ

                ຫຼັງຈາ​ກທີ່​ພວກ​ເຮົາ​ອາບນ້ຳ ແລ້ວ​ກໍ່ກິນ​ເຂົ້າລ້າງ​ຖ້ວຍ​

    “​ເອື້ອຍ​ຝົນ​ເອົາ​ໄວ້​ນິກະ​ໄດ້​ດຽວ​ເຮົາ​ລ້າງ​ເອງ “

    “ບໍ່​ເປັນ​ຫຍັງ​ເອື້ອຍ​ລ້າງ​ໄດ້ “

    “ດຽວປູ່​ມາ​ເຫັນ​ເຮົາ​ຊິ​ຖືກ​ຮ້າຍ “             ​ແພງ​ເຮັດໜ້າຄື​ຊິ​ໄຫ້

    “ຊັ່ນ​ລ້າງ​ຊ່ວຍ​ກັນ “       ຂ້ອຍ​ຍີ້ມ​ໃຫ້​​ແພງ​ກ່ອນ​ຈະ​ລ້າງ​ຖ້ວຍ​ຕໍ່​ແລ້ວ​ໃຫ້​ແພງ​ໄລ

    “​ເອື້ອຍ​ຝົນ​ຍີ້ມງາມໆ, ​ເຮົາ​ຢາກ​ງາມ​ຄື​ເອື້ອຍ​ຝົນ “         

    “​​ແພງ​ກະ​ງາມ​ຄື​ກັນ ລະກໍ່​ເປັນຕາ​ຮັກ​ອີກ ດຽວອີກ​ປີ 2 ປີ​ກະ​ເປັນ​ສາວ​ເຕັມ​ໂຕ​ແລ້ວ “

    “ລະ​​ເອື້ອຍ​ຝົນ​ເປັນ​ແຟນກັບ​ອ້າຍ​ເດ​ຟຫວາ “

    “ບໍ່​ແມ່ນ​ຈະ “

    “ລະ​ເປັນ​ຫຍັງ​ອ້າຍ​ເດ​​ຟຄື​ນັ່ງ​ແນມ​ມາ​ທາງ​ເອື້ອຍ​ຝົນ​ຕະຫຼອດ “

                ຂ້ອຍ​ຫັນ​ໄປ​ເບີ່​ງກໍ່​ເຫັນ​ເດ​ຟກຳລັງ​ຫັນ​ມາ​ທາງ​ນີ້​ອີ່ຫຼີ

    “ລາວ​ບໍ່ມີ​ຫຍັງ​ເຮັດ​ລາວ​ກະ​ແນມ​ມາ, ວ່າ​ລະ​ຢູ່​ເຮືອນ​ນຳ​ກັນ​ສອງ​ຄົນ​ນິຫວາ “

    “​ໂດຍ ພໍ່ກັບ​ແມ່​ເຮົາ​ໄປ​ເຮັດ​ວຽກຢູ່​ວຽງ​ເຮົາ​ເລີຍ​ຢູ່​ກັບ​ປູ່​ສອງ​ຄົນ

    “ລະ​ຍ່າ​ເດ່​ຊັ່ນ “

    “ຍ່າ​ເສຍ​ປີ​ກ່ອນ​ນີ້ “

    “ດຽວນີ້​ຮຽນມໍ​ໃດ​ລະ “

    “​ເຮົາ​ຮຽນຢູ່​ມໍ 3 ​ແລ້​ວ ປູ່​ວ່າ​ຊິ​ສົ່ງ​ໄປ​ຮຽນ​ໃນ​ວຽງຖ້າ​ຈົບ​ມັດທະຍົມ​ “

    “ດີ​ແລ້ວຮຽນສູງໆຈື່ງ​ມີ​ວຽກດີໆ​ເຮັດ , ​ໄປ໋​ເຮົາ​ກະ​ໄປ​ນອນ​ໄດ້​ແລ້ວ “                      ຂ້ອຍ​ລຸກ​ຂືື້ນກ່ອນ​ຈະ​ດຶງ​ແຂນ​ແພງ​ໄປ​ນອນ

    ມື້ນີ້​ຂ້ອຍ​ລຸກ​ມາ​ແຕ່​ເຊົ້າ​ເພາະ​ມາ​ອາ​ໄສ​ບ້ານ​ເພີ່ນ​ນອນ​ຊິ​ໃຫ້​ນອນ​ຕື່ນ​ສວາຍຈັ່ງ​ໃດ​ແມ່ນ​ບໍ່,  ຂ້ອຍ​ລຸກ​ມາ​ຕອນ​ນີ້​ກໍ່ 5 ​ໂມງ​ເຄີ່ງ​ແລ້ວ ​ແຕ່​ວ່າ​ຂ້ອຍ​ວ່າ​ຂ້ອຍ​ຕື່ນ​ເຊົ້າ​ແລ້ວ​ຍັງ​ບໍ່ທັນ​ແພງ​ທີ່​ຕື່ນ​ກ່ອນ

    “ ​ເອື້ອຍ​ຝົນ​ຕື່ນ​​ເຊົ້າ​ແທ້ “

    “​ເອື້ອຍ​ວ່າ​ຊິ​ລຸກ​ມາ​ເຮັດ​ກິນ​ຊ່ວຍ​ແພງນິລະ “

    “ພໍດີ​ເລີຍ​ຊັ່ນ​ເຮົາ​ຝາກ​ເອື້ອຍ​ຝົນ​ແດ່​ເດີ້​ດຽວ​ເຮົາ​ຊິ​ໄປ​ຕັກ​ນ້ຳກ່ອນ “

    “ຢູ່​ນີ້​ໃຊ້​ນ້ຳສ້າງ​ໃດ​ເນາະ, ຄືບໍ່ປ້ຳນ້ຳບາ​ດານ​ມາ​ໃຊ້ “

    “​ແຕ່​ກ່ອນກໍ່ວ່າ​ຈະ​ເຮັດ​ຢູ່​ແຕ່​ເຮືອນ​ເຮົາ​ມີ​ສ້າງ​ມາ​ດົນ​ແລ້ວ​ລະ​ເຮົາ​ກະ​ຢູ່​ແຕ່​ກັບ​ປູ່ສອງ​ຄົນ ​ສອງ​ມື້ຈື່ງ​ຕັກ​ມາ​ໃສ່​ໄຫ​ເທື່ອໜື່ງ “

    “ອື່ມ ​ເອື້ອຍ​ຖາມ​ແພງ​ເລື່ອງໜື່ງ​ໄດ້​ບໍ່ “

    “ວ່າ​ມາ​ເລີຍ “

    “ສວນ​ມັນ​ຕົ້ນ​ໄປ​ນະ ​ແມ່ນ​ດິນ​ຂອງ​​ໄທບ້ານ​ນີ້​ຫວາ ຫຼື ​ເປັນ​ຂອງ​ລັດຖະບານ “

    “ອື​ມມມມມ ​ເຮົາ​ບໍ່ຮູ້​ຄື​ກັນ​ແຕ່​ວ່າ​ແຕ່ລະ​ປີ​ກະ​ມີ​ຄົນ​ໄປ​ເຮັດ​ສວນ​ຢູ່​ຫັ່ນ​ຕະຫຼອດ​​ໃດ, ​ເອື້ອຍ​ຝົນ​ຖາມ​ເຮັດ​ຫຍັງ “

    “ອໍ ບໍ່ມີ​ຫຍັງ​ດອກ“

    “​ເຮົາ​ເປັນ​ຄົນ​ບ້ານນອກ​ເຂົາ​ເຈົ້າ​ກະ​ອາ​ໄສ​ການ​ເຮັດ​ສວນ ຫາ​ກິນ​ສຶບມື້​ໄປ​ຫັ່ນ​ລະ , ບາງທີ​ດິນ​ເປົ່າ​ວ່າງ​ຄົນ​ທີ່​ເຂົາ​ເຈົ້າ​ບໍ່ມີ​ທີ່​ດິນ​ທຳ​ກິນ​ເຂົາ​ເຈົ້າກໍ່​ອາ​ໄສ​ເຮັດ​ຢູ່​ຫັ່ນ ​ເຂົາ​ເຈົ້າ​ກະບໍ່​ໄດ້​ຫວັງ​ຊິ​ເອົາ​ມາ​ເປັນ​ຂອງ​ເຂົາ​ເຈົ້າ​ດອກ​ພຽງ​ແຕ່​ເຂົາ​ເຈົ້າກໍ່ຢາກ​ເອົາ​ໄວ້​ເປັນ​ບ່​ແນ​ຫາ​ຢູ່​ຫາ​ກິນ​ຊື່ໆ “

    “ອື່ມ​ເອື້ອຍ​ເຂົ້າ​​ໃຈ​ແລ້ວ, ​ໄປ​ຕັກ​ນ້ຳ​ໂລດ​ດຽວ​ເອື້ອຍ​ຊິ​ເຮັດ​ແນວ​ກິນ​ເອງ “

    “​ເຮົາ​ຝາ​ກ​ແດ່​ເດີ້ “

                ຖ້າ​ທີ່​ດິນ​ບ່ອນ​ນັ້ນ​ຖືກ​ໂຄງການ​ອີ່ຫຼີ ​ແລ້ວ​ພວກ​ເຂົາ​ຊິ​ໄປ​ເອົາ​ທີ່​ດິນ​ບ່ອນ​ໃດ​ມາ​ຫາ​ກິນ

    “ ​ເຮີ້ຍ​ຍຍຍຍຍຍຍຍຍຍຍຍຍ “ ຂ້ອຍ​ຖອນ​ຫາຍ​ໃຈ​ຍາວໆອອກ​ມາ

    “​ເປັນ​ອີ່​ຫຍັງ “

    “ອຸ໋ຍ ! ຕົກ​ໃຈໝົດມາ​ຕອນ​ໃດ “                        ຂ້ອຍ​ຫັນ​ໄປ​ຫາ​ເດ​ຟ​ເມື່ອ​ເຫັນ​ວ່າ​ລາວ​ມາ​ຢືນ​ເບີ່​ງຂ້ອຍ​ຕອນ​ໃດ​ກໍ່ບໍ່ຮູ້

    “ມາ​ດົນ​ເຕີບ​ແລ້ວ ຄິດ​ອີ່​ຫຍັງ​ຢູ່​ເຫັນ​ເຮັດໜ້າຫຍຸ້ງ “

    “ບໍ່​ໄດ້​ຄິດ​ຫຍັງ “

    “ບໍ່ຄິດ​ເພີ່ນ​ຊິ​ເຮັດ​ຄິ້ວ​ຜູກ​ໂບຫວາ , ​ໃສ​ລອງ​ເລົ່າ​ມາ​ເບີ່​ງ “            ​ເດ​ຟຢ່າງ​ມາ​ໃກ້​ແລ້ວ​​ເດັດ​ຜັກ​ຊ່ວຍ

    “​ເລື່ອງ​ທີ່​ດິນ​ບ່ອນ​ນັ້ນ​ນະ, ຖ້າ​ມັນ​ຖືກ​ໂຄງການ​ແທ້ໆ ລະ​ຄົນ​ທີ່​ອາ​ໄສ​ຢູ່​ຫັ່ນ​ຊິ​ເປັນ​ຈັ່ງ​ໃດ “

    “ກະ​ຄົງ​ຕ້ອງ​ໄດ້​ຍ້າຍ​ອອກ, ຄິດໜັກ​ເລື່ອງນີ້​ນິຫວາ “

    “ຖ້າ​ຍ້າຍ​ອອກ​ແລ້ວ​ພວກ​ເຂົາ​ຊິ​ໄປ​ຢູ່​ໃສ“

    “ກະບໍ່ຮູ້​ເດ, ລັດຖະບານ​ກໍ່ໜ້າຈະ​ຫາ​ພື້ນ​ທີ່​ໄວ້​ໃຫ້​ເຂົາ​ເຈົ້າ​ແລ້ວ“

    “ຊັ່ນ​ເຮົາ​ລອງ​ໄປ​ລົມ​ກັບ​ພໍ່​ແຫວ​ງ​ເບີ່​ງບໍ່  ​ເພາະ​ເຂົາ​ບໍ່ຢາກ​ເຮັດ​ວຽກ​ໂດຍ​​ເຮັດ​ໃຫ້​ຄົນ​ອື່ນ​ເດືອດ​ຮ້ອນ “

    “ລະ​ທີ່​ຜ່ານ​ມາບໍ່​ເຄີຍ​ເຈີ​ແບບ​ນິຫວາ “

    “ມັນ​ກະຕ່າ​ງກັນ​​ໃດ “

    “​ເອົາ​ນ່າ,​ດຽວ​ໄປ​ປຶກສາ​ພໍ່​ແຫວ​ງ​ແລ້ວ​ເຮົາ​ຈື່ງ​ວ່າ​ກັນ​ໃໝ່ບໍ່ຕ້ອງ​ຄິດ​ຫຍັງຫຼາຍດອກ “



    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×