ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    [Exo fic KrisTao] Last Letter

    ลำดับตอนที่ #4 : Slience

    • เนื้อหาตอนนี้เปิดให้อ่าน
    • 36
      0
      9 ต.ค. 57

    THE ORA



     
     




    ນັບຕັ້ງແຕ່ມື້ນັ້ນມາກໍ່ເປັນເວລາ 2ເດືອນແລ້ວ ແລະ ທຸກເຊົ້າທີ່ເທົາຕື່ນຂື້ນມາ ມັກຈະເຫັນແມ່ບ້ານຫິ້ວຖົງອາຫານ ທີ່ມີໂພດອິດຕິດຢູ່ມາໃຫ້ເຂົາ ເຊິ່ງບໍ່ຮູ້ວ່າໃຜເປັນຄົນເອົາມາໃຫ້

    ອາຫານທີ່ເຂົາໄດ້ແຕ່ລະມື້ ລ້ວນແລ້ວແຕ່ເປັນອາຫານທີ່ເຂົາມັກ ແຕ່ເມື່ອເຂົາຖາມວ່າເອົາມາແຕ່ໃສ ແມ່ບ້ານກໍ່ບອກວ່າ ມີຄົນເອົາມາຫ່ອຍໄວ້ຢູ່ໜ້າບ້ານ

           ແຕ່ເຂົາກໍ່ພໍຈະເດົາອອກວ່າແມ່ນໃຜ ເພາະໂພດອິດທຸກໃບທີ່ເຂົາໄດ້ຮັບ ມີພຽງຄຳວ່າ ຂໍໂທດ ​ແລະ​ ລາຍ​ມືນັ້ນ​ເຂົາກໍ່ຄຸ້ນ​ເຄີຍ​ດີ

    ຄົນໆນັ້ນຄືຄຣີສ, ເທົາຈຶ່ງເລືອກທີ່ຈະບໍ່ກິນອາຫານດັ່ງກ່າວ ພ້ອມທັງ ຫີ້ວມັນອອກໄປຖິ້ມຖັງຂີ້ເຫຍື້ອຍໜ້າບ້ານ ເພາະເຂົາຮູ້ ວ່າຄຣີສຕ້ອງຢູ່ແຖວນັ້ນແນ່ນອນ

    ເພື່ອທີ່ມັນຈະເປັນການທີ່ເຮັດໃຫ້ຄຣີສຮັບຮູ້ ວ່າເທົາທີ່ເຄີຍດີໃຈ ຕອນທີ່ເຂົາເຮັດສິ່ງເລັກໆນ້ອຍໆໃຫ້ນັ້ນ ມັນໄດ້ຕາຍໄປແລ້ວອີ່ຫຼີ ແລະ ຕອນນີ້ທີ່ເຫຼືອຢູ່ມີພຽງ ຫວງຈື້ເທົາ ທີ່ເປັນຄົນຂອງ Exo ແລະພ້ອມທີ່ຈະກ້າວໄປພ້ອມກັບ Exo ຢູ່ຄຽງຂ້າງ Exo ຢ່າງ​​ແທ້ຈິງບໍ່​ໄດ້​ເປັນ​ພຽງລົມປາກ ​ເຊິ່ງຄຣີສບໍ່ມີ​ວັນ​ເຮັດ​ໄດ້

           ​ແຕ່​ໃນ​ມື້ນີ້ມັນ​ແປກ​ໄປ ​ແປກ​ເພາະ​ມື້​ນີ້​ສິ່ງ​ທີ່​ເຂົາ​ເຄີ​ຍ​ໄດ້​ທຸກ​ມື້​ ຫາຍ​ໄປ

    ​ເຂົາ​ຮູ້ສຶກ​ນ້ອຍ​ໃຈ ຄຣີສຄົງ​ຈະ​ເບື່ອ​ທີ່​ຈະ​ຕາມ​ງໍ້​ເຂົາ​ແບບ​ນີ້ ​ເຂົາ​ຄົງ​ຈະ​ບໍ່ສຳຄັນ​ສຳລັບ​ຄຣີສ​ ເພາະ​ເຂົາ​ເປັນ​ພຽງນ້ອງ​ຊາຍ​ຄົນໜຶ່ງ ບໍ່ມີ​ຫຍັງ​ສຳຄັນ​ໄປຫຼາຍກວ່າ​ນີ້ ​ເທົາ​ຍີ້ມ​ເຍາະ​ເຍີ້​ຍຕົວ​ເອງ ​ກ່ອນ​ທີ່​ນ້ຳ​ຕາ​ຂອງ​ເຂົາ​ຈະ​ໄຫລ​ອອກ​ມາ​ ໂດຍ​ບໍ່ຕັ້ງ​ໃຈ

           ອີກ​ແລ້ວ​

    ເຂົາ​ເສຍ​ນ້ຳຕາ​ໃຫ້​ຜູ້​ຊາຍ​ຄົນ​ນີ້ ອີກ​ແລ້ວ ​ແລະ ອີກ​ດົນ​ປານ​ໃດ​ ທີ່​ເຂົາ​ຈະ​ເຂັ້ມ​ແຂງ​ກັບ​ເລື່ອງ​ນີ້​ໄດ້?

     

    .................................................

     

           ​ເຂົາ​ບໍ່​ໄດ້​ຮັບ​​ໂພດ​ອິດຈາກ​ຄຣີສ​ແລ້ວ ​ຕະຫຼອດ1ອາທິດ ​ແລະ ຕອນ​ນີ້​ເວລາ 10:21’ ​ເປັນເວລາທີ່ພວກເຂົາ ຕ້ອງຂື້ນລົດ​ໄປສະໜາມບິນ​ອິນ​ຊອນ​ ເພື່ອ​ຂຶ້ນເຄື່ອງ​​ໄປ Promote album ​ໃໝ່ຂອງພວກເຂົາທີ່ສິງກະໂປໃນຂະນະ ທີ່​ເທົາ​ກຳລັງ​ຈະ​ກ້າວ​ອອກ​ຈາກ​ບ້ານ​ ສຽງ​ໂທລະສັບ​ຂອງ​ເຂົາກໍ່ດັງ​ຂື້ນ ​ແຕ່​ເຂົາ​ເລືອກ​ທີ່​ຈະ​ບໍ່ຮັບ ​ເພາະ​ເປັນ​ເບີ​ທີ່​ເຂົາ​ບໍ່ຮູ້ຈັກ ແລະ ເຂົາກຳລັງຫຍຸ້ງຢູ່

    ..............................................

           3ວັນ​ຜ່ານ​ໄປ

    ​ຕອນ​ນີ້​ພວກ​ເຂົາ​ກັບ​ມາ​ແລ້ວ ພວກ​ຮຍອງ ​ພາກັນ​ກັບ​ເຂົ້າຫ້ອງ​ຂອງ​ຕົວ​ເອງໝົດ​ແລ້ວ​ ຄົງ​ຈະ​ພາກັນ​ເມື່ອຍ​ອີ່ຫຼີ ​ແຕ່​ບໍ່ທັນ​ທີ່​ເທົາ​ຈະ​ໄດ້​ພັກ ​ກໍ່ມີ​ແມ່​ບ້ານ​ແລ່ນ​ມາ ບ​ອກວ່າ​ມີ​ຄົນ​ມາ​ຫາ ບອກ​ວ່າ​ມີ​ເລື່ອງ​ສຳຄັນ​ຈະ​ບອກ ​ແລະ​ ຕອນ​ນີ້ຊາຍ​ຄົນ​ນັ້ນຖ້າ​ຢູ່​ຫ້ອງ​ຮັບ​ແຂກ

           ​ເທົາ​ດີ​ໃຈ​ກັບ​ສິ່ງ​ທີ່​ເຂົາ​ໄດ້​ຍິນ ຄຣີສ​ເຂົາ​ກັບ​ມາ​ແລ້ວ​ແມ່ນ​ບໍ່?

    ​ແຕ່​ເຂົາ​ຕ້ອງ​ແປກ​ໃຈ​ ເມື່ອ​ຄົນ​ທີ່​ມາ​ຫາ​ເຂົາ​ບໍ່​ແມ່ນ​ຄຣີສ ​ແຕ່​ເປັນ​ຜູ້​ຊາຍ​ທີ່​ຂ້ອນ​ຂ້າງ ​ມີ​ອາຍຸ​ຄົນໜຶ່ງທີ່​ມາ​ກັບ​ກ່ອງໆໜຶ່ງ ​ແລະ ​ເຂົາກໍ່ຍີ້ມ​ໃຫ້​ເທົາ​ ເມື່ຶ​ເຫັນ​ເທົາ​ຢ່າງ​ມາ​ຫາ

    ສະບາຍດີ, ມາ​ຫາ​ຂ້ອຍ​ມີ​ວຽກຫຍັງ​ເບາະ?”

    ສະບາຍດີ ຂ້ອຍ​ຊື່ ຮັນ​ແທມິນ ​ເປັນໝໍປະຈຳ​ໂຕ​ຂອງຄຣີສໝໍຮັນ​ແນະນຳ​ໂຕ

    ໝໍປະຈຳໂຕ?” ​ເທົາຖາມຂື້ນພ້ອມກັບເຮັດໜ້າສົງໃສ

           ​ເປັນ​ຫຍັງ​ຄຣີສຕ້ອງ​ມີໝໍປະຈຳ​​ໂຕ? ​ເທົາ​ຖາ​ມຕົວ​ເອງ​ໃນ​ໃຈ

    ​ແຕ່​ກ່ອນ​ທີ່​ເທົາ​ຈະ​ຖາມອອກ​ໄປຫຼາຍກວ່າ​ນີ້ ໝໍຮັນ​ກໍ່ຍື່ນ​ກ່ອງ​ ທີ່​ເຂົາ​ເອົາ​ຕິດ​ໂຕ​ມາ​ໃຫ້​ກັບ​ເທົາ ​ແລະ ບອກ​ວ່າ ຄຣີສຝາກ​ມາ​ໃຫ້

           ​ເທົາ​ຮູ້ສຶກ​ອາລົມ​ບໍ່ດີ​ທີ່​ໄດ້​ຍິນ​ແບບ​ນັ້ນ ​ຄຣີສຊັງເຂົາ ​​ເຖິງ​ຂະໜາດທີ່​ບໍ່ຢາກ​ແມ້​ແຕ່​ຈະ​ເຫັນໜ້າ ຈົນ​ຕ້ອງ​ໃຫ້​ຄົນ​ອື່ນ​ ເອົາ​ເຄື່ອງ​ມາ​ໃຫ້​ ແບບ​ນີ້​ເລີຍ​ຫວະ!?

    ​“​ເປັນ​ຫຍັງ​ຂ້ອຍ​ຕ້ອງ​ຮັບ​ຂອງ​ທີ່​ ອີ້​ຝານ​ໃຫ້ ​ໃນ​ເມື່ອ​ຂ້ອຍ​ກັບ​ລາວ​ບໍ່​ເຄີຍ​ຮູ້ຈັກ​ກັນ ​ເຊີນ​ເຈົ້າອອກ​ໄປ​ຈາກ​ບ່ອນ​ນີ້​ໄດ້​ແລ້ວ ກ່ອນ​ທີ່​ຂ້ອຍ ​ຈະ​ໃຫ້​ຄົນ​ມາ​​ໂຢນ​ເຈົ້າອອກ​ໄປ​ເທົາ​ເວົ້າ ພ້ອມ​ທັງ​ສະ​ແດງ​ສີໜ້າທີ່​ບົ່ງ​ບອກ​ວ່າ​ຕອນ​ນີ້​ ເຂົາ​ກຳລັງ​ອາ​ລົມ​ບໍ່ດີ​ອອກ​ມາ ​ແລະ​ ກຳລັງ​ຈະ​ຫັນຫຼັງ​ໄປ ​ແຕ່ໝໍຮັນ​ກໍ່​ເວົ້າຂຶ້ນວ່າ

    ຖ້າ​ເຈົ້າ​​ໄດ້​ເຫັນ​ມັນ ​ເຈົ້າຈະ​ບໍ່ມີ​ທາງ​ເວົ້າ​ແບບ​ນີ້ ຫວງ​ຈື້​ເທົາ

     

    >>>>>>>>>><<<<<<<<<<< 

    ອັນຍອງຮະເຊໂຍ~~~

    ຈັ້ງໃດ? ຊິຈົບລະໃດນິນະ ເປັນຫຍັງ? ເປັນຫຍັງເຮຍຄືມີໝໍປະຈຳໂຕ? ແລ້ວທີ່ຢູ່ໃນກ່ອງນັ້ນແມ່ນຫຍັງ? ເທົາຊິຍອມຮັບມັນບໍ່? T^T ຄຳຖາມຫຼາຍເກີ້ນ

    ເຫຼືອອີກຕອນດຽວກະຈົບແລ້ວ ເຮີ~~

    ເລື່ອງນີ້ຊິຈົບແບບໃດວ້າ?

    ຕອນສຸດທ້າຍອາດມີເຊີໄພຣ້ສ ອິອິ

    ເອີ້~~ເກືອບລືມ!!! ມື້ນີ້ຂ້າພະເຈົ້າໄປລອຍກະທົງມາ ໄດ້ເຈີ X-Junior ພ້ອມ ອ໊າຍຍຍ ຟິນແລນ ^/////^

    (X-Junior ທີມເຕັ້ນ cover dance ຂອງລາວເຮົາ)

    ໂຕຈິງແຕ່ລະຄົນເປ໊ະເວີ້~~ ເຕັ້ນເກັ່ງເວີ້~~

    ດີໃຈໃດ ທີ່ເຫັນຄົນລາວເຮົາມີຄວາມສາມາດ ແລະ ກ້າສະແດງອອກ ຢາກໃຫ້ມີແບບນີ້ອີກຫຼາຍໆ ສົ່ງເສີມ ສົ່ງເສີມ

    ເອົາລະ!!! ອະລຳພະບົດມາຍາວແລ້ວ ສຸດທ້າຍ ທີ່ບໍ່ທ້າຍສຸດ ຂໍຄອມເມັ້ນແດ່ເນີ~~

    ໄປລະ Bye~~ ຈຸບໆ

     
    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×