ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    [Exo fic KrisTao] Last Letter

    ลำดับตอนที่ #2 : Memories of us

    • เนื้อหาตอนนี้เปิดให้อ่าน
    • 79
      2
      7 ต.ค. 57

    ຫຶກ!......”

           ໝົດແລ້ວ....... ຕອນນີ້ຫວງຈື້ເທົາໝົດແລ້ວ ໝົດແລ້ວທຸກສິ່ງ ໝົດແລ້ວທຸກຢ່າງທີ່ເຂົາເຄີຍຄຶດວ່າດີທີ່ສຸດ

                  ຄຣີສຈາກໄປແລ້ວ ເຂົາພະຍາຍາມແລ່ນຕາມ ແຕ່ຄວາມໄວຂອງເຂົາຈະສູ້ຄວາມໄວຂອງ ລົດຄັນນັ້ນໄດ້ແນວໃດ?

           ເທົາແນມຕາມລົດຄັນນັ້ນຈົນລັບສາຍຕາ ກ່ອນທີ່ຂາຂອງເຂົາຈະໝົດແຮງລົ້ມລົງກັບພື້ນ

    ເຂົານັ່ງຄຸກເຂົ່າຢູ່ແບບນັ້ນ ໃນຕອນນີ້ເຂົາບໍ່ມີແຮງແມ້ແຕ່ ຈະຍົກມືເຊັດນ້ຳຕາ ສາຍຕາຂອງເຂົາຍັງຈົດຈ້ອງໃນຈຸດ ທີ່ຄຣີສຈາກໄປ ເຂົາພຽງແຕ່ຫວັງວ່າຄຣີສຈະເຫັນກັບມາ ຫັນກັບມາແນມເຂົາ..... ທີ່ນ່າສົງສານຢູ່ບ່ອນນີ້

     

           ແຕ່ມັນຈະເປັນໄປໄດ້ແນວໃດ? ເທົາຮູ້ດີແກ່ໃຈວ່າການຈາກໄປຂອງຄຣີສ ໃນຄັ້ງນີ້...... ຄຣີສຈະບໍ່ກັບມາ

     

                  ຕໍ່ໄປນີ້ຄົງຈະບໍ່ມີອີກແລ້ວແມ່ນບໍ່ ເຮຍທີ່ແສນດີ

    ຕອນນີ້ເຂົາໄດ້ຮູ້ແລ້ວ ວ່າຕະຫຼອດຊ່ວງເວລາທີ່ພວກເຂົາຢູ່ຮ່ວມກັນ ໃຊ້ຊີວິດຮ່ວມກັນ ທັງໃນຖານະ ອ້າຍນ້ອງ ຫຼື ເພື່ອນຮ່ວມງານ

                                      ມັນບໍ່ມີຄວາມໝາຍຫຍັງສຳລັບຄຣີສເລີຍ

    ຄຣີສຈາກໄປໂດຍໃຫ້ເຫດຜົນພຽງວ່າ ເຂົາຕ້ອງການຄວາມເປັນສ່ວນຕົວ ແລະ ຕ້ອງການທີ່ຈະຫາປະສົບການດ່ຽວ ຫຼາຍກວ່າຢູ່ຮ່ວມກັນເປັນວົງໃຫຍ່ແບບນີ້

    ນີ້ຫວະ!? ຄຳເວົ້າຂອງຫົວໜ້າວົງ

    ນີ້ຫວະ!? ຄືຄຳເວົ້າຂອງຄົນທີ່ເຂົານັບຖືເປັນອ້າຍ

    ແລະ ນີ້ຫວະ? ຄືລາງວັນຕອບແທນໃຫ້ແກ່ທຸກຄົນທີ່ຮັກເຂົາ

    ສຳລັບເທົາແລ້ວຄວາມຊົງຈຳດີໆ ທີ່ພວກເຂົາມີໃຫ້ກັນບໍ່ແມ່ນໃນຖານະEXO ແຕ່ໃນຖານະອ້າຍນ້ອງນັ້ນ ມັນມີຄ່າທີ່ສຸດໃນຊີວິດເຂົາ

           EXO ປຽບສະເໝືອນບ້ານຫຼັງທີ 2 ຂອງເຂົາ EXO ເປັນຄອບຄົວທີ່ອົບອຸ່ນຂອງເຂົາ ສະມາຊິກທຸກຄົນພາຍໃນວົງ ປຽບສະເໝືອນພີ່ນ້ອງກັນ ຮ່ວມທຸກຮ່ວມສຸກນຳກັນມາ

           ເທົາຍັງຈຳໄດ້ ລາງວັນທຳອິດທີ່ພວກເຂົາໄດ້ຮັບມັນ ມັນປຽບສະເໝືອນເຄື່ອງຍືນຍັນ ວ່າຄວາມຮັກຂອງພວກເຂົາແຂງແກ່ນພໍ ທີ່ສາມາດຍາດມັນມາໄດ້ ມັນເປັນລາງວັນແຫ່ງຄວາມພາກພູມໃຈ ສະມາຊິກທຸກຄົນທຸ່ມເທທັງແຮງກາຍ ແລະ ແຮງໃຈຈົນເຖິງທີ່ສຸດເພື່ອທີ່ຈະໄດ້ມັນມາ   ພວກເຂົາທຸ່ມເທທຸກຢ່າງ ເພື່ອທີ່ຈະໃຫ້ແຟນຄລັບຮັບພວກເຂົາໄວ້ໃນໃຈ ແລະ ພວກເຂົາກໍ່ເຮັດໄດ້ ແລະ ກຳລັງຈະເປັນໄປໄດ້ດີກວ່ານີ້... ຖ້າມີຄຣີສ

           We are one ຈະມີຄວາມໝາຍໄດ້ແນວໃດຖ້າມີ 11ຄົນ ແລະ ຄໍາທີ່ວ່າຈະຢູ່ດ້ວຍກັນຕະຫຼອດໄປ ທີ່ເຈົ້າເຄີຍບອກກັນ ເຈົ້າບໍ່ຄິດທີ່ຈະເຮັດໃຫ້ມັນ ເປັນຄວາມຈິງແດ່ຫວາ ອູ້ອີ້ຟານ?

                 

    ເທົາຄ່ອຍໆຍັນຕົວເອງໃຫ້ລຸກຂື້ນຍືນ ພໍແລ້ວ ເຂົາຈະເປັນແບບນີ້ບໍ່ໄດ້ ເຂົາຕ້ອງເຂັ້ມແຂງ ທຸກຄົນໃນ EXO ແລະ ແຟນຄລັບຍັງຖ້າເຂົາຢູ່ ເຂົາຈະມານັ່ງໄຫ້ເສຍນ້ຳຕາ ໃຫ້ກັບຄົນທີ່ບໍ່ເຄີຍເຫັນຄ່າມັນແບບນີ້ບໍ່ໄດ້

           ເທົາຄ່ອຍໆໃຊ້ມືເຊັດນ້ຳໃສອອກຈາກໜ້າ ແລ້ວແນມເບິ່ງມືຂ້າງນັ້ນທີ່ຍັງມີຄາບນ້ຳຕາ ເປື້ອນຢູ່ ພ້ອມທັງຍີ້ມເຍາະເຍີ້ຍໃຫ້ກັບມັນ ເຂົາຮູ້ສຶກວ່າເຂົາ............................. ຖືກຫັກຫຼັງ

           “ເລີກໂງ່ໄດ້ແລ້ວ ຫວງຈື້ເທົາ ໃນເມື່ອເຂົາບໍ່ຕ້ອງການ ເຈົ້າກໍ່ທຳລາຍມັນຖີ້ມໄປສະ! ນັບແຕ່ນີ້ຕໍ່ໄປເຈົ້າຕ້ອງເຂັ້ມແຂງ…........ ເພາະມີສິ່ງທີ່ຈະເຮັດໃຫ້ເຈົ້າສົມປາດຖະໜາ ຖ້າຢູ່ເບື້ອງໜ້າ

           ເທົາພຶມພຳກັບຕົວເອງດ້ວຍສາຍຕາ ທີ່ແຕກຕ່າງຈາກເມື່ອກີ້ໂດຍສີ້ນເຊີງ

           ມືທີ່ເຄີຍເປື້ອນນ້ຳຕາເບື້ອງນັ້ນ ຄ່ອຍໆກຳເຂົ້າກັນຈົນແນ່ນ ສາຍຕາແນມເບິ່ງປາຍທາງ ທີ່ລົດຄັນນັ້ນຫາຍໄປສາຍຕາຄູ່ນັ້ນເຕັ້ມໄປດ້ວຍ ຄວາມແຄ້ນ ແລະ ເຂົາຕ້ອງການເອົາຊະນະ

    ​ແລ້ວເຮົາຈະໄດ້​ເຈີ​ກັນ...................ອູ້​ອີ້​ຟານ




    >>>>>>>>>>>>>>>>>>>>>

    ຈົບໄປແລ້ວກັບຕອນທີ1 ເປັນຈັ້ງໃດ?

    ຄອມເມັ້ນແດ່ເດີ

    ຂອບໃຈແຮງໆ ຈຸບຈຸບ

    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×