คืนค่าการตั้งค่าทั้งหมด
คุณแน่ใจว่าต้องการคืนค่าการตั้งค่าทั้งหมด ?
ลำดับตอนที่ #12 : ງານລ້ຽງຍ່ອມມີວັນເລີກລາ
“ກິນໆໆ ເລີຍລູກບໍ່ຕ້ອງເກງໃຈພໍ່ລ້ຽງເອງ “ ພໍ່ວີຫັນມາຍໍຈອກເບຍມາຕຳກັບຈ໋ອກນ້ຳຫວານຂ້ອຍ
“ອ້າວ ! ນ້ອງຝົນບໍ່ກິນເບຍຫວາ “ ເອື່ອຍໝີໃຫຍ່ຫັນມາທາງຂ້ອຍ
“ກະພໍກິນໄດ້ຢູ່
ແຕ່ວ່າມື້ນິກິນນ້ຳຫວານກ່ອນດີກວ່າ “
“ບໍ່ື້ໆໆໆ ບໍ່ໄດ້ໃດນ້ອງມັນຜິດທຳນຽມ
,ເຈ້ຫຼ້າ ຂໍຈອກແດ່“ ເອື້ອຍໝີຫັນໄປບອກເຈົ້າຂອງຮ້ານທັນທີ
“ເອື້ອຍໝີໃຫຍ່
ຂ້ອຍວ່າກິນນຳຫວານກະໄດ້ຕີ້ເບີ່ງຄືລາວຊິຄໍອ່ອນໃດ “ ເດຟຫັນໄປບອກເອື້ອຍໝີ
ກ້າໄດ້ຈັ່ງໃດວ່າຂ້ອຍຄໍອ່ອນ
“ບໍ່ເປັນຫຍັງເອື້ອຍໝີເອົາມາເລີຍເຮົາຊິກິນເອງ
“ ຂ້ອຍຢື້ເອົາຈອກເບຍນຳເອື້ອຍໝີມາຊົດໝົດກ້ຽງພາຍໃນພິວຕາດຽວ
“ເກັ່ງໆ ນ້ອງເອື້ອຍຕ້ອງຈັ່ງຊິ ມາໆເອົາອີກ
ເອົ໋າຕຳ “
‘ເຄັ່ງ!’ ສຽງຈອກຕຳກັນແລ້ວຕຳກັນອີກ
ຈົນຕອນນີ້ຂ້ອຍຮູ້ສຶກມຶນໆທີ່ຫົວແລ້ວລະ
ຮູ້ສຶກວ່າຮ້ານເອື້ອຍຫຼ້ານິຊິຫງຽງນຳ ມື້ອື່ນຕ້ອງບອກລາວແປງຮ້ານແລ້ວແຫຼະບໍ່ຊັ່ນຮ້ານຕ້ອງປີ້ນລົງທົ່ງນາແນ່ນອນ
“ພໍແລ້ວຝົນ“ ເດຟດືງຈອກເບຍໄປຈາກມືຂ້ອຍ
“ຢ່າມາຫຍຸ້ງນ່າ ຄົນຈ໊າຍດຳ “
“ເມົາແລ້ວນ່າ“
“ໃຜມ໊າວວວວວ ບໍ່ມ໊າວເນາະເອື້ອຍໝີ “ ຂ້ອຍຫັນໄປເນາະເອື້ອຍໝີທີ່ຍັງນັ່ງຫົວກັບພະນັກງານຄົນອື່ນ
“ພາຝົນລາວກັບເທາະລູກມັນເດິກແລ້ວ
ອາກາດກະເຢັນ “
“ພໍ່ວີ ລູກບໍ່ໄດ້ມ໊າວວວວວວວວວໃດ
ຢ່າໃຫ້ລູກໄປກັບຄົນຈ໊າຍຍຍຍຍດຳແບບນີ້ເທາະ
ເອົ໋າຕຳຈອກກກກກກ“ ຂ້ອຍເດ່ຈອກໄປຕຳອີກກ່ອນທີ່ຂ້ອຍຈະກິນຈົນໝົດແກ້ວ
“ພໍແລ້ວຝົນກັບດຽວນິ “ ນ້ຳສຽງເດຟເດັດຂາດ ແຕ່ໃຜວ່າຂ້ອຍຊິຍ້ານ
ແຕ່ບໍ່ພໍເທົ່າໃດເດຟກໍ່ລຸກຂື້ນແລ້ວດຶງແຂນຂ້ອຍມາຄ້ອງຄໍໄວ້
“ເຮີ້ຍຊິເຮັດຫຍັງ ອ໋ະ“ ຂ້ອຍຫັນໜ້າໄປຖາມເດຟ
“...............“ ແຕ່ລາວບໍ່ຕອບມີແຕ່ແກ່ຂ້ອຍອອກມາຈາກຮ້ານ,
ຄືຂີ່ມ້າໝູນເລີຍ ໂລກມັນໝູນໄປໄວ້ໆ ຂ້ອຍຊິຮາກອອກມາແລ້ວບໍ່ໄຫວແລ້ວ
‘ອວັະ ! ອວັກ ! ອວັກ ’ ຂ້ອຍຍູ້ເດຟອອກກ່ອນທີ່ຈະກົ້ມລົງໄປຮາກຢູ່ຂ້າງລົດ
“ເອົານິ “ ເດຟຍື່ນຕຸກນ້ຳມາໃຫ້ແລ້ວເອົາມືລູບຫຼັງຂ້ອຍ
“ບອກແລ້ວວ່າຢ່າກິນຫຼາຍກະບໍ່ັຟັງ “
‘ອວັະ ! ອວັກ ! ອວັກ ’ ໝົດເລີຍອາຫານມື້ນີ້ T_T
“ໄປຂື້ນລົດ “ ເດຟຫັນມາໂຊມເອົາຂ້ອຍ
“ຢ່າມາວຸ້ນກັບເຂົາ ເພີ່ນມັນຈ໊າຍດຳ
ຮືໆໆໆໆໆໆໆໆໆໆໆໆໆ “ ຂ້ອຍບ້າໄປແລ້ວຊິໄຫ້ອອກມາເຮັດຫຍັງ
“..............“ ເດຟບໍ່ເວົ້າຫຍັງມີແຕ່ຫຍັບເຂົ້າມາຢືນຢູ່ຕໍ່ໜ້າຂ້ອຍ
“ໃສ່ວ່າຊິບໍ່ຖື້ມກັນນນນນນນນ ຮື້ໆໆໆໆໆໆໆໆໆໆໆ “ ຂ້ອຍຊົບໄປທີ່ບ່າຂອງເດຟ ແລ້ວເດຟກໍ່ຍົກມືຂື້ນມາລູບຫົວຂ້ອຍເບົາໆ
ກ່ອນຂ້ອຍຈະໝົດສະຕິໄປ
‘ DEF ‘
ເຖິງເວລາພະເອກຄືຂ້ອຍຕ້ອງອອກມາເວົ້າແລ້ວ
ຂໍແນະນຳຕົວເອງກ່ອນສາ ຂ້ອຍຊື່ ພູນແພງ ຫຼື ຮູ້ຈັກກັນດີໃນນາມຂອງ ເດຟ ,
ຂ້ອຍເປັນອ້າຍກົກ ມີນ້ອງສາວ ແລະ ນ້ອງຊາຍ
ແຕ່ກ່ອນຄອບຄົວຂ້ອຍຖານະຂ້ອນຂ້າງຈະຝືດ ເວົ້າງ່າຍໆກະທຸກ ,
ພໍ່ເປັນລັດຖະກອນ ສ່ວນແມ່ກໍ່ຕ່ຳຫູກສົ່ງເສຍໃຫ້ຂ້ອຍໄປຮຽນຢູ່ວຽງ,
ຂ້ອຍກັບມາກໍ່ເລີມຕັ້ງໂຮງສີເຂົ້າໃຫ້ແມ່ ແລະ
ເລີ່ມຂະຫຍາຍບ່ອນຂາຍເຂົ້າຂາຍນ້ຳ, ຕໍ່ມາກໍ່ມາສ້າງໂຮງຕ່ຳຫູກ
ດຽວນິຄອບຄົວເລີຍແບບວ່າລວຍວ່າຊັ່ນເທາະ ,
ຫຼາຍຄົນຄົງຄິດວ່າຂ້ອຍເປັນຜູ້ຊາຍໃຈດຳຖີ້ມນາງເອກໄປໄດ້ລົງຄໍ
ຊິວ່າລະເລື່ອງມັນຍາວ ລະຂ້ອຍຊິເລົ່າໃຫ້ຟັງຕາມຫຼັງ
ເອົາເປັນວ່າຕອນນີ້ບັນຫາທີ່ຢູ່ຕໍ່ໜ້າແມ່ນຂ້ອຍຈະເຮັດແບບໃດກັບຜູ້ຍິງຄົນນີ້
ລາວຫາຂ້ອຍພົບໄດ້ຈັ່ງໃດ,
ຫຼືມັນຈະເປັນພົມລິຂິດມາເຮັດໃຫ້ເຮົາເຈີກັນອີກ ເລີ່ມຈາກຂ້ອຍໄປຮຽນຢູ່ວຽງ
ແລະ ລາວກໍ່ມາເຮັດວຽກຢູ່ຊຳເໜືອ ແຖມຍັງໃຫ້ເຮົາໄດ້ມາໃກ້ກັນອີກ
“ໄປຂື້ນລົດ “ ຂ້ອຍພະຍາຍາມໂຊມເອົາລາວ
ຂ້ອຍບໍ່ເຄີຍເຫັນລາວໃນສະພາບແບບນີ້ມາກ່ອນ
“ຢ່າມາວຸ້ນກັບເຂົາ
ເພີ່ນມັນຈ໊າຍດຳ ຮືໆໆໆໆໆໆໆໆໆໆໆໆໆ “
“..............“ ຢ່າໄຫ້ໄດ້ບໍ່ຂ້ອຍແພ້ນ້ຳຕາຜູ້ຍິງ
“ໃສ່ວ່າຊິບໍ່ຖື້ມກັນນນນນນນນ
ຮື້ໆໆໆໆໆໆໆໆໆໆໆ “
ຈະແຈ້ງເລີຍ ໄດ້ຍີນເຕັມສອງຫູ
ຂ້ອຍວ່າລາວຄົງບໍ່ໄດ້ຮ້ອງເພັງດອກ ແຕ່ລາວກຳລັງຖາມຂ້ອຍຢູ່
“ເດຟ ລູກພາຝົນກັບດີໆ ເດີ້ລູກ
“ ພໍ່ອອກມາຮ້ອງບອກຂ້ອຍ
ກ່ອນທີ່ຂ້ອຍຈະເປີດປະຕູລົດກະບະອອກ ແລ້ວ ຍັດຝົນໄປນັ່ງ ອັດປະຕູຮຽບຮ້ອຍ
ແລ້ວ ອ້ອມມາຟາກຄົນຂັບ
ຕອນນີ້ຂ້ອຍຂື້ນມານັ່ງຢູ່ເທິງລົດລາວ
ສ່ວນຝົນກໍ່ຄົງໄປເຝົ້າພະອິນເປັນທີ່ຮຽບຮ້ອຍ
ເພາະຟັງຈາກສຽງຫາຍໃຈຂອງລາວທີ່ສະໝ່ຳສະເໝີບົ່ງບອກວ່າລາວຫຼັບໄປແລ້ວເພາະນ້ຳເມົາ,
ຂ້ອຍບໍ່ຢາກໃຫ້ລາວກິນ ບໍ່ຢາກໃຫ້ເປັນແບບນີ້
ຂ້ອຍຂັບລົດພາລາວມາທີ່ເຮືອນພັກ ແລະ ອູ້ມລາວເຂົ້າມານອນໃນຫ້ອງ,
ຫົ່ມຜ້າໃຫ້ເພາະອາກາດມັນໜາວຫຼາຍ ກ່ອນທີ່ຂ້ອຍຈະລຸກໄປເອົາຜ້າຂົນໜູມາຈຸ່ມນ້ຳ
ແລ້ວ ປັ້ນໃຫ້ສະເດັດ ກ່ອນຈະເຊັດໄປຕາມໜ້າຕາ ແລະ ແຂນຂາຂອງລາວ .
ຝົນຫົດໂຕເຂົ້າແລະ ປິ່ນໜ້າໄປທາງໃໝ່ ອາດເປັນເພາະຜ້າທີ່ເຢັນ
ຂ້ອຍແນມເບີ່ງໂມງຢູ່ແຂນບອກວ່າຕອນນີ້ທ່ຽງຄືນແລ້ວ ແລະ
ຂ້ອຍກໍ່ບໍ່ອາດຈະລະສາຍຕາຈາກໃບໜ້າຂອງລາວໄດ້ ເຖິງຈະບໍ່ພົບກັບດົນ
ຂ້ອຍກໍ່ຍັງຄິດຮອດ ແລະ ບໍ່ມີວັນລືມລາວ, ຂ້ອຍຮັກສາສັນຍາທີ່ຈະບໍ່ໄປຈາກລາວບໍ່ໄດ້,
ແຕ່ຂ້ອຍກໍ່ຍັງຮັກສາສັນຍາທີ່ບອກວ່າຈະມີແຕ່ລາວຄົນດຽວຕະຫຼອດໄປໄວ້ໄດ້ຢູ່
ຖ້າຂ້ອຍຮູ້ວ່າ ຝົນຈະມາຂ້ອຍຈະຕຽມຕົວກ່ອນນີ້
“ ເດຟອາທິດໜ້າທາງພຸ້ນຊິສົ່ງຄົນມາສຳຫຼວດ,
ພໍ່ຢາກໃຫ້ລູກໄປຊ່ວຍເພີ່ນ “ ພໍ່ວ່າ
“ໄດ້ ວຽກເຮົາກະບໍ່ໄດ້ຫຼາຍ “
“ຜູ້ຍິງໃດລູກຍັງບໍ່ທັນເຖົ້າ
ສົງໄສຍັງບໍ່ມີຄອບຄົວ “
“ລະເປັນຫຍັງລະ “ ຂ້ອຍຕອບພໍ່
“ພໍ່ກະຢາກໃຫ້ລູກເປັນຟັງເປັນຝາ
“
“ພໍ່ເຊົາເວົ້າເລື່ອງນິເທາະ
ເຮົາບອກແລ້ວເຮົາຍັງບໍ່ໍຢາກມີຄອບຄົວ “
“ຍ້ອນສາວວຽງຜູ້ນັ້ນແມ່ນບໍ່ “
“ເຮົາບອກໃຫ້ພໍ່ເຊົາເວົ້າເລື່ອງນິໄດ້ແລ້ວ
“
“ຊັ່ນວັນຈັນລູກຕ້ອງໄປຮັບເພີ່ນ
“
“ບໍ່ໄປ, ຢາກມາກະມາເອງ
ເຮົາຊິບອກແມ່ບ້ານໄປເບີ່ງເຮືອນພັກໃຫ້ ຊ່ວຍໄດ້ເທົ່ານິລະ “ ຂ້ອຍລຸກຂື້ນແລ້ວຢ່າງອອກໄປ
“ເດຟ... “ ພໍ່ຮ້ອງຕາມຫຼັງຂ້ອຍ
ຖ້າມື້ນັ້ນຂ້ອຍຮູ້ວ່າແມ່ຝົນ
ຂ້ອຍຄົງຈະເປັນຜູ້ໄປຮັບລາວ, ຂອບໃຈທີ່ພົມລະຂິດເຮັດໃຫ້ເຮົາມາພົບກັບ
ແລະ ເທື່ອນີ້ບໍ່ວ່າຈະດ້ວຍສີ່ງໃດຂ້ອຍຈະບໍ່ຖີ້ມລາວໄປ ຂ້ອຍຈະບໍ່ຖີ້ມຫົວໃຈຂອງຂ້ອຍໄປ
, ບໍ່ແມ່ນວ່າດ້ວຍຖານະ ຫຼື ຊົນຊັ້ນອັນໃດກໍ່ຕາມ.
‘ຮຶ’ ສຽງຝົນທີ່ນອນຫງາຍຢູ່ກຳລັງພິກໂຕ
ແລະ ຂົດເຂົ້າມາຫາຂ້ອຍ , ຂ້ອຍບໍ່ຢາກກັບຕອນນີ້
“ ແມ່ພໍ່ຮອດເຮືອນລະຫວາ “
‘ຮອດໄດ້ເຄີ່ງຊົ່ວໂມງແລ້ວ
, ປານໃດລູກຊິກັບ’
“ ມື້ນີ້ເຮົາຊິນອນເປັນໝູ່ຝົນ
ລາວເມົາຫຼາຍລູກບໍ່ຢາກປະລາວຢູ່ຄົນດຽວ “
‘ອື່ມ
ລະຢ່າໄປເຮັດຫຍັງລາວເດີ້ ເຮັດຫຍັງກະຕ້ອງໃຫ້ມັນຖືກຕ້ອງ’
“ເຮົາເປັນລູກຊາຍແມ່ໃດ
ເຫັນເຮົາເປັນຄົນຈັ່ງຊັ້ນຫວາ “
‘ກະບອກໄວ້ນິລະເທື່ອຕິດມານຳພໍ່ເຈົ້າ
’ອ້າວ! ລະກ່ຽວຫຍັງກັບຂ້ອຍບາດນິ ’ (ສຽງພໍ່ແຊກເຂົ້າມາ)’
“ໂດຍ ເທົ່ານີ້ເດີ້ແມ່“
ຂ້ອຍກົດວາງໂທລະສັບຈາກແມ່ກ່ອນຈະແນມເບີ່ງໃບໜ້າຂອງຝົນ, ຂ້ອຍຖີ້ມໂຕນອນລົງຂ້າງໆຝົນ ຄືກັບທີ່ເຄີຍເຮັດເມື່ອຫຼາຍປີກ່ອນພຽງແຕ່ນອນລົງຂ້າງໆມັນກໍ່ອົບອຸ່ນໄປທັງໃຈ , ຍັງເຫຼືອພຽງແສງໄຟຢູ່ຫົວຕຽງເຮັດໃຫ້ຂ້ອຍເຫັນໃບໜ້າຂອງຝົນໄດ້ຢ່າງຊັດເຈັນ ຍິ່ງເດຶກປານໃດຂ້ອຍຍັງຂົ່ມຕາຫຼັບບໍ່ລົງເພາະບໍ່ຄິດວ່າ ຂ້ອຍຈະມີໂອກາດໄດ້ນອນຢູ່ຂ້າງໆຝົນແບບນີ້ອີກຄັ້ງ ເຖິງມັນຈະດົນມາແລ້ວ ແຕ່ຫົວໃຈຂ້ອຍມັນຍັງເບີກບານ ແລະ ເຕັ້ນໄວທຸກເທື່ອທີ່ເຫັນໃບໜ້າຂອງລາວ, ຂ້ອຍເລີ່ມຮູ້ສືກວ່າສາຍຕາຢາກພັກ ແນມເບີ່ງໂມງອີກຄັ້ງກໍ່ບອກວ່າ 1: 45 ນາທີແລ້ວ ອີກບໍ່ດົນກໍ່ເຊົ້າ ອາກາດກໍ່ໜາວເຂົ້າຊັກໄຊ້ , ຂ້ອຍກົ້ມລົງໄປຫອມໜ້າຜາກຝົນຄ່ອຍໆ ຍິ້ງເຮັດໃຫ້ຄົນທີ່ນອນຢູ່ຫົດໂຕເຂົ້າ, ຂ້ອຍຖືວິສາສະດຶງລາວມາໄວ້ໃນອ້ອມກອດໃຊ້ ແຂນຂ້າງໜື່ງເປັນໝອນໃຫ້ລາວໝູນ ແລະອີກຂ້າງກໍ່ດຶງຜ້າມາຫົ່ມ ແລະ ໂອບກອດລາວໄວ້ , ກ່ອນຈະຊື່ມໃສ່ຫູລາວຄ່ອຍໆວ່າ “ ຝັນດີ ຍີ້ມງາມ“
ความคิดเห็น