ตั้งค่าการอ่าน

ค่าเริ่มต้น

  • เลื่อนอัตโนมัติ
    [Exo fic KrisTao] Last Letter

    ลำดับตอนที่ #1 : Intro

    • เนื้อหาตอนนี้เปิดให้อ่าน
    • 181
      0
      21 ต.ค. 57




    ’ cactus


    ຢ່າ........ອຶກ ໄປ

    ນີ້ຄືສຽງສຸດທ້າຍທີ່ຄຣີສໄດ້ຍິນ ສຽງຂອງຄົນທີ່ເຂົາເຄີຍໃຫ້ສັນຍາ ວ່າຈະບໍ່ຈາກໄປໃສ ແຕ່ມື້ນີ້

           ເຂົາ.......................ຜິດສັນຍາ

    ຄຣີສບໍ່ກ້າແມ້ແຕ່ຈະຫັນກັບໄປ ເຂົາຍ້ານ ຍ້ານທີ່ຈະເຫັນດວງຕາຄູ່ນັ້ນທີ່ແນມ ມາຫາເຂົາດ້ວຍສາຍຕາອ້ອນວອນ ເຂົາບໍ່ຢາກເຫັນດວງໜ້າ ທີ່ອາບໄປດ້ວຍນ້ຳຕາ ສຽງສະອື້ນ... ທີ່ປຽບສະເໝືອນມີດຄົມທີ່ກີດຫົວໃຈຂອງເຂົາ ຈົນເປັນຮອຍເລິກ

    ເຂົາບໍ່ຢາກໄດ້ຍິນມັນ

    ຖ້າເຂົາຫັນກັບໄປ ເຂົາຕ້ອງເຮັດຕາມທີ່ເຂົາຄິດໄວ້ກ່ອນໜ້າບໍ່ໄດ້ ເຂົາຈຶ່ງໄດ້ແຕ່ຂົ່ມຄວາມຮູ້ສຶກນັ້ນໄວ້ ແລະ ບໍ່ສະແດງມັນອອກມາ ໃຫ້ຄົນໆນັ້ນເຫັນ

     

    ເຂົາບໍ່ຕ້ອງການ ທີ່ຈະໃຫ້ມັນເປັນແບບນີ້ ແຕ່ຄົນເຮົາມັນຈະມີທາງໃຫ້ເລືອກ ຫຼາຍຂະໜາດນັ້ນພຸ້ນຫວາ?

     

           ຄຣີສເລືອກທີ່ຈະກ້າວອອກມາ ໂດຍໄຮ້ຄຳເວົ້າໃດໆ ແລະ ເລືອກທີ່ບໍ່ສົນໃຈສຽງສະອື້ນ ທີ່ດັງມາຈາກທາງຫຼັງ ເຂົາກ້າວຂື້ນລົດທີ່ຈອດຢູ່ໜ້າຕຶກ ແລ້ວຂັບລົດອອກໄປ ໃຫ້ໄວທີ່ສຸດໄວທີ່ສຸດເທົ່າທີ່ຈະເຮັດໄດ້ ຖ້າຊ້າກ່ວານີ້ ເຂົາຕ້ອງທົນທີ່ຈະເຫັນຄົນໆນັ້ນ ຟູມຟາຍບໍ່ໄຫວແທ້ໆ

          

    ຄຣີສອອກມາແລ້ວ  ຫົວໃຈທີ່ເຂົາເຄີຍຄິດວ່າເຂັ້ມແຂງພໍ ທີ່ຈະຮັບມືກັບເລືອງນີ້ ໃນຕອນນີ້ມັນອ່ອນແອເຫຼືອເກີນ     ແຕ່ເໜືອນວ່າຫົວໃຈ ທີ່ອ່ອນແອຂອງເຂົານັ້ນ ມັນໄດ້ຖືກບີບຊ້ຳຢ່າງແຮງຈາກມືປິດສະໜາ ເມື່ອເຂົາແນມແວ່ນສ່ອງຫຼັງ ທີ່ປາກົດພາບຜູ້ຊາຍຄົນໜຶ່ງ  ແລ່ນຕາມຫຼັງລົດຂອງເຂົາມາພ້ອມທັງເອີ້ນຊື່ເຂົາແລະຮ້ອງຫ້າມວ່າ

    ຢ່າໄປ..

    ຢ່າໄປ!!! ເຮຍ ກັບມາກ່ອນຮື...”

     

           ບໍ່ໄຫວແລ້ວ ນ້ຳຕາທີ່ເຂົ້າອົດກັ້ນໄວ້ຕະຫຼອດມາ ເຂົາກັ້ນມັນໄວ້ບໍ່ໄຫວແລ້ວ ເຂົາເກືອບທີ່ຈະຫຍຸດລົດ ແລ້ວ ແລ່ນລົງໄປກອດຜູ້ຊາຍຄົນນັ້ນ ແຕ່ເຂົາຈະເຮັດໃຫ້ຄົນທີ່ ຖ້າເຂົາຢູ່ບ້ານເຈັບປວດບໍ່ໄດ້ ເພາະມັນເປັນໜ້າທີ່ ທີ່ເຂົາຕ້ອງເຮັດ

     

    ຄຣີສເພິ່ມຄວາມໄວໃຫ້ກັບລົດຂອງເຂົາ ເພື່ອທີ່ເຂົາຈະໄດ້ບໍ່ຕ້ອງເຫັນ ພາບທີ່ແສນເຈັບປວດນັ້ນອີກ

          

           “ເຮຍຂໍໂທດ ຫວງຈື້ເທົາ



    ....................................................................................................................................

    ສະບາຍດີ, ຫຼົງເຂົ້າມາແມ່ນບໍ່? 555 

    ກ່ອນອື່ນຂໍບອກກ່ອນເລີຍວ່ານີ້ເປັນ
    ເລື່ອງທຳອິດ

    ຂອງຂ້ອຍ ຫວັງວ່າພວກເຈົ້າຈະມັກເນາະ 

      ມ່ວນບໍ່ມ່ວນແນວໃດ
    ກະຊ່ວຍຄອມເມັນແດ່ເດີ ຍັງໃໝ່ອີ່ຫຼີ ສ່ວນຕອນຕໍ່ໄປ
    ຈະຄ່ອຍໆມາລົງໃຫ້ນຳຫຼັງເດີ

    ຂອບໃຈທີ່ເຂົ້າມາອ່ານ ຂອບໃຈທຸກໆຄອມເມັ້ນທີ່ອາດຈະບໍ່ມີ T^T

    ໄປລະເດີ Bye~ ຈຸບ ຈຸບ

     

    ติดตามเรื่องนี้
    เก็บเข้าคอลเล็กชัน

    ผู้อ่านนิยมอ่านต่อ ดูทั้งหมด

    loading
    กำลังโหลด...

    อีบุ๊ก ดูทั้งหมด

    loading
    กำลังโหลด...

    ความคิดเห็น

    ×