ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    ຄວາມຮັກທີ່ຊ້ອນຢູ່

    ลำดับตอนที่ #5 : ໂຈນ

    • อัปเดตล่าสุด 1 ก.พ. 59



    ............ 02 : 40 ' .............

         
              ຂ້ອຍຕື່ນຂື້ນມາດ້ວຍອາການເຈັບທ້ອງ ສົງໄສເປັນນຳກິນອາຫານທີ່ສິດເຮັດແນ່ນອນ ບໍ່ແມ່ນອາຫານທີ່ສິດເຮັດເປັນພິດດອກ , ແຕ່ຍ້ອນວ່າຂ້ອຍກິນຫຼາຍໂພດ, ຂ້ອຍຈັບເອົາໂມງປຸກຢູ່ຫົວຕຽງມາເບີ່ງ 

         “ ຫາກໍ່ສາມໂມງຍັງຫວານິ ”

         ຂ້ອຍຫັນໄປເບີ່ງສອນທີ່ນອນຂ້າງໆຂ້ອຍ ຍັງຫຼັບໄຫຼແບບທີ່ວ່າບໍ່ຮູ້ເລື່ອງຫຍັງເລີຍ , ຂ້ອຍຄ່ອຍຍ່າງໄປເຂົ້າຫ້ອງນ້ຳຄ່ອຍໆ ເພາະບໍ່ຢາກໃຫ້ສອນຕື່ນ .
          
         ຫຼັງຈາກທີ່ຂ້ອຍອອກມາຈາກຫ້ອງນ້ຳ ກຳລັງຊິກັບເຂົ້າໄປນອນ ຂ້ອຍກໍ່ໄດ້ຍິນສຽງຄືມີບາງຢາງເຄື່ອນໄຫວຢູ່ຊັ້ນລຸ່ມ, ໃຈໜື່ງຂ້ອຍກໍ່ຢາກລົງໄປເບີ່ງ, ໃຈໜື່ງກໍ່ຄິດຢ້ານ ຢ້ານວ່າເປັນສິ່ງທີ່ແນມບໍ່ເຫັນ, ຢ້ານວ່າຖ້າເປັນໂຈນແລ້ວມັນມີອາວຸດຄົບມື ແລ້ວຜູ້ຍິງໂຕນ້ອຍໆ ບອບບາງຄືຂ້ອຍຊິເອົາຫຍັງໄປສູ້ . ຂ້ອຍຕັດສິນໃຈຄ່ອຍຍ່າງໄປຫ້ອງຂ້າງໆ ທີ່ໃຫ້ສິດນອນ ແລ້ວຄ່ອຍໆຮ້ອງປຸກ.    

         “ ສິດ ! ສິດ ! ສິດ ... ຫຶ !“  ສຽງດັງມາຈາກຊັ້ນລຸ່ມອີກເທື່ອໜື່ງ ເທື່ອນີ້ຄືສຽງກຳລັງຄົ້ນຫາບາງຢ່າງຢູ່

        ' ມັນຕ້ອງແມ່ນພວກໂຈນແທ້ບໍ່ມີປັນຍາຫາກິນລະຍັງມາຊອກລັກເຄື່ອງນຳເຮືອນຄົນອີກ, ຕາຍເປັນຕາຍ '

         ຄິດໄດ້ຂ້ອຍກໍ່ຄ່ອຍໆຈອບຢ່າງລົງໄປຕາມຂັ້ນໃດ, ຂ້ອຍສັງເກດເຫັນເງົາດຳໆກຳລັງກົ້ມໆເງີຍໆຢູ່ໜ້າຕູ້ເຢັນ , ດີທີ່ຂ້ອຍສະຫຼາດຈັບໄມ້ຖູພື້ນໄດ້ ແລະ ຂ້ອຍກໍ່ບໍ່ລໍຖ້າໃຫ້ໂຈນມັນເຫັນຂ້ອຍກ່ອນດອກ , ຂ້ອຍໂດດເຂົ້າຫາໂຈນເມື່ອເຫັນວ່າມັນມີຄົນດຽວ ແລະ ກໍ່ລົງມືຟາດມັນບໍ່ຢັ້ງ
         
    ' ຕຸ໋ບໆໆໆ'

         “ ໂອ໋ຍ ໆໆໆໆໆໆ “

         “ ນີ້ ! ບັກຂີ້ລັກຄີດຊິມາລັກເຄື່ອງຫວານີ້ໆໆໆ “ ແລະ ຂ້ອຍກໍ່ຟາດຕໍ່ໄປແບບບໍ່ໄວ້ໜ້າໂຈນ

         “ ໂອ໋ຍໆ ມົດເຂົາເອງບໍ່ແມ່ນຂີ້ລັກ ໂອ໋ຍ “ 

         “ຫ໋ະ ! ຮູ້ຊື່ອີກມາເບີ່ງລາດເລົາໄວ້ລະແມ່ນບໍ່ “

         “ ເຂົາສິດນິນ່າ “

         “ ຫ໋ະ ! ສິດຫວາ “     ຊື່ນັ້ນເຮັດໃຫ້ຂ້ອຍຈົນໂຈະມືໄວ້ ແລ້ວແລ່ນໄປເປີດໄຟ

         “ ອຸ໋ຍຍຍຍຍຍຍສິດ ເຂົາຂໍໂທດ,​ ເຈັບຫຼາຍບໍ່ນິ  ລຸກໄປນັ່ງຢູ່ພຸ້ນກ່ອນ “     ຂ້ອຍຖີ້ມໄມ້ຖູພື້ນໄວ້ແລ້ວເຂົ້າໄປໂຈມເອົາສິດທີ່ນອນຟຸບຢູ່ໜ້າຕູ້ເຢັນ ໃຫ້ໄປນັ່ງຢູ່ເທິງໂຊຟາ

         “ ຄິດໄດ້ຈັ່ງໃດວ່າເຂົາເປັນໂຈນນິ “     ສິດໂວຍຂື້ນດ້ວຍນ້ຳສຽງຢາກຮ້າຍ

         “ ໃຜຊິຮູ້ລະມາເຮັດຫຍັງມືດໆຄົນດຽວໄຟກະບໍ່ໄຕ້ “

         “ ເຂົາລົງມາກິນນ້ຳ, ບໍ່ໄດ້ເປີດໄຟໄວ້ຢ້ານເພີ່ນຕື່ນ “

         “ ລະງົມໆທາວໆຫຍັງຢູ່ໜ້າຕູ້ເຢັນ “

         “ ເຂົາເຮັດແວ່ນຕາເຮ່ຍ, ເຂົາເລີຍງົມໆເບິ່ງ ລະເພີ່ນກະເຂົ້າມາຕີຫົວເຂົາຈົນໂນນິ “ ສິດເວົ້າລະຊີ້ໃສ່ໜ້າຜາກໂຕເອງ

         “ ໝູ່ຂໍໂທດ, ໝູ່ບໍ່ໄດ້ຕັ້ງໃຈ ດຽວເອົາຢາມາທາໃຫ້ “     ຂ້ອຍຍ່າງໄປເອົາກະປຸກຢາຢູ່ໃນຕູ້ອອກມາ

         “ມາເຂົາທາໃຫ້ດຽວກະເຊົາ “     ຂ້ອຍຄ່ອຍເອົາຢາມ໋ອງລູບໆທາໆບ່ອນໜ້າຜາກສິດທີ່ມັນໂນໆອອກມາ

         “ ໂອ໊ຍ T_T ຄ່ອຍໆແດ່ມົດ “

         “ ເຂົາເຮັດຄ່ອຍສຸດໆແລ້ວຊິໃຫ້ຄ່ອຍຊຳໃດອີກ “      ຂ້ອຍເອົາຢາມ໋ອງທາບໍລິເວນແຂນຂາສິດ ທີ່ຍັງເປັນຮອຍໄມ້ຖູພື້ນຢູ່

         “ ຂີ້ລັກເຂົາກະບໍ່ກ້າມາລັກດອກ ລູກສາວເຮືອນນິໂຫດພິລຶກ ..... ໂອ໋ຍ T_T “

         “ ມືໜັກຫວາ ນີ້ໆໆໆໆໆໆໆໆ “ ຂ້ອຍເອົາມືເນັ້ນໄປທີ່ຫົວໂນໂນຂອງສິດ

         “ ເພີ່ນຊິຂ້າເຂົາໃຫ້ຕາຍເລີຍຫວາ “

         “ ມັນບໍ່ຕາຍດອກນ່າຍັງໄກຫົວໃຈຢູ່, ດຽວມື້ອື່ນຊິຕົ້ມໄຂ່ກິ້ງໃຫ້ “     ຂ້ອຍພະຍາຍາມທາຢາໃສ່ຮອຍຈ້ຳຂຽວຈ້ຳແດງນຳໂຕສິດໃຫ້ທົ່ວ ແຕ່ບັງເອີນວ່າຕາຂ້ອຍດີສັງເກດເຫັນສິດແນມເບີງຂ້ອຍລະຍິ້ມຢູ່, ສົງໄສຖືກຕີຫົວລະເບີໄປເລີຍ .

         “ ແນມຫຍັງ ? “ ຮູ້ສຶກວ່າຄຳເວົ້າຂອງຂ້ອຍຈະເຮັດໃຫ້ສິດຮູ້ສຶກໂຕວ່າຂ້ອຍຮູ້ແລ້ວທີ່ສິດແນມເບິ່ງໜ້າຂ້ອຍຢູ່

         “ ບໍ່ໄດ້ແນມຫຍັງນ່າ , ກຳລັງຄິດໄປວ່າມັນກະຕາຫຼົກດີ ທີ່ເພີ່ນເປັນຄົນຕີເຂົາລະກາຍມາເປັນຄົນທາຢາໃຫ້ເຂົາເອງ “

         “ ຫວາ ! ເທື່ອໜ້າມານອນບ້ານເຂົາ ຫຼື ບ້ານໃຜກະຕາມເພີ່ນຕ້ອງໄຕ້ໄຟ ເຂົ້າໃຈບໍ່ “      ສິດຍີ້ມຕອບ

         “ ມົດ “     
         
         “ ຫ໋ະ ”

         “ ສິດວ່າ... ສິດ ...​ ສິດຢາກນອນລະເວີ້ຍ “

         “ ລີລາຂະນາດຊິເວົາຫຍັງຈັກຢ່າງໄດ້ ຢາກນອນກະໄປນອນເຂົາກະຊິນອນຄືກັນດຽວກະເຊົ້າລະ “

         ຂ້ອຍເກັບເອົາເຄື່ອງຍັດໃສ່ກັບຢາໄວ້ຄືເກົ່າ ແລ້ວລຸກຂື້ນລັງຊິຍ່າງໄປນອນ , ແຕ່ວ່າສິດພັດດຶງແຂນຂ້ອຍເອົາໄວ້

         “ ມີຫຍັງບໍ່ສິດ ? “     ໃສວ່າຢາກນອນຊິດຶງແຂນໄວ້ເຮັດຫຍັງ

         “ ສິດ.......“     ສິດເຮັດໜ້າລຳບາກໃຈກ່ອນຈະເວົ້າອອກມາ

         “ ບໍ່ມີຫຍັງດອກ ສິດວ່າ ສິດຊິເປັນຄົນມອບໄຟເອງ ,  ມົດຂື້ນໄປກ່ອນໂລດ “
         
         ຂ້ອຍໄດ້ແຕ່ງຶກຫົວແບບງົງໆ ກ່ອນສິດຈະປ່ອຍແຂນໃຫ້ຂ້ອຍຂື້ນໄປນອນ

    ' Sit '

         ຂ້ອຍຢາງເຂົ້າມານັ່ງໃນຫ້ອງ ທີ່ຕິດກັບຫ້ອງຂອງ ມົດ , ຂ້ອຍຍັງເຈັບກັບບາດເກົ່າທີ່ຍັງບໍ່ທັນເຊົາຄັກຕັ້ງແຕ່ 2-3 ມື້ຫຼັງທີ່ໄປຕີກັບເສືອ ແລະ ມື້ນີຂ້ອຍກໍ່ຖືມົດຕີອີກ.  ຂ້ອຍແນມເບິ່ງໂຕເອງໃນແວ່ນ ຄືໄປຕີກັບໝາທາງໃດມາເລີຍ, ຂ້ອຍຈັບຫົວໂຕເອງທີ່ມັນຍັງໂນຢູ່ ແລະ ກໍ່ອົດຍິ້ມບໍ່ໄດ້ຖ້າຄິດວ່າໃຜທີ່ເປັນຄົນສ້າງມັນຂື້ນມາ ຄັນເປັນຄົນອື່ນຂ້ອຍຄົງເອົາມີດແທງມັນຕາຍແລ້ວ ແຕ່ວ່າເປັນມົດ ຂ້ອຍຍອມທຸກຢ່າງ, ສິ່ງທີ່ມັນຢູ່ໃນໃຈຂ້ອຍມັນຍາກເກີນກວ່າຈະອະທິບາຍອອກມາເປັນຄຳເວົ້າ , ເປັນຫັຍງບອກຮັກມັນຈື່ງບໍ່ງ່າຍຄື ຄະນິດສາດ ຫຼື ຟີຊິກສາດ ເອົາທີ່ມັນງ່າຍໆບໍ່ຕ້ອງຄິດຫຍັງຫຼາຍ, ສິ່ງທີ່ຢູ້ໃນໃຈຂ້ອຍມັນແທບເກືອບລົ້ນທະລັກອອກມາ ແຮງສາຍຕາຄູ່ນັ້ນທີ່ເປັນຫ່ວງເປັນໃຍຂ້ອຍ , ຂ້ອຍແທບຢາກໂດດເຂົ້າຫາລາວ, ບອກຮັກລາວ ບອກໃຫ້ລາວຮູ້ວ່າຂ້ອຍບໍ່ຢາກເປັນໝູ່ອີກຕໍ່ໄປ ອົດທົນມາກໍ່ເປັນສິບກວ່າປີແລ້ວ ຂ້ອຍເລີ່ມເມື່ອຍ ແລະ ບໍ່ຢາກອົດຕໍ່ໄປ .
         
         ຂ້ອຍນອນລົງເທິງຕຽງ ແລະ ເອົາມືອີກຂ້າງໜື່ງກ່າຍໜ້າຜາກໄວ້ ໃນໃຈກໍ່ຄິດຖຶງແຕ່ຄົນທີ່ນອນຢູ່ຫ້ອງຂ້າງໆ , ຊິບອກດີ ຫຼື ບໍ່ບອກ ຖ້າບອກແລ້ວມັນທຳລາຍມິດຕະພາບຂອງເຮົາທີ່ມີໃຫ້ກັນ ເກັບໄວ້ດີກວ່າ . ແຕ່ຖ້າມື້ໜື່ງມີຄົນອື່ນຄາບໄປກິນເຮົາກໍ່ຈະກາຍເປັນພຽງແຕ່ໝູ່ຄົນໜື່ງໄປຕະຫຼອດ , ຄຳຖາມເຫຼົ່ານີ້ມັນວົນວຽນຢູ່ໃນຫົວຂ້ອຍ ຈັກມື້ໃດມັນຈື່ງຊິຫາຍໄປ  ຊິທົນໄດ້ດົນປານໃດຈື່ງຈະໄດ້ລາວມາ.

    ' Mod '

         “ ສິດ ຕື່ນເຊົ້າແທ້ “     ຂ້ອຍຕື່ນນອນມາຕອນ 7 ໂມງເຊົ້າເຊີ່ງຜິດປົກກະຕິ ອັນເປັນຜົນຈາກການເຂົ້ານອນຮອບສອງແບບຫຼັບໆຕື່ນໆ

         “ ເພີ່ນກະຕື່ນໄວຄືກັນ “

         “ ເຮັດຫຍັງກິນນິ “     ຂ້ອຍຢ່າງໄປຫາສິດຢູ່ເຮືອນຄົວ ເຫັນສິດກຳລັງໝົກມຸ້ນຢູ່ກັບການເຮັດແນວກິນ

         “ ວ່າຊິຂົ້ວຜັກເຫັນມີຜັກໃນຕູ້ເຢັນຫຼາຍຢ່າງ “     ສິດເວົ້າໂດຍບໍ່ສົນໃຈຊິແນມເບິ່ງຂ້ອຍ

         “ ລະຫົວສິດຍຸບແດ່ລະຫວາ “     ແຕ່ຂ້ອຍກໍ່ຍັງບໍ່ລືມທີ່ຈະຖາມເຖິງເລື່ອງມື້ຄືນນີ້

         “ ລະເບີ່ງດຸມັນຍຸບບໍ່ລະ “     ສິດຫັນໜ້າມາຫາຂ້ອຍ

         “ ໂຫ ! ສິດມັນຄືຂຽວແບບນັ້ນເຂົາວ່າໄປກວດດີບໍ່ “     ແບບວ່າຖ້າເປັນມືຄົນຂ້ອຍຊິແນະນຳໃຫ້ຕັດ
         
         “ ບໍ່ແຫຼະດຽວເອົາໄຂ່ກີ້ງໃສ່ກະເຊົາ “

         “ ສິດດດດດ ເຂົາຂໍໂທດ ເຂົາບໍ່ໄດ້ຕັ້ງໃຈເຮັດໃຫ້ເພີ່ນເຈັບໃດ “     ເຫັນລະນ້ຳຕາມັນຊິໄຫຼສິດເຈັບໂຕຍ້ອນເຮົາຕະຫຼອດ

         “ ຢ່າເຮັດໜ້າແບບນັ້ນມົດ ຢ່າໄຫ້ໃດ ເຂົາບໍ່ໄດ້ເປັນຫຍັງເບີ່ງແມະເຂົາແຂງແຮງໃດ “     ສິດຍໍແຂນເບັ່ງກ້າມຂື້ນ 
         “ ຢ່າໄຫ້ຍ້ອນເຂົາ ເຂົາບໍ່ຢາກເຮັດໃຫ້ເພີ່ນເສີຍໃຈ “     ສິດເອົາມືມາປັດນ້ຳຕາອອກໃຫ້
         
         “ ເຂົາເປັນໝູ່ທີ່ບໍ່ດີ, ເຂົາເຮັດເພີ່ນເຈັບຕະຫຼອດ ຮືໆໆໆໆ “

         “ ບໍ່ເປັນຫຍັງດອກເລື່ອງຊ່ຳນິຊິໄຫ້ເຮັດຫຍັງ ດຽວຫົວວກະເຊົາໂນແລ້ວເຂົາກະກັບມາລໍ່ຄືເກົ່າລະ “

         “ເຂົາກໍ່ບໍ່ຢາກໃຫ້ເພີ່ນເຈັບ, ຕໍ່ໄປເຂົາປົກປ້ອງເພີ່ນເອງ “

         “ ຊັ່ນຕ້ອງເຊົາໄຫ້ກ່ອນ ບໍ່ຊັ້ນກະປົກປ້ອງເຂົາບໍ່ໄດ້ໃດ , ແລະ ຕ້ອງຍີ້ມພ້ອມເຂົາບໍ່ມັກເຫັນເພີ່ນໃຫ້ ມັນທໍລະມານຈິດໃຈຮູ້ບໍ່ “

         “ ເຊົາກະໄດ້ ຊັ່ນເຂົາຊິຕົ້ມໄຂ່ເພີ່ນເອງ “

         “ ເວົ້າໃຫ້ຖືກ , ຕົ້ມໄຂ່ໃຫ້ເຂົາ ບໍ່ແມ່ນຕົ້ມໄຂ່ເຂົາ “     

         “ເຮີ້ຍ ! ຮຽນທະລື້ງຕັ້ງແຕ່ມື້ໃດນິ “
         
         “ ເຫັນຢູ່ໂທລະທັດ ເລີຍຢືມມາຫຼິ້ນ ຮ່າໆໆໆ“

         ຫົວໂນໜ້ອຍດຽວມັນເຖິງກັບສະຕິຟັ້ນເຟຶອງເລີຍຫວານິ, ຂ້ອຍກະຂິບ້າໄປກັບມັນຈັງສິໄປໄຫ້ໃສ່ມັນເຮັດຫຍັງບຸ, ຄົນເຮົານິກະແປກມີພາວະແຊກຊ້ອນ ແລະ ກໍ່ສັບສົນຫຼາຍຢ່າງ

         “ ອ້າຍສິດ “     ສອນຄົງຕື່ນແລ້ວ ແລະ ຄືຊິຊອກຫາໃຜບໍ່ເຫັນ

         “ ອ້າຍຢູ່ເຮືອນຄົວກັບເອື້ອຍມົດ “     ໃຫ້ສັນຍານກັນແຈ໋ມແຈ້ງສອງຄົນນິ ແລ້ວສອນກໍ່ແລ່ນມາຕາມສຽງ

         “ ເຮັດຫຍັງກິນ ? “

         “ ອ້າຍເຈົ້າຊິຂົ້ວຜັກເອື້ອຍເລີຍມາຊ່ວຍ,  ສອນໄປເບີ່ງໂທລະທັດໂລດ ແລ້ວລະເອື້ອຍຊິເອີ້ນ  “     

         “ ເອື້ອຍມົດນິຮູ້ຄວາມສົມເປັນເອື້ອຍໄພ້ຂ້ອຍເລີຍ ສອນໄປນັ່ງຖ້າເດີ້ “
         
         ຂ້ອຍຍັງບໍ່ທັນໄດ້ອ້າປາກເວົ້າຫຍັງກັບສິດຊ້ຳ ສອນກະແລ່ນໄປກ່ອນລະ ຄັນແມ່ນນ້ອງຂ້ອຍເດີ້ຈັບຕີກົ້ນເບີ່ງ

         “ ຍີ້ມຫຍັງສິດ “          ເອີ່ ! ແມ່ນຍີ້ມຫຍັງຊອຍຜັກກະຍີ້ມບ້າບໍ່ນິ

         “ ບໍ່ມີຫຍັງດອກ, ເຂົາອາລົມດີ “     ເອົ໋າຍີ້ມເຂົ້າໄປ ປາກຊິສີກແລ້ວຫັ່ນ

         ...

         “ ສອນລ້າງມືມາກິນເຂົ້າ “     ຫຼັງຈາກທີ່ເຮັດແນວກິນແລ້ວພວກເຮົາກໍ່ມານັ່ງກິນເຂົ້າຢູ່ໂຕະຫີນໜ້າບ້ານ

         “ ອ້າຍສິດຫົວອ້າຍສິດຖືກຫຍັງມາ “     ສອນຖາມທັງເອົາມືຊີ້
         
         “ ອ້າຍ...ອ້າຍຍ່າງຕຳເສົາມື້ຄືນນິ “

         “ ເຮັດຈັ່ງໃດຈື່ງໄປຕຳ ເສົາຕົ້ນບັກໃຫຍ່ບໍ່ເຫັນສະເບາະ “      ສອນທັງຈົ່ມໃຫ້ອ້າຍທັງກິນເຂົ້າ

         “ ເອີ່ນະ ຮີບກິນເຂົ້າຫັ່ນ “     ສິດຮ້າຍນ້ອງກ່ອນທີ່ສອນຈະສໍ້ເລື່ອງຕຳເສົາຈົນຮູ້ວ່າມັນແມ່ນຝີມືຂ້ອຍ

         “ ເອື້ອຍມົດ ລະແມ່ເອື້ອຍກັບຈັກໂມງ “

         “ ເພີ່ນວ່າ 4-5 ໂມງແລງກໍ່ຮອດບ້ານ “

         “ ຊັ່ນອ້າຍສິດຢູ່ເປັນໝູ່ເອື້ອຍມົດເດີ້ ສອນນຊິເມືອກ່ອນ “

         “ ອື່ມ ! ເມືອລະໄປຊ່ວຍວຽກແມ່ເດີເ ຢ່າມົວແຕ່ຫຼິ້ນ “     ສິດບອກນ້ອງ ແຕ່ຂ້ອຍວ່າຂ້ອຍຢູ່ຄົນດຽວໄດ້ໃດ

         “ ເພີ່ນກະເມືອໂລດເຂົາຢູ່ຄົນດຽວໄດ້ບໍ່ເປັນຫຍັງດອກ “

         “ ເຂົາກັບບ້ານເຂົາກະບໍ່ມີຫຍັງເຮັດຢູ່ເປັນໝູ່ເພີ່ນດີກວ່າ “

         “ ແມ່ນແຫຼະເອື້ອຍມົດ ! ອ້າຍສິດເມືອກະມີແຕ່ນັ່ງຄິດຮອດເອື້ອຍກີ້ “     ສອນນິຊິຈັບຄູ່ໃຫ້ເອື້ອຍອີ່ຫຼີແມ່ນບໍ່

         “ ສອນ ! “     ສິດຂື້ນສຽງໃສ່ນ້ອງ ຈົນສອນເຮັດໜ້າເສົ້າໄປກັບທີ່

         “ ສິດ ນ້ອງກະເວົ້າຍອກຊື່ໆຊິຮ້າຍເຮັດຫຍັງ “     ເຫັນສອນເຮັດໜ້າແບບນິຂ້ອຍກະບໍ່ສະບາຍໃຈ

         “ ບໍ່ເປັນຫຍັງດອກເອື້ອຍມົດ,​ ບໍ່ເວົ້າແລ້ວເຮົາຊິເມືອລະ “     ເວົ້າແລ້ວສອນກະລຸກຂື້ນສົງໃສຄຽດໃຫ້ອ້າຍ

         “ ເຫັນບໍ່ສອນຄຽດແລ້ວຫັ່ນ “     ຂ້ອຍກໍ່ບໍ່ຄ່ອຍພໍໃຈປານໃດດອກທີ່ສິດເຮັດແບບນັ້ນ

         “ ເອີ່ນ່າ ! ຊິງໍ້ດອກກິນເຂົ້ານິກ່ອນ “

              ແລ້ວສິດກໍ່ກົ້ມໜ້າກິນເຂົ້າຕໍ່ໄປ ຍັງມີໜ້າກິນເຂົ້າລົງເສີຍ ຂ້ອຍລະບໍ່ສະບາຍໃຈຊ້ຳ 

         “ ມົດ “

         “ ຫ໋ະ “     ສິດຖາມຂະນະທີ່ເຮົານັ່ງເບີ່ງໜັງຢູ່ໃນເຮືອນ

         “ ດຽວແມ່ມາລະເຮົາໄປຕະຫຼາດບໍ່ “

         “ ໄປເຮັດຫຍັງ ? “

         “ ເຂົາຢາກຊື້ແນວມາເຮັດກິນຕອນແລງ “
         
         “ ຄັນຊັ້ນເຮົາຄືບໍ່ໄປກ່ອນແມ່ມາຊັ່ນ , ຖ້າແມ່ມາເຮົາກໍ່ເຮັດກິນເລີຍ “
         
         “ ສະແດງວ່າຫິວລະ “

         “ ປະມານນັ້ນລະ ແຮ່ໆ “     ຮູ້ທັນອີກວ່າເວົ້າເລື່ອງແນວກິນມາເຮົາຢາກຕະຫຼອດ
         
         “ ຊັ່ນເຮົາກະລຸກໄປດຽວນິເລີຍດີກວ່າ “

         _____________ ທີ່ຕະຫຼາດ _____________

         “ ໄດ້ເຄື່ອງຄົບລະຫວາ “     ຂ້ອຍຖາມສິດທີ່ກຳລັງຫິ້ວຖົງຜັກຖົງມີ່

         “ ຄົບແລ້ວ , ລະມົດມີຫຍັງຊິຊື້ບໍ່ ? “     ຂ້ອຍກໍ່ຢືນຄິດແປັບໜື່ງ

         “ ຄິດອອກແລ້ວ , ຊື້ເຄັກໄປກິນດີກວ່າ “

         “ ກິນຫຼາຍບໍ່ຢ້ານອ້ວນຫວາ “

         “ ບໍ່ຢ້ານດອກແນວໃດມີຄວາມສຸກກະເຮັດເອົາ “

         “ດຽວຕຸ້ຍລະບໍ່ມີແຟນ ຜູ້ບ່າວບໍ່ມັກລະຢ່າວ່າເຂົາເດີ້ “

         “ ສິດນະ “

         “ ໂອ໋ຍ “     ຂ້ອຍຟາດແຂນສິດໄປບາດໜື່ງ

         “ ເວົ້າໃຫ້ໝູ່ ຄຽດແລ້ວ “     ຂ້ອຍເຮັດໜ້າບູດໃສ່ສິດ ໃຜບອກມາແຊ່ງໃຫ້ຂ້ອຍອ້ວນລະຍັງຊິບໍ່ມີແຟນອີກ

         “ ໂອໆໝູ່ເວົ້າຍອກ ເຮັດຈັ່ງໃດຈື່ງຊິເຊົາຄຽດນິ “

         “ ເຄັກ ! “

         “ ຫ໋ະ ? “      ສິດເຮັດໜ້າງົງ ຍັງບໍ່ເຂົ້າໃຈອີກ

         “ ລ້ຽງເຄັກ ເພີ່ນຕ້ອງເປັນຄົນຈ່າຍ “

         “ ກະໄດ້ ແຕ່ມົດຕ້ອງກິນໃຫ້ໝົດ “     ສິດຍັງສົ່ງຍີ້ມມາໃຫ້ຂ້ອຍອີກ... ໜ້າຮັກຕາຍແຫຼະດຽວຊິຟາດໃຫ້ກ້ຽງ

         “ ໄດ້ ແຕ່ມົດຕ້ອງເປັນຄົນເລືອກ “     ຊິເອົາກ້ອນໃຫຍ່ໆເບີ່ງ

         “ O.K “

         “ ຊັ່ນເຂົາຊິໄປເລືອກກ່ອນ , ເພີ່ນຮີບຢ່າງມາໄວໆເລີຍ “     ດີໃຈຊິໄດ້ກິນຟີ ອິອິ

         ຂ້ອຍແລ່ນໄປກ່ອນສິດ ມຸ້ງໜ້າໄປຮ້ານເຄັກທີ່ຢູ່ທາງໜ້າ ເຊິ່ງຍັງບໍ່ໄກປານໃດ , ປົກກະຕິຂ້ອຍກໍ່ເປັນຄົນກະໂດກກະເດກຢູ່ແລ້ວ ເລື່ອງຊິໃຫ້ຂ້ອຍຢ່າງຄືຄົນປົກກະຕິຄືຊິເປັນໄປໄດຍາກ   .  ແລະນັ້ນເອງ ເຮັດໃຫ້ຂ້ອຍບໍ່ທັນເຫັນຈົນແລ່ນຕຳເຂົາເຈົ້າທີ່ຢ່າງອອກມາຈາກຮ້ານທີ່ຢູ່ຂ້າງໆພໍດີ .
         ' ຕຸ໋ບ '
          
         “ ໂອ໋ຍ / ໂອ໋ຍ “     

         ຂ້ອຍຕຳກັບຜູ້ຊາຍຄົນໜື່ງ ເຮັດໃຫ້ຂ້ອຍເດັນອອກໄປນອນກອງຢູ່ພື້ນ, ດີແຕ່ບ່ອນນິເປັນພື້ຍຊີເມັນ ບໍ່ແມ່ນຂີ້ຕົມຄືບ່ອນຂາຍຜັກສົດ

         “ ມົດ !!! “     ສິດແລ່ນມາຫາຂ້ອຍດ້ວຍຄວາມຕົກໃຈກ່ອນຈະມາດຶງຂ້ອຍຂື້ນ

         “ ຂໍໂທດຫຼາຍໆ ເຈັບບ່ອນໃດບໍ່ ?“    

          ຫົວໃຈຂ້ອຍເຕັ້ນແຮງເມື່ອຜູ້ຊາຍທີ່ຢູ່ຕໍ່ໜ້າເປັນຄົນໆດຽວກັນກັບຄົນທີ່ຢູ່ໂຮງຮຽນ, ພົມລິຂິດຊັດໆ ນິລະຊາຍໃນຝັນ
         “ ບໍ່ໆ ເປັນຫຍັງ “     ຜູ້ຊາຍຄົນນັ້ນຕອບຂ້ອຍດ້ວຍຮອຍຍີ້ມກ່ອນຈະກົ້ມລົງປັດຂີ້ຝຸ່ນນະຕົນໂຕ

         “ ຂໍໂທດແທນໝູ່ຂ້ອຍຫຼາຍໆ  “  ສິດເວົ້າກ່ອນຈະຫັນມາປັດຂີ້ຝຸ່ນອອກຈາກແຂນຂ້ອຍ

         “ ມົດ !!! “     ສິດຖົກແຂນຂ້ອຍໃຫ້ມີສະຕິຂະນະທີ່ຂ້ອຍຍັງຢືນຊຶງຢູ່

         “ ຫ໋ະ ! ອໍ໋ ຂໍໂທດຫຼາຍໆ ຂ້ອຍບໍ່ໄດ້ຕັ້ງໃຈຈະແລ່ນມາຕຳ  “     

         “ ບໍ່ເປັນຫຍັງດອກເທື່ອໜ້າກະຄ່ອຍຢ່າງເອົາບໍ່ຕ້ອງແລ່ນ “     ລາວທັງເວົ້າທັງຍີ້ມມາຫາຂ້ອຍ ໂອ໋ຍ ຫົວໃຈຊິວາຍ

         “ ຊັ່ນ! ພວກຂ້ອຍໄປກ່ອນເດີ້ຖ້າເຈົ້າບໍ່ຕິດໃຈເອົາຄວາມຫຍັງ “     ສິດເວົ້າກັບລາວ

         “ ໂດຍ “     ຜູ້ຊາຍຄົນນັ້ນເວົ້າກ່ອນທີ່ສິດຈະດຶງແຂນຂ້ອຍໄປ

         “ ດຽວ ! “     ຂ້ອຍດຶງແຂນສິດໄວ້ເພາະຮູ້ດີວ່າໂອກາດບໍ່ໄດ້ມີມາຕະຫຼອດ

         “ ຂ້ອຍຄຸ້ນໆໜ້າເຈົ້າ ເຈົ້າຮຽນຢູ່ໂຮງຮຽນ ອຸດົມປັນຍາ ບໍ ( ເປັນຊື່ທີ່ຕັ້ງຂື້ນເອງແຕ່ບໍ່ມີຈິງ ) ? “ ຂ້ອຍຖາມ

         “ ແມ່ນແລ້ວຫາກໍ່ຍ້າຍມາ, ເຈົ້າກໍ່ຮຽນຢູ່ຫັ່ນຫວາ  “     ລາວຕອບ

         “ ແມ່ນແລ້ວ ຂ້ອຍຮຽນຢູ່ 7/5 “

         “ ຂ້ອຍຮຽນຢູ່ 7/1 “

         “ ລຸ້ນດຽວກັນເລີຍ ຂ້ອຍຊື່ຫຼີ້ນຊື່ມົດ ອັນນິສິດ “     ຂ້ອຍຊີ້ໄປທາງສິດ

         “ ຊາຍ  ຍິນດີໄດ້ຮູ້ຈັກ   “     ແລ້ວພໍ່ຍອດຊາຍກໍ່ເດ່ມືໄປຈັບມືກັບສິດຕາມມາລະຍາດ
         
         “ ຫວັງວ່າຈະໄດ້ເຈີກັນຢູ່ໂຮງຮຽນອີກ “     ຂ້ອຍສົ່ງຍີ້ມໃຫ້ຄົນລໍ່ໆ

         “ ແນ່ນອນ ດີໃດຂ້ອຍຈະໄດ້ມີໝູ່ເພີ່ມອີກ     “     ລະຖ້າຂ້ອຍບໍ່ຢາກເປັນໝູ່ເດ່ຊັ່ນ ອິອິອິ

         “ ເອົາໄວ້ເຈີກັນເທື່ອໜ້າສາຕອນນິເຮົາຕ້ອງໄປແລ້ວ ໄປມົດ “

         “ ໄປກ່ອນເດີ້ “     ສິດດຶງແຂນຂ້ອຍໄປກ່ອນທີ່ຂ້ອຍຈະລາສຸດລໍ່ຊ້ຳ

         “ ສິດ !  ຟ້າວໄປໃສເກາະ “     ແມ່ນຟ້າວໄປໃສຂ້ອຍລະໂຄດບໍ່ພໍໃຈອີ່ຕາສິດ

         “ ໃສວ່າຢາກກິນເຄັກ “

         “ ແຕ່ເຂົາຢາກໄດ້ເບີລາວ ອ່ະ “     

         “ ມັກມັນຫຼາຍຫວາ “
         
         “ ເຮີ້ຍສິດ​! ຄືເອີ້ນລາວແບບນັ້ນ “

         “ ເປັນຫຍັງເອີ້ນມັນບໍ່ໄດ້ “

         “ ບໍ່ສົມຄວນເອີ້ນຕ່າງຫາກ   “
         
         “ ປົກປ້ອງກັນວ່າຊັ່ນ “     ສິດບີບແຂນຂ້ອຍ

         “ ໂອ໋ຍ ! ເປັນບ້າຫວາສິດເຂົາເຈັບໃດ “

         “ ເຂົາຂໍໂທດ “     ສິດເວົ້າກ່ອນຈະປ່ອຍມືອອກ

         “ ກັບເທາະ “     ແລ້ວສິດກໍ່ຢ່າງໄປຫາລົດໂດຍທີ່ບໍ່ເວົ້າຫັຍງກັບຂ້ອຍ

         ຕະຫຼອດທາງທີ່ສິດຂັບລົດມາ ເຮົາບໍ່ເວົ້າຫຍັງກັນເລີຍ ຂ້ອຍຮູ້ສຶກແປກ ແລະ ຢ້ານສິດທັນທີ ລາວບໍ່ເຄີຍເປັນແບບນີ້ບໍ່ຮູ້ວ່າເປັນຍ້ອນຫຍັງ ຂ້ອຍເຮັດຜິດຫຍັງ ຂ້ອຍບໍ່ມັກທີ່ສິດເປັນແບບນິ ລາວເສີຍຊາເຮັດຄືຂ້ອຍບໍ່ມີຕົວຕົນ.
    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×