ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    [Exo fic KrisTao] Last Letter

    ลำดับตอนที่ #5 : Last Letter ( END )

    • เนื้อหาตอนนี้เปิดให้อ่าน
    • 72
      0
      10 ต.ค. 57

    ເທົາ​ຫັນ​ກັບ​ໄປ​ແນມໜ້າໝໍຮັນ ​ດ້ວຍ​ຄວາມ​ງົງ ​ແຕ່​ເຂົາກໍ່ຍອມ​ນັ່ງ​ລົງ​ ແລະ​ ຮັບ​ກ່ອງ​ນັ້ນມາ​ເປີດ

           ​ເຂົາ​ຕົກ​ໃຈ ​ເມື່ອ​ເຂົາ​ເຫັນ​ສິ່ງ​ດັ່ງກ່າວ

    ມັນ​ຄື............. ຈົດໝາຍຫຼາຍສະບັບ​ ທີ່​ຖືກ​ຈັດ​ລຽນກັນ​ຢ່າງ​ສວຍ​ງາມ ​ຕາມ​ເວລາ​ທີ່​ຂຽນ ​ແລະ ຈົດໝາຍທຸກສະບັບ​ ຈ່າໜ້າຊອງ​ເຖິງ​ຄົນໆດຽວ ນັ້ນກໍ່ຄື​ເຂົາ​ເອງ ຫວງ​ຈື້​ເທົາ

     

    ​ເທົາ​ສັງ​ເກດ ​ຈົດໝາຍສະບັບ​ທີ​ຢູ່ໜ້າສຸດ ​ມັນ​ບອກ​ເວລາ​ທີ່​ຂຽນ ​ແມ່ນ​ວັນ​ທີ່​ຄຣີສຈາກ​ໄປ ​ສະ​ແດງ​ວ່າ ​ຕະຫຼອດຊ່ວງ​ເວລາ​ທີ່​ຜ່ານ​ມາ ຄຣີສຂຽນຈົດໝາຍຫາ​ເຂົາ  ​ແຕ່​ບໍ່​ເຄີຍ​ສົ່ງ?

           ​ເທົາ​ເລືອກ​ຈົດໝາຍ ທີ່​ເປັນ​ສະບັບ​ສຸດ​ທ້າຍ ​ທີ່ຢູ່​ລຸ່ມ​ສຸດ​ຂື້ນມາມັນ​ເປັນ​ຈົດໝາຍຂອງ​ວັນ​ທີ່ 5/5/2017 ​ເປັນ​ຈົດໝາຍຂອງ  1ອາທິດ​ກ່ອນ

           “ສະບາຍດີ​ ແພນ​ດ້ານ້ອຍ​ຂອງ​ເຮ​ຍ..... ຈົດໝາຍສະບັບ​ນີ້ ຄົງ​​ເປັນ​ສະບັບ​ສຸດ​ທ້າຍ​​ແທ້ໆແລ້ວ

    ​ແລະ ສິ່ງ​ທີ່ ​ເຮ​ຍຢາກ​ຈະ​ບອກ​ເທົາ​ກໍ່ຄື ​ເຮ​ຍຮັກ​ເທົາ ຮັກ​ຕັ້ງ​ແຕ່​ທີ່​ເຫັນໜ້າ​ເທົາ​ຄັ້ງທຳ​ອິດ ​ແລະ​ຮັກ​ຕະຫຼອດມາ

           ​ເຮຍຮັກ​ເທົາ ຮັກ​ເຫຼືອ​ເກີນ ຮັກ​ຈົນ​ເຮຍບໍ່ສາມາດ ​ຮັກ​ໃຜ​ໄດ້​ອີກ​ແລ້ວ

    ​ເຮຍຂໍ​ໂທດ​ທີ່​ເຮັດ​ໃຫ້​ເທົາ​ເສຍ​ໃຈ

    ຂໍ​ໂທດ

    ຂໍ​ໂທດ

    ຂໍ​ໂທດ

    ຂໍ​ໂທດ

    ຂໍ​ໂທດ

    ຂໍ​ໂທດ

    ຂໍ​ໂທດ

    ຂໍ​ໂທດ ​ເຮ​ຍຢາກຂໍ​ໂທດ​ເທົາ​ຈັກ​ພັນ​ຄັ້ງ ຂໍ​ໂທດທີ່​ຜິດ​ສັນຍາ​ ວ່າ​ຈະ​ບໍ່ຈາກ​ເທົາ​ເທົາ​ໄປ​ໃສ

           ​ແຕ່​ເຮ​ຍກໍ່​ເຮັດ ​ແລະ​ ກໍາລັງ​ຈະ​ເຮັດ​ມັນ​ອີກ​ຄັ້ງ

    ​ເຮ​ຍຈະ​ບໍ່ຂໍ​ໃຫ້​ເທົາ​ຍົກ​ໂທດ​ໃຫ້​ ເພາະ​ສິ່ງ​ທີ່​ເຮ​ຍ​ເຮັດ ​ມັນ​ໄດ້​ເຮັດ​ໃຫ້​ເທົາ​ເສຍ​ໃຈ

    ​ແຕ່​ເຮ​ຍຂໍ​ຢ່າງໜື່ງ​ໄດ້​ບໍ່?

           ​ເທົາ​ຢ່າ​ຊັງ​ເຮ​ຍ

    ​ເທົາ​ຈະ​ຄຽດ ຈະ​ດ່າ ຈະ​ຕີ​ເຮ​ຍຈັ້ງ​ໃດ​ ເຮ​ຍຍອມ​ທຸກ​ຢ່າງ ​ແຕ່​ເຮ​ຍຂໍ​ຢ່າງ​ດຽວ​ ເທົາ​ຢ່າ​ເຮັດ​ແບບ​ນີ້​...

    ຢ່າ​ເຢັນ​ຊາ.................

    ຢ່າ​ໃຊ້​ຊີວິດ ​ແບບ​ບໍ່ມີ​ຄວາມສຸກ​ແບບ​ນີ້​ໄດ້​ບໍ່?

           ​ເທົາ​ຮູ້​ບໍ່ວ່າ​ເຮ​ຍມີ​ຄວາມສຸກ​ສ່ຳ​ໃດ ​ທີ່​ໄດ້​ເຫັນ​ຮອຍ​ຍິມ​ເທົາ ​ເຮ​ຍຮູ້ສຶກ​ອິດສາ​ທຸກ​ຄົນ ​ທີ່​ໄດ້ຮອຍ​ຍີ້ມນັ້ນ​ໄປ

           ​ເຮ​ຍຢາກ​ໄດ້​ຮອຍ​ຍີ້ມນັ້ນ

           ຮອຍ​ຍີ້ມທີ່​ເຮ​ຍ​ເຄີຍ​ທຳຮ້າຍ​ມັນ

           ​ເຮ​ຍຢາກ​ໄດ້​ມັນ​ກັບ​ຄືນມາ ............ ​ເຖິງ​ແມ້ວ່າ​ມັນ​ ຈະ​ເປັນຄັ້ງສຸດ​ທ້າຍ​ກໍ່ຕາມ

    ​ເຮ​ຍຢາກ​ໃຫ້​ເທົາ​ຍີ້ມ

    ຍີ້ມ​ແບບ​ທີ່​ເທົາ​ເຄີຍ​ຍີ້ມ ​ໃນ​ຕອນ​ນັ້ນ................  ຢາກ​ໃຫ້​ເທົາ​ຍີ້ມ​ແບບ 3 ປີ​ກ່ອນ ​ໄດ້​ບໍ່?

           ​ເທົາ ​ເຮ​ຍຕ້ອງ​ໄປ​ແລ້ວ

    ​ໄປ​ໃນ​ທີ່ໆຄົນ​ທຳ​ມະ​ດາ​ໄປ​ບໍ່​ໄດ້

    ​ໄປ​ໃນ​ທີ່ໆ​ໄກ​ແສນ​ໄກ

    ​ໄກ​ຈົນ​ເຮ​ຍ​ເອງ​ຍັງ​ຄິດ​ຍ້ານ

    ຍ້ານວ່າ​ຖ້າ​ເຮ​ຍ​ໄປ

    ​ເຮີຍ​ຈະ​ບໍ່​ໄດ້​ເຫັນໜ້າ​ເທົາ​ອີກ

    ​ເຮ​ຍຍ້ານ​ເຫຼືອ​ເກີນ​ເທົາ

           ​ແຕ່​ເຮ​ຍ ຄົງ​ຈະ​ເຮັດ​ຫຍັງ​ບໍ່​ໄດ້​ແລ້ວ ​ເພາະ​ມັນ​ເປັນ​ສິ່ງ​ ທີ່​ຊະ​ຕາ​ກຳນົດ​ໄວ້....... ກຳນົດ ​ໃຫ້​ເຮ​ຍຕ້ອງ​ໄປ

           ​ແຕ່​ເຮ​ຍສັນຍາ ບໍ່ວ່າ​ເຮ​ຍຈະ​ຢູ່​ໃສ ​ເທົາ​ຈະ​ຢູ່​ໃນ​ໃຈ​ຂອງ​ເຮ​ຍສະ​ເໝີ ​ແລະ​ຈະ​ຢູ່​ແບບ​ນັ້ນ ຕະຫຼອດ​ໄປ

           ຮາ​ຮາ​ຮາ​ຮາ​ຮາ ​ເຮ​ຍ​ຂຽນຫຼາຍ​ເກີນ​ໄປ​ແລ້ວ ຍ້ານ​ເທົາ​ເບື່ອ

    ​ເຮ​ຍ​ໄປ​ແທ້ໆ​ແລ້ວ​ເດີ ​ເທົາ​ຕ້ອງ​ຮັກສາ​ສຸຂະ​ພາບ​ແດ່​ເດີ

    ຮັກ​ໂຕ​ເອງ​ໃຫ້ຫຼາຍໆ

    ​ເທັາຕ້ອງຮັກ Exo ຮັກຟນຄລັບແລະ ຢ່າເຮັດໃຫພວກເຂົາຜິດຫວັງ ດັ່ງທີ່ເຮເຄີຍເຮັດມາ ຝາກ​ບອກ​ພວກ​ເຂົາ​ ວ່າ​ໃຫ້ໃຊ້​ຊີວິ​ໃຫ້​ມີ​ຄວາມສຸກ ຢ່າ​ຢຶດຕິດ​ ກັບ​ສິ່ງ​ທີ່​ມັນ​ເປັນ​ອາ​ດີດຫຼາຍ​ເກີນ​ໄປ ​ໃຫ້​ທຸ​ກຄົນ​ ແນມ​ເບິ່ງ​ທາງ​ຂ້າງໜ້າ ​ແລ້ວ ​ກ້າວ​ໄປ​ພ້ອມ​ກັນ​ຢ່າງໝັ້ນຄົງ ຄົນ​ທໍລະ​ຍົດ​ຄົນ​ນີ້ ຈະ​ຄອຍ​ເປັນ​ກຳລັງ​ໃຈ​ໃຫ້​ ຈາກ​ທີ່​ໄກໆ

                         ​ເຮ​ຍຮັກ​ເທົາ ຮັກ Exo ຮັກແຟນຄລັບແລະຈະຮັກຕະຫຼອດໄປ

                                                                                Kris Exo”

           ຄວາມຮູ້ສຶກຂອງເທົາໃນຕອນນີ້ ບໍ່ສາມາດກັກເກັບໄວ້ໄດ້ ຈົນຕ້ອງປ່ອຍມັນອອກມາ ເປັນສຽງສະອື້ນ ຄວາມຮູ້ສຶກດີໆຂອງເຂົາເມື່ອ 3ປີກ່ອນ ທີ່ມັນຫາຍໄປຈາກເຂົາດົນແລ້ວ ໄດ້ກັບຄືນມາ

     

    ແຕ່ ກ່ອນທີ່ເທົາ ຈະຈົມຢູ່ກັບຄວາມຄິດຂອງຕົວເອງ ໄປຫຼາຍກວ່ານັ້ນໝໍຮັນກໍ່ໄດ້ເວົ້າຂຶ້ນວ່າ

    ນີ້ເປັນສິ່ງສຸດທ້າຍ ທີ່ຄຣີສຢາກເຮັດຫຼາຍທີ່ສຸດ ກ່ອນທີ່ເຂົາຈະຈາກໄປ ເຂົາຂໍໃຫ້ຂ້ອຍ ນຳມັນມາໃຫ້ກັບເຈົ້າ ເພາະທັງໝົດນີ້ ຄືຄວາມຮູ້ສຶກທັງໝົດ ທີ່ເຂົາມີໃຫ້ເຈົ້າ

           ແລະ ໝໍຮັນກໍເລົ່າເຖິງເລື່ອງລາວທັງໝົດ ທີ່ເກີດຂື້ນພາຍໃນ 3ປີທີ່ຜ່ານມາໃຫ້ເທົາຟັງ

    ຄຣີສເປັນມະເຮັງກະເພາະ ມັນເປັນພະຍາດກຳມະພັນ  ແມ່ຂອງຄຣີສເສຍໄປ ຫຼັງຈາກທີ່ຄຣີສອອກຈາກ Exo ໄດ້ພຽງ4ເດືອນ ທີ່ເຂົາຖິ້ມ Exo ໄປກໍ່ເພາະເລື່ອງນີ້ ເຈົ້າໜ້າຈະຮູ້ດີວ່າ SM ບໍ່ຍອມໃຫ້ເຂົາຕິດຕໍ່ກັບແມ່ເຂົາເລຍ ເຂົາພຽງແຕ່ ຢາກໃຊ້ເວລາຊ່ວງສຸດທ້າຍຂອງແມ່ເຂົາ ເຮັດໃຫແມ່ເຂົາມີຄວາມສຸກທີ່ສຸດ ເທົ່ານັ້ນ

    ແຕ່ເຈົ້າຮູ້ບໍ່ຕະຫຼອດ3 ປີທີ່ຕ້ອງຢູ່ໄກເຈົ້າ ເຂົາບໍ່ເຄີຍມີຄວາມສຸກເລີຍ ແລະ ເຂົາບໍ່ມີຄວາມກ້າພໍທີ່ຈະກັບມາ ຫຼັງຈາກແມ່ເຂົາເສຍໄດ້1ປີ ເຂົາກໍ່ກວດພົບສິ່ງຜິດປົກກະຕິ ໃນຕົວເຂົາ ແລະ ມັນກໍ່ຄື່ສິ່ງທີ່ພາກແມ່ເຂົາໄປເຊັ່ນກັນ

           ຄຣີສເຮັດທຸກວິທີທາງ ທີ່ຈະເຮັດໃຫ້ເຂົາຫາຍຈາກພະຍາດຮ້າຍນັ້ນ ແຕ່ໂຊກບໍ່ເຄີຍເຂົ້າຂ້າງເຂົາເລີຍ ມະເຮັງຂະຫຍາຍຕົວໄວເກີນໄປ ໄວຈົນເຂົາຕັ້ງຕົວບໍ່ທັນ ໄວຈົນໝໍເອງຍັງຕົກໃຈ ເມື່ອເຂົາພະຍາຍາມທີ່ສຸດແລ້ວ ແຕ່ມັນບໍ່ເປັນຜົນ ຄຣີສຈຶ່ງເລືອກ ທີ່ຈະຢຸດຮັບການຮັກສາທັງໝົດ ແລ້ວເດີນທາງກັບມາເກົາຫຼີ ເພາະເຂົາ ຢາກໃຊ້ຊີວິດໃນຊ່ວງສຸດທ້າຍ ກັບຄົນທີ່ເຂົາຮັກ

     

    ເທົາເຈົ້າຮູ້ບໍ່ ທຸກມື້ທີ່ເຂົາເຮັດອາຫານໃຫ້ເຈົ້າ ເຂົາຕ້ອງສູ້ກັບຄວາມເຈັບປວດຫຼາຍເທົ່າໃດ ຕະຫຼອດຊ່ວງເວລາທີ່ຜ່ານມາ ເຂົາຕ້ອງຕໍ່ສູ້ກັບພະຍາດຮ້າຍນັ້ນ ພຽງລຳພັງ ໃນຂະນະທີ່ເຈົ້າຄິດວ່າຕົວເອງເຈັບປວດ ກັບສິ່ງທີ່ເຂົາເຮັດ ເຈົ້າຖີ້ມຄວາມຜິດທັງໝົດນັ້ນໃຫ້ເຂົາ ແຕ່ເຂົາກໍ່ຍິນດີຮັບມັນໄວ້ ເຈົ້າບອກວ່າຕົວເອງເຈັບປວດ, ເສຍໃຈທີ່ເຂົາຈາກໄປ ທີ່ເຈົ້າຖືກຫັກຫຼັງ ແຕ່ຄວາມຈິງແລ້ວ ເຈົ້າເອງນັ້ນແຫຼະ ທີ່ເປັນຄົນຍູ້ໃຫ້ເຂົາໄປເອງ

           ເຂົາຢາກເຫັນໜ້າເຈົ້າທຸກເວລາ ຢາກເຫັນໜ້າເຈົ້າທຸກນາທີ ແຕ່ເຂົາເຮັດໄດ້ພຽງແນມເບິ່ງເຈົ້າ ຈາກບ່ອນໄກໆ ໃນໃຈຫວັງວ່າ ເຈົ້າຈະກິນອາຫານທີ່ເຂົາເຮັດໃຫ້ ແຕ່ເຂົາກໍ່ຕ້ອງຜິດຫວັງທຸກຄັ້ງ

    ເຂົາເສຍໃຈ ທີ່ເປັນຄົນເຮັດໃຫ້ເຈົ້າເປັນແບບນີ້ ເປັນຄົນເຢັນຊາ ແລະ ບໍ່ສົນໂລກແບບນີ້ ເຂົາພະຍາຍາມແລ້ວເທົາ ເຂົາພະຍາຍາມ ທີ່ເຮັດໃຫ້ເຈົ້າກັບມາເປັນຄົນເກົ່າ ທີ່ລ່າເລີງແຈ່ມໃສ ແຕ່ເຈົ້າບໍ່ເຄີຍເປີດໂອກາດໃຫ້ເຂົາເລີຍ ແລະ ເຂົາກໍ່ບໍ່ມີເວລາຫຼາຍພໍ ທີ່ຈະຕາມງໍ້ເຈົ້າຂະໜາດນັ້ນ

    ເຈົ້າເປັນຄົນເລືອດເຢັນຫຼາຍເທົາ ຖ້າເຈົ້າຄິດວ່າສິ່ງທີ່ເຈົ້າພົບມາ ມັນເອີ້ນວ່າຄວາມເຈັບ ແລ້ວທີ່ຄຣີສພົບມາເດ? ມັນເອີ້ນວ່າຫຍັງ? ຜູ້ຊາຍຕົວຄົນດຽວ ຕ້ອງຕໍ່ສູ້ກັບຄວາມໂຫດຮ້າຍ ຂອງໂຊກສະຕາພຽງຄົນດຽວ 

    ໂລກນີ້ຊ່າງໂຫດຮ້າຍເຫຼືອເກີນ ເຈົ້າວ່າເບາະ?”

           ໃນທຸກຄຳເວົ້າຂອງໝໍຮັນ ມັນເໝືອນກັບມີມີດນັບຮ້ອຍ ນັບພັນ ສຽບເຂົ້າມາທີ່ເອິກຂ້າງຊາຍຂອງເຂົາ

    ເທົາໄດ້ພຽງແຕ່ນັ່ງກົມໜ້າ ສະອຶກສະອື້ນ ພ້ອມກັບກອດຈົດໝາຍສະບັບນັ້ນ ຢ່າງຫວງແຫນ ຄ້າຍກັບວ່າຍ້ານມັນຈະຫາຍໄປ

     

    ຂໍໂທດ.................” ເທົາເວົ້າອອກມາປົນກັບສຽງສະອື້ນ

    ເມື່ອ 3ວັນກ່ອນ ເຂົາພະຍາຍາມໂທຫາເຈົ້າ ແຕ່ເຈົ້າຕັດສາຍເຂົາຖິ້ມສຽງໝໍຮັນອ່ອນລົງ

           ຕອນນີ້ເທົາ ເຂົ້າໃຈແລ້ວ ເຂົ້າໃຈ ແລະ ພ້ອມຈະໃຫ້ອະໄພທຸກຢ່າງ ນັບແຕ່ນີ້ຕໍ່ໄປ ເຂົາຈະບໍ່ປ່ອຍມືຄຣີສ ເຂົາຈະເຮັດໃຫ້ຄຣີສມີຄວາມສຸກທີ່ສຸດ ຈົນກວ່າເວລາສຸດທ້າຍນັ້ນຈະມາເຖິງ ແລະ ທີ່ສຳຄັນ ຕອນນີ້ເຂົາຮູ້ໃຈຕົວເອງແລ້ວ ຮູ້ວ່າທີ່ຜ່ານມາ ຄວາມຮູ້ສຶກທີ່ເຂົາມີໃຫ້ຄຣີສນັ້ນ ບໍ່ໄດ້ເປັນພຽງອ້າຍນ້ອງທຳມະດາ

           ແລະໃນທັນທີທີ່ເຂົາຕັ້ງສະຕິໄດ້ ກໍ່ປາກົດຮອຍຍີ້ມ ທີ່ເຕັມໄປດ້ວຍຄວາມດີໃຈ ແລະ ເອີ່ຍຖາມໝໍຮັນ ດວ້ຍນ້ຳສຽງສົດໃສໃນແບບທີ່ເຂົາເຄີຍເປັນເມື່ອ 3ປີກ່ອນ

    ແລ້ວຕອນນີ້ເຮຍຢູ່ໃສ? ຂ້ອຍຂໍໄປຫາລາວໄດ້ບໍ່? ຂ້ອຍຈະໄປຂໍໂທດທີ່ເຄີຍເຮັດບໍ່ດີ ແລະ ບອກລາວວ່າ ຂ້ອຍຍົກໂທດໃຫ້ລາວທຸກຢ່າງ ຂ້ອຍພ້ອມທີ່ຈະຢູ່ຄຽງຂ້າງລາວ ຈົນກວ່າຈະເຖິງວັນນັ້ນ ຂ້ອຍ.........ຮັກລາວ

     

    ຂ້ອຍດີໃຈ ທີ່ເຫັນເຈົ້າກັບມາເປັນຄົນເກົ່າ ແລະ ຍົກໂທດໃຫ້ລາວ

                  ແຕ່ເປັນຫຍັງ ຊີວິດຂອງຄຣີສ ຈຶ່ງເສົ້າໄດ້ເຖິງຂະໜາດນີ້? ມີໂອກາດທີ່ຈະໄດ້ຢູ່ກັບຄົນຮັກ ໃນວັນທີ່ຊ້າເກີນໄປ

    “..................”

    ຂ້ອຍຫວັງວ່າ ເຈົ້າຈະໃຊ້ຊີວິດ ໃນສ່ວນທີ່ເຫຼືອແທນລາວ

                              

                               ໃນມື້ທີ່ລາວໂທຫາເຈົ້າເມື່ອ 3ວັນກ່ອນ................ ຖ້າເຈົ້າເລືອກທີ່ຈະຮັບສາຍ ....

                                             ເຈົ້າອາດ ຈະໄດຍິນສຽງລົມຫາຍໃຈສຸດທ້າຍ ຂອງລາວ

     

    >>>>>><<<<<< 

     

    T^T ຈົບແລ້ວ ຈົບແລ້ວ ຈົບແບບອີລາກອີເລືອ

    ເປັນຈັ້ງໃດ? ຫວັງວ່າຈະຖືກໃຈເນາະ

    ໃຫ້ພາກັນໄປຈິນຕະນາການເອງເດີ ວ່າອາເທົາຂອງເຮົາ ຈະເປັນແນວໃດຕໍ່ຈາກນີ້

    ຫຼັງຈາກຂຽນແລ້ວ ບໍ່ຮູ້ຈະອີ່ຕົນໃຜດີ ເຮຍຈາກໄປ ບໍ່ສາມາດຮັບຮູ້ຫຍັງໄດ້

    ແຕ່ຄົນທີ່ຍັງຢູ່ນີ້ຕິເນາະ ເຮີ~~ ເລື່ອງນີ້ ເອົາຄວາມຮູ້ສຶກຕົວເອງ ມາຂຽນລ້ວນໆ ເນື່ອງຈາກ ຄິດຮອດຄຣີສແຮງ

    ອິຫຍັງວະ?! ກຳລັງຈິ້ນ ກຳລັງຟິນ ລະວ່າອອກ

    ໂອ້ຍຍຍຍຍ ຫົວໃຈບໍ່ວາຍຕາຍ ກະດີຊ່ຳໃດແລ້ວ

    ພໍໆໆໆໆ ໄປນອນລະ

    ອົດຕາຫຼັບຂັບຕານອນມາ ອາທິດ1ເຕັມໆ ສິວກະຂື້ນພໍສິວ

    ຈັງໃດສຸດທ້າຍກະຝາກແນ່ເດີ ທັງເລື່ອງນີ້ ແລະ ເລື່ອງທີ່ກຳລັງຈະຕາມມາ (ຄົນອ່ານ:ມຶງຍັງຊິມີອີກວະນິ!?)

    ==“ ແຮະໆ ເອົານ່າ~~ ອົດສາອ່ານໃຫ້ແດ່ເທາະ

    ໄປລະເດີ ຮັກທຸກຄົນເດີ ຈຸບຸໆ

     
    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×