ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    [Exo fic KrisTao] Last Letter

    ลำดับตอนที่ #3 : Meet again

    • เนื้อหาตอนนี้เปิดให้อ่าน
    • 47
      0
      7 ต.ค. 57

    M



           ຕະຫຼອດເວລາທີ່ຜ່ານມາ ເທົາພະຍາຍາມຕິດຕາມ ຂ່າວຄາວຂອງຄຣີສຕະຫຼອດມາ ແຕ່ກໍ່ບໍ່ມີຫຍັງທີ່ຈະສາມາດບອກໄດ້ເລີຍ ວ່າຕອນນີ້ຄຣີສເຮັດຫຍັງຢູ່ໃສ ນັບຕັ້ງແຕ່ວັນນັ້ນທີ່ຄຣີສຈາກໄປ ທຸກຄົນໃນວົງລວມທັງແຟນຄລັບ ບໍ່ມີໃຜສາມາດຮັບຮູ້ໄດ້ເຖິງ ການເຄື່ອນໄຫວຂອງຄຣີສເລີຍ ຮູ້ພຽງແຕ່ວ່າຄຣີສ....... ກັບໄປຢູ່ແວນຄູເວີກັບແມ່ຂອງເຂົາ

                  ນີ້ກໍ່ຜ່ານມາ 3 ປີແລ້ວນັບຕັ້ງແຕ່ວັນນັ້ນ, ຫຼັງຈາກທີ່ຄຣີສຈາກໄປໃນຕອນນັ້ນ ທຸກຄົນໃນວົງ ແລະ ແຟນໆເສຍໃຈຫຼາຍ ເພາະມັນກະທັນຫັນເກີນໄປ ແມ້ແຕ່ເທົາເອງຍັງບໍ່ຄິດວ່າມັນຈະເກີດຂຶ້ນ, ຕອນນັ້ນ Exo ເຈີປັນຫາໜັກຫຼາຍ ເພາະເປັນຊ່ວງທີ່ໃກ້ກັບ ຄອນເສີດໃຫຍ່ຂອງພວກເຂົາ ແລະ ການອອກໄປຂອງຄຣີສ ກໍ່ສົ່ງຜົນທາງລົບ, ແຟນຄລັບຫາຍໄປເປັນຈຳນວນຫຼວງຫຼາຍ ແລະ ກໍ່ມີກະແສຂ່າວທີ່ທັງດີ ແລະ ບໍ່ດີຕ່າງໆນາໆຕາມມາ

    ແລະນັບຈາກວັນນັ້ນ ທຸກສິ່ງທຸກຢ່າງໃນຊີວິດຂອງເທົາ ກໍ່ປ່ຽນໄປເຊັ່ນກັນ ຈາກທີ່ເຄີຍເປັນຄົນອ່ອນໄຫວ ສົດໃສລ່າເລີງ ເອົາແຕ່ໃຈ ແລະ ຂີ້ໄຫ້ ແຕ່ດຽວນີ້ບໍ່ມີແລ້ວ

    ຕອນນີ້ເທົາກາຍເປັນຄົນເຢັນຊາ ງຽບຂຶມ ເຂົາບໍ່ສະແດງອອກເຖິງຄວາມອ່ອນແອ  ໃຫ້ໃຜເຫັນອີກເລີຍນັບແຕ່ນັ້ນມາ ຕ້ອງຂອບໃຈຜູ້ຊາຍຄົນນັ້ນ ທີ່ເຮັດໃຫ້ເຂົາກາຍເປັນຄົນແບບນີ້.... ເປັນຄົນທີ່ເຂັ້ມແຂ່ງ ແລະ ເຢືອກເຢັນ ແຕ່ໃຜຈະຮູ້ໄດ້ວ່າສິ່ງ ທີ່ເຂົາສະແດງອອກມາມັນເປັນພຽງ ເກາະປ້ອງກັນໂຕເອງທີ່ເຂົາສ້າງມັນຂຶ້ນມາ ເພື່ອບໍ່ໃຫ້ໃຜສາມາດ ແນມເຫັນຄວາມເຈັບປວດຂອງເຂົາໄດ້ ເທົ່ານັ້ນ

    ເພາະແທ້ຈິງແລ້ວຈິດໃຈຂອງເຂົາ ອ່ອນແອ ຈົນບໍ່ສາມາດຍຽວຢາຕົວເອງໄດ້ ໃນໃຈຂອງເຂົາມັນຍັງເຕັ້ມໄປດ້ວຍຄວາມເສົ້າ ແລະ.....ຄວາມແຄ້ນ

    23:24’ ຕອນນີ້ ເທົາກຳລັງຢ່າງເລາະຢູ່ສວນສາທາລະນະແຫ່ງໜຶ່ງ ໃກ້ກັບຫໍພັກຂອງເຂົາເພື່ອຜ່ອນຄາຍ ຕົວເອງຫຼັງຈາກເຮັດວຽກໜັກມາໝົດມື້

    ສວນສາທາລະນະຕອນກາງຄືນ ຊ່າງງຽບສະຫງົບ ແລະ ໄຮ້ຜູ້ຄົນເຊິ່ງເປັນສິ່ງທີ່ດີສຳລັບເຂົາ

                  ໃນຂະນະທີ່ເທົາ ກຳລັງຕົກຢູ່ໃນຄວາມຄິດຂອງຕົວເອງ ສາຍຕາຂອງເຂົາກໍ່ເຫຼືອບໄປເຫັນ ຊາຍຮ່າງສູງຄົນໜຶ່ງ ນັ່ງຢູ່ເທິງຕັ່ງມ້າຫີນອ່ອນ ເດິກດື່ນຂະໜາດນີ້ ໃຜຈະມານັ່ງຢູ່ບ່ອນແບບນີ້໋໋?

     

    ເທົາຮູ້ສຶກຄຸ້ນເຄີຍກັບແຜ່ນຫຼັງນັ້ນ ເຫຼືອເກີນ ຫຼືວ່າຊາຍຄົນນັ້ນ ຈະເປັນຄົນໃນວົງດຽວກັບເຂົາ ດ້ວຍຄວາມສົນໃຈ ເທົາຄ່ອຍໆຍ່າງເຂົ້າໄປໃກ້ຊາຍຄົນນັ້ນ ສາຍຕາຂອງເຂົາທອດແນມອອກໄປທາງໜ້າ ຢ່າງເລື່ອນລອຍ ແລະ ໄຮ້ຈຸດໝາຍ ໂດຍບໍ່ທັນໄດ້ສັງເກດວ່າມີອີກຄົນ ກຳລັງຢ່າງເຂົາມາຫາຈາກດ້ານຫຼັງ

     

           ຍິ່ງຍ່າງເຂົ້າໄປໃກ້ເທົ່າໃດ ເທົາຍິ່ງຮູ້ສຶກຄຸ້ນເຄີຍກັບແຜ່ນຫຼັງນັ້ນ ຫຼາຍເທົ່ານັ້ນ

    ມັນທັງກວ້າງໃຫຍ່ ນ່າອົບອຸ່ນ ແລະ ທີ່ສຳຄັນເຂົາຮູ້ສຶກ..ໂຫຍຫາມັນ

    ເທົາຍືນຈ້ອງແນມແຜ່ນຫຼັງນັ້ນ ແລະ ໄດ້ແຕ່ຄິດໃນໃຈວ່າ ແມ່ນໃຜກັນທີ່ເປັນເຈົ້າຂອງແຜ່ນຫຼັງນີ້ ແລະ ແມ່ນໃຜກັນ ທີ່ສາມາດເຮັດໃຫ້ເຂົາຄຸ້ນເຄີຍໄດ້ ເຖິງຂະໜາດນີ້?

                  ໂດຍທີ່ເທົາບໍ່ໄດ້ຕັ້ງຕົວ ຊາຍຄົນນັ້ນລຸກຂຶ້ນ ແລະ ຫັນມາທາງເຂົາໂດຍໄວ ເຮັດໃຫ້ທັງສອງ

    ສົບຕາກັນໂດຍບໍ່ໄດ້ຕັ້ງໃຈ

     ດວງຕາຄົມຄູ່ນັ້ນເບີກກວ້າງ ເພາະຕົກໃຈກັບສິ່ງທີ່ເຂົາໄດ້ເຫັນ

    ປະ...ເປັນ ເປັນໄປບໍ່ໄດ້ເທົາພຶມພຳກັບຕົວເອງ ເປັນໄປບໍ່ໄດ້ ຜູ້ຊາຍຄົນນີ້ບໍ່ແມ່ນຄົນທີ່ ເຄີຍເຮັດໃຫ້ເຂົາເຈັບປວດ ບໍ່ແມ່ນ....

    ເທົາ…” ຄຣີສເວົ້າຂື້ນ

    “……”

    ເທົາ…...?” ຄຣີສເວົ້າຂຶ້ນດວ້ຍນ້ຳສຽງອິດເມື່ອຍ

    ຂໍໂທດເດີເຈົ້າຄົງຈະຈື່ຄົນຜິດ...” ທັນທີທີ່ຕັ້ງສະຕິໄດ້ເທົາຈຶ່ງຕອບອອກໄປ ແລະ ຕຽມທີ່ຈະຫັນຫຼັງຍ່າງອອກມາ ແຕ່ຄຣີສບໍ່ເຊື່ອ ເພາະເຂົາໄດ້ໃຊ້ແຂນທັງສອງຂ້າງ ໂອບກອດເທົາຈາກທາງດ້ານຫຼັງຢ່າງໄວ ແລະ ແໜ້ນທີ່ສຸດເໝືອນກັບຍ້ານວ່າ ຄົນໃນອ້ອມແຂນຈະຫາຍໄປ

    ເທົາຕົກໃຈກັບສິ່ງທີ່ເກີດຂຶ້ນ ເຂົາຈຶ່ງດີ້ນ ແລະ ໂວຍວາຍເພື່ອໃຫ້ຄຣີສປ່ອຍ

    ເທົາ! ຟັງເຮີຍກ່ອນ!”

    “……………….”

    ເຮີຍຂໍຢູ່ແບບນີ້ກ່ອນໄດ້ບໍ່?...... ເພາະນີ້ຈະເປັນຄັ້ງສຸດທ້າຍທີ່ເຮີຍຈະໄດ້ຢູ່ກັບເທົາ  ເຮີຍກໍາລັງຈ...”

    ຂໍໂທດເດີ! ຂ້ອຍຄິດວ່າເຈົ້າຄົງຈະຈື່ຄົນຜິດ ຂ້ອຍບໍ່ແມ່ນຄົນທີ່ເຈົ້າຕາມຫາດອກ ເພາະຂ້ອຍ.......ບໍ່ເຄີຍຮູ້ຈັກເຈົ້າ

           ຫຼັງຈາກຈົບຄຳນັ້ນ ແຂນຂອງຄຣີສກໍ່ຄ່ອຍໆຫຼຸດຕ່ຳລົງ ເຂົາຈະບໍ່ໄດ້ຮັບໂອກາດນັ້ນອີກແລ້ວແມ່ນບໍ່?

    ໂອກາດທີ່ຈະໄດ້ຢູ່ກັບຄົນທີ່ເຂົາຮັກກ່ອນທີ່ເຂົາ........

    ຈະຕ້ອງເດີນທາງໄກ

     

    ຄົນທີ່ເຈົ້າຕາມຫາ..... ເຂົາຕາຍໄປຈາກໂລກນີ້ຕັ້ງແຕ່ 3 ປີກ່ອນແລ້ວເທົາເວົ້າພຽງເທົ່ານັ້ນ ກ່ອນທີ່ຈະຢ່າງອອກໄປ ໂດຍທີ່ບໍ່ຫັນຫຼັງກັບໄປ

     

     

           ເທົາຍ່າງມາຮອດໜ້າຫໍພັກຂອງເຂົາ ດ້ວຍສະພາບອິດໂຮຍ

    ເຂົາເຮັດບໍ່ໄດ້ ເຂົາຊັງຜູ້ຊາຍຄົນນັ້ນບໍ່ລົງ ຫົວໃຈຂອງເຂົາອ່ອນແອເກີນໄປ ເຂົາແນມເຂົ້າໄປໃນຫໍພັກ ເຫັນສະມາຊິກທັງໝົດຂອງວົງ ກຳລັງນັ່ງເບິ່ງໜັງກັນຢ່າງໃຈຈົດໃຈຈໍ່

                  ແມ່ນແລ້ວ  ສິ່ງທີ່ເຂົາຕ້ອງເຮັດໃນຕອນນີ້ ຄືເຮັດໂຕໃຫ້ປົກກະຕິເພື່ອບໍ່ໃຫ້ພວກ ຮຍອງເປັນຫ່ວງເຂົາ

           ໃບໜ້າຂອງເທົາປະກົດຮອຍຍີ້ມບາງໆ ອອກມາພ້ອມກັບຄ່ອຍໆຍ່າງເຂົ້າໄປ ຫວັງວ່າພວກ ຮຍອງຈະບໍ່ຖາມຫຍັງເຂົາຫຼາຍໃນຕອນນີ້



     

    >>>>>>>>>>>>>>>><<<<<<<<<<<<<<<<<<,

    ຮາໂຫຼ~~~

    ມາອະທິບາຍກັນຕື່ມ ນີດສສສໜຶ່ງເນາະ

    “ຮຍອງ’’ ເປັນພາສາເກົາຫຼີເດີ

    ຜູ້ຊາຍເຂົາຈະເອີ້ນອ້າຍວ່າ ຮຍອງ ເອີ້ນເອື້ອຍວ່າ ນູນາ

    ສ່ວນຜູ້ຍິງຈະເອີ້ນອ້າຍວ່າ ໂອ້ບປາ ເອີ້ນເອື້ອຍວ່າ ອອນນີ

    ==’’ ບໍ່ແນ່ໃຈວ່າຂຽນລາວຖືກບໍ່ ຖ້າຜິດກະຂໍອະໄພມານະທີ່ນີ້ດ້ວຍ

    ໄປລະ ຈຸບ ຈຸບ

    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×