ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    ໜີຫົວໃຈ

    ลำดับตอนที่ #1 : ບາດແຜ

    • อัปเดตล่าสุด 31 ก.ค. 60



    “ ຮອຍຍີ້ມນັ້ນ, ຮອຍຍີ້ມທີ່ຂ້ອຍບໍ່ເຫັນມາຫຼາຍປີ “


    ອາທິດອາທິດອາທິ

          ​ເດັກຍິງໂຕນ້ອຍໆຜົມຫຍິກໆຄົນໜື່ງ ກຳລັງແລ່ນຕາມຫຼັງເດັກຊາຍຄົນໜື່ງເຊິ່ງເປັນໝູ່ຮ່ວມຫ້ອງຮຽນ 1 ກ່ອນທີ່ລາວສຈະຢຸດແລະ ຫັນໜ້າມາ.

          ​ເດັກຍິງຢຸດດ້ວຍອາການຫອບ, ​ໃບໜ້າເຕັມໄປດ້ວຍເຫື່ແຕ່ກໍ່ປາກົດມີຮອຍຍິ້ມຜຸດຂື້ນມາແລ້ວກໍ່ສູບລົມຫາຍໃຈເຂົ້າເຕັມປອດກ່ອນຈະຮ້ອງອອກໄປດັງໆວ່າ :

    ອາທິດ…​ເຂົາມັກເພິ່ນ

          ​ແຕ່ສຽງຮ້ອງນັ້ນ ​ເຮັດ​ໃຫ້​ເດັກ​ຄົນ​ອື່ນ​ທີ່ຫຼີ້ນຢູ່​ແຖວ​ນັ້ນ​ແນມ​ມາ​ເບິ່ງ ​ແລະ ດ້ວຍ​ຄວາມ​ອາຍ​ເດັກ​ຊາຍ​ຈື່ງ​ແລ່ນໜີປ່ອຍ​ໃຫ້​ເດັກ​ຍິງ​ຄົນ​ນັ້ນ ຢືນ​ອາຍ​ຢູ່​ຄົນ​ດຽວພ້ອມ​ກັບສຽງຫົວ​ຂອງໝູ່ທີ່ຢູ່​ອ້ອມ​ຂ້າງ.

    “ດາ…ລູກ! ຕື່ນ​ໄດ້​ແລ້ວ​ລູກ ສວາຍ​ລະ​ໃດ “

    “​ໂດຍ..​ແມ່“    ​ແມ່​ເຂົ້າ​ມາ​ປຸກ​ຂ້ອຍ​ໄດ້​ຈັງຫວະ​ພໍດີ

    ‘ ຝັນ​ເລື່ອງ​ນີ້​ອີກ​​ແລ້ວ…’      ຂ້ອຍ​ໄດ້​ແຕ່​ເວົ້າ​ກັບ​ໂຕ​ເອງ

          ຂ້ອຍ​ມັກ​ຈະ​ຝັນ​ເຫັນ​ພາບ​ເກົ່າໆ ທີ່​ມັນ​ເປັນ​ບາດ​ແຜ​ໃນ​ໃຈ​ຂ້ອຍ​ຕັ້ງ​ແຕ່​ອະດີດ. ຂ້ອຍ​ຊື່ “ວາລິ​ນດາ “ ຂ້ອຍຢູ່​ກັບ​ແມ່ 2 ຄົນ ​ເພາະ​ພໍ່​ເສຍ​ໄປ​ຕັ້ງ​​ແຕ່​ຕອນ​ຍັງ​ນ້ອຍ​. ຂ້ອຍ​ມັກ​ຈະ​ຝັນ​ເຫັນ​ເຫດການ​ເມື່ອຫຼາຍປີ​ກ່ອນ ​ເຊິ່ງຕອນ​ນັ້ນ​ຂ້ອຍ​ເປັນ​ເດັກ ​ແລະ ຕັດສິນ​ໃຈ​ອີ່​ຫຍັງ​ໄປ​ໂດຍ​ບໍ່ທັນ​ຄິດ​ໃຫ້​ດີ.

          “ອາທິດ“ ຮັກ​ທຳ​ອິດ ​ແລະ ຮັກ​ດຽວຂອງ​ຂ້ອຍ, ບໍ່ຮູ້​ວ່າ​ຕອນ​ນີ້​ລາວ​ໄປ​ເຮັດ​ຫຍັງ​ຢູ່​ໃສ​ແລ້ວ. ຈາກ​ເຫດການ​ໃນມື້​ນັ້ນ ລາວ​ບໍ່ຕອບ​ຫຍັງ ​ແຖມ​ຍັງ​ແລ່ນໜີຈາກ​ຂ້ອຍ​ໄປ​ຂື້ນ​ລົດ​ກັບ​ບ້ານ​ເລີຍ ປ່ອຍ​ໃຫ້ໝູ່ຄົນ​ອື່ນ​ຫົວຂວັນ​ເຢາະ​ເຢີ້ຍຂ້ອຍ​ຄົນ​ດຽວ, ​ແຖມ​ຍັງ​ຍ້າຍ​ໂຮງຮຽນໜີປະ​ຂ້ອຍ​ອີກ, ຂ້ອຍ​ລະ​​ແສນ​ຈະ​ອັບອາຍ​ຈົນ​ຕ້ອງ​ຂໍ​ໃຫ້​ແມ່​ປ່ຽນຊື່ ​ແລະ ຍ້າຍ​ໂຮງຮຽນໜີ ​ແລະ ຕັດຂາດ​ຈາກໝູ່ຄົນ​ອື່ນ ​ເຊີ່ງ​ຊື່​ເດີມ​ຂອງ​ຂ້ອຍ​ກໍ່ຄື : “ ອິນ​ທິດາ “.

    “ດາ …ກິນ​ເຂົ້າ​ກ່ອນ​ລູກ“      ​ແມ່​ບອກ​ເມື່ອ​​ເຫັນ​ຂ້ອຍ​ອອກ​ມາ​ຈາກ​ຫ້ອງ

    “ຄື​ຊິ​ບໍ່ທັນ​ດອກ​ແມ່​ດຽວ​ໄປ​ບໍ່ທັນ​ລົດ, ​ເຮົາ​ໄປ​ວຽກ່ອນ​ເດີ້ ມາກ​ອດ​ແດ່ “   ຂ້ອຍ​ຍ່າງ​ເຂົ້າ​ໄປ​ກອດ​ແມ່

    “ຕັ້ງ​ໃຈ​ເຮັດ​ວຽ​ເດີ້​ລູກ“

          ຂ້ອຍ​ຍ່າງ​ອອກ​ມາ​ຈາກ​ບ້ານ ​ເພື່ອ​ໄປ​ລັດ​ລົດ​ເມ​ຢູ່ທາງ​ໃຫ່ຍ, ​ເຮືອນ​ຂອງ​ຂ້ອຍ​ບໍ່ມີ​ລົດຈັກ​ຄັນ​ເລີຍ, ຈະ​ໄປ​ໃສ​ກໍ່ຕ້ອງ​ອາ​ໄສ​ລົດ​ເມ, ​ເງິນ​ເກັບ​ເງິນ​ທ້ອນ​ກໍ່ບໍ່ທັນ​ມີ ​ເພາະ​ຂ້ອຍ​ກໍ່ຫາກໍ່ຮຽນຈົບ, ມີ​ແຕ່​ແມ່​ຄົນ​ດຽວທີ່​ຫາ​ລ້ຽງຄອບຄົວ ​ແລະ ຕໍ່​ໄປ​ນີ້​ຂ້ອຍ​ຈະ​ເປັນ​ຄົນ​ຫາ​ລ້ຽງ​ແມ່​ເອງ.

         ‘ປີ໋ດໆ’  ຂ້ອຍ​ຫັນ​ໄປ​ຫາ​ ແກ​ລົດ​ທີ່​ດັງ

    “ຍັງ​ບໍ່ທັນ​ໄປ​ວຽກຫວາ​ນິ , ​ໄປ​ກັບ​ອ້າຍ​ບໍ່ “

          ອ້າຍ​ຄຳ ຄູສອນ​ຄະນິດສາດ​ຜູ້​ແສນ​ດີ​ເ​ລີດ, ລາວ​ຄອຍ​ຊ່ວຍ​ເຫຼືອຄອບຄົວ​ຂ້ອຍ​ມາ​ໂດຍ​ຕະຫຼອດ​ໄລຍະ​ເວລາ​ທີ່​ເຮົາ​ເປັນ​ເພື່ອນ​ບ້ານ​ກັນ.

    “​ໄດ້​ແລ້ວ​ອ້າຍ​ຄຳ ດຽວລົດ​ເມ​ກະ​ມາ, ອ້າຍ​ຄຳ​ກະຊິ​ໄປສອນບໍ່ທັນ“

    “ອ້າຍ​ມີ​ສອນ 10 ​ໂມງ, ​ແຕ່​ດຽວນິມັນ​ຊິ 8 ​ໂມງ​ແລ້ວ​ດຽວກະບໍ່ທັນວຽກ​ແຫຼະ, ຮີບ​ຂື້ນ​ມາ​ໄວ “

    “​ໂອ​ເຄຊັ່ນ ​ເຮົາ​ຂໍ​ຕິດ​ລົດ​ໄປ​ນຳ​ເດີ້ “

          ​ແລ້ວ​ຂ້ອຍ​ກໍ່​ໄຂ​ປະຕູ​​ເຂົ້າ​ໄປ​ນັ່ງ​ໃນ​ລົດ ​ແລະ ​ໄປ​ເຮັດ​ວຽກທັນ​ເວລາ​ພໍດີ.

          ອ້າຍ​ຄຳ​ລາວ​ເປັນ​ຄົນ​ໃຈດີ, ນິ​ໄສ​ກໍ່ດີ, ໜ້າຕາກໍ່ຍັງ​ດີ​ອີກ ​ແຕ່​ເຖິງ​ລາວ​ຈະ​ດີ​ກັບ​ຂ້ອຍ​ກັບ​ແມ່ຂະໜາດ​ໃດ ຂ້ອຍ​ກໍ່ຄິດ​ກັບ​ລາວ​ໄດ້​ພຽງ​ແຕ່​ອ້າຍ​ເທົ່າ​ນັ້ນ.

    “ຂອບ​ໃຈ​ເດີ້​ອ້າຍ​ຄຳ“   ຂ້ອຍ​ບໍ່ລືມ​ທີ່​ຈະ​ຂອບ​​ໃຈ​ກ່ອນ​ລົງ​ຈາກ​ລົດ​ມາ

    “ບໍ່​ເປັນ​ຫຍັງ​ດຽວມື້​ແລງ​ອ້າຍ​ມາ​ຮັບ“

    ບໍ່ຕ້ອງ​ມາດ​ອກ, ​ເຮົາ​ກັບ​ລົດ​ເມກໍ່​ໄດ້“

    “ອ້າຍ​ບອກ​ຈັກ​ເທື່ອ​ແລ້ວ​ວ່າ​ບໍ່ຕ້ອງ​ເກງ​ໃຈ, ​ເຮືອນ​ເຮົາ​ກໍ່ຢູ່​ໃກ້​ກັນ, ອີກ​ຢ່າງ… ອ້າຍ​ກໍ່​ເຕັມ​ໃຈ“

          ​ໂອ໊ຍ! ຊິ​ມາ​ພະ​ເອກ​ຫຍັງ​ຕອນ​ນິ, ​ເອົາ​ຈັ່ງ​ໃດ​ດີ​ວ໊ະ

    “ອື​ມ…ມື້​ນີ້​ນ້ອງ​ຕ້ອງ​ອອກ​ໄປ​ວຽກນອກ​ກັບ​ຫົວໜ້າ ຍັງ​ບໍ່ຮູ້​ເລີຍ​ວ່າ​ຊິ​ໄດ້​ກັບ​ຈັກ​ໂມງ“

    “ຊັ່ນ​ຖ້າ​ເລີກ​ແລ້ວ…​ໂທບ​ອກອ້າຍ​ເດີ້“

    “​ໂດຍ“ ຂ້ອຍ​ຕອບ

    “ຕ້ອງ​ໂທ​ໃດ“   ອ້າຍ​ຄຳ​ເວົ້າ​ຢ້ຳ

    “​ໂດຍ​ໂທ​ແນ່ນອນ“

    “ຊັ່ນ​ອ້າ​ຍ​ໄປ​ກ່ອນ​ເດີ້“

    “​ໂດຍ ​ໂຊກ​ດີ​ເດີ້ “

          ​ແລ້ວ​ອ້າຍ​ຄຳ​ກໍ່ຂັບ​ລົດ​ອອກ​ໄປ . ​ເລື່ອງ​ຫຍັງ​ເຮົາ​ຊິ​ໂທ ກະ​ຮູ້​ຢູ່​ວ່າ​ອ້າຍ​ຄຳ​ເປັນ​ຄົນ​ດີ ​ແຕ່​ຂ້ອຍ​ກໍ່ບໍ່ຢາກ​ຊິ​ໃຫ້​ຄວາມ​ຫວັງ​ໃຜ.

    “ ມາ​ເກືອບ​ຊ້າ…​ແຕ່​ບໍ່ຊ້າ, ສະ​ແດງ​ວ່າ​ອ້າຍ​ຄຳ​ສຸດ​ລໍ່ມາ​ສົ່ງ​ແມ່ນ​ບໍ່ ?“    ພໍ​ມາ​ຮອດ​ໂຕະ​ນີ່​ນ່າກໍ່ທັກ​ຂື້ນ​ມາ​ທັນທີ

    “ວ່າ​ປານ​ຕາ​ເຫັນ, ມີ​ຍານ​ມີຍານ​ທິບ​ແມ່ນ​ບໍ່ນີ “

    “​ໂອ໊ຍ ! ບໍ່ຖ້າ​ໃຊ້​ຍົງ​​ໃຊ້​ຍານ ຕາມ​ການສັງ​ເກດ​ການ​ຂອງ​ນີ່​ນ່າຄົນ​ງາມ​ແລ້ວ ຖ້າ​ມາ​ສວາຍ​ແບບ​ນີ້​ຄົງ​ບໍ່​ແມ່ນ​ລົດ​ເມ​ມາ​ສົ່ງ​ແນ່ນອນ “

    “ຈ໋າ…​ແມ່​ຄົນ​ເກ່ງ“

    “​ແນ່ນອນ…“   ​ແລ້ວ​ນີ່​ນ່າກໍ່ຫັນ​ໄປ​ທາ​ລິບ​ສະຕິ​ກຕໍ່

    “​ເອກະສານ​ຊິ​ເອົາ​ໄປ​ໃຫ້​ລູກ​ຄ້າ​ກຽມ​ໄວ້​ແລ້ວ​ຫວາ?“     ​ແລ້ວ​ອ້າ​ຍທອງ​ຫົວໜ້າ​ໃຫ່ຍກໍ່​ເຂົ້າ​ມາ​ຖາມ

    “​ໂດຍ​ນ້ອງ​ກຽມ​ໄວ້ໝົດ​ແລ້ວ​ອ້າຍ “     ນີ່​ນ່າຕອບ

    “ດີ​ອີກ 10 ນາທີ​ເຈິ​ກັນ​ບ່ອນ​ຈອດ​ລົດ​ເດີ້, ມື້​ນີ້​ສຳຄັນ ຫ້າມ​ພາດ​ເປັນ​ເດັດຂາດ“

          ອ້າຍ​ທອງ​ກຳ​ຊັບ​ກ່ອນ​ຈະ​ເຂົ້າ​ໄປ​ໃນ​ຫ້ອງ. ມື້​ນີ້​ພວກ​ເຮົາ​ມີ​ນັດ​ພີ​ເຊັນ​ງານ​ໃຫ້​ລູກ​ຄ້າ, ​ເຊິ່ງບໍລິສັດ​ເຮົາ​ເປັນ​ບໍລິສັດ​ຮັບ​ຈັດ​ງານ, ອອກ​ແບບ​ງານ​ລ້ຽງ , ງານ​ອີ​ເວັ້ນຕ່າງໆ ​ແລະ ມື້​ນີ້​ພວກ​ເຮົາ​ຈະ​ມາ​ລົມ​ເລື່ອງ​ງານ​ເປີດ​ໂຕ​ສາຂາ​​ໃໝ່ ຂອງ​ ບໍລິສັດ ອຳນາດ​ຈະ​ເລີ​ນ ກຣຸບ ​ເຊິ່ງຖື​ວ່າ​ເປັນ​ບໍລິສັດ​ຍັກ​ໃຫ່ຍ ​ແລະ ຖ້າ​ງານ​ຄັ້ງ​ນີ້​ເປັນ​ໄປ​ໄດ້​ດີ ກໍ່ອາດ​ຈະ​ກາຍ​ມາ​ເປັນ​ລູກ​ຄ້າ​ປະຈຳ​ຂອງ​ເຮົາ. ສະ​ນັ້ນ, ອ້າຍ​ທອງ​ຈື່ງ​ໃສ່​ໃຈ​ເລື່ອງ​ນີ້​ເປັນ​ພິ​ເສດ.

    ແລະໃນທີ່ສຸດ ພວກເຮົາກໍ່ມາຢູ່ທີ່ຫ້ອງປະຊຸມຊັ້ນ 21 ຂອງ ບໍລິສັດ ອຳນາດ ບອກໄດ້ເລີຍວ່າບໍລິສັດນີ້ໃຫ່ຍອີ່ຫຼີ.

    ສະບາຍດີ ຂ້ອຍແມ່ນຜູ້ຊ່ວຍຜູ້ຈັດການຝ່າຍບຸກຄົນຂອງທີ່ນີ້ ມີຊື່ວ່າ ສະໝານແລະ ຂ້ອຍກໍ່ເປັນໝູ່ກັບຫົວໜ້າທອງເພີ່ນ ສະນັ້ນ,ມີຫຍັງເຮົາກໍ່ໂອ້ລົມກັນໄດ້ເຮັດໂຕຕາມສະບາຍເລີຍ “     ສະໝານກ່າວ

    ດາ…​ເຂົາເຫັນອ້າຍສະໝານຍີ້ມໃສ່ເພີ່ນນຳ“    ນີ່ນ່າຄວັກຂ້ອຍໄປຊື່

    ບ້າຫວາ, ລາວຍີ້ມໃສ່ເພີ່ນຕ່າງຫາກ ໝົກຫ້ອງນີ້ເພີ່ນງາມສຸດເລີຍ“      ຂ້ອຍວ່າ

    “​ແທ້ … ​ເພີ່ນວ່າລາວສົນ​​ໃຈເຂົາບໍ່“    ຮາຮາ ນີ່ນ່ານິບ້າຍ້ອງອີ່ຫຼີ

    “​ເພີ່ນລອງຍີ້ມຫວານໆໃສ່ລາວເບີ່ແມະ“       ລະຂ້ອຍກໍ່ບ້າຈີ້ຍຸນີ່ນ່າເຮັດແລະ ນີ່ນ່າກໍ່ຫັນໄປສົ່ງຍີ້ມຫວານໃຫ້ອ້າຍສະໝານອີ່ຫຼີ ຈົນເຮັດໃຫ້ລາວຕ້ອງເຂີນແລະ ຫຼົບສາຍຕາຂອງນີ່ນ່າ.

    ມື້ນີ້ປະທານກອງປະຊຸມແມ່ນລູກຊາຍຂອງປະທານອຳນາດແລະ ຕອນນີ້ເພີ່ນກໍ່ມາຮອດແລ້ວ

          ​ເມື່ອສະໝານເວົ້າສຸດພວກເຮົາກໍ່ພາກັນຫັນໄປທີ່ປະຕູ, ປາກົດມີຊາຍຜູ້ໜື່ງ ຮູບຮ່າງສູງ, ຂາວ, ໜ້າຕາຄົມເຂັ້ມແຖມຍັງມີບຸກຄະລິກທີ່ດີອີກ ລາວຄົງແມ່ນລູກຊາຍເຈົ້າຂອງບໍລິສັດ . ວ່າລະກະໜ້າຄຸ້ນໆ ຄືເຄີຍເຫັນລາວຢູ່ໃສມາກ່ອນ , ທຸກຄົນລຸກຂື້ນ

    ສະບາຍດີ “  ຊາຍຄົນນັ້ນກ່າວ

    ນີ້ແມ່ນລູກຊາຍຂອງປະທານອຳນາດ, ທ່ານ ອາທິດເພີ່ນຈະເປັນຜູ້ດູແລໃນງານນີ້ທັງໝົດ

    « ອາທິດ » ຊື່ນີ້ຂ້ອຍຄົງຈື່ບໍ່ຜິດແມ່ນລາວອີ່ຫຼີ, ອາທິດຄົນນີ້ ກັບເດັກຊາຍຄົນນັ້ນແມ່ນຄົນໆດຽວກັນ. ຮອຍຍີ້ມນັ້ນ, ຮອຍຍີ້ມທີ່ຂ້ອຍບໍ່ໄດ້ເຫັນມາຫຼາຍປີ , ຕອນນີ້ ມັນເຮັດໃຫ້ຂ້ອຍໃຈສັ່ນເປັນຫຍັງໂລກຈື່ງແຄບແບບນີ້, ລາວຊິຈື່ຂ້ອຍໄດ້ບໍ່? ຖ້າລາວຈື່ຂ້ອຍໄດ້ຂ້ອຍຊິເຮັດຈັ່ງໃດ? ຄຳຖາມ 108 ຜຸດຂື້ນມາໃນຫົວ ຈົນຫົວ​​ເກືອບລະເບີດ, ຂ້ອຍສັບສົນແລະຄິດຫຍັງບໍ່ອອກ .

    “​ເຊີນນັ່ງເລີຍເນາະ“   ສະໝານກ່າວ

    ດາດາດາ…“    ນີ່ນ່າສັ່ນແຂນຂ້ອຍ

    ຫ໋ະ“  ສະຕິຂ້ອຍຖືກດຶງກັບຄືນມາ

    ນັ່ງລົງໄດ້ແລ້ວ

          ຕອນນີ້ຂ້ອຍ ຊ໋ອກໄປຄາວໜື່ງ, ບໍ່ຄິດບໍ່ຝັນວ່າຊິໄດ້ພົບກັບລາວ, ​ແຖມຍັງໜີໄປໃສບໍ່ໄດ້ອີກ, ລາວເປັນລູກເຈົ້າຂອງບໍລິສັດ ສ່ວນຂ້ອຍ ກໍ່ເປັນລູກຈ້າງທີ່ດູແລງານນີ້ຢູ່. ການປະຊຸມດຳເນີນໄປ, ​ແຕ່ໃຈຂ້ອຍຍັງເມີ່ລອຍພ້ອມກັບຄຳຖາມຫຼາຍຢ່າງໃນຫົວ.

    ດາດາ,,,“   ນີ່ນ່າສັ່ນແຂນຂ້ອຍອີກຄັ້ງ

    ຫຶ

    ຫົວໜ້າຖາມ“  ນີ່ນ່າວ່າ

    “​ໂດຍມີຫຍັງບໍ່ຫົວໜ້າ“      ຂ້ອຍຟ້າວຖາມ

    ຂ້ອຍຖາມວ່າເຈົ້າໄດ້ເອົາແຜນການ ການຈັດງານມານຳບໍ່ ?“   ອ້າຍທອງເຮັດໜ້າບໍ່ຄ່ອຍພໍໃຈ

    ອໍ…​ໂດຍ ນີ້ແມ່ນແຜນການ ທີ່ນ້ອງໄດ້ກຽມໄວ້, ຂໍອະທິບາຍສັ້ນໆເລີຍເດີ້ …  ​ໃນມື້ງານພວກເຮົາຈະເຮັດຊຸ້ມດອກໄມ້ໜ້າງານພ້ອມກັບເຊີນສິນລະປິນມາສະແດງໃນງານ, ພ້ອມກັບເຮັດຊຸ້ມຖ່າຍຮູບໃຫ້ແຂກກັບສື່ມວນຊົນໄດ້ຖ່າຍຮູບເພາະວ່າຍຸກນີ້ແມ່ນຍຸກຂອງສັງຄົມອອນໄລ ພວກເຮົາຕ້ອງອາໄສສື່ເປັນຕົວຊ່ວຍໃນການດຶງດູດລູກຄ້າ ຫຼືແຂກເຂົາມາໃນງານ……….“

          ຂ້ອຍອະທິບາຍພ້ອມກັບຍື່ນເອກະສານໄປໃຫ້ຫົວນ້າແລະ ອາທິດເບີ່ເຊີ່ງຂ້ອຍເປັນຄົຍຮັບຜິດຊອບການອອກແບບ ​​ແລະ ຮູບແບບຂອງງານ.

    ຂ້ອຍວ່າຄວາມຄິດນີ້ໃຊ້ໄດ້ເລີຍ “      ອາທິດວ່າ

    ຂ້ອຍກໍ່ຄິດແບບນັ້ນ, ທຳອິດລາວເອົາມາໃຫ້ຂ້ອຍເບີ່ ຂ້ອຍກໍ່ໜັກໃຈຢູ່ວ່າ ທ່ານ ອາທິດຊິມັກບໍ່ເພາະວ່າທ່ານ ອາທິດກໍ່ເປັນນັກຮຽນນອກຄົງເຫັນຮູບແບບງານແບບນີ້ຫຼາຍແລ້ວ“    ຫົວໜ້າທອງວ່າ

    ກໍ່ແມ່ນຢູ່ແຕ່ສ່ວນຫຼາຍເຂົາເຈົ້າຈະ​​ເນັ້ນເອົາສິນຄ້າມາໂຊຫຼາຍເກີນໄປເຮັດໃຫ້ໜ້າເບື່ອ, ຂ້ອຍຕັດສິນໃຈວ່າຈະໃຫ້ບໍລິສັດຂອງ ຫົວໜ້າທອງ ມາເປັນ Organizer ​ປະຈຳຂອງບໍລິສັດເຮົາ

    “​ຄັນຊັ້ນກໍ່ຖືເປັນກຽດກັບບໍລິສັດເຮົາຫຼາຍຫົວໜ້າທອງວ່າ

    ຍິນດີທີ່ໄດ້ຮ່ວມງານນຳ“      ອາທິດລຸກຂື້ນເດ່ມືໄປຈັບກັບຫົວໜ້າທອງ




    ( ອ່ານຕໍ່ໃນຕອນຫນ້າ )

    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×