ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    ຄວາມຮັກທີ່ຊ້ອນຢູ່

    ลำดับตอนที่ #10 : Throbbing Heart

    • อัปเดตล่าสุด 5 ต.ค. 58


         ' Sit '
         
         ຂ້ອຍເກືອບບ້າຕາຍເມື່ອເລີກໂຮງຮຽນມາແລ້ວແມ່ຂອງມົດຖາມວ່າມົດບໍ່ກັບມານຳຫວາ ທັງທີ່ວ່າມື້ນີ້ມົດໂຕໂຮງຮຽນແທ້ໆ ຂ້ອຍຄິດວ່າມົດຈະໜີ້ກັບມາບ້ານຂ້ອຍຈື່ງໂທຫາມົດ ແຕ່ວ່າບໍ່ມີໃຜຮັບສາຍ ຫຼື ອາດເປັນຍ້ອນມົດເຫັນເບີຂ້ອຍຈື່ງບໍ່ຮັບຂ້ອຍຈື່ງໂທບອກໃຫ້ໄໝໂທຫາ ແຕ່ໄໝກໍ່ຕອບວ່າບໍ່ມີຄົນຮັບສາຍ, ຂ້ອຍເລີ່ມໂທຫາໝູ່ທຸກຄົນທີ່ຄິດວ່າມົດຈະໄປຫາຈົນສຸດທ້າຍ ຂ້ອຍຈື່ງໂທຖາມໄໝອີກຄັ້ງເພື່ອວ່າໄໝຈະຮູ້ເບີຊາຍ ແລະກໍ່ເປັນໄປຕາມທີ່ຂ້ອຍຄິດ ໄໝມີເບີຊາຍດ ແຕ່ມັນກໍ່ໜ້າສົງໄສວ່າບໍ່ລະໄໝມີເບີຊາຍໄດ້ຈັ່ງໃດ ແຕ່ວ່າມັນຍັງບໍ່ແມ່ນເວລາມາຄິດເລື່ອງນີ້ ເພາະວ່າຕອນນີ້ມົດຫາຍໄປ ແລະ ຕອນນີ້ກໍ່ 6 ໂມງຍັງແລ້ວມົດຍັງບໍ່ກັບບ້ານ , ທັນທີທີ່ຂ້ອຍໄດ້ເບີຊາຍມາ ຂ້ອຍກໍ່ຟ້າວກົດເບີໂທໄປຫາຊາຍ

         “ ຊາຍຮັບສາຍ “

         “ ມົດຢູ່ຫັ່ນບໍ່ “

         “ ມົດ...ມົດຊິຢູ່ຫຍັງນິ, ມົດກະຢູ່ບ້ານພຸ້ນຕົວເບາະ , ລະໃຜໂທມານິ “

         “ ຊິຮູ້ໄປເຮັດຫຍັງ , ລະມົດໄດ້ໂທຫາ ຫຼື ຕິດຕໍ່ຫາບໍ່ “

         “ ໃຫ້ເດົານິຕ້ອງແມ່ນສິດ, ລະຊິຖາມຫາມົດເຮັດຫຍັງບ້ານຢູ່ໃກ້ກັນບໍ່ແມ່ນຫວາ “

         “ ຢ່າກວນ ໄດ້ບໍ່, ມົດຫາຍໄປບໍ່ຮູ້ວ່າໄປໃສ ພໍ່ແມ່ກະພາກັນເປັນຫ່ວງໝົດ “

         “ ລະມັນກ່ຽວຫຍັງກັບເຂົາ “

         “ ຊາຍບໍ່ຄິດຊິຫ່ວງມົດແດ່ຫວາ “

         “ ຫຶ “     ຊາຍຫົວໃນລຳຄໍ

         “ ບອກມາມົດຢູ່ໃສ “

         “ ບໍ່ຮູ້ໂວ້ຍ “     ຊາຍເວົ້າຈົບກໍ່ຕັດສາຍຖິ້ມ ຕາເອົາກ່ຳປັ້ນຍັດປາກບໍ່ລະ
       
     ຂ້ອຍຂັບລົດຊອກຫາມົດແຕ່ບ້ານເໝືອຮອດບ້ານໃຕ້ຍັງບໍ່ມີວີແວວວ່າຈະມີໃຜເຫັນມົດ ຂ້ອຍຄິດແລ້ວຄິດອີກມົດຈະໄປໃສໄດ້ອີກ, ມົດບໍ່ເຄີຍໄປຫຼີ້ນໃສໄກ
         
         “ ສິດ ! ມາຫຍັງນີ້ “     ລຸງວຽງຮ້ອງໃສ່ຂ້ອຍ

         “ ເຮົາມາຊອກຫາມົດລຸງເຫັນມົດບໍ່ “

         “ ລຸງກະຫາກະມາແຕ່ວຽກນິລະ “
         
         ແມ່ນແລ້ວບາງທີມົດອາດໄປເຮືອນປ້າແກ້ວ ເປັນຫຍັງຄືຄິດບໍ່ອອກຫວະ

         “ ລຸງວຽງເຮົາຂໍກັບໄປບ້ານລຸງນຳໄດ້ບໍ່ເທື່ອມົດໄປຫັ່ນ “

         “ ເອີ່ດີໆ ໄປໆໄປພ້ອມກັນຄັນຢູ່ຫັ່ນກະກິນເຂົ້າແລງນຳກັນກ່ອນຈື່ງເມືອ “
         
         ເວົ້າແລ້ວຂ້ອຍກໍ່ຂັບລົດນຳລຸງວຽງໄປ ໃນໃຈຂ້ອຍຢາກໃຫ້ມົດຢູ່ບ້ານລຸງວຽງ ຂ້ອຍບອກລາວໝົດທຸກຢ່າງ, ບອກວ່າຮັກລາວຊ່ຳໃດ, ຂ້ອຍຮູ້ແລ້ວວ່າມົດສຳຄັນກັບຂ້ອຍຫຼາຍຂະໜາດໃດ ແລະ ຂ້ອຍຈະບໍ່ຍອມໃຫ້ມັນເປັນແບບນີ້ ຈະບໍ່ຍອມໃຫ້ມົດໄປຮັກຜູ້ຊາຍແບບນັ້ນ

         'Mod'

          “ ຢູ່ກິນເຂົ້າແລງນຳກັນກ່ອນເນາະລູກເນາະ “     ປ້າແກ້ວຊວນ

         “ ບໍ່ໄດ້ດອກປ້າແກ້ວ ມົນຊິຄ່ຳແລ້ວແຖມແບັດໂທລະສັບກະໝົດ “

         “ ບອກວ່າເອົາໂທລະສັບປ້າໂທໄປຫາແມ່ກ່ອນ “

         “ ເລື່ອງໂທມັນໂທໄດ້ແຕ່ເຮົາບໍ່ຈື່ເບີແມ່ “

         “ ອ້າວ ! ຊັ່ນໃຫ້ລຸງເພີ່ນກັບມາກ່ອນລະໃຫ້ເພີ່ນເອົາລົດໄປສົ່ງມັນຄ່ຳແລ້ວລະວັງຫຍັງກະຍາກໃດລູກ “

         “ ເຮົາມາຍາກປ້າແກ້ວແມ່ນບໍ່ນິ “

         “ ຊິຍາກອັນໃດດີຊ້ຳມາຊ່ວຍປ້າ ມື້ນິກະບໍ່ເມື່ອຍປານໃດອີກ, ລະໝາກໄມ້ພວກນິຄັນບໍ່ໃສ່ລົດໄປໃຫ້ອີ່ຫຼ້າຫິ້ວໄປຮອດເຮືອນພໍດີແຂນລ່ອຍກ່ອນ “

         “ ມົດ “     ຂ້ອຍຫັນໄປຕາມສຽງເອີ້ນ

         “ ຢູ່ນີ້ຄືສິດເວົ້າອີ່ຫຼີ “     ລຸງວຽງເວົ້າພ້ອມກັບສິດທີ່ຍ່າງມາຫາຂ້ອຍ

         “ ມານຳກັນໄດ້ຈັ່ງໃດນິ “     ປ້າແກ້ວຖາມລຸງແບບງົງໆ

         “ ກະສິດມັນຂີ່ລົດນຳຫາອີ່ຫຼ້າຈົນຕາລິງຕາເຫຼືອກ “

         “ ຂ້ອຍກະພໍດີວ່າຊິບອກເຈົ້າໄປສົ່ງອີ່ຫຼ້າຢູ່ “

         “ ໄປ໋ ເຂົ້າໄປໃນເຮືອນເທາະເຮົາເດັກນ້ອຍເຂົ້າຊິລົມກັນ “     ລຸງວຽງເວົ້າແລ້ວດຶງແຂນປ້າແກ້ວເຂົ້າໄປໃນເຮືອນ ເປັນຍ້ອນຂ້ອຍກັບສິດຍັງພາກັນມິດຢູ່

         “ ມົດ “ ແລະສຸດທ້າຍສິດກໍ່ເອີ່ຍປາກເວົ້າອອກມາກ່ອນ
         
         “ ຂໍລົມນຳແດ່ “     ສິດເວົ້າແລ້ວຫັນຫຼັງຢ່າງໄປທາງສວນກຸຫຼາບທີ່ປ້າແກ້ວປູກໄວ້ແປະອ່າງລ້ຽງກົບ

         ຂ້ອຍຍ່າງຕາມຫຼັງສິດໄປ ແລະ ເຫັນສິດຈັບໂທລະສັບຂື້ນມາໂທ    

         “ ໂດຍ , ຢູ່ບ້ານປ້າແກ້ວ ,,,​ ໂດຍມົດຢູ່ກັບລູກ....“     ແລ້ວສິດກໍ່ຢືນໂທລະສັບມາໃຫ້ຂ້ອຍ ແລະ ຂ້ອຍກໍ່ຈັບເອົາ

         “ ຮາໂຫຼ “

        'ມົດ ລູກໄປໃສຄືບໍ່ບອກ ພໍ່ກັບແມ່ເປັນຫ່ວງ ລູກຢ່າເຮັດແບບນິອີກເດີ້ລູກ '

         “ ໂດຍເຮົາຂໍໂທດ , ແບັດໂທລະສັບໝົດເລີຍບໍ່ໄດ້ໂທບອກ “

        ' ບໍ່ເປັນຫຍັງລູກ ກັບມາກັບສິດເດີ້ລູກ '

         “ ໂດຍ “

         ' ດຽວແມ່ຊິຖ້າກິນເຂົ້າແລງນຳຮີບມາເດີ້ລູກ '     ສຸດສຽງແມ່ຂ້ອຍກໍ່ຢືນໂທລະສັບສົ່ງຄືນສິດ

         “ ໃສວ່າມີຫຍັງຊິເວົ້ານຳ “     ຂ້ອຍເປີດສາກສົນທະນາກ່ອນ

         “ ມົດບໍ່ເປັນຫຍັງຕີ້ “     

         “ ບໍ່ເປັນຫຍັງດອກ ສະບາຍດີທັງກາຍທັງໃຈ “     ຂ້ອຍເວົ້າກະແທກໄປດອກໜື່ງ

         “ ລະຄືວ່າບໍ່ຢາກເປັນໝູ່ກັບເຂົາອີກລະຊິມາເຮັດຫຍັງ “     ຂ້ອຍແນມໜ້າສິດແບບອາຄາດຫວັງເອົາຊີວິດ

         “ ແມ່ນເຂົາບໍ່ຢາກເປັນໝູ່ກັບເພີ່ນອີກ “     ເອີ່ ! ຮູ້ແລ້ວລະຊິມາຕອກຍ້ຳຫາພະແສງຫຍັງ

         “ ເພາະເຂົາ...ເຂົາ “     ສິດເວົ້າຄືແຜ່ນຊີດີຄ້າງເລີຍ

         “ ເຂົາຮູ້ ເຂົາມັນບໍ່ໄດ້ເປັນຕາຄົບຫາຄືຄົນອື່ນ , ເຂົານິໃສບໍ່ດີ ລະກະຍັງເວົ້າບໍ່ມ່ວນອີກ ແຕ່ເຂົາຍັງບໍ່ເຂົ້າໃຈວ່າເພີ່ນເຮັດໄດ້ຈັ່ງໃດເຮົາເປັນໝູ່ກັນມາສິບກວ່າປີ້ຄືຊິເປັນໝູ່ກັນຕໍ່ບໍ່ໄດ້ “     ຂ້ອຍຟາດມືໃສ່ເອິກຂອງສິດ ມັນໂຄດເຫຼືອໃຈເລີຍນ້ຳຕາມັນກໍ່ໄຫຼມາອີກລະ
         
         “ ກະຍ້ອນວ່າເຂົາຮັກເພີ່ນ “      

         “ ຫ໋ະ “     ໂຄດອັດສະຈັນໃຈ

         “ ບໍ່ໄດ້ຍິນຫວາເຂົາບອກວ່າເຂົາຮັກເພີ່ນ “
         
         “ ... “     ຕອນນິໄວຣັດກິນສະໝອງ

         “ ໂຄດໂລ່ງໃຈເລີຍ “  ສິດຫັນໜ້າໄປທາງອື່ນ

         “ ... “

         “ ເຂົ້າໃຈເຂົາລະຕີ້ວ່າເປັນຫຍັງເຮົາຈື່ງເປັນໝູ່ກັນຕໍ່ໄປບໍ່ໄດ້ “

         “ ... “     ຂ້ອຍຍັງຕົກຕະລຶງກັບເຫດການກີ້ນິຢູ່

         “ ເມືອເທາະແມ່ຊິຄອງ ໄປຄອບປ້າແກ້ວກ່ອນ “     ສິດຈັບຫົວຂ້ອຍຄ່ອຍໆກ່ອນທີ່ຈະຢ່າງຜ່ານໄປ

         “ ປ້າແກ້ວລຸງວຽງ ເຮົາກັບກ່ອນເດີ້ “     ສິດຮ້ອງລຸງກັບປ້າ

         “ ເອີ່ຢ່າລືມເອົາໝາກໄມ້ເມືອຕ້ອນແມ່ແດ່ລູກມາຕາກແດດຕາກລົມໝົດມື້ “  ປ້າແກ້ວຍ່າງອອກມາຫາຂ້ອຍ

         “ ລະ..ລະມື້ໜ້າເຮົາຊິມາຫຼິ້ນນຳໃໝ່ເດີ້ຂອບໃຈຫຼາຍໆ “     ຂ້ອຍຍັງຢູ່ໃນອາການຊ໋ອກໜ້ອຍໜື່ງຢູ່

         “ ອື່ມ ! ໂຊກດີລູກ “

         “ ໂດຍກັບກ່ອນເດີ້ / ກັບກ່ອນ “     ສິດເອົາໝາກໄມ້ໃສ່ກະຕ່າລົດແລ້ວຕາມດ້ວຍຂ້ອຍທີ່ຂື້ນໄປຊ້ອນທ້າຍ

         ຂະນະທີ່ຂັບລົດກັບມາຕະຫຼອດທາງພວກເຮົາພາກັນມິດ ຈົນສິດມາຈອດລົດຢູ່ໜ້າບ້ານຂ້ອຍແລ້ວ, ຂ້ອຍບໍ່ຮູ້ຊິແນມເບີ່ງໜ້າສິດແບບໃດທັງບໍ່ຢາກທຳລາຍມິດຕະພາບທີ່ສະສົມກັນມາຫຼາຍປີ ແລະ ຕອນນີ້ຂ້ອຍກໍ່ມີແຟນຢູ່ ລາວເປັນຊາຍໃນຝັນຂອງຂ້ອຍບໍ່ແມ່ນຫວາ , ແຕ່ສິດເຮົາຄິດແບບໝູ່ . ຂ້ອຍລົງຈາກລົດມາໄຂປະຕູເຮືອນ

         “ ມົດ “     ສິດເອີ້ນເຮັດໃຫ້ຂ້ອຍຫັນໜ້າໄປແຕ່ບໍ່ກ້າສົບຕາຕົງໆ

         “ ມົດ  ເລື່ອງເຮົານະ “   

         “ ອໍ໋ ສິດຊິບອກວ່າບໍ່ຕ້ອງໃຫ້ມົດຄິດຫຍັງຫຼາຍແມ່ນບໍ່ , ອື່ມ ! ບໍ່ເປັນຫຍັງດອກມົດບໍ່ຄິດຢູ່ແລ້ວຈັ່ງໃດເຮົາກໍ່ເປັນໝູ່ກັນຄືເກົ່າຫັ່ນລະ ແຮ່ໆ ມົດໄປກ່ອນຮູ້ສຶກເມື່ອຍໆ ຢາກນອນນຳ “          ຂ້ອຍເວົ້າແລ້ວກໍ່ຟ້າວແລ່ນເຂົ້າໃນເຮືອນໂດຍທີ່ບໍ່ທັນໄດ້ຊວນສິດເຂົ້າໄປນັ່ງຫຼິ້ນໃນເຮືອນຊ້ຳ

         “ ດຽວມົດ “     ສິດຮ້ອງນຳຫຼັງຂ້ອຍ ແຕ່ໃຜຊິຢູ່ໃຫ້ມັນຍືດເຍື້ອລະແມ່ນບໍ່

         “ ມົດ , ລູກ “     ແມ່ຮ້ອງໃສພໍດີຂ້ອຍກຳລັງຊິແລ່ນໄປໃນເຮືອນ

         “ ລູກໄປໃສມາ “ ພໍ່ຖາມ

         “ ເຮົາໄປຫຼິ້ນເຮືອນປ້າແກ້ວມາ “

         “ ລະຄືບໍ່ໂທຫາແດ່ “  ຕາມດ້ວຍແມ່

         “ ພໍດີແບັດໂທລະສັບມົດເບີດເລີຍບໍ່ໄດ້ໂທ “     ສິດຍ່າງເຂົ້າມາໃນເຮືອນແລ້ວຕອບແທນຂ້ອຍເອົາຊື່ໆ

         “ ສິດມາຫຍັງອີກ “     ຂ້ອຍຖາມ

         “ ເພີ່ນລືມໝາກໄມ້ປ້າແກ້ວ , ປ້າແກ້ວຝາກມາໃຫ້ “     ສິດຢື່ນຖົງໃຫ້ແມ່

         “ ຂອບໃຈເດີ້ລູກ ສິດກະຢູ່ກິນເຂົ້າກ່ອນ “     ແມ່ຊວນ

         “ ບໍ່ເປັນຫຍັງແມ່ ເຮົາກັບກ່ອນ , ກັບກ່ອນເດີ້ພໍ່ “

         “ ຂອບໃຈລູກ “

         “ ກັບກ່ອນເດີ້ມົດ, ມື້ອື່ນເຂົາຊິມາຫາ “     ສິດເວົ້າກັບຂ້ອຍກ່ອນຈະອອກເມືອ

         “ ມົດກະໄປອາບນ້ຳລະລົງມາກິນເຂົ້ານຳກັນ “

         “ ໂດຍ “


         ຂ້ອຍອາບນ້ຳກິນເຂົ້າແລ້ວກໍ່ຂື້​ນມາຫ້ອງຂ້ອຍເປີດເບີ່ງຮູບໃນໂທລະສັບທີ່ຖ່າຍໄວ້ມື້ສວຍນີ້ , ນອນເບີ່ງໄປລະກໍ່ຍີ້ມໄປນຳ

         'ຕີ໋ດໆ'

         ຂ້ອຍເປີດເບີ່ງຂໍ້ຄວາມກໍ່ເຫັນວ່າຊາຍສົ່ງມາຫາ, ແຕ່ຂ້ອຍພັດຮູ້ສຶກວ່າຂ້ອຍບໍ່ຢາກແຊັດກັບລາວ , ຂ້ອຍເລີບບ່າຍບ່ຽງວ່າຊິນອນ

          ' You know i miss you 

            and this is all i wanna say'     ສຽງເອີ້ນເຂົ້າດັງເປັນເບີສິດ, ສິດໂທມາ , ຕາຍໆຮັບດີບໍ່ລະຊິເວົ້າຫຍັງດີ . ລະເຮົາຊິຕື່ນເຕັ້ນເຮັດຫຍັງໃຈເຢັນໆມົດ  , ເວົ້າກັບໂຕເອງແລ້ວຂ້ອຍກໍ່ກົດຮັບສາຍ

         “ ອື່ມ ! ວ່າຈັ່ງໃດ “     ຂ້ອຍພະຍາຍາມປັບສຽງໃຫ້ເປັນປົກກະຕິທີ່ສຸດແຕ່ໃນໃຈມັນຊິເຕັ້ນແຮງເຮັດຫຍັງ

         ' ຄິດວ່າມົດຊິບໍ່ຮັບລະ , ປ່ອຍໃຫ້ຖ້າຕັ້ງດົນ '

         “ ກະກຳລັງຄິດຢູ່ຄືກັນ “

         ' ອ້າວ'

         “ ລະສິດມີຫຍັງບໍ່ “

         'ສິດຢາກໂທຫາມົດຊື່ໆ'

         “ ອໍ໋ ! ມົດວ່າຊິນອນແລ້ວ “

         ' ຫວາ ຝັນດີເດີ'

         “ ອື່ມ ! ຝັນດີ “

         ' ອື່ມ'

         “ຄືບໍ່ວາງ “

         ' ສິດບໍ່ຢາກວາງ'

         “ເພີ່ນບໍ່ວາງເຂົາວາງໃດ “

         'ຕາມໃຈມົດແຕ່ເຂົາບໍ່ວາງຈາກເພີ່ນ ຈັ່ງໃດກະຊິບໍ່ວາງ'

         “ ໝາຍເຖິງວາງສາຍໂທລະສັບນິ “

         'ທັງຊີວິດສິດຊິບໍ່ປ່ອຍມົດໄປ'
        
         ຕາຍແລ້ວຫົວໃຈຂ້ອຍມັນຊິລະເບີດອອກມາຢູ່ນອກແລ້ວ

         “ ຊັ່ນເຂົາຊິວາງແລ້ວ Bye “     ຂ້ອຍຟ້າວຕັດສາຍຖີ້ມກ່ອນຫົວໃຈຂ້ອຍຊິລົ້ນທະລັກອອກມາ

         ຄືນນີ້ຂ້ອຍອົດຄິດຮອດສິດບໍ່ໄດ້ເລີຍ ຂ້ອຍຄິດເຖິງແຕ່ເລື່ອງທີ່ສິດບອກຕອນແລງນີ້, ແຕ່ກັບລືມເລື່ອງມື້ເຊົ້ານີ້ໝົດ , ລືມແມ່ນແຕ່ຊາຍໃນຝັນ ຂ້ອຍລະບໍ່ເຂົ້າໃຈກັບໂຕເອງ







    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×