ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    ພົມລິຂິດ

    ลำดับตอนที่ #13 : ເຈັບທີ່ຍັງຮັກຢູ່

    • อัปเดตล่าสุด 16 พ.ย. 58


         ຂ້ອຍຕື່ນມາເຊົ້າມື້ໃໝ່ພ້ອມກັບຫົວທີ່ແບບວ່າໂຄດໜັກໂຄດເຈັບ ແບບນິຫວາທີ່ເຂົາເຈົ້າຮ້ອງວ່າເມົາຄ້າງ ຂ້ອຍມືນຕາຖີ່ໆເພື່ອປັບສາຍຕາໃຫ້ເຂົ້າກັບແສງແດດ

    “ ຫ໋ະ ! ແສງແດດ ມີແດດອອກສະແດງວ່າ... “

                ຂ້ອຍຫັນໄປຈັບໂມງປຸກຢູ່ເທິງຫົວມາເບີ່ງ ຕອນນີ້ເຂັມມັນຊີ້ບອກວ່າ 10ໂມງ !

    “ 10ໂມງ!  ໂອ໊ຍຕາຍບໍ່ໜ້າເລີຍ ມື້ນີ້ຕ້ອນໄປເບີ່ງສະຖານທີ່ອີກ “

     ຂ້ອຍລຸກຂື້ນນັ່ງແລ້ວກໍ່ຮູ້ສືກວ່າບໍ່ໄຫວແທ້ໆ

    “ໂອ໊ຍ “  ຂ້ອຍເຈັບຫົວໄປໝົດຫົວຂ້ອຍໝູນຕິ໋ວໆ

    ມື້ຄືນນີ້ບໍ່ໜ້າຈະກິນຫຼາຍປານນັ້ນ

    “ມື້ຄືນ “                        ຂ້ອຍພື່ມພ່ຳອອກມາ ແລະ ຄິດຍ້ອນໄປເຖິງມື້ຄືນນີ້

    ​ແອດ​ດດດດດດດດດດ          ​ເດ​ຟ​ໄຂ​ປ​ະຕູ​ເຂົ້າ​ມາ

    “ຕື່ນ​ລະ​ຫວາ ລຸກ​ມາ​ກິນ​ເຂົາ​ກ່ອນ​ລະ​ຈື່ງ​ກິນ​ຢາ“ ບໍ່​ເວົ້າ​ລ້າ​ຍັງ​ມາ​ນັ່ງ​ລົງຂ້າງໆອີກ

    “​ເຈັບຫົວຫຼາຍຫວາ“      ​ເດ​ຟ​ເອົາ​ມື​ມາ​ຈັບໜ້າຜາກ​ຂ້ອຍ​ແຕ່​ຂ້​ອຍປັດມື​ລາວ​ອອກ

    “ລຸກ​ໄປ​ອາບນ້ຳ ລະ​ໄປ​ກິນ​ເຂົ້າ​ໄດ້​ແລ້ວ , ຂ້ອຍ​ປະ​ໄວ້ໜ້າ​ໂຕະ​ດຽວຂ້ອຍ​ຊິ​ກັບ​ໄປ​ອາບນ້ຳ​ກ່ອນ“  ​ເດ​ຟ​ເວົ້າ​ແລ້ວ​ລຸກ​ຂື້ນ ​ແຕ່​ຂ້ອຍ​ສັງ​ເກດ​ວ່າ​ເດ​ຟຍັງ​ນຸ່ງ​ເສື້ອ​ມື້ວານ​ນີ້​ຢູ່

    “ດຽວ ! “

    “ຫຶ “      ​ເດ​ຟຫັນ​ມາ​ຫາ​ຂ້ອຍ

    “ລະ​ເຈົ້າ​ມາ​ນີ້​ແຕ່​ຈັກ​ໂມ​ງ“

    “ອື່ມມມ “ ​ເດ​ຟ​ເຮັດໜ້າຄິດໜັກກ່ອນ​ຈະ​ຕອບ​ມາ​ວ່າ “ ຂ້ອຍ​ຍັງ​ບໍ່​ໄດ້​ກັບ​ບ້ານ​ແຕ່​ວານ​ນີ້“

    “ຫ໋ະ ! ຄັນ​ຊັ້ນ​ກະ​ສະ​ແດງ​ວ່າ “

    “ອື່ມ ​ແມ່ນ​ມື້​ຄືນ​ຂ້ອຍ​ນອນ​ຢູ່​ນີ້​ທັງ​ຄື​ນ ກັບ​ເຈົ້າ“

    “​ເຮີ້ ​ເຮັດ​ແບບ​ນິ​ໄດ້​ຈັ່ງ​ໃດ “         ຂ້ອຍ​ໂດດ​ອອກ​ຈາກ​ຕຽງ​ແລ້ວ​ໃຊ້​ກ່ຳ​ປັ້ນ​ທຸບ​ໄປ​ຕາມ​ຕົນ​ໂຕ​ຂອງ​ລາວ

    “ ​ໂອ໊ຍໆ ! ພໍ​ແລ້ວ ​ໂອ໋ຍ “              ມີ​ຫວາ​ຊ່ຳນິຂ້ອຍ​ຊິ​ເຊົາ

    “ ນີ້ ​ໃຜ​ບອກ​ໃຫ້​ມານ​ອນນີ້​ເຮືອນ​ມີ​ຄືບໍ່ກັບ​ຫະ ”  ຂ້ອຍ​ທັງ​ທຸບ​ທັງ​ຕີ

    “ບອກ​ວ່າ​ພໍ​ໄດ້​ແລ້ວ​ເຮັດ​ປານ​ບໍ່​ເຄີຍ​ນອນ​ຕຽງດຽວກັນ “                        ​ເດ​ຟ​ໃຊ້​ມື​ໃຫ່ຍໆຂອງ​ລາວ​ຈັບ​ແຂນ​ຂ້ອຍ​ໄວ້​ທັງ​ສອງ​ຂ້າງ ຄຳ​ເວົ້າພຽງປະ​ໂຫຍ​ກດຽວ​ເຮັດ​ໃຫ້​ຂ້ອຍ​ຢຸດ​ທີ່​ຈະ​ຕີ​ລາວ​ຕໍ່​ໄປ ​ແມ່ນ​ເຮົາ​ເຄີຍ​ນອນ​ຕຽງດຽວກັນ ​ແຕ່​ຢ່າ​ເຂົ້າ​ໃຈ​ຜິດ​ຂ້ອຍ​ບໍ່​ໄດ້​ງ່າຍ​ແບບ​ນັ້ນ ຄຳ​ເວົ້າ​ມັນ​ອາດ​ຈະ​ລໍ້​ແຫຼມ​ແຕ່​ເຮົາ​ພຽງ​ແຕ່​ນອນ​ຂ້າງໆກັນ​ຊື່ໆ

                ​ເດ​ຟ​ແນມ​ເບີ່​ງໜ້າຂ້ອຍ​ຢູ່​ໃນ​ນັ້ນ ຂ້ອຍ​ເຫັນ​ສາຍຕາ​ລາວ​ສັ່ນ​ໄຫວ , ດວງ​ຕາ​ຂ້ອຍ​ຮ້ອນ​ມາ​ອີກ​ຄັ້ງໜື່ງ ນ້ຳ​ໃສໝກຳລັງ​ມາ​ໂຮມ​ກັນ​ຢູ່​ທີ່​ຕາ​ທັງ​ສອງ​ຄູ່ , ຂ້ອຍ​ຕ້ອງ​ເຂັ້ມ​ແຂງ ​ແລະ ຈະ​ບໍ່​ເຮັດ​ໃຫ້​ລາວ​ຮູ້​ວ່າ​ຂ້ອຍ​ເຈັບ​ປວດ​ຊ່ຳ​ໃດ

    “ ອອກ​ໄປ “       ຂ້ອຍ​ຟຶດ​ແຂນ​ຂ້ອຍ​ອອກ

    “ ຝົນ “  ສຽງຂອງ​ເດ​ຟອ່ອນ​ລົງ

    “ກັບ​ໄປ​ໄດ້​ແລ້ວ​ຊິ​ໄປ​ໃສ​ກະ​ໄປ​ຢ່າ​ມາ​ຫຍຸ້ງ​ກັບ​ຂ້ອຍ “

    “ຂໍ​ໂທດ​ຝົນ ​ເຂົາ​ຂໍ​ໂທດ“

    “ຟັງ​ພາສາ​ຄົນ​ບໍ່​ເຂົ້າ​ໃຈ​ຫວາ​ກັບ​ໄປ​ໄດ້​ແລ້ວ “      ຂ້ອຍພະຍາຍາມຊຸກໃຫ້ເດຟອອກໄປຈາກຫ້ອງ

    “ຝົນ , ເຂົາຂໍໂທດ “ ຂ້ອຍເລີ່ມກັ້ນນ້ຳຕາບໍ່ຢູ່ແລ້ວເຮັດຈັ່ງໃດດີ

    “ຝົນ “   ສຽງເດຟອ່ອນລົງອີກຄັ້ງເພາະຕອນນີ້ນ້ຳຕາຂ້ອຍມັນໄຫຼອອກມາແລ້ວ ແລະ ຂ້ອຍກໍ່ຢຸດທີ່ຈະຍູ້ເດຟອອກໄປ


                        


    “ພໍໃຈຫຼືຍັງ “     ຂ້ອຍຫັນໜ້າໄປສົບຕາກັບເດຟຕົງໆ

                ເປັນເພາະຂ້ອຍຄິດໄປເອງ ຫຼື ຈັ່ງໃດ ສາຍຕາຂອງລາວມັນບົ່ງບອກວ່າລາວເຈັບປວດບໍ່ຕ້າງຫຍັງຈາກຂ້ອຍ

    “ເຂົາ...“

    “ອອກໄປສາ ເລື່ອງຂອງເຮົາມັນຈົບມາດົນແລ້ວ “   ຂ້ອຍຫັນໜ້າໜີໄປທາງໃໝ່

    “ ເຂົາຂໍໂທດທີ່ຮັກສາສັນຍາບໍ່ໄດ້ “          ຂ້ອຍຫຼັບຕາລົງປ່ອຍໃຫ້ນ້ຳຕາມັນໄຫຼອອກມາ

    “ ເຂົາຍັງມີເພີ່ນຢູ່ໃນໃຈເຂົາສະເໝີ “      ເດຟເດ່ມືມາຈັບມືຂ້ອຍໄວ້

    “ເຂົາຍັງ “

    “ແຕ່ເຂົາບໍ່ໄດ້ຮັກເພີ່ນແລ້ວ“    ຂ້ອຍເວົ້າກ່ອນຕັດເດຟແລ້ວແກະມືລາວອອກເຊັດນ້ຳຕາໂຕເອງ ແລ້ວສູດຫາຍໃຈເຂົ້າເລິກໆ ກ່ອນທີ່ຈະຍ່າງຜ່ານເດຟອອກມາຈາກຫ້ອງ

    ລາວຊິຮູ້ບໍ່ວ່າຂ້ອຍຍັງຮັກລາວໝົດໃຈ, ເຈັບທຸກຄັ້ງທີ່ເຫັນໜ້າລາວ, ຂ້ອຍຈະຝືນເຮັດວຽກນີ້ໄປໄດ້ອີກເທົ່າໃດ ບອກຕາມຕົງຂ້ອຍບໍ່ຢາກເຈັບອີກ, ມັນຈຸ໋ກຈົນບອກບໍ່ຖືກເລີຍລະ

    “ ບ່າຍໂມງເຮົາຈະເລີ່ມວຽກ ມາໃຫ້ໄວ ແລະ ຕົງເວລານຳ “             ຂ້ອຍຍັງບໍ່ລືມທີ່ຈະຍ້ຳເວລາເຮັດວຽກ ມື້ນີ້ເສຍເວລາໄປເຄີ່ງມື້ແລ້ວ ຂ້ອຍບໍ່ຢາກໃຫ້ຂ້ອຍຕ້ອງມາເສຍເວລາກັບເລື່ອງເກົ່າໆນີ້ອີກ

                ເດຟບໍ່ເວົ້າຫຍັງອອກມາພຽງແຕ່ຍ່າງອອກໄປ ແລ້ວຂ້ອຍກໍ່ຢູ່ຄົນດຽວ, ພໍລົດຂອງເດຟອອກຈາກເຮືອນໄປ ຂ້ອຍກໍ່ແທບຈະຢືນບໍ່ຢູ່ ຂ້ອຍຊຸດໂຕລົງນັ່ງກັບພື້ນນ້ຳຕາອີກຫຼາຍໆຍົດ ໄຫຼອອກມາ ຂ້ອຍຈະແຂງໃຈໄດ້ອີກເທົ່າໃດ ຄຳຂໍໂທດຂອງລາວຂ້ອຍແທບຈະບໍ່ຢາກໃຫ້ອະໄພ ແລະ ທີ່ຂ້ອຍຕ້ອງມານັ່ງໄຫ້ຢູ່ນີ້ກໍ່ເພາະຂ້ອຍຍັງຮັກລາວຢູ່ ຍັງຮັກລາວຄົນດຽວມາໂດຍຕະຫຼອດ ແລະ ຄົງຈະບໍ່ມີວັນປ່ຽນໄດ້



    “ ຕ້ອງຂີ່ລົດໄປຈັກຊົ່ວໂມງ“       ຂ້ອຍຖາມເດຟພ້ອມກ້າວຂື້່ນລົດ

    “ປະມານ 2-3 ຊົ່ວໂມງ ເພາະທາງມັນຍາກ“

    “ຮີບໄປເທາະດຽວຄ່ຳກ່ອນ“

    “ຄືບໍ່ໄປມື້ອື່ນ“

    “ຂ້ອຍຢາກໄປມື້ນີ້ ດຽວນີ້ຂ້ອຍເສຍເວລາມາເປັນເຄີ່ງມື້ແລ້ວ“

    “ລະໃຜບອກໃຫ້ກິນບໍ່ມືນຫູມືນຕາແບບນັ້ນ“

    “ມັນເລື່ອງຂອງຂ້ອຍເຈົ້າມີໜ້າທີ່ຂັບລົດກໍ່ຂັບໄປ“

    ອ໋ຽກກກກກກ

    “ໂອ໋ຍ ! ລະຊິເບກເຮັດຫຍັງຂັບດີໆບໍ່ເປັນຫວາ“

    “ຂ້ອຍບໍ່ແມ່ນຄົນຂັບລົດ  ຂ້ອຍເປັນຄົນທີ່ນຳພາເຈົ້າໄປ“  ເດຟຈອດລົດແລ້ວຫັນໜ້າມາເວົ້າກັບຂ້ອຍ

    “ ກະຂັບໄປລະແມະ “

                ເວົ້າແລ້ວເດຟກໍ່ໃສ່ເກຍແລ້ວລັ່ງລົດອອກໄປ ,  ໃນຂະນະຂັບລົດເຮົາກໍ່ລົມກັນເລື່ອງວຽກແບບເອົາການເອົາງານ

    “ເຂດນັ້ນມີຄົນຊົນເຜົາຫຼາຍ ຖ້າລົງລົດແລ້ວຢ່າໄປກັດເຂົາເຈົ້າເດັດຂາດ“    

    “ບອກໂຕເອງໃຫ້ດີເທາະ ໄປສັກຢາມາລະເບາະດຽວເຂົາເຈົ້າໄລ່ເອົານ້ຳສາດໃດ ດຽວນິອາກາດແຮງເຢັນ “

    “ຄັນເວົ້າຫຼາຍແບບຊິມິດຄືມື້ວານມື້ກ່ອນນີ້ກະດີແລ້ວ“

    “ລະໃຜກັນແທ້ ທີ່ເອົາແຕ່ດ່າຄົນອື່ນວ່າປາກກືກ“

    ອ໋ຽກກກກກກ

    “ໂອ໋ຍ ! ລະຊິເບກດີໆບໍ່ໄດ້ຫວາ “             ຂ້ອຍຫັນໄປເວົ້າໃຫ້ເດຟ

    “ຮອດແລ້ວ , ຢ່າງເຂົ້າໄປອີກກິໂລໜື່ງ “             ເດຟເວົ້າແລ້ວກໍ່ລົງລົດໄປ

    ຂ້ອຍແນມເບີ່ງໂມງ ແລ້ວລົງລົດນຳເດຟໄປ  ຕອນນີ້ກໍ່ຄ້າຍແລງແລ້ວລົມເຢັນເລີມພັດເຂົ້າມາ

    “ ເນື້ອທີ່ດິນບ່ອນນີ້ ເປັນຂອງລັດບໍ່ແມ່ນຫວາ “ ຂ້ອຍຫັນໄປຖາມເດຟເມື່ອເຫັນວ່າພື້ນທີ່ທີ່ຖືກໂຄງການນັ້ນດຽວນີ້ແມ່ນປະຊາຊົນໄດ້ຍຶດໄປເຮັດເປັນໄຮ່ນາຮົ້ວສວນແລ້ວ

    “ ອັນນິຂ້ອຍກໍ່ສົງໄສຢູ່ຄືກັນ ແຕ່ອັນສຳຄັນແມ່ນເຮົາຕ້ອງເຂົ້າໄປຖາມນາຍບ້ານລາວເບີ່ງກ່ອນ“

    “ຖ້າເປັນພື້ນທີ່ຂອງລັດ ທາງລັດກະຕ້ອງແຈ້ງມາຫານາຍບ້ານແລ້ວ“

    “ເລື່ອງນິມັນເລີ່ມແປກໆລະ “

    “ບາງທີອາດຈະຍັງບໍ່ທັນປະສານງານກັນເທື່ອກໍ່ມີ “

    “ຂ້ອຍວ່າເຮົາກັບໄປລົດກ່ອນເທາະ ມັນເລີ່ມມືດແລ້ວ “  ເດຟເວົ້າແລ້ວຫັນຫຼັງຍ່າງກັບທັນທີ

    “ເຮີ່ຍ! ຖ້າແດ່ “ ຂ້ອຍໄດ້ແຕ່ແລ່ນນຳຫຼັງເດຟໄປ

    “ໄປເຮືອນນາຍບ້ານເທາະ“          ທັນທີ່ທີ່ຂ້ອຍມາຮອດລົດຂ້ອຍກໍ່ອອກປາກຊວນເດຟທັນທີ

    “ເຮີ່ຍ! ມັນມືດແລ້ວຊິໄປຈັ່ງໃດ , ອີກຢ່າງຂ້ອຍກໍ່ບໍ່ໄດ້ວ່າຊິຮູ້ຈັກໄປໝົດ“

    “ຖາມເອົາກະໄດ້ ຊິຍາກຫຍັງ“

    “ບ້າລະ ຄ່ຳມືດແບບນິ, ເອົາໄວ້ມື້ອື່ນຈື່ງມາເທາະ “

    “ເຮີ້ຍຍຍຍຍຍ “            ຂ້ອຍຖອນຫາຍໃຈຍາວໆ

    “ ເປັນຫຍັງ? ອົດຮອກມື້ອື່ນບໍ່ໄດ້ຫວາ “

    “ ຂ້ອຍຢາກໃຫ້ວຽກແລ້ວໄວໆ “

    “ຄືຊິຢາກກັບວຽງລະເນາະ “

    “ແນ່ນອນ ຖ້າຂ້ອຍຢູ່ນີ້ດົນມີຫວັງປະສາດກິນ “

    ຕຶກ ຕື໋ກ ! ຕຶກ ຕື໋ກ!

    “ ອ້າວ , ລົດເປັນຫຍັງຄືກະຕຸກ “                       ຂ້ອຍຫັນໜ້າໄປຫາເດຟ

    “ນ້ຳມັນໝົດ “   
    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×