ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    ພົມລິຂິດ

    ลำดับตอนที่ #1 : ແຜນງານ

    • อัปเดตล่าสุด 22 ต.ค. 58


         ມີຫຼາຍຄົນເຄີຍຖາມຂ້ອຍວ່າ ຂ້ອຍເຊື່ອເລື່ອງພົມລິຂິດບໍ່, ແຕ່ກ່ອນຂ້ອຍກໍ່ເຊື່ອໃດ ແຕ່ດຽວນີ້ຂ້ອຍບໍ່ເຊື່ອອີກແລ້ວ ຄົນເຮົາຈະເປັນແນວໃດນັ້ນແມ່ນຢູ່ທີ່ໂຕເຮົາເອງເປັນຜູ້ກຳນົດຊີວິດ, ຂ້ອຍເຊື່ອແບບນັ້ນ 

    “ ລົດມັນຊິມາຕິຫຍັງກະດໍ້ນິ ຄົນແຮງຟ້າວ“    ຂ້ອຍຈົ່ມພືມພຳກັບໂຕເອງ

    ' ມີຄົນໂທຫາຮັບສາຍແດ່ !ມີຄົນໂທຫາຮັບສາຍແດ່ !'          ບໍ່ຕ້ອງງົງສຽງເອີ້ນເຂົ້າຂ້ອຍເອງ

    “ ຮາໂຫຼ “

    'ເຮີ້ຍ ! ຝົນຮອດໃສແລ້ວ ຫົວໜ້າມາລະໃດ'

    “ ທ່ວງເວລາໄວ້ກ່ອນເລັ່ງຢູ່ລົດມັນຕິດ “

    'ໄວແດ່ເດີ້ບໍ່ຊັ່ນຄົນທີ່ຊວຍນິຊິແມ່ນເຂົາຕໍ່ຈາກນັ້ນກໍ່ແມ່ນເພີ່ນໃດ'

    “ ເອີ່ ຮູ້ແລ້ວໆອີກ 10 ນາທີຮອດ “

    'ໄວເດີ້ຝົນ'

         ຂ້ອຍກົດວາງສາຍຈາກ 'ບີ່' ໝູ່ສະໜິດຂອງຂ້ອຍເອງ  ລືມແນະນຳໂຕໄປ ຂ້ອຍຊື່ ສາຍຝົນ ຫຼື ຝົນ ເອີ້ນຝົນກະໄດ້ ^0^ , ຂ້ອຍອາໄສຢູ່ກັບ ພໍ່ກັບແມ່ ແລະ ຂ້ອຍກໍ່ມີອ້າຍຄົນໜື່ງເຊິ່ງຕອນນີ້ລາວກໍ່ມີຄອບຄົວແລ້ວກະຍັງແຕ່ຂ້ອຍນິແຫຼະ ປີນິກະ 29 ແລ້ວແຕ່ຕອນນິຍັງບໍ່ຮອດເທື່ອ ອິອິ , ຊີວິດຂ້ອຍບໍ່ມີຫຍັງຫຼາຍ ຫຼັງຈາກຮຽນຈົບຂ້ອຍກໍ່ເຮັດວຽກ, ເຮັດວຽກ, ເຮັດວຽກ ແລະ ກໍ່ເຮັດວຽກ -_-' ເຊິ່ງຄົນມີຝີມືຄືຂ້ອຍກໍ່ເປັນເຖິງລະດັບຫົວໜ້າທີມສຳຫຼວດຂຸດຄົ້ນໂຄງການກໍ່ສ້າງ ລວມໄປເຖິງຂຸດຄົ້ນບໍ່ແຮ່ ອັນໃດທີ່ຢູ່ໃນດິນຂ້ອຍກໍ່ຂຸດຂື້ນມາໝົດ,​ ຂ້ອຍຮຽນຈົບ 2 ສາຍນັ້ນກໍ່ຄື ວິສະວະກຳ ແລະ ຂຸດຄົ້ນບໍ່ແຮ່ ບໍ່ຢາກໂມ້ປານໃດຂ້ອຍໄດ້ກຽດນິຍົມໃນສາຂາວິຊາຂຸດຄົ້ນບໍ່ແຮນຳ ສ່ວນວິສະວະກຳຫັ່ນບໍ່ເລົ່າດີກວ່າເລື່ອງມັນຍາວ.
         ສຳຄັນແມ່ນຕອນນີ້ຂ້ອຍຍັງຕິດຢູ່ຖະໜົນລ້ານຊ້າງ ແລະ ມື້ນີ້ຂ້ອຍຈະຕ້ອງເປັນຄົນສະເໜີແບບແຜນການສຳຫຼວດຂຸດຄົ້ນໂຄງການຂອງລັດໂຄງການໜື່ງເຊິ່ງຖ້າຂ້ອຍເຮັດໄດ້ເງິນເດືອນຂ້ອຍຈະຄູນ 2 ທັນທີ ເພາະໂຄງການນີ້ບໍລິສັດຂ້ອຍຕັ້ງຄວາມຫວັງໄວ້ສູງ , ຂ້ອຍຈື່ງທຸ້ມເທກັບມັນໝົດຄືນແລະ ເຮັດໃຫ້ຂ້ອຍຕ້ອງຕື່ນສວາຍ ແລະ ມາຕິດຢູ່ໃນຖະໜົນທີ່ການສັນຈອນແບບວ່າ ບໍ່ເໜັງເລີຍ -_-' , ຂ້ອຍຕັດສິນໃຈຫັກລົດຈອດໄວ້ຂ້າງທາງ ແລ້ວໂບກລົດຈັກຮັບຈ້າງແທນເພື່ອວ່າຂ້ອຍຈະສາມາດເຂົ້າໄປໃນບໍລິສັດພາຍໃນເວລາ 10 ນາທີ.
         ບໍ່ດົນຂ້ອຍກໍ່ມາຮອດໜ້າບໍລິສັດ ດີທີ່ຊຸດເຮັດວຽກຂ້ອຍເປັນແບບຟີສຕາຍ ຂ້ອຍຈື່ງນຸ່ງໂສ້ງມາໄດຈື່ງເຮັດໃຫ້ຂ້ອຍແລ່ນຖະໜັດ

    “ ໄປນຳໄປນຳ “     ຂ້ອຍຮ້ອງໃສ່ຄົນທີ່ຢູ່ໃນລິບກ່ອນທີ່ຈະແຊກໂຕເຂົ້າໄປໄດ້ທັນ

    “ຟູ່ໆໆໆໆໆໆໆໆໆໆ ! ເກືອບບໍ່ທັນ “ ຂ້ອຍພົ້ນລົມອອກຈາກປາກເພື່ອລະບາຍຄວາມຮ້ອນຫຼັງຈາກທີ່ຂ້ອຍແລ່ນມາ

    “ ຂໍໂທດຫຼາຍໆ “     ຂ້ອຍກົ້ມຫົວໃຫ້ຄົນທີ່ຢູ່ໃນລິບເພື່ອເປັນການສະແດງຄວາມຂໍໂທດທີ່ເສຍມາລະຍາດໄປ

    “ ບໍ່ເປັນຫຍັງ“     ຄົນທີ່ຢືນຢູ່ຂ້າງຂ້ອຍເວົ້າດ້ວຍນ້ຳສຽງເຢັນໆ

         ຂ້ອຍສັງເກດເບີ່ງຜູ້ຊາຍທີ່ຢູ່ໃນລິບກັບຂ້ອຍທ່າທາງລາວຂ້ອນຂ້າງຈະເຢັນຊາໂຄດໆ ແລະ ກໍ່ບໍ່ຍີ້ມອີກ ປົກກະຕິຄົນເຮົາບໍ່ວ່າຈະຮູ້ຈັກຫຼືບໍ່ການຍີ້ມໃຫ້ກັນກ່ອນເປັນການສະແດງມິດຕະພາບທີ່ດີບໍ່ແມ່ນຫວາ, ຄົນກະລໍ່ແຕ່ງໂຕກະດູດີບໍ່ໜ້າຈະຍີ້ມຍາກເລີຍ .

         'ປິ່ງ'     ສຽງປະຕູລິບເປີດອອກຂ້ອຍຈື່ງແລ່ນອອກໄປໂດຍບໍ່ສົນຄົນທີ່ຢູ່ໃນລິບນັ້ນ

    “ ມາລະຫວາຝົນ ເຂົາເຈົ້າພາກັນເຂົ້າຫ້ອງປະຊຸມໝົດແລ້ວດີແຕ່ຝ່າຍນັ້ນຍັງບໍ່ທັນມາຮອດ“     ບີ່ຟ້າວມາຫອບເຄື່ອງນຳຂ້ອຍ

    “ຊັ່ນ! ເຮົາເຂົ້າໄປເທາະ “     ຂ້ອຍກັບບີ່ພາກັນເຂົ້າໄປທີ່ຫ້ອງປະຊຸມບໍ່ພໍເທົ່າໃດຄົນຈາກພາກລັດກໍ່ເຂົ້າມາ

    “ ສະບາຍດີ “     ຫົວໜ້າຂ້ອຍລຸກຂື້ນພ້ອມກັບຍ່າງໄປຈັບມືກັບ

    “ 0_0' “     ຜູ້ຊາຍຄົນນີ້ເປັນຄົນໆດຽວກັນກັບທີ່ຂ້ອຍເຈີຢູ່ໃນລິບ

    “ ເຊີນນັ່ງກ່ອນ, ທຸກຄົນອ້າຍກໍແນະນຳ ທ່ານ ວັດຊະໄນ ເພີ່ນເປັນເຈົ້າໜ້າທີ່ທີ່ຈະມາເບີ່ງແຜນວຽກເຮົາໃນມື້ນີ້ “     ຫົວໜ້າຫັນມາເວົ້າກັບພວກເຮົາ

    “ ແລ້ວມື້ນີ້ ທ່ານ ວັດຊະໄນ ມາພຽງແຕ່ຄົນດຽວບໍ “     ສຸມິດຕາ ຖາມ

    “ ແມ່ນ ຂ້ອຍຄິດວ່າຂ້ອຍມາຄົນດຽວກະພໍລະໃດ ຄົນອື່ນມາກໍ່ບໍ່ໄດ້ເຮັດຫຍັງຢູ່ແລ້ວເພາະທຸກຢ່າງຂື້ນກັບຂ້ອຍ “
    ໝໍນິຕອບໄດ້ໜ້າຕາເສີຍຫຼາຍ

    “ ເອີ່ ເພື່ອບໍ່ໃຫ້ເສຍເວລາເນາະ , ເຮົາເລີ່ມກັນເລີຍດີກວ່າ ສາຍຝົນ ເປັນຫົວໜ້າທີມສຳຫຼວດເນາະລາວຈະອະທິບາຍແຜນວຽກຕ່າງໆ  “     ຫົວໜ້າຫັນໄປບອກໝໍນັ້ນກ່ອນຈະຫງຶກຫົວໃຫ້ຂ້ອຍເປັນສັນຍານວ່າເລີ່ມໄດ້

         ການປະຊຸມຜ່ານໄປເກືອບ 3 ຊົ່ວໂມງ 

    “ ເອົາເປັນວ່າໂຄງການນີ້ຕົກລົງໃຫ້ບໍລິສັດເຈົ້າເຮັດ , ສ່ວນຫົວໜ້າທີມກໍໃຫ້ ລາວເປັນຄົນເຮັດກໍ່ແລ້ວກັນ “     ໝໍນັ້ນເວົ້າແລ້ວຫັນໜ້າມາທາງຂ້ອຍ

    “ ຂອບໃຈຫຼາຍໆຍິນດີທີ່ໄດ້ຮ່ວມງານນຳ, ຈັ່ງໃດກໍ່ຂໍເຊີນຮັບປະທານອາຫານທ່ຽງກັບພວກເຮົາກ່ອນ “ ຫົວໜ້າກ່າວເຊີນ

    “ ຄັນກິນເຂົ້າກັບເຈົ້າ 2 ຄົນຄົງຊິບໍ່ແຊບ “     

    “ຊັ່ນເຮົາໄປກິນນຳກັນໝົດນິລະຊັ່ນນະ “      ຫົວໜ້າທັງເວົ້າທັງຫົວແບບອາລົມດີສຸດ

    “ຈັດສອງໂຕະຂ້ອຍບໍ່ມັກກິນກັບຄົນຫຼາຍໆ “     ໝໍນັ້ນເວົ້າແລ້ວກໍ່ເອົາມືຈົກຖົງໂສ້ງຄິດວ່າໂຕເອງລໍ່ຕາຍຫຼະ

    “ເຊີນໆເລີຍຊັ່ນທຸກຄົນນຳເດີ້ ຮ້ານອາຫານຂ້າງບໍລິສັດເຮົານິແຊບບໍ່ໃຫ້ວ່າເລີຍ .............“ ແລ້ວຫົວໜ້າກໍ່ຝອຍກັບໝໍນັ້ນໄປນຳທາງ
    “ຝົນກີ້ນິສຸດຍອດເລີຍ ແບບແຜນເພີ່ນນິຖະລຸປຸໂປ່ງສົມເປັນສາຍຝົນອີ່ຫຼີ“     ບີ່ຫັນມາເວົ້າກັບຂ້ອຍ

    “ແນ່ນອນຢູ່ແລ້ວອົດຫຼັບອົດນອນມາຈັກກີ່ມື້“

    “ເຮິ່ ບໍ່ຄ່ອຍຈະຖ່ອມໂຕເນາະ “     ສຸມິດຕາຫັນມາເບະປາກໃສ່ຂ້ອຍ

    “ ໄປກິນເຂົ້າເທະບີ່ ເບື່ອພວກອິດສາຕາໄຟ“     ຂ້ອຍເວົ້າກ່ອນຈະຍ່າງອອກໄປ


           ***************   ທີ່ຮ້ານອາຫານ ' ອີ່ຫຍັງບຸ '  ****************

    “ນັ່ງໆລະກໍ່ສັ່ງເລີຍເດີ້ດຽວອ້າຍລ້ຽງເອງ“     ຫົວໜ້າຍ່າງມາເວົ້າຢູ່ໂຕະຂ້ອຍກ່ອນຈະຍ່າງໄປຫາໂຕະທີ່ ວັດຊະໄນ ນັ່ງຢູ່
    “ຂ້ອຍວ່າຂ້ອຍບໍ່ຢາກກິນເຂົ້າກັບເຈົ້າ2ຄົນ“     ວັດຊະໄນ ເວົ້າກັບ ທອງພູນຜູ້ເປັນຫົວໜ້າໃຫຍ່

    “ຊັ່ນເຮົາໄປນັ່ງກັບພະນັກງານເບາະ“

    “ຂ້ອຍບໍ່ມັກຄົນຫຼາຍ“

    “-_-' “

    “ບອກຄົນທີ່ສະເໜີແຜນວຽກຫັ່ນເດ່ມານັ່ງກິນນຳ “

    “ສາຍຝົນຫັ່ນຫວະ“

    “ລະເຈົ້າຄິດວ່າແມ່ນໃຜຊັ່ນ“

    “ດຽວແປັບໜື່ງ“     ທອງພູນລຸກຈາກໂຕະອາຫານມາຫາສາຍຝົນທີ່ກຳລັງນັ່ງຫົວຢູ່ກັບໝູ່

    “ຝົນ“

    “ໂດຍ, ມີຫຍັງບໍ່ຫົວໜ້າ“      ຂ້ອຍຫັນໜ້າໄປຖາມຫົວໜ້າທີ່ມາຢືນຢູ່ຂ້າງຂ້ອຍ

    “ລຸກໄປກິນຢູ່ໂຕະອ້າຍພຸ້ນໄປ“

    “ເປັນຫຍັງເຮົາກິນຢູ່ນີ້ກະໄດ້“

    “ທ່ານ ວັດຊະໄນ ເພີ່ນຢາກໃຫ້ໄປກິນນຳ“     ຂ້ອຍແນມໄປເບີ່ງໝໍນັ້ນກໍ່ເຫັນວ່າລາວກຳລັງແນມເບີ່ງຂ້ອຍຢູ່

    “ໄວແດ່“     ຫົວໜ້າເລັ່ງ

    “ອື່ມໆ“     ຂ້ອຍລຸກອອກຈາກໂຕະແລ້ວຍ່າງໄປນັ່ງຂ້າງຫົວໜ້າ

    “ຢາກກິນຫຍັງກະສັ່ງເລີຍດຽວຂ້ອຍຈ່າຍເອງກະໄດ້ “     ວັດຊະໄນວ່າ

    “ບໍ່ເປັນຫຍັງ ທ່ານ ວັດຊະໄນ ດຽວຂ້ອຍຈ່າຍກະໄດ້ “     ຫົວໜ້າເວົ້າທ່າທາງຈະເກັງໃຈໝໍນິເປັນພິເສດ

    “ບໍ່ເປັນຫຍັງດອກ,  ເຈົ້າຊື່ສາຍຝົນຕົວະ“     ວັດຊະໄນຫັນມາແນມເບີ່ງຂ້ອຍ

    “ໂດຍ ເອີ້ນຝົນກະໄດ້ ມັນສັ້ນດີ “

    “ ແດນ “

    “ຫ໋ະ“

    “ ເອີ້ນຂ້ອຍວ່າ ແດນ “

    “ ອໍ໋ “     ຂ້ອຍຍີ້ມແຫ້ງໆໃຫ້

    “ ແຜນທີ່ຝົນວ່າມາຂ້ອຍຖືກໃຈຫຼາຍ ແຕ່ກໍ່ມີບາງຢ່າງທີ່ຂ້ອຍຢາກຮູ້ລາຍລະອຽດກວ່ານີ້ “

    “ ດຽວຂ້ອຍຈະສົ່ງເມລໄປໃຫ້ ວ່າແຕ່ເຈົ້າຢາກຮູ້ຫຍັງອີກ “

    “ເອົາໄວ້ຂ້ອຍຈະບອກທີຫຼັງ ຕອນນີ້ກິນກ່ອນດີກວ່າ “     ເວົ້າແລ້ວອາຫານກໍ່ຍົກມາ

         ຫຼັງຈາກທີ່ພກເຮົາກິນເຂົ້າແລ້ວ ບີ່ກໍ່ຍ່າງມາຫາຂ້ອຍ

    “ຝົນໄປ໋ “

    “ຫົວໜ້າຂໍອອກໄປເອົາລົດກ່ອນເດີ້ມື້ເຊົ້ານິຟ້າວມາເລີຍຈອດລົດໄວ້ຂ້າງທາງລະຂີ່ລົດຮັບຈ້າງມາ“     ຂ້ອຍຫັນໄປຄອບຫົວໜ້າ

    “ ອື່ມໄປລະແມະ “

    “ດຽວ ! ພໍດີຂ້ອຍກໍ່ຈະກັບດຽວຂ້ອຍໄປສົ່ງເອງ “     ແດນເວົ້າຂື້ນ

    “ ອໍ໋ ບໍ່ເປັນຫຍັງດອກດຽວບີ່ໄປສົ່ງຂ້ອຍແປັບດຽວ “     ຂ້ອຍຂັດຄ້ານ

    “ແມ່ນໆອີກຢ່າງພວກເຮົາກະເກັງໃຈ ແຮໆ“     ບີ່ເສີມ ຂອບໃຈຫຼາຍໆສ່ຽວ

    “ຂ້ອຍຊິໄປສົ່ງເອງ“     ແດນເວົ້າແລ້ວກໍ່ລຸກຂື້ນ

    “ ນຳມາແມະບໍ່ໄປຫວາ“     ແດນຫັນມາເວົ້າກັບຂ້ອຍ

    “ໄປກ່ອນເດີ້ບີ່, ດຽວມາ “     ຂ້ອຍຫັນໄປບອກບີ່

    “ ລົດເຈົ້າຈອດໄວ້ໃສ “     ແດນຫັນມາຖາມຂ້ອຍ

    “ ຖະໜົນລ້ານຊ້າງໜ້າທະນາຄານໄທ“

    “ເຈົ້າເຮັດວຽກຢູ່ນີ້ດົນລະຫວາ“      ແດນຖາມຂະນະຂັບລົດ

    “ ປະມານ 4 ເກືອບ 5 ປີແລ້ວ “

    “ແຜນວຽກເຈົ້າດີຫຼາຍ ຄິດວ່າເລີ່ມລົງມືໄດ້ມື້ໃດ “

    “ ຫຼັງຈາກເຊັນສັນຍາແລ້ວຂ້ອຍກໍ່ຈະລົງໄປສຳຫຼວດ“

    “ ເຈົ້າໄປສຳຫຼວດເອງເລີຍບໍ“

    “ແມ່ນ“

    “ເປັນຜູ້ຍິງນິໃດ“

    “ຊິເປັນຫຍັງໂຮງແຮມໃຫຍ່ໆຢູ່ສະຫວັນປາກເຊກະຂ້ອຍນິລະລົງໄປສຳຫຼວດ“

    “....“

    “ຈອດນິກະໄດ້“

    “ຫັ່ນຫວາລົດເຈົ້າ“

    “ອື່ມຂອບໃຈ ທ່ານ ແດນ ຫຼາຍໆ “

    “ ແດນ  ລອງເວົ້າໃໝ່ ແດນຊື່ໆ ບໍ່ມີທ່ານ “

    “ ຂອບໃຈແດນຫຼາຍໆ “

         ຂ້ອຍລົງຈາກລົດກ່ອນທີ່ຈະຍ່າງໄປຫາລົດອັນແສນຮັກຂອງຂ້ອຍ


    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×