คืนค่าการตั้งค่าทั้งหมด
คุณแน่ใจว่าต้องการคืนค่าการตั้งค่าทั้งหมด ?
ลำดับตอนที่ #2 : ຄັບຄາຍຄັບຄາ
ຫຼັງຈາກເລີກປະຊຸມ ຂ້ອຍກໍ່ຟ້າວອອກມາຈາກຫ້ອງປະຊຸມທັນທີ.
“ດາ…ດາ ດຽວກ່ອນ ຖ້າເຂົາແດ່“ ນີ່ນ່າຟ້າວແລ່ນມາດຶງແຂນຂ້ອຍໄວ້
“ມີຫຍັງບໍ່ນ່າ?“
“ເພີ່ນຊິຟ້າວໄປໃສດາ, ເພີ່ນເປັນຫຍັງບໍ່ນິ ຫຼື
ວ່າບໍ່ສະບາຍ?“
“ບໍ່ໆ ເຂົາບໍ່ໄດ້ເປັນຫຍັງ“
“ແຕ່ເຂົາວ່າເປັນ ເພິ່ນໃຈລອຍແຕ່ຢູ່ຫ້ອງປະຊຸມລະ
, ຫົວຫນ້າເວົ້າກະບໍ່ຕັ້ງໃຈຟັງ “
“ເຂົາ…ເຂົາຫິວເຂົ້ານະ ເຮົາຮີບໄປກິນເທາະ“
“ຫິວເຂົ້ານິໃດ…ດາເອີ້ຍຄິດວ່າບໍ່ສະບາຍ“ ນີ່ນ່າແກວ່ງຫົວຄ່ອຍໆ
“ຊັ່ນເຮົາຮີບໄປເທາະ“ ນີ່ນ່າວ່າແລ້ວຈູງແຂນຂ້ອຍໄປ ແຕ່ວ່າ
“ດາ…ນ່າ “ ອ້າຍທອງເອີ້ນພວກເຮົາ
ແຖມຍັງມາກັບອາທິດອີກ
“ຊິພາກັນໄປໃສ?“ ອ້າຍທອງຖາມ
“ເຮົາກຳລັງຊິພາກັນໄປກິນເຂົ້າ, ໄປນຳກັບບໍ່ອ້າຍທອງ“ ນ່າຕອບ
ແຕ່ໃນໃຈຂ້ອຍ
ບໍ່ຢາກໃຫ້ນ່າຕອບແບບນັ້ນເລີຍ
“ພໍດີເລີຍ ອ້າຍກໍ່ກຳລັງຈະໄປກິນເຂົ້າ , ມື້ນິ ທ່ານ
ອາທິດເພີ່ນອາສາເປັນເຈົ້າມື" ອ້າຍທອງວ່າ
“ບໍ່ເປັນຫຍັງ…ອ້າຍໄປໂລດ ດຽວເຮົາສອງຄົນໄປກິນຕ່າງຫາກ“ ຂ້ອຍຟ້າວປະຕິເສດ
“ບໍ່ຕ້ອງເກງໃຈດອກກິນຫຼາຍໆຄົນຈື່ງແຊບ, ອີກຢ່າງເຮົາກໍ່ລົມເລື່ອງວຽກເຮົາໄປນຳ
“ ອາທິດວ່າ
“ດີເລີຍ…ໄປເນາະດາ“ ນ່າຫັນມາຫາຂ້ອຍ ສາຍຕາແບບວ່າ ຕ້ອງໄປ
“ຊັ່ນກະແລ້ວແຕ່ຫົວໜ້າເລີຍ“ ຂ້ອຍວ່າ
“ທ່ານ ອາທິດ ລົດຖ້າຢູ່ລຸ່ມແລ້ວ“ ສະໝານຍ່າງເຂົ້າມາ
“ອື່ມ…ຊັ່ນກະໄປນຳກັນເລີຍ ເຊີນ“ ອາທິດວ່າ ແລ້ວຍ່າງນຳໄປ
……………ຮ້ານ ອາຫານ ……………
“ສັ່ງຕາມສະບາຍເລີຍ “ ອາທິດວ່າ
“ດາ ກິນຫຍັງດີເຮົາ “ ນ່າຖາມຂ້ອຍ
“ແລ້ວແຕ່ນ່າເລີຍ ສັ່ງເພື່ອເຂົາແດ່“ ຊອບຈອບ
ໃນລະຫວ່າງທີ່ຢູ່ໂຕະອາຫານ
ຂ້ອຍບໍ່ກ້າແມ່ນແຕ່ຊິແນມເບີ່ງໜ້າອາທິດ ບໍ່ຮູ້ວ່າລາວແນມເບີ່ງຫນ້າຂ້ອຍຢູ່ບໍ່
ແຕ່ຂ້ອຍກໍ່ຄົງບໍ່ໄດ້ຢູ່ໃນສາຍຕາຂອງລາວຢູ່ແລ້ວ ດຽວມື້ນີ້ມັນກໍ່ຜ່ານໄປ.
“ເຈົ້າຊື່ດາແມ່ນບໍ່?“
ໃນລະຫວ່າງທີ່ກິນເຂົ້າຢູ່
ອາທິດກໍ່ຖາມຂື້ນມາ, ຫຼືວ່າ ລາວຊິຈື່ເຮົາໄດ້ຫວະ? ຕາຍແລ້ວດາເຮັດຈັ່ງໃດດີ.
“ແມ່ນ ຜູ້ນິຊື່ດາ ຊື່ແທ້ຊື່ວາລິນດາ ເປັນຜູ້ອອກແບບຕົບແຕ່ງງານ
“ ຫົວໜ້າທອງຕອບ
ສ່ວນຂ້ອຍກໍ່ໄດ້ແຕ່ຍີ້ມ
ແລ້ວກົ້ມໜ້າກິນຕໍ່
“ຂ້ອຍຮູ້ສຶກຄຸ້ນໜ້າເຈົ້າ ບໍ່ຮູ້ວ່າເຮົາເຄີຍຮູ້ຈັກກັນ
ຫຼືບໍ່?“ ອາທິດຖາມ
“ບໍ່ ! ຂ້ອຍບໍ່ເຄີຍພົບ ທ່ານ ອາທິດ ຢູ່ໃສມາກ່ອນດອກ“ ຂ້ອຍຟ້າວຕອບ
“ໝູ່ຂ້ອຍຄົນໜື່ງລາວກໍ່ຊື່ດາ , ແຕ່ບໍ່ໄດ້ພົບກັນດົນແລ້ວ
“ ອາທິດເວົ້າແລ້ວກໍ່ຫັນໄປລົມວຽກກັບຫົວໜ້າທອງຕໍ່
ຂ້ອຍໄດ້ແຕ່ຍີ້ມແຫ້ງໆ
, ກິນເຂົ້ກໍ່ບໍ່ລົງ ຈັກປານໃດຫົວໜ້າຊິພາກັບ
“ອ້າວ ! ອີ່ມລະຫວາດາຄືວ່າຫິວເຂົ້າ “ ນ່າຖາມ
“ອື່ມ…ອີ່ມແລ້ວ ຫິວໆລະມາກິນກໍ່ເລີຍກິນໄດ້ໜ້ອຍ“
ຂ້ອຍຫັນໜ້າໄປທາງອາທິດພໍດີເຫັນລາວກຳລັງແນມເບີ່ງຂ້ອຍຢູ່
, ຫຼືວ່າລາວຈະຮູ້ວ່າແມ່ນຂ້ອຍ .
……..
“ຖ້າທຸກຄົນອີ່ມລ້ວ ກໍ່ຕ້ອງຂໍໂຕພາທີມງານກັບເລີຍເດີ້,
ຂອບໃຈ ທ່ານ ອາທິດຫຼາຍໆ ທີ່ລ້ຽງເຂົ້າພວກເຮົາ“ ຫົວໜ້າທອງເວົ້າ
“ບໍ່ເປັນຫຍັງຖືວ່າສ້າງຄວາມລື້ງເຄີຍ“ ອາທິດວ່າ
“ຖ້າທ່ານ ອາທິດວ່າແບບນັ້ນກໍ່ຖືເປັນກຽດຫຼາຍ ເອົາໄວ້ວັນສຸກຊິໃຫ້ດາໄປກຽມງານຢູ່ສາຂາໃໝ່ເລີຍ
“
ຫົວໜ້າທອງຕອບອາທິດແບບບໍ່ຖາມຂ້ອຍເລີຍວ່າຂ້ອຍຢາກໄປບໍ່
“ໄປ໋ພວກເຮົາຂື້ນລົດ“ ອ້າຍທອງວ່າ
“ຂອບໃຈເດີ້ !!!“ ທີມງານພວກເຮົາກໍ່ພາກັນຂອບໃຈອາທິດຢ່າງໃຫ່ຍ
“ອ້າຍທອງວ່າງກີ້ນີ້ອ້າຍທອງວ່າຊິໃຫ້ນ້ອງໄປກຽມງານ“ ຂ້ອຍຖາມ
“ແມ່ນ…ກະງານນີ້ເຈົ້າເປັນຄົນອອກແບບ ເຈົ້າກໍ່ຕ້ອງໄປຄຸມງານເອງຄືແຕ່ລະເທື່ອ“
“ແຕ່ງານໃຫ່ຍແບບນີ້ນ້ອງຊິເຮັດຄົນດຽວໄດ້ຈັ່ງໃດ“
“ໃຫ່ຍກວ່ານີ້ກໍ່ເຮັດມາແລ້ວຕົວະ“
“ແຕ່ມັນບໍ່ຄືກັນ ນ້ອງຢ້ານນ້ອງເຮັດພາດ, ນ້ອງຂໍຖອນໂຕເດີ້ໃຫ້ນ່າໄປເຮັດແທນກະໄດ້“
“ນ່າຊິເຮັດແທນຈັ່ງໃດ ວຽກລາວກະມີ, ຊັ່ນມີເວລາອ້າຍຊິໄປເບີ່ງຊ່ວຍ
ຖ້າມີບັນຫາກະມາປືກສາອ້າຍໂລດ“
ໂອ໋ຍ… ຂ້ອຍຕ້ອງເຈິກບອາທິດອີກແມ່ນບໍ່ນິ
ຊໍ່ານິກໍ່ຢ້ານລາວຈື່ລະນິວ່າແມ່ນເດັກຄົນນັ້ນ…ຄົນທີ່ເຊີ່ເລີ່ຊ່າລ່າ ໄປບອກຮັກລາວ.
<< Athit Talk>>
ຂ້ອຍມານັ່ງຄິດແລ້ວຄິດອີກ, ວາລິນດາທີ່ຂ້ອຍພົບໃນມື້ນີ້
ລາວມີສ່ວນຄ້າຍກັບອິນທິດາເມື່ອຫຼາຍປີກ່ອນ.
“ຮາໂຫຼ”
“ໂອລ້າ, ເຮົາອາທິດເດີ້”
ຂ້ອຍກົດໂທລະສັບໄປຫາໝູ່ສະໜິດຕັ້ງແຕ່ສະໄໝຮຽນອະນຸບານ
“ເອີ່ ວ່າຈັ່ງໃດ”
“ເຮົາມາລາວລະໃດ”
“ເຮີ້ຍ !
ມຶງມາມື້ໃດຄືບໍ່ບອກກູ”
“ອາທິດໜື່ງແລ້ວ,
ຄາເບິ່ງວຽກຊ່ວຍພໍ່ເລີຍບໍ່ໄດ້ບອກ”
“ມຶງນິ ! ລະມີໃຜຮູ້ແດ່ລະນິ “
“ຍັງບໍ່ມີໃຜຮູ້
ເຮົາບອກໂຕຄົນແລກເລີຍ”
“ເຫັນກູສຳຄັນວ່າຊັ້ນ”
“ເອີ່”
“ລະມຶງໂທຫາກູນິ
ຄືຊິບໍ່ແມ່ນໂທມາບອກແຕ່ເລື່ອງນີ້ແມ່ນບໍ່” ໂອລ້ານິ
ຮູ້ໃຈຂ້ອຍອີ່ຫຼ
“ອືມ...ເຮົາມີເລື່ອງໃຫ້ໂຕຊ່ວຍ”
“ແນ່ກູວ່າລະ...ມີຫຍັງກະວ່າມາ”
“ມຶງຈື່ດາບໍ່?”
“ດາໃດ?”
“ອິນທິດາຫັ້ນນ່າ”
“ເອີ.....ກູບໍ່ຮູ້ຈັກ”
“ດາທີ່ຮຽນນຳມຶງຢູ່ປໍ1ຫັ້ນເດ້”
“ດາ ປໍ1........ເອີ ,
ດາທີ່ໂຕດຳໆ ຜົມກູດໆຫັ້ນຫວາ”
“ເອີ່ ! ດານັ້ນລະ”
“ລະມຶງຊິເຮັດຫຍັງ?....ຢ່າບອກໃດວ່າມຶງຊິຈີບ”
“ບໍ່! ບ້າຫວາ ກູແຄ່ຢາກຮູ້ວ່າຕອນນີ້ລາວເປັນຈັ່ງໃດແລ້ວ
“
“ໃຜຊິໄປຮູ້,
ຫຼັງຈາກທີ່ມຶງໄປລາວກະຍ້າຍໂຮງຮຽນ ບໍ່ໄດ້ຕິດຕໍ່ໃຜອີກ”
“ສະແດງວ່າຕອນນີ້ບໍ່ມີໃຜຮູ້ເລີຍແມ່ນບໍ່ວ່າລາວຢູ່ໃສ”
“ເອີ່! ວ່າແຕ່ມຶງຊິເຮັດຫຍັງ
ຢູ່ດີໆກະຖາມຫາ”
“ມື້ນີ້ເຮົາເຈິຄົນໆໜື່ງ
ເຮັດໃຫ້ເຮົາຄິດຖຶງລາວ, ເຮົາຍັງມີເລື່ອງທີ່ຢາກເວົ້າກັບລາວຢູ່ .
ໂຕຊ່ວຍນຳຫາລາວຊ່ວຍເຮົາແດ່ໄດ້ບໍ່?”
“ລະເປັນຫຍັງຕ້ອງແມ່ນກູນຳ,
ລູກນ້ອງມຶງມີເປັນສິບຄືບໍ່ໃຊ້”
“ໂຕເປັນຄົນກວ້າງຂວາງ ແລະ
ທີ່ສຳຄັນເຮົາໄວ້ໃຈໂຕທີ່ສຸດ”
“ແລ້ວຖ້າກູຫາເຈິ,
ມຶງຊິເອົາຫຍັງໃຫ້ກູ”
“ຂໍແຕ່ໂຕຫາລາວເຈິ,
ໂຕຢາກໄດ້ຫຍັງເຮົາກໍ່ຈະໃຫ້”
...
<< Valinda Talk >>
... ວັນສຸກ ...
ວັນສຸກລະຫວານິ, ຕ້ອງໄປກຽມງານແມ່ນບໍ່ນິ ! ຂໍຢ່າໃຫ້ເຈິອາທິດເລີຍ
“ດາ...ຄືເຂ່ຍເຂົ້າຫຼີ້ນ” ແມ່ຖາມ
“ເຮົາອີ່ມລະແມ່ ບໍ່ຄ່ອຍຢາກ”
“ກິນອີກຈັກໜ່ອຍແດ່ລູກ
ຈື່ງມີແຮງເຮັດວຽກ”
“ແຕ່ເຮົາອີ່ມລະນະ..”
‘ກ໋ອກໆໆ’ ທັນໃດນັ້ນສຽງເຄາະປະຕູກໍ່ດັງຂື້ນ
“ດຽວເຮົາໄປໄຂເອງ” ຂ້ອຍລຸກອອກຈາກໂຕະກິນເຂົ້າເພື່ອໄປເປີດປະຕູເຮືອນ
“ອ້າວ..ອ້າຍຄຳ,
ເຂົ້າມາໃນກ່ອນ”
“ກິນເຂົ້ານຳກັນກ່ອນຄຳ
ແມ່ເຮັດແຈ່ວໜໍ່ໄມ້ມື້ນິ “ ແມ່ວ່າ
“ເຮົາກຳລັງຄິດຢາກກິນພໍດີເລີບ,
ເຮົາບໍ່ເກງໃຈລະໃດນິ” ແລ້ວອ້າຍຄຳກໍ່ນັ່ງກິນເຂົ້າແບບໜ້າຕາເສີຍ
“ເຮົາບໍ່ເຫັນອ້າຍຄຳເກງໃຈຈັກເທື່ອ” ຂ້ອຍວ່າ
“ດາ! ເວົ້າໃຫ້ອ້າຍ” ແມ່ຮ້າຍຂ້ອຍ
“ແມ່ນຄວາມດາຫັ້ນລະແມ່,
ກະແນວກິນທີ່ແມ່ເຮັດນິແຊບອີ່ຫຼີເຮົາເລີຍບໍ່ເກງໃຈ” ອ້າຍຄຳວ່າ
“ເອົ໋າ...ຊັ່ນກະກິນຫຼາຍໆ” ແມ່ວ່າ
“ແລ້ວອ້າຍຄຳບໍ່ໄປສອນຫວາຈື່ງມານີ້” ຂ້ອຍຖາມ
“ໄປ
ອ້າຍກະມາຮັບໂຕໄປວຽກພ້ອມກັນນິລະ”
“ແຕ່ມື້ນີ້ເຮົາຕ້ອງໄປວຽກນອກຫ້ອງການໃດ”
“ບໍ່ເປັນຫຍັງດຽວອ້າຍໄປສົ່ງ”
“ລະຄຳຊິທັນວຽກຫວາ” ແມ່ຖາມອ້າຍຄຳ
“ທັນຢູ່ແມ່” ອ້າຍຄຳຕອບ
“ຊັ່ນກະຄ່ອຍໄປຄ່ອຍມາເດີ້ “
ສະຫຼຸບ ຄືຂ້ອຍຕ້ອງໄດ້ໄປກັບອ້າຍຄຳແມ່ນບໍ່ນິ.
( ອ່ານຕໍ່ສະບັບໜ້າ )
ความคิดเห็น