ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    ພົມລິຂິດ

    ลำดับตอนที่ #10 : ແລະ ວັນນີ້ກໍ່ມາເຖິງ

    • อัปเดตล่าสุด 16 พ.ย. 58


                ຂ້ອຍນັ່ງຄິດນອນຄິດຈົນເມື່ອຍກໍ່ຄິດບໍ່ຕົກ ເປັນຫຍັງພໍ່ຈື່ງຊັງເດຟຂະນະນັ້ນ ຂ້ອຍຫຼຽວໄປເບີ່ງໂມງຢູ່ເທິງຫົວຕຽງບອກເວລາ ທ່ຽງຄືນແລ້ວ , ຂ້ອຍຍັງນອນບໍ່ຫຼັບບໍ່ແມ່ນໃກ້ຈະຮອດມື້ສຳຄັນແລ້ວຕື່ນເຕັ້ນແຕ່ຢ່າງໃດ ແຕ່ຂ້ອຍກຳລັງທຸກໃຈເລື່ອງທີ່ຄົນຮັກທັງສອງຂອງຂ້ອຍນັ້ນບໍ່ຄ່ອຍລົງຮອຍກັນ , ຂ້ອຍຈັບໂທລະສັບຂື້ນມາ ກົດເບີທີ່ທ່ອງຂື້ນໃຈ

                ຕີ໋ດດດດດດດດດ ໝາຍເລກທີ່ທ່ານເອີ້ນ ບໍ່ສາມາດ   ຂ້ອຍກົດໂທໃໝ່ອີກຄັ້ງ

    ຕີ໋ດດດດດດດດດ ໝາຍເລກທີ່ທ່ານ...          

    ຂ້ອຍບໍ່ຮູ້ວ່າເດຟຊິເປັນຫຍັງບໍ່ປົກກະຕິກໍ່ບໍ່ເຄີຍປິດໂທລະສັບ ສົງໃສແບັດໂທລະສັບຊິໝົດຕິ

    ເຊົ້າມື້ຕໍ່ມາຂ້ອຍລຸກຂື້ນມາແບບບໍ່ແຈ່ມໃສທັງທີ່ວ່າມື້ນີ້ເປັນວັນດີ , ຂ້ອຍຫຼັບໄປຕອນໃດກໍ່ບໍ່ຮູ້  ແລະ ຂ້ອຍຄິດວ່າເດຟກໍ່ໜ້າຈະຕື່ນແລ້ວເພາະຕອນນີ້ກໍ່ 7 ໂມງແລ້ວ

    ຕີ໋ດດດດດດດດດ ໝາຍເລກທີ່ທ່ານ...          

    ຄືເກົ່າເດຟຊິເປັນຫຍັງບໍ່ບຸໂທຫາກໍ່ບໍ່ໄດ້, ຂ້ອຍລຸກໄປອາບນ້ຳແລະເຮັດຜົມເພື່ອອອກໄປວິທະຍາໄລ ບາງທີເດຟອາດຈະໄປຖ້າເຮົາຢູ່ຫັ່ນແລ້ວກໍ່ໄດ້,  ການເວລາແຫ່ງຄວາມສຸກລ່ວງເລີຍໄປ ພິທີມອບໃບປະກາດສະນີຍາບັດໄດ້ສິ້ນສຸດລົງທຸກຄົນເຕັມໄປດ້ວຍຮອຍຍີ້ມແຫ່ງຄວາມປິຕິຍິນດີ ຍົກເວັ້ນຂ້ອຍຄົນໜື່ງທີ່ສະເງີ້ຄໍຫາເດຟແຕ່ກໍ່ຍັງບໍ່ເຫັນມາ

    “ ເຮີ້ຍຝົນດີໃຈນຳ ອະນີ່“                        ບີ່ຍື່ນຕຸກກະຕາໃຫ້

    “ຂອບໃຈເດີ້ບີ່“

    “ໂທ້.!.....ໝູ່ເຮົາໄດ້ກຽດນິຍົມພຸ້ນນະບໍ່ທຳມະດາຕົວະນິ“

    “ກະໜ້ອຍໜື່ງ“

    “ໜ້ອຍວ່າຊັ່ນຄົນເຂົາໄດ້ແບບເພີ່ນນິຖືວ່າເກີດມາຄຸ້ມແລ້ວ“

    “ເວີ້ ນ່າບີ່“

    “ລະເດຟເດ່ຢູ່ໃສ“

    “ເຂົາກໍ່ບໍ່ຮູ້ຄືກັນເຂົາໂທຫາກໍ່ບໍ່ໄດ້ບໍ່ຮູ້ລາວຊິເປັນຫຍັງບໍ່“

    “ອື່ມລາວບໍ່ເປັນຫຍັງດອກບາງທີລາວອາດຈະໄປຖ້າຝົນຢູ່ເຮືອນແລ້ວກໍ່ໄດ້“

    “ຝົນລູກໄປ໋ເມືອ“           ແມ່ກັບພໍ່ຍ່າງມາຫາຂ້ອຍ

    “ສະບາຍດີພໍ່/ສະບາຍດີແມ່ “     ບີ່ຍົກມືໄຫ້ວພໍ່ກັກບແມ່ຂ້ອຍ

    “ເອີ່ ສະບາຍດີ ມາຄົນດຽວເບາະລູກ “     ແມ່ຖາມ

    “ມາກັບໝູ່ພໍດີເຂົາເຈົ້າຍ່າງໄປທາງພຸ້ນນະ “        ບີ່ຊື້ນິ້ວມືໄປອີກທາງ

    “ຊັ່ນໄປກິນເຂົ້າແລງນຳກັນກ່ອນເນາະລູກ ແມ່ໃຫ້ແມ່ບ້ານເຮັດແນວກິນໄວ້ຕັ້ງຫຼາຍແນວ “

    “ເລື່ອງນິບໍ່ມີບັນຫາເຮົາໄປແນ່ນອນ“

    “ດຽວອີກຈັກໜ້ອຍຈື່ງກັບໄດ້ບໍ່ແມ່“      ຂ້ອຍຫັນໜ້າໄປອ້ອນວອນແມ່

    “ມັນບໍ່ມາດອກ“                        ພໍ່ເວົ້າກ່ອນຈະຫັນໜ້າໄປທາງອື່ນ

    “ໝາຍຄວາມວ່າແນວໃດ“         ຂ້ອຍຖາມແຕ່ພໍ່ບໍ່ຕອບ

    “ຄົນເຂົາເຈົ້າກັບຫຼາຍລະເດ່ລູກ“             ແມ່ຫັນມາເວົ້າກັບຂ້ອຍເພາະຮູ້ວ່າກຳລັງຈະເກີດສົງຄາມ

    “ແມ່ນໆກັບເທາະຝົນເນາະໆ“     ບີ່ກໍ່ຫັນມາຍົວະຂ້ອຍ

    “ຊັ່ນກະຕາມໃຈພໍ່ເທາະ“                        ຂ້ອຍເວົ້າແລ້ວຍ່າງໄປຫາລົດ

                ຂ້ອຍຮູ້ສຶກບໍ່ດີໃຈ ແລະ ເສຍໃຈທີ່ເດຟບໍ່ມາ ຄວາມນ້ອຍໃຈທັງຫຼາຍມັນໂທມເຂົ້າມາຫາຂ້ອຍ ຂ້ອຍຢາກດຶກໂທລະສັບຖີ້ມໄປໃຫ້ມັນຮູ້ໄວ້ເລີຍວ່າຊິມີເຮັດຫຍັງຖ້າໂທຫາກັນບໍ່ໄດ້ ( ພານ )

    “ຝົນເດຟລາວເອົາດອກໄມ້ມາຝາກໄວ້ໃຫ້ ບອກວ່າດີໃຈນຳວ່າຊັ່ນ“     ແມ່ບ້ານເອົາດອກກຸຫຼາບທີ່ຜູກໂບສີແດງມາຢືນໃຫ້ທັນທີທີ່ເຫັນໜ້າຂ້ອຍ

    “ລະລາວຢູ່ໃສ“

    “ລາວເອົາມາໃຫ້ແລ້ວກະຂັບລົດອອກໄປເລີຍ“

    “ເຮີ້ຍຝົນຊິໄປໃສ“          ບີ່ຈັບແຂນຂ້ອຍໄວ້ເມື່ອເຫັນທ່າວ່າຂ້ອຍຊິແລ່ນ

    “ໄປຫາເດຟ“     ຂ້ອຍສະບັດແຂນບີ່ແລ້ວແລ່ນອອກມາຜ່ານພໍ່ກັບແມ່ໄປ

    “ຝົນລູກຊິໄປໃສ “          ແມ່ຮ້ອງຖາມນຳຫຼັງຂ້ອຍແຕ່ຕອນນີ້ຂ້ອຍອົດບໍ່ໄດ້ແລ້ວ, ຂ້ອຍຕ້ອງໄປຫາລາວ

                ຂ້ອຍຂັບລົດມາຕາມສາຍທາງທີ່ຄຸ້ນເຄີຍແທບຊິບອກວ່າທຽວທຸກມື້, ຂ້ອຍຂັບລົດຜ່ານປ້າຍລົດເມທີ່ຄຸ້ນຕາໄປ ແລະ ເຂົ້າໄປທາງຫ້ອງເດຟ  ຂ້ອຍລົງຈາກລົດແລ້ວຢືນເບິ່ງປະຕູຫ້ອງເດຟຖືກປິດແລ້ວໃສ່ກະແຈໄວ້ , ຂ້ອຍກົດໂທລະສັບຫາເດຟກົດເທົ່າໃດກໍ່ໂທບໍ່ໄດເພາະເດຟປິດເຄື່ອງ

    “ ສາວ ໆ“          ມີຄົນມາຄວັກແຂນຂ້ອຍຂະນະທີ່ຂ້ອຍນັ່ງຜິດຫວັງຢູ່ໜ້າຫ້ອງເດຟຢູ່

    “ມາຫາຄົນຢູ່ຫ້ອງນິຫວາ“          ຜູ້ຍິງຄົນໜື່ງຖາມ

    “ໂດຍຮູ້ຫວາວ່າລາວຢູ່ໃສ“

    “ລາວຍ້າຍອອກໄປມື້ເຊົ້ານີ້ “

    “ຍ້າຍ ຍ້າຍໄປໃສເອື້ອຍຮູ້ບໍ່“

    “ເອື້ອຍບໍ່ຮູ້ດອກ“          

         ຂ້ອຍແທບຈະນັ່ງລົງໄປກອງກັບພື້ນນ້ຳຕາຂ້ອຍໄຫຼອອກມາໂດຍບໍ່ຮູ້ໂຕ ເປັນຫຍັງເດຟຕ້ອງຖີ້ມຂ້ອຍໄປແບບນີ້ແບບບໍ່ບອກບໍ່ກ່າວຫຍັງທັງສິ້ນ ຂ້ອຍໂທຫາສຸກ, ໂທຫາໝູ່ທີ່ຄິດວ່າລາວຈະຕິດຕໍ່ຫາກໍ່ບໍ່ຮູ້ວ່າລາວໄປຢູ່ໃສ, ສັນຍາທີ່ເຮົາເວົ້າກັນໄວ້ເດຟລືມມັນໝົດແລ້ວຫວາ ຫຼື ວ່າມັນບໍ່ມີຄວວາມໝາຍຫຍັງເລີຍ ຂ້ອຍສັບສົນ ແລະບໍ່ເຂົ້າໃຈຫຍັງເລິຍຂ້ອຍຄິດຫຍັງບໍ່ອອກ ຄວາມທໍລະມານ ແລະ ຄວາມເຈັບປວດຄືບຄານເຂົ້າມາ, ເປັນເຈົ້າຈະເຮັດແບບໃດຖ້າຄົນທີ່ເຈົ້າຮັກຈາກໄປໂດຍບໍ່ຮູ້ເຫດຜົນ , ບໍ່ບອກບໍ່ກ່າວຫຍັງເລີຍ ບໍ່ມີແມ່ນແຕ່ຄຳລ້ຳລາ, ຖ້າຕາຍຈາກກັນກໍ່ຍັງພໍຈະທຳໃຈ ແຕ່ຈາກໄປແບບນີ້ ມັນຍຸດຕິທຳລະຫວາສຳລັບຂ້ອຍ. ຂ້ອຍຂັບລົດນຳຫາລາວຈົນທົ່ວແຕ່ກໍ່ບໍ່ພົບ ໄປດັກຖ້າລາວຢູ່ໜ້າຫ້ອງໝູ່ລາວກໍ່ບອກວ່າລາວບໍ່ໄດ້ມາຮຽນ ຫຼາຍມື້ແລ້ວ ຂ້ອຍໄດ້ແຕ່ເຝົ້າແນມເບີ່ງດອກກຸຫຼາບດອກສຸດທ້າຍທີ່ລາວໃຫ້, ບໍ່ມີມື້ໃດທີ່ຂ້ອຍຈະບໍ່ຝັນຮ້າຍ ແລະ ຈົມກັບຄຳຖາມຕ່າງໆນາໆທີ່ເຕັມຫົວໄປໝົດ.

    ອາທິດໜ້າຂ້ອຍຈະເສັງຈົບ ອີກແລ້ວແຕ່ຂ້ອຍບໍ່ມີແມ່ນແຕ່ປັນຍາຊິເບີ່ງບົດຮຽນ, ການເວລາຜ່ານໄປໄວເຫຼືອເກີນແຕ່ສຳລັບຂ້ອຍມັນຄື 10 ປີແຫ່ງການທໍລະມານ

    “ພໍເທາະຢຸດເຮັດແບບນັ້ນໄດ້ແລ້ວ “       ພໍ່ຕົກໂຕະກິນເຂົ້າເຮັດໃຫ້ຂ້ອຍເງີຍໜ້າຂື້ນໄປເບີ່ງລາວ

    “ພໍ່ໃຈເຢັນ“       ແມ່ເດ່ມືໄປຈັບແຂນພໍ່

    “ບໍ່ເຢັນມັນລະຍ້ອນຜູ້ຊາຍຄົນດຽວເຈົ້າເບິ່ງລູກສາວເຈົ້າເຂົ້ານ້ຳກະບໍ່ກິນເຮັດປານຜີຕາຍຊາກເຂົ້າທຸກມື້, ມັນເປັນຫຍັງມັນມີດີບ່ອນໃດຫ໋ະ“   ໝົດຄຳເວົ້າຂອງພໍ່ນ້ຳຕາຂ້ອຍກໍ່ຕົກອີກແລ້ວບໍ່ຮູ້ວ່າມັນເປັນຮອບທີ່ເທົ່າໃດຂອງມື້ນີ້ ແລະ ບໍ່ຮູ້ວ່າມັນເປັນຮອບທີ່ເທົ່າໃດແລ້ວທີ່ຂ້ອຍກິນເຂົາກັບນ້ຳຕາ


                                       


    “ເຊົາໄຫ້ດຽວນິ ຖ້າບໍ່ກັບມາເປັນຜູ້ເປັນນຄົນ ພໍ່ກັບແມ່ ຊິສົ່ງໄປຢູ່ກັບປ້າທີ່ເມກາ“

    “ບໍ່ ຮຶໆ ລູກບໍ່ໄປ“

    “ຄັນບໍ່ໄປກໍ່ເຮັດໂຕໃຫ້ມັນຄືຄົນປົກກະຕິແດ່ເຮັດແບບນິມັນໜ້າສົມເພດ“

    “ເຊົາເທາະ“        ແມ່ດຶງແຂນພໍ່ໃຫ້ນັ່ງລົງ

    “ບອກສອນລູກນິມັນຢາກແທ້ໆຢາກໃຫ້ມັນໄດ້ດີ ມັກກະບໍ່ເຄີຍໃຊ້ຄວາມຄິດຈັກໜ່ອຍ ,​ຄິດແຕ່ກັບຄົນຊົ່ວໆ ຄົນເຂົາບໍ່ຮັກໂຕ“

    “ເພາະພໍ່ແມ່ນບໍ່ “          ຂ້ອຍເວົ້າຂື້ນຫຼັງຈາກທີ່ປ່ອຍໃຫ້ພໍ່ຈົ່ມມາດົນ

    “ ຫ໋ະ“

    “ເພາະພໍ່ເຮັດແມ່ນບໍ່ເດຟຈື່ງໜີໄປ“       ຂ້ອຍຂື້ນສຽງໃສ່ພໍ່

    “ຢຸດໃດຝົນ ລູກຊິມາເວົ້າແນວນິກັບພໍ່ບໍ່ໄດ້ໃດ ພໍ່ແມ່ຫວັງດີກັບລູກຊ່ຳໃດລູກບໍ່ຮູ້ຫວາ “

    ແມ່ຫັນມາຮ້າຍຂ້ອຍເມື່ອເຫັນຂ້ອຍເຮັດກິລິຍາບໍ່ເໝາະສົມ

    “ຄັນຖ້າລູກຄິດວ່າເປັນຍ້ອນພໍ່ ລູກຊິເຮັດຫຍັງກະເຮັດເທາະພໍ່ຊິບໍ່ຫ້າມລະ, ເຖິງລູກຊິເປັນຈັ່ງໃດລູກກະຍັງເປັນລູກຂອງພໍ່ຄືເກົ່າ ລູກເກີດຈາກຄວາມຮັກຂອງພໍ່ແມ່, ພໍ່ກໍ່ພຽງແຕ່ຢາກໃຫ້ລູກເຂັ້ມແຂງ ແລະ ເຮັດເພື່ອໂຕລູກເອງ, ຖ້າລູກຮັກໃຜຈັກຄົນລູກກໍ່ຄົງຊິຢາກໃຫ້ເຂົາໄດ້ດີຄືພໍ່ກັບແມ່ທີ່ຮັກລູກຢູ່ນິລະ, ຖ້າຄົນນັ້ນເຂົາຍັງຮັກລູກຢູ່ເຂົາກໍ່ຄົງຈະບໍ່ຍອມໃຫ້ລູກເປັນແບບນິດອກ ເກັບໄປຄິດສາລູກໃຫ່ຍແລ້ວ“

                ເວົ້າແລ້ວພໍ່ກໍ່ລຸກຈາກໂຕະແລ້ວຍ່າງອອກໄປ ຂ້ອຍຮູ້ວ່າຂ້ອຍເຮັດຜິດຫຼາຍ ຂ້ອຍກຳລັງທຳຮ້າຍໂຕເອງຄິດຫາແຕ່ເລື່ອງເດີມໆ ປ່ອຍໃຫ້ໂຕເອງຊຸດໂຊມທັງກາຍໃຈ ພຽງເພາະຜູ້ຊາຍຄົນດຽວຖີ້ມກໍບໍ່ເຫັນຈະຕ້ອງເປັນຕ້ອງຕາຍຫຍັງຂະໜາດນີ້ ເຮົາຄິດຫາແຕ່ຄົນທີ່ເຮົາຮັກຢູ່ຈົນລືມຄົນທີ່ເຂົາຮັກເຮົາໄດ້. ເຊົ້າມື້ໃໝ່ ຂ້ອຍລຸກຂື້ນມາແຕ່ເຊົ້າອີ່ຫຼີບໍ່ໄດ້ນອນເລີຍຕ່າງຫາກ ຂ້ອຍຖີ້ມຄາບນ້ຳຕາໄປກັບນ້ຳທີ່ຂ້ອຍອາບໃນມື້ເຊົ້ານີ້ , ຂ້ອຍລຸກຂື້ນມາເຮັດແນວກິນ ໃສ່ບາດທຳທານແຕ່ເຊົ້າເພື່ອຈະໄດ້ປັດເປົ່າສິ່ງທີ່ບໍ່ດີອອກຈາກຊີວິດ ແລະ ຕໍ່ໄປຂ້ອຍຈະເລີ່ມຕົ້ນຊີວິດໃໝ່ກັບສິ່ງໃໝ່ໆ ຂ້ອຍນຈະຕັ້ງໃຈເຮັດວຽກຫາເງິນ, ສ່ວນເລື່ອງຂອງຄວາມຮັກຂ້ອຍຄົງຕ້ອງອາໄສເວລາເທົ່ານັ້ນເພື່ອຊ່ວຍຍຽວຢາຈິດໃຈ

     

     

    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×