ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    ໜີຫົວໃຈ

    ลำดับตอนที่ #4 : ໜີ

    • อัปเดตล่าสุด 17 มิ.ย. 61


    รูปภาพที่เกี่ยวข้อง

    ຂ້ອຍບໍ່ໜ້າເລີຍ, ບໍ່ໜ້າບອກຊື່ແທ້

    << Valinda Talk >>

              ຕອນນີ້ຂ້ອຍຢືນຢູ່ໃນງານ ແລະ ແຂກກໍ່ເລີ່ມທະຍອຍກັນມາແລ້ວ ວ່າແຕ່ຈົນປານນີ້ແລ້ວຈັກຫົວໜ້າຂ້ອຍໄປຢູ່ໃສ.

    ‘ຕຸ໋ບ’

              ພໍຂ້ອຍຫັນຫຼັງໄປກໍ່ໄປຕຳກັບແຂກໃນງານ

    “ຂໍໂທດເດີ້ ເປັນຫຍັງຫຼາຍບໍ່” ຂ້ອຍຟ້າວຂໍໂທດແລ້ວເງີຍໄປເບິ່ງໜ້າກໍ່ຮູ້ວ່າບໍ່ແມ່ນແຂກ ແຕ່ແມ່ນເຈົ້າພາບຕ່າງຫາກ

    “ບໍ່ເປັນຫຍັງ ແລ້ວເຈົ້າມາເຮັດຫຍັງຢູ່ນີ້ ບໍ່ໄປເບິ່ງຫຼັງເວທີ”        ອາທິດວ່າ

    “ຫຼັງເວທີຮຽບຮ້ອຍໝົດແລ້ວ ຂ້ອຍເລີຍອອກມາເບິ່ງຄວາມຮຽບຮ້ອຍແຖວນີ້”

    “ເຈົ້າຮູ້ບໍ່? ຂ້ອຍຄຸ້ນໜ້າເຈົ້າຈັ່ງໃດກໍ່ບໍ່ຮູ້”      

              ຫຼືວ່າອາທິດຊິຈື່ເຮົາໄດ້!

    “ຂ້ອຍວ່າຂ້ອຍໄປເບິ່ງວຽກຊ່ວຍເອື້ອຍໜິງຢູ່ຫຼັງເວທີດີກວ່າ ງານໃກ້ຊິເລີ່ມແລ້ວ, ຂໍຕົວກ່ອນເດີ້”

              ຂ້ອຍຟ້າວຍ່າງອອກມາຈາກອາທິດເພາະຖ້າຢູ່ຕໍ່ລາວຄົງຈັບພິລຸດຂ້ອຍໄດ້ ແລະ ຕໍ່ໄປນີ້ຂ້ອຍກໍ່ຄົງຈະຕ້ອງຫ່າງໆລາວໄວ້ແລ້ວລະ

              ບັນຍາກາດພາຍໃນງານດຳເນີນໄປດ້ວຍດີ, ຮູ້ສຶກວ່າແຂກແລະນັກຂ່າວຈະມັກຊຸ້ມຖ່າຍຮູບທີ່ເຮົາກຽມໄວ້ ເຫັນແບບນີ້ລະກະສຸກໃຈ ຜົນງານຂອງເຮົາທັງນັ້ນ ອິອິ.

    “ດາ ອ້າຍທອງຖາມຫາ”    ອ້າຍປ໋ອງຊ່າງໄຟຍ່າງມາບອກ

    “ໂດຍ, ລາວຢູ່ໃສ” ຂ້ອຍຖາມ

    “ຢູ່ເບື້ອງບູ໊ດອາຫານພຸ້ນນະ”

    “ຂອບໃຈເດີ້ອ້າຍປ໋ອງ”      ເວົ້າແລ້ວຂ້ອຍກໍ່ຍ່າງໄປ

              ຂ້ອຍຍ່າງມມາທາງບູ໊ດອາຫານແນມຊ້າຍແນມຂວາກໍ່ຍັງບໍ່ເຫັນອ້າຍທອງຢູ່, ແຕ່ສາຍຕາຂ້ອຍກັບໄປປະທະກັບຄົນໆໜື່ງເຊິ່ງຂ້ອຍບໍ່ໄດ້ເຈິລາວມາດົນແລ້ວ.

    “ບໍ່ແມ່ນຕີ້!!!”     ຂ້ອຍເວົ້າກັບໂຕເອງ

              ຂ້ອຍກຳລັງສົງໄສວ່າຄົນຜູ້ນັ້ນ ຄືໝູ່ທີ່ຮຽນຢູ່ປໍ1 ແລະຖ້າຈື່ບໍ່ຜິດລາວເປັນໝູ່ຂອງອາທິດນໍາ . ແຕ່ທີ່ແນ່ໆ ລາວກຳລັງຍ່າງມາທາງນີ້ແລ້ວ ‘ ລະເຮົາຊິຢູ່ໃຫ້ລາວຈັບໄດ້ເຮັດຫຍັງລະໜີດີກວ່າ’.

              ຄິດໄດ້ຂ້ອຍກໍ່ຟ້າວຍ່າງໄວໄປທາງຫຼັງເວທີເພື່ອຊິຫາທາງໜີ.

    ‘ອ້າວດາ! ອ້າຍຊອກຫາຢູ່ກີ້ນີ້”        ໂອ໊ຍອ້າຍທອງຊິມາຫຍັງຕອນນິຄົນແຮງຟ້າວໆຢູ່ ຂ້ອຍແນມເບິ່ງຕາມຫຼັງກໍ່ເຫັນໝູ່ຂອງອາທິດຍ່າງມາໃກ້ແລ້ວ.

    “ອ້າຍວ່າຊິໃຫ້ດາ...ດາໆດຽວຊິໄປໃສ”

    “ເຮົາ...ເຮົາເຈັບທ້ອງແຮງ, ເອົາໄວ້ຈື່ງລົມກັນເດີ້ອ້າຍທອງ”       

              ເວົ້າແລ້ວຂ້ອຍກໍ່ໃສ່ເກຍໝາມຸ້ງໜ້າໄປທີ່ຫ້ອງນ້ຳເຊິ່ງໝູ່ຂອງອາທິດກໍ່ນຳມາຕິດໆ, ຂ້ອຍເຂົ້າມາຫຼົບໃນຫ້ອງນ້ຳ ແຕ່ໝູ່ຂອງອາທິດຍັງຢືນເຝົ້າຢູ່ໜ້າຫ້ອງນ້ຳ.

    “ໂອ໊ຍ..ຊິມາເຝົ້າຫຍັງຢູ່ນີ້”

              ແລະ ໃນຂະນະທີ່ຂ້ອຍຈອບເບິ່ງໝູ່ຂອງອາທິດຢູ່ນັ້ນກໍ່ມີມືປິດສະໜາມາຈັບທີ່ບ່າຂ້ອຍ

    “ດາ!”

    “ເຮີ້ຍ!!!”          ພໍຂ້ອຍຫັນໄປເທົ່ານັ້ນລະ

    “ເອື້ອຍໜິງ...ຕົກໃຈໝົດມາເຮັດຫຍັງຢູ່ນີ້”

    “ເອື້ອຍກະມາເຂົ້າຫ້ອງນ້ຳ, ວ່າແຕ່ດາເທາະມາຈອບເບີ່ງຫຍັງຢູ່ນີ້”

    “ເຮົາ...ເຮົາກຳລັງຈອບເບິ່ງຜູ້ຊາຍ, ເຮົາເຫັນລາວຢືນຢູ່ໜ້າຫ້ອງນ້ຳດົນແລ້ວ ບໍ່ຮູ້ວ່າເປັນໂຣກຈິດບໍ່”

    “ຫ໋ະ ! ໂຣກຈິດຫວາ, ດຽວເອື້ອຍຈັດການເອງ”

    “ດຽວໆ! ເອື້ອຍໜິງຊິໄປໃສ”         ຂ້ອຍດຶງແຂນເອື້ອຍໜິງໄວ້ກໍ່ບໍ່ທັນ

              ບໍ່ພໍ2ນາທີເອື້ອຍໜິງກໍ່ກັບມາ

    “ດາ...ມັນໄປແລ້ວລະ, ເອື້ອຍໄລ່ມັນໄປແລ້ວ”

    “ໄປແທ້ໃດ”       ຂ້ອຍຖາມເພື່ອຄວາມແນ່ໃຈ

    “ເອື້ອຍໄລ່ໜີແລ້ວ ເຮົາອອກໄປກັນເທາະ”     ເອື້ອຍໜິງດອງແຂນຂ້ອຍອອກມາຈາກຫ້ອງນ້ຳ

              ແຕ່ຄິດໄປຄິດມາແລ້ວ ໝູ່ອາທິດຄົງຍັງບໍ່ທັນກັບເທື່ອ ແລະ ຖ້າເຈິກັນໃນງານອີກຄົງຊວຍ

    “ເອີ່! ເອື້ອຍໜິງເຮົາເຈັບທ້ອງ”

    “ອ້າວ ເຈັບຫຼາຍບໍ່”         ເອື້ອຍໜິງຖາມ

    “ເຈັບແຮງໆ ສົງໄສເຮົາຊິເຮັດວຽກຕໍ່ບໍ່ໄດ້ແລ້ວ”

    “ລະຊິເຮັດຈັ່ງໃດບາດນິ ວຽກກະຍັງບໍ່ແລ້ວໃດ”

    “ບໍ່ມີຫຍັງຫຼາຍດອກ, ເຮົາຝາກຄອບອ້າຍທອງໃຫ້ແດ່ເດີ້,​ ເຮົາເຈັບທ້ອງແຮງບໍ່ໄຫວແລ້ວ”

    “ໄປໂຮງໝໍດີກວ່າເອື້ອຍວ່າ”

    “ບໍ່ໆ ເຮົາວ່າເຮົາກັບໄປພັກຢູ່ບ້ານດຽວກະເຊົາ”

    “ຊິກັບໄຫວຫວາ”

    “ໄຫວໆ”

    “ເອົາຈັ່ງຊິດຽວເອື້ອຍຫາຄົນໄປສົ່ງ ຖ້າຢູ່ນີ້ແປັບໜື່ງ”

    “ດຽວໆເອື້ອຍໜິງ”

    “ແປັບດຽວ ດຽວເອື້ອຍໄປບອກລຸນໃຫ້ໄປສົ່ງ, ດຽວເອື້ອຍມາເດີ້”          ວ່າແລ້ວເອື້ອຍໜິງກໍ່ຟ້າວຍ່າງໄປ

              ບໍ່ດົນດາລຸນນີກໍ່ພາຂ້ອຍມາສົ່ງຢູ່ເຮືອນ, ເກືອບເອົາໂຕບໍ່ລອດເນາະ, ມື້ນີ້ຕ້ອງໄດ້ລາງານເປັນເຄິ່ງມື້ ແຕ່ກໍ່ດີຄືກັນຈື່ງມີເວລາພັກ.

    “ກັບມາໄວແທະລູກໃສວ່າມີງານບໍ່ແມ່ນຫວາ” ແມ່ຖາມ

    “ເຮົາບໍ່ຄ່ອຍສະບາຍເລີຍຂໍກັບມາກ່ອນ”

    “ອ້າວ! ເປັນຫຍັງລະລູກມື້ເຊົ້ານີ້ຄືຍັງດີໆຢູ່”

    ບໍ່ເປັນຫຍັງຫຼາຍດອກດຽວເຮົານອນພັກກະຄືຊິເຊົາ”

    “ຊັ່ນກະເຂົ້າໄປນອນພັກສາ”

    “ໂດຍ”  

    “ເອີ່ ດາ!”          ຂ້ອຍກຳລັງຈະເຂົ້າຫ້ອງ ແຕ່ແມ່ກໍ່ເອີ້ນກ່ອນ

    “ມື້ອື່ນ ລູກບໍ່ລືມຕີ້”

    “ໂດຍ, ເຮົາບໍ່ລືມດອກ”

    “ແມ່ບອກຄຳໄວ້ນຳ, ລູກບໍ່ວ່າຫຍັງຕີ້”

    “ໂດຍ, ແລ້ວແຕ່ແມ່ເລີຍ”  ເວົ້າແລ້ວຂ້ອຍກໍ່ເຂົ້າມາໃນຫ້ອງ

              ມື້ອື່ນເປັນວັນສຳຄັນ, ຄືວັນຄົບຮອບທີ່ພໍ່ຈາກພວກເຮົາໄປ ທຸກປີພວກເຮົາຈະພາກັນໄປເຮັດບຸນຢູ່ວັດ ແລະ ປີນີ້ກໍ່ເຊັ່ນເຄີຍ, ເຮົາຈະພາກັນໄປເຮັດບຸນ ແລະ ບົວລະບັດທາດທີ່ເກັບກະດູກຂອງພໍ່, ຫຼາຍປີແລ້ວທີ່ພໍ່ຈາກໄປ ແຕ່ຄວາມຮັກ ແລະ ຄິດຮອດກໍ່ຍັງຄືເກົ່າ.

    <>

    “ຫ໋ະ ! ວ່າຫຍັງເກາະ”      ຂ້ອຍທວນຄຳຄືນໃໝ່ເພາະຂ້ອຍບໍ່ແນ່ໃຈວ່າຂ້ອຍຟັງຖືກຫຼືບໍ່

    “ກູວ່າກູເຈິດາ”    ທ໋ອບວ່າ

    “ລະມຶງຄືບໍ່ພາລາວມາ”     ໂບ້ວ່າ

    “ເຫັນໜ້າກູປັບກະແລ່ນໜີກູເລີຍ, ຊິໃຫ້ກູພາມາຈັ່ງໃດ?”        ທ໋ອບຕອບ

    “ໂຕແນ່ໃຈລະວ່າແມ່ນດາ” ຂ້ອຍຖາມຍ້ຳ

    “ເອີ່! ແນ່ຍິ່ງກວ່າແນ່ອີກ ເພາະເຫັນໜ້າກູປັບກະແລ່ນໜີກູໂລດ” ທ໋ອບເວົ້າພ້ອມຍົກຈອກນ້ຳກິນ

    “ລະລາວຊິແລ່ນໜີມຶງເຮັດຫຍັງ?”   ໂອລ້າຖາມ

    “ກູກະບໍ່ຮູ້”        ທ໋ອບວ່າ

    “ລະມຶງຄືບໍ່ນຳໄປ?”        ໂບ້ວ່າ

    “ກູນຳແລ້ວ ແຕ່ລາວເຂົ້າໄປໃນຫ້ອງນ້ຳຍິງ ກູກະຢືນຖ້າຢູ່ ລະກະມີມະນຸດປ້າມາດ່າກູຫາວ່າກູເປັນໂຣກຈິດ”

    “ໜ້າມຶງໃຫ້ຫວ໋ະ ... ຮາໆໆໆໆໆ”   ໂບ້ເວົ້າແລ້ວກໍ່ຫົວໄປນຳ

    “ສະແດງວ່າດາບໍ່ຕ້ອງການທີ່ຈະພົບໃຜ”       ຂ້ອຍວ່າ

    “ແຕ່ທີ່ສຳຄັນ, ດາມາເຮັດຫຍັງຢູ່ນີ້?          ທ໋ອບວ່າ ທຸກຄົນມິດ ແລະ ໃຊ້ຄວາມຄິດ

    “ກ່ອນເຂົ້າງານທຸກຄົນຕ້ອງລົງທະບຽນໜ້າງານບໍ່ແມ່ນຫວາ?”    ທ໋ອບເວົ້າຕໍ່

    “ດຽວເຮົາໃຫ້ພະນັກງານເອົາລາຍຊື່ລົງທະບຽນມາໃຫ້ ລະເຮົາມາເບິ່ງນຳກັນວ່າມີຊື່ດາບໍ່”     ຂ້ອຍວ່າ

              ຂ້ອຍໃຫ້ສະໝານເອົາລາຍຊື່ແຂກໃນງານມາໃຫ້, ພວກເຮົາທັງ4ຄົນຊ່ວຍກັນອ່ານເບິ່ງແລ້ວ ແຕ່ກໍ່ບໍ່ມີຊື່ດາ.

    “ເບິ່ງຈົນຕາຈື້ນໝົດລະນິ ບໍ່ມີຊື່ອິນທິດາຈັກໃບ”         ໂອລ້າວ່າ

    “ເປັນໄປໄດ້ບໍ່ວ່າດາຊິບໍ່ແມ່ນແຂກ”   ທ໋ອບວ່າ

    “ເຮີ້ຍ! ຫຼືດາຊິເປັນພະນັກງານຢູ່ບໍລິສັດມຶງ”    ໂອລ້າວ່າ

    “ມີໂອກາດເປັນໄປໄດ້”     ຂ້ອຍວ່າ

    “ທ່ານ ອາທິດ, ປະທານໃຫ້ມານຳ”   ສະໝານເຂົ້າມາບອກ

    “ອື່ມ...ດຽວຂ້ອຍອອກໄປເດີ້”       

    “ກູວ່າຖ້າບໍ່ແມ່ນຄົນໃນບໍລິສັດມຶງກໍ່ຕ້ອງແມ່ນຄົນໃນບໍລິສັດຮັບຈັດງານ”   ທ໋ອບວ່າ

    “ຖ້າໂຕວ່າແບບນັ້ນ... ເຮົາກໍ່ສົງໄສຢູ່ຄົນໜື່ງ”

    ....ທີ່ວັດ...

    <>

    “ດົນໆໄດ້ມາວັດກະສະບາຍໃຈດີເນາະ”        ອ້າຍຄຳວ່າ

              ພວກເຮົາພາກັນມາເຮັດບຸນແຕ່ເຊົ້າ ແລະ ຕອນນີິ້ພວກເຮົາກໍ່ກຳລັງຈະກັບບ້ານ, ເຊິ່ງມີອ້າຍຄຳເປັນຄົນຂັບລົດພາເຮົາສອງແມ່ລູກມາ.

    “ແມ່ກໍ່ຢາກຫາເວລາມາດຸໆຢູ່”       ແມ່ວ່າ

    “ເຂົ້າກັນຂະໜາດເນາະ”    ຂ້ອຍວ່າ

    “ເປັນຫຍັງໄປດາ...ເຫັນແມ່ຮັກອ້າຍຫຼາຍກ່ອນລະອິດສາແມ່ນບໍ່ນິ”         ອ້າຍຄຳວ່າ

    “ເຮົາບໍ່ອິດສາດອກ ເພາະແມ່ເຮົາມີລູກສາວຄົນດຽວ”

    “ຊັ່ນ ເຮົາຂໍເປັນລູກຊາຍແມ່ອີກຜູ້ໜື່ງເດີ້”      ອ້າຍຄຳວ່າ ຄົນອີ່ຫຍັງຖະແຫຼງເກັ່ງແທ້

    “ໄດ້ໆ ແມ່ກະມີລູກສາວຄົນດຽວ ມີລູກຊາຍຕື່ມອີກຄົນໜື່ງຊິເປັນຫຍັງ”   ແມ່ເວົ້າແລ້ວຍີ້ມໄປນຳ

    “ເຫັນບໍ່ ອ້າຍເປັນລູກຊາຍແມ່ລະໃດ          ອ້າຍຄຳວ່າ

    “ເອີ່ໆ ໂອກັນເຂົ້າໄປ”       ຂ້ອຍເວົ້າແລ້ວເບັດໜ້າໜີ

              ຂ້ອຍແນມເຫັນຍິງໄວກາງຄົນຜູ້ໜື່ງ ແລະ ຂ້ອຍກໍ່ຍັງຈື່ລາວໄດ້ບໍ່ລືມ ເຖິງຈະບໍ່ໄດ້ພົບກັນມາຫຼາຍປີແລ້ວກໍ່ຕາມ.

    “ອ້າຍຄຳ, ພາແມ່ໄປຂື້ນລົດກ່ອນເດີ້ ດຽວເຮົານຳໄປ ພໍດີເຫັນຄົນຮູ້ຈັກ”    ຂ້ອຍຫັນໄປບອກແມ່ກັບອ້າຍຄຳ

    “ອື່ມ...ລະຮີບມາເດີ້ລູກ”   ແມ່ວ່າ

              ວ່າແລ້ວຂ້ອຍກໍ່ຍ່າງເຂົ້າໄປຫາຍິງໄວກາງຄົນຜູ້ນັ້ນ.

    “ເອື້ອຍຄູກີ້”       ຂ້ອຍຮ້ອງໃສ່ເຮັດໃຫ້ຍິງໄວກາງຄົນຫັນມາ

    “ສະບາຍດີ , ເອື້ອຍຄູກີ້ແມ່ນບໍ່”      ຂ້ອຍຖາມ

              ເອື້ອຍຄູກີ້ ຫຼື ຄູພອນໄຂ່ ເປັນຄູປະຈຳຊັ້ນປໍ1 ທີ່ຂ້ອຍຮຽນຢູ່ໂຮງຮຽນຕົ້ນຮັກ . ເມື່ອຕອນທີ່ຂ້ອຍສ້າງວີລະກຳສຸດອາຍໄວ້ ກໍ່ໄດ້ເອື້ອຍຄູກີ້ນິລະເປັນຜູ້ພາຂ້ອຍອອກມາຈາກເຫດການອັນໂຫດຮ້າຍນັ້ນ, ຂ້ອຍຈື່ງບໍ່ຄິດທີ່ຈະລືມຄູຜູ້ນີ້.

    “ສະບາຍດີ”       ເອື້ອຍຄູທັກທາຍແບບງົງໆ

    “ເຮົາເຄີຍຮຽນນຳເອື້ອຍຄູຕອນຢູ່ໂຮງຮຽນຕົ້ນຮັກ”      ຂ້ອຍວ່າ

    “ໂອ...ເອື້ອຍກະຈື່ບໍ່ຄ່ອຍໄດ້ລະ ນັກຮຽນຫຼາຍ”

    “ເຮົາ ອິນທິດາເດີ້ ເອື້ອຍຄູເຄີຍສອນເຮົາປະມານ 15-16 ປີກ່ອນ”

    “ໂທດເດີ້ເອື້ອຍຍັງຄິດບໍ່ອອກ”        ເອື້ອຍຄູຍີ້ມແຫ້ງໆ

    “ບໍ່ເປັນຫຍັງ ເຮົາໄດ້ເຈິເອື້ອຍຄູມື້ນີ້ເຮົາກໍ່ດີໃຈສຸດໆແລ້ວ”

    “ເປັນຈັ່ງໃດມາຈັ່ງໃດລະດຽວນີ້, ຍັງດີໃດທີ່ຍັງຈື່ເອື້ອຍຢູ່, ເອື້ອຍນິບໍ່ຈື່ໃຜລະ”       ເອື້ອຍຄູເວົ້າແລ້ວກໍ່ຫົວ

    “ເຮົາຮຽນຈົບແລ້ວ, ດຽວນິເຮັດວຽກນຳບໍລິສັດເອກະຊົນ . ເອື້ອຍຄູສະບາຍດີຕີ້ ດຽວນີ້ເອື້ອຍຄູສອນຢູ່ໃສ”

    “ເອື້ອຍຍັງສອນຢູ່ບ່ອນເກົ່າ ແຕ່ສອນຊັ້ນມັດທະຍົມ, ເອື້ອຍດີໃຈເດ້ທີ່ຍັງມີລູກສິດຈື່ຢູ່”        ເອື້ອຍຄູເອື້ອມມືມາຈັບມືຂ້ອຍ

    “ແລ້ວເອື້ອຍຄູມາກັບໃຜ?”

    “ເອື້ອຍມາກັບນ້ອງສາວ, ລາວເອົາລົດໄປມ້ຽນຢູ່. ເດະ! ມາພຸ້ນລະ”        ຂ້ອຍຫັນໄປຕາມເອື້ອຍຄູກໍ່ເຫັນນ້ອງສາວຂອງເອື້ອຍຄູຍ່າງມາ, ທ່າທາງຄົງຈະເປັນນ້ອງຂ້ອຍປະມານ 2 ປີ.

    “ຄັນຊັ້ນເຮົາກັບກ່ອນເດີ້ ຫວັງວ່າຄົງໄດ້ເຈິເອື້ອຍຄູອີກ”

    “ເຊັ່ນກັນເດີ້ ຂໍໃຫ້ໂຊກດີອິນທິດາ”

    “ໂດຍ”

              ຂ້ອຍລາເອື້ອຍຄູ ແລ້ວຍ່າງມາທີ່ລົດ ແລ້ວຂ້ອຍກໍ່ຄິດສິ່ງໜື່ງອອກ ນັ້ນເປັນຄວາມຜິດພາດທີ່ຂ້ອຍໄດ້ເຮັດລົງໄປ

    ‘ໂອ໋ຍດາ ! ເຮັດຫຍັງລົງໄປ’          ຂ້ອຍເອົາກຳປັ້ນຕີຫົວຕົວເອງ

    “ອ້າວດາ, ເປັນຫຍັງລູກ”    ແມ່ຖາມເມື່ອເຫັນຂ້ອຍເຮັດແບບນັ້ນ

    “ອໍ...ບໍ່ມີຫຍັງ, ເຮົາກັບກັນເທາະ”    ຂ້ອຍເຂົ້າໄປນັ່ງໃນລົດ ແລ້ວພວກເຮົາ3ຄົນກໍ່ກັບບ້ານ

              ຂ້ອຍບໍ່ໜ້າເລີຍ, ບໍ່ໜ້າບອກຊື່ແທ້ເອື້ອຍຄູ, ລາວບໍ່ຈື່ກໍ່ດີແລ້ວ ບໍ່ໜ້າຈະຕ້ອງບອກ,​ຖ້າຄົນອື່ນມາຖາມເອື້ອຍຄູຊິເຮັດຈັ່ງໃດ ? ໂດຍສະເພາະອາທິດ !.






    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×